ເອເຊກຽນ 10 - ພຣະຄຳພີສັກສິພຣະສະຫງ່າຣາສີໜີຈາກພຣະວິຫານ 1 ຂ້າພະເຈົ້າໄດ້ແນມເບິ່ງວົງໂຄ້ງທີ່ເທິງຫົວເຄຣຸບນັ້ນ ມີສິ່ງໜຶ່ງທີ່ເບິ່ງເໝືອນບັນລັງທີ່ເຮັດດ້ວຍແກ້ວມໍຣະກົດ. 2 ພຣະອົງໄດ້ກ່າວແກ່ຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານນັ້ນວ່າ, “ຈົ່ງເຂົ້າໄປລະຫວ່າງລໍ້ທີ່ຢູ່ລຸ່ມເຄຣຸບ ແລະກອບເອົາຖ່ານໄຟທີ່ລຸກຢູ່ໃຫ້ເຕັມກຳມື. ແລ້ວຈົ່ງໂຮຍຖ່ານໄຟນັ້ນໄປທົ່ວເທິງນະຄອນ.” ຂ້າພະເຈົ້າເຝົ້າເບິ່ງຊາຍຄົນນັ້ນເຂົ້າໄປ. 3 ເຄຣຸບນັ້ນກຳລັງຢືນຢູ່ທາງດ້ານໃຕ້ຂອງພຣະວິຫານ ເມື່ອຄົນນັ້ນເຂົ້າໄປ ແລະເມກໄດ້ປົກຄຸມເຕັມທີ່ເດີ່ນຂ້າງໃນ. 4 ສະຫງ່າຣາສີຂອງພຣະເຈົ້າຢາເວສາດຂຶ້ນຈາກເຄຣຸບນັ້ນ ແລະເຄື່ອນຍ້າຍໄປສູ່ທາງເຂົ້າຂອງພຣະວິຫານ. ແລ້ວເມກກໍໄດ້ປົກຄຸມພຣະວິຫານ ແລະເດີ່ນພຣະວິຫານກໍແຈ້ງສະຫວ່າງສະໄຫວດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວ. 5 ສຽງປີກຂອງເຄຣຸບທີ່ກະທົບກັນໄດ້ຍິນໄປຮອດເດີ່ນຂ້າງນອກ. ສຽງນັ້ນດັງກ້ອງສະໜັ່ນເໝືອນສຽງຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. 6 ເມື່ອພຣະອົງໄດ້ສັ່ງຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານ ໃຫ້ກອບເອົາຖ່ານໄຟຢູ່ໃນລະຫວ່າງລໍ້ທີ່ລຸ່ມເຄຣຸບ ຊາຍຄົນນັ້ນກໍເຂົ້າໄປຢືນຢູ່ທີ່ຂ້າງລໍ້ອັນໜຶ່ງ. 7 ເຄຣຸບຕົນໜຶ່ງໃນຈຳນວນເຄຣຸບເຫຼົ່ານັ້ນໄດ້ເດ່ມືອອກໄປສູ່ໄຟ ທີ່ຢູ່ໃນທ່າມກາງເຄຣຸບເຫຼົ່ານັ້ນແລະກອບເອົາຖ່ານໄຟບາງສ່ວນ ແລ້ວນຳເອົາໄປໃສ່ມືຂອງຊາຍຜູ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານ. ຊາຍຄົນນີ້ຮັບເອົາຖ່ານໄຟແລະຈາກໄປ. 8 ແລ້ວຂ້າພະເຈົ້າກໍເຫັນວ່າ ຢູ່ລຸ່ມປີກຂອງເຄຣຸບແຕ່ລະຕົນເບິ່ງຄ້າຍຄືມືມະນຸດ. 9-10 ຂ້າພະເຈົ້າໄດ້ເຫັນອີກວ່າ ມີລໍ້ສີ່ອັນ ຄືກັນໝົດແລະລໍ້ອັນໜຶ່ງຢູ່ຂ້າງເຄຣຸບຕົນໜຶ່ງ. ລໍ້ນັ້ນສ່ອງແສງໃສດັ່ງແກ້ວປະເສີດ ແລະແຕ່ລະລໍ້ກໍມີລໍ້ອີກອັນໜຶ່ງຕັດຜ່ານທາງກາງ. 11 ເມື່ອເຄຣຸບເຫຼົ່ານັ້ນເຄື່ອນຍ້າຍໄປກໍໄປໄດ້ທຸກທິດທາງ ໂດຍບໍ່ຕ້ອງຫັນຕົນຕົວ. ເຄຣຸບທັງໝົດນັ້ນໄດ້ເຄື່ອນຍ້າຍໄປພ້ອມກັນ ໃນທິດທາງທີ່ພວກຕົນຢາກໄປໂດຍບໍ່ຕ້ອງຫັນຕົນຕົວ. 12 ຕົນຕົວຂອງເຄຣຸບຕະຫລອດທັງຫລັງ, ມື, ປີກແລະລໍ້ ລ້ວນແຕ່ມີຕາເຕັມໄປໝົດ. 13 ລໍ້ເຫຼົ່ານັ້ນຄືກັນກັບລໍ້ທີ່ຂ້າພະເຈົ້າໄດ້ເຫັນໃນນິມິດຄັ້ງທີໜຶ່ງ. 14 ເຄຣຸບແຕ່ລະຕົນມີສີ່ໜ້າ. ໜ້າເບື້ອງທີໜຶ່ງເປັນໜ້າງົວເຖິກ, ໜ້າເບື້ອງທີສອງເປັນໜ້າຄົນ, ໜ້າເບື້ອງທີສາມເປັນໜ້າສິງ ແລະໜ້າເບື້ອງທີສີ່ເປັນໜ້ານົກອິນຊີ. ( 15 ແມ່ນເຄຣຸບພວກດຽວທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກ.) 16 ເມື່ອເຄຣຸບເຫຼົ່ານັ້ນເຫາະຂຶ້ນສູ່ອາກາດແລະເຄື່ອນຍ້າຍໄປ ລໍ້ທັງຫລາຍນັ້ນກໍເຄື່ອນໄປນຳ. ເມື່ອໃດພືປີກບິນໄປ ລໍ້ກໍໄປນຳເມື່ອນັ້ນ. 17 ເມື່ອເຄຣຸບເຫຼົ່ານັ້ນຢຸດ ລໍ້ນັ້ນກໍຢຸດນຳ ແລະເມື່ອເຄຣຸບເຫຼົ່ານັ້ນບິນໄປ ລໍ້ນັ້ນກໍບິນໄປນຳເພາະເຄຣຸບຄວບຄຸມລໍ້ເຫຼົ່ານັ້ນ. 18 ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ຈາກທາງເຂົ້າຂອງພຣະວິຫານ ແລະເຄື່ອນຍ້າຍໄປຢູ່ເໜືອເຄຣຸບເຫຼົ່ານັ້ນ. 19 ໃນຂະນະທີ່ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ ເຄຣຸບໄດ້ພືປີກຂອງພວກຕົນອອກແລະບິນຂຶ້ນໄປຈາກພື້ນດິນແລະລໍ້ນັ້ນໄດ້ເຫາະຂຶ້ນໄປນຳ. ແລະໄດ້ຢຸດຢູ່ທີ່ປະຕູເຂົ້າທາງດ້ານຕາເວັນອອກຂອງວິຫານຂອງພຣະເຈົ້າຢາເວ ແລະສະຫງ່າຣາສີຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ກໍໄດ້ຫຸ້ມຫໍ່ພວກເພິ່ນໄວ້. 20 ຂ້າພະເຈົ້າຈຶ່ງຮູ້ວ່າແມ່ນສິ່ງທີ່ມີຊີວິດພວກດຽວກັນກັບທີ່ຂ້າພະເຈົ້າໄດ້ເຫັນ ຢູ່ທາງລຸ່ມຂອງພຣະເຈົ້າແຫ່ງຊາດອິດສະຣາເອນທີ່ແຄມແມ່ນໍ້າເກບາກ ແລະຂ້າພະເຈົ້າຈຶ່ງເຂົ້າໃຈວ່າແມ່ນເຄຣຸບ. 21 ສິ່ງທີ່ມີຊີວິດແຕ່ລະຕົນມີໜ້າສີ່ໜ້າ, ສີ່ປີກ ແລະຢູ່ໃຕ້ຂອງແຕ່ລະປີກເບິ່ງຄ້າຍຄືມືຂອງມະນຸດ. 22 ໜ້າຂອງພວກເພິ່ນແຕ່ລະຕົນເບິ່ງເໝືອນໜ້າຕ່າງໆ ທີ່ຂ້າພະເຈົ້າໄດ້ເຫັນທີ່ແຄມແມ່ນໍ້າເກບາກຢ່າງບໍ່ມີຜິດເລີຍ. ແຕ່ລະຕົນມຸ່ງໜ້າໄປຢ່າງຊື່ຕົງ. |
@ 2012 United Bible Societies. All Rights Reserved.