ເອເຊກຽນ 1 - ພຣະຄຳພີສັກສິເອເຊກຽນເຫັນນິມິດຂອງພຣະເຈົ້າເທື່ອທີໜຶ່ງ ( 1:1–7:27 ) ບັນລັງຂອງພຣະເຈົ້າ 1 ເມື່ອວັນທີຫ້າຂອງເດືອນທີສີ່ ໃນປີທີສາມສິບ; ຂ້າພະເຈົ້າຄືປະໂຣຫິດເອເຊກຽນລູກຊາຍຂອງບູຊີ ໄດ້ຢູ່ກັບພວກຢິວທີ່ຖືກຈັບໄປເປັນຊະເລີຍທີ່ແຄມແມ່ນໍ້າເກບາກໃນບາບີໂລນ. ຟ້າສະຫວັນໄດ້ຖືກໄຂອອກ ແລະຂ້າພະເຈົ້າກໍໄດ້ເຫັນນິມິດຂອງພຣະເຈົ້າ. 2 ແມ່ນປີທີຫ້າ ນັບແຕ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. 3 ທີ່ແຄມແມ່ນໍ້າເກບາກໃນບາບີໂລນນັ້ນ ຂ້າພະເຈົ້າໄດ້ຍິນຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າ ແລະຣິດເດດຂອງພຣະເຈົ້າຢາເວກໍໄດ້ຄວບຄຸມຂ້າພະເຈົ້າ. 4 ແລ້ວຂ້າພະເຈົ້າກໍເງີຍໜ້າຂຶ້ນ ແລະເຫັນລົມພະຍຸກຳລັງພັດມາແຕ່ທາງທິດເໜືອ. ຟ້າແມບເຫລື້ອມສາດແສງອອກມາຈາກເມກກ້ອນໃຫຍ່ ແລະທ້ອງຟ້າກໍລຸກຂຶ້ນເປັນໄຟອ້ອມຮອບ. ບ່ອນທີ່ມີແສງຟ້າແມບເຫລື້ອມນັ້ນ ມີສິ່ງໜຶ່ງສ່ອງແສງເໝືອນທອງສຳຣິດ. 5 ໃນໃຈກາງຂອງພະຍຸນັ້ນ ຂ້າພະເຈົ້າໄດ້ເຫັນຮູບຮ່າງຂອງສິ່ງທີ່ມີຊີວິດສີ່ຕົນ ເບິ່ງເໝືອນຮູບຮ່າງຂອງມະນຸດ 6 ແຕ່ລະຕົນນັ້ນ ມີສີ່ໜ້າແລະສີ່ປີກ. 7 ຂາພວກມັນຊື່ຕົງແລະຕີນພວກມັນເບິ່ງແລ້ວຄືເລັບງົວເຖິກ ມີມືສ່ອງແສງດັ່ງທອງສຳຣິດ. 8 ນອກຈາກໜ້າສີ່ໜ້າແລະປີກສີ່ປີກແລ້ວ ແຕ່ລະຕົນນັ້ນຍັງມີສີ່ມືດັ່ງມືຂອງມະນຸດ ຄືມືແຕ່ລະເບື້ອງຢູ່ລຸ່ມປີກ. 9 ປີກສອງປີກຂອງແຕ່ລະຕົນ ພືອອກໄປຈຸກັບປີກຂອງກັນແລະກັນເປັນຮູບສີ່ຫລ່ຽມ. ເມື່ອພວກມັນເຄື່ອນຍ້າຍ ພວກມັນກໍຈະໄປເປັນໝູ່ໂດຍບໍ່ຫັນຕົນຕົວ. 10 ແຕ່ລະຕົນນັ້ນມີໜ້າສີ່ໜ້າບໍ່ຄືກັນເຊັ່ນ: ຢູ່ເບື້ອງໜ້າເປັນໜ້າຂອງມະນຸດ, ຢູ່ເບື້ອງຂວາເປັນໜ້າຂອງສິງ ຢູ່ເບື້ອງຊ້າຍເປັນໜ້າຂອງງົວເຖິກ ແລະຢູ່ເບື້ອງຫລັງເປັນໜ້າຂອງນົກອິນຊີ. 11 ປີກສອງປີກ ຂອງແຕ່ລະຕົນພືອອກໄປຈຸກັບປາຍປີກຂອງຕົນອື່ນ ແລະສອງປີກອື່ນອີກກໍປົກຫຸ້ມຕົນຕົວໄວ້. 12 ແຕ່ລະຕົນໄດ້ຫັນໜ້າໄປສູ່ທິດທັງສີ່. ສະນັ້ນ ພວກມັນຈຶ່ງໄປເປັນໝູ່ສູ່ບ່ອນທີ່ພວກມັນຢາກໄປໄດ້ ໂດຍບໍ່ຕ້ອງຫັນຕົນຕົວ. 13 ໃນຫວ່າງກາງ ພວກມັນ ມີສິ່ງໜຶ່ງເບິ່ງຄ້າຍຄືໂຄມໄຟ ເຄື່ອນໄຫວຢູ່ຕະຫລອດເວລາ. ຄັນໄຟລຸກພຸ່ງຂຶ້ນເມື່ອໃດ ຟ້າກໍແມບເຫລື້ອມຂຶ້ນເມື່ອນັ້ນ. 14 ພວກມັນກະໂດດໄປມາເອງດ້ວຍຄວາມໄວສຸດຂີດ ເໝືອນດັ່ງຟ້າຜ່າ. 15 ໃນຂະນະທີ່ຂ້າພະເຈົ້າຫລຽວເບິ່ງສິ່ງທີ່ມີຊີວິດທັງສີ່ນັ້ນ ຂ້າພະເຈົ້າກໍເຫັນກົງລໍ້ສີ່ອັນ ຈຸພື້ນດິນຢູ່ຂ້າງແຕ່ລະຕົນຂອງພວກມັນ. 16 ລໍ້ທັງສີ່ນັ້ນຄືກັນໝົດ ແຕ່ລະອັນສ່ອງແສງເໝືອນດັ່ງເພັດພອຍ ແລະແຕ່ລະລໍ້ກໍມີລໍ້ອີກອັນໜຶ່ງຕັດຜ່ານທາງກາງ 17 ເພື່ອວ່າລໍ້ເຫຼົ່ານັ້ນຈະເຄື່ອນຍ້າຍໄປມາໄດ້ໃນທິດທັງສີ່. 18 ຂອບວົງລໍ້ມີຕາເຕັມໄປໝົດ. 19 ສິ່ງທີ່ມີຊີວິດນັ້ນຍ້າຍໄປເມື່ອໃດ ລໍ້ກໍຍ້າຍໄປນຳເມື່ອນັ້ນ ແລະຖ້າສິ່ງທີ່ມີຊີວິດນັ້ນເຫາະຂຶ້ນຈາກແຜ່ນດິນໄປຍາມໃດ ລໍ້ກໍເຫາະຂຶ້ນນຳຍາມນັ້ນ. 20 ເມື່ອສິ່ງທີ່ມີຊີວິດນັ້ນໄປບ່ອນໃດທີ່ມັນຕ້ອງການ ລໍ້ກໍໄປນຳບ່ອນນັ້ນໂລດ ເພາະມັນເປັນຜູ້ຄວບຄຸມລໍ້. 21 ສະນັ້ນ ທຸກເທື່ອທີ່ສິ່ງທີ່ມີຊີວິດນັ້ນເຄື່ອນຍ້າຍໄປຫລືຢຸດຢູ່ ຫລືເຫາະຂຶ້ນໃນອາກາດ ລໍ້ນັ້ນກໍເຄື່ອນຍ້າຍໄປນຳທັນທີ. 22 ຢູ່ເທິງຫົວສິ່ງທີ່ມີຊີວິດນັ້ນມີສິ່ງໜຶ່ງ ເບິ່ງເໝືອນວົງໂຄ້ງທີ່ເຮັດດ້ວຍແກ້ວຜະລຶກສີສົດໃສ. 23 ຢູ່ລຸ່ມວົງໂຄ້ງນັ້ນມີສິ່ງທີ່ມີຊີວິດຢືນຢູ່ ແຕ່ລະຕົນພືປີກສອງປີກອອກໄປຈຸກັບປາຍປີກຂອງຕົນອື່ນ ແລະອີກສອງປີກອື່ນໄດ້ປົກຫຸ້ມຕົວມັນເອງໄວ້. 24 ເມື່ອສິ່ງທີ່ມີຊີວິດເຫຼົ່ານັ້ນບິນໄປ ຂ້າພະເຈົ້າກໍໄດ້ຍິນສຽງປີກດັງເໝືອນສຽງຄື້ນຂອງທະເລ, ເໝືອນສຽງຂອງກອງທັບໃຫຍ່ ເໝືອນສຽງຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ເມື່ອເຊົາບິນ ພວກມັນກໍຫຸບປີກເຂົ້າໄວ້ 25 ແຕ່ຍັງມີສຽງໜຶ່ງດັງອອກມາຈາກວົງໂຄ້ງຢູ່ເໜືອຫົວຂອງພວກມັນ. 26 ຢູ່ເທິງວົງໂຄ້ງນັ້ນມີສິ່ງໜຶ່ງ ເບິ່ງເໝືອນບັນລັງທີ່ເຮັດດ້ວຍແກ້ວມໍຣະກົດ ແລະມີຮູບຮ່າງໜຶ່ງເບິ່ງເໝືອນມະນຸດທີ່ກຳລັງນັ່ງເທິງບັນລັງນັ້ນ. 27 ຂ້າພະເຈົ້າໄດ້ເຫັນຮູບຮ່າງນັ້ນເຫລື້ອມຍິບຍັບເໝືອນທອງສຳຣິດຢູ່ໃນໄຟ. ມັນສ່ອງແສງເຫລືອງເຫລື້ອມທົ່ວໄປ 28 ຊຶ່ງຢູ່ໃນນັ້ນມີສີສັນຕ່າງໆຂອງຮຸ້ງກິນນໍ້າ. ອັນນີ້ ແມ່ນສະຫງ່າຣາສີທີ່ສຳແດງໃຫ້ຮູ້ວ່າ ພຣະເຈົ້າຢາເວສະຖິດຢູ່ໃນທີ່ນັ້ນ. ເມື່ອຂ້າພະເຈົ້າໄດ້ເຫັນດັ່ງນີ້ແລ້ວຈຶ່ງໝູບໜ້າລົງກັບພື້ນດິນ ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງກ່າວຈາ. |
@ 2012 United Bible Societies. All Rights Reserved.