Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 9 - ພຣະຄຳພີສັກສິ


ຝູງສັດ​ຕາຍ

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ ແລະ​ບອກ​ລາວ​ອີກ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.

2 ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ

3 ມື​ຂອງ​ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ໂດຍ​ຈະ​ໃຫ້​ເກີດ​ໂຣກ​ລະບາດ​ຢ່າງ​ຮ້າຍແຮງ ແກ່​ຝູງສັດ​ທັງຫລາຍ​ຄື: ມ້າ, ລໍ, ອູດ, ງົວ, ແກະ ແລະ​ແບ້.

4 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ກັນ​ລະຫວ່າງ​ສັດ​ຂອງ​ຊາວ​ອິດສະຣາເອນ ແລະ​ສັດ​ຂອງ​ຊາວ​ເອຢິບ ແລະ​ຝູງສັດ​ຂອງ​ຊາວ​ອິດສະຣາເອນ​ຈະ​ບໍ່​ຕາຍ​ຈັກໂຕ.

5 ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ໃນ​ມື້ອື່ນ.”’

6 ແລະ​ມື້​ຕໍ່ມາ ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ນັ້ນ​ຄື: ສັດ​ຂອງ​ຊາວ​ເອຢິບ​ຕາຍ​ໝົດ ແຕ່​ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.

7 ກະສັດ​ຟາໂຣ​ສອບ​ຖາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຈຶ່ງ​ຮູ້​ວ່າ ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່ໄດ້​ຕາຍ​ແມ່ນແຕ່​ໂຕ​ດຽວ. ແຕ່​ກະສັດ​ຟາໂຣ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຕາມເຄີຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.


ຕຸ່ມຝີ

8 ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໂມເຊ​ກັບ​ອາໂຣນ​ວ່າ, “ຈົ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ສອງ​ຫລື​ສາມ​ກຳ​ຈາກ​ເຕົາ ແລະ​ໃຫ້​ໂມເຊ​ຫວ່ານ​ຂຶ້ນ​ເທິງ​ອາກາດ​ຕໍ່ໜ້າ​ກະສັດ​ຟາໂຣ.

9 ແລ້ວ​ຂີ້ເຖົ່າ​ນັ້ນ​ກໍ​ຈະ​ປິວ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ​ເມັດ​ນ້ອຍໆ​ທົ່ວ​ປະເທດ​ເອຢິບ ແລະ​ທຸກ​ບ່ອນ​ທີ່​ຂີ້ຝຸ່ນ​ດິນ​ນີ້​ຕົກ​ຖືກ​ຈະ​ເກີດ​ຕຸ່ມຝີ​ຕາມ​ຕົນຕົວ ຊຶ່ງ​ແຕກ​ເປັນ​ບາດ​ລາມ​ໄປ​ຕາມ​ຮ່າງກາຍ​ຂອງ​ຄົນ​ແລະ​ສັດ.”

10 ສະນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ໄປ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ; ໂມເຊ​ຫວ່ານ​ຂີ້ເຖົ່າ​ໄຟ​ນັ້ນ​ຂຶ້ນ​ສູ່​ອາກາດ ແລະ​ມັນ​ກໍ​ປິວ​ໄປ​ຕົກ​ໃສ່​ຄົນ ແລະ​ສັດ​ອັນ​ເປັນ​ເຫດ​ໃຫ້​ເກີດ​ຕຸ່ມຝີ ແລະ​ແຕກ​ເປັນ​ບາດແຜ​ຕາມ​ຕົນຕົວ.

11 ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.

12 ແຕ່​ພຣະເຈົ້າຢາເວ​ຍັງ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ. ເພິ່ນ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ໝາກເຫັບ

13 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ຕັ້ງແຕ່​ເຊົ້າ​ມືດ ແລະ​ບອກ​ລາວ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.

14 ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.

15 ຖ້າ​ເຮົາ​ຍົກ​ມື​ຂຶ້ນ​ທຳຮ້າຍ​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ ພວກເຈົ້າ​ກໍ​ຈະ​ດັບສູນ​ກັນ​ໝົດ.

16 ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.

17 ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.

18 ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.

19 ບັດນີ້ ຈົ່ງ​ຕ້ອນ​ຝູງສັດ ແລະ​ສິ່ງຂອງ​ຕ່າງໆ​ໃນ​ກາງ​ແຈ້ງ​ເຂົ້າ​ສູ່​ບ່ອນ​ກຳບັງ. ຄົນ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ທີ່​ຢູ່​ນອກ ຈະ​ຖືກ​ໝາກເຫັບ​ລູກ​ໃຫຍ່​ຕົກ​ໃສ່​ຕາຍ​ໝົດ.”’

20 ເມື່ອ​ໄດ້ຍິນ​ດັ່ງນີ້ ບັນດາ​ຂ້າຣາຊການ​ຂອງ​ກະສັດ​ຟາໂຣ​ບາງຄົນ​ກໍ​ເກີດ​ມີ​ຄວາມ​ຢ້ານ ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ; ພວກເຂົາ​ຈຶ່ງ​ນຳ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ເຂົ້າ​ສູ່​ບ່ອນ​ກຳບັງ.

21 ແຕ່​ຄົນອື່ນ​ທີ່​ບໍ່​ສົນໃຈ​ຕໍ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ກໍ​ປ່ອຍ​ໃຫ້​ພວກ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ຢູ່​ທົ່ງນາ​ກາງ​ແຈ້ງ.

22 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ໝາກເຫັບ​ໃຫຍ່​ກໍ​ຈະ​ຕົກ​ທົ່ວ​ປະເທດ​ເອຢິບ ຖືກ​ຄົນ, ສັດ​ທັງຫລາຍ ແລະ​ພືດພັນ​ທັງໝົດ​ຕາມ​ທົ່ງໄຮ່​ທົ່ງນາ.”

23 ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງຕົນ​ຂຶ້ນ​ສູ່​ສະຫວັນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ຟ້າຮ້ອງ, ໝາກເຫັບ​ແລະ​ໄຟ​ໄດ້​ຕົກລົງ​ມາ​ເທິງ​ໜ້າດິນ. ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ດັ່ງ​ຫ່າຝົນ​ຕົກລົງ​ເທິງ​ປະເທດ​ເອຢິບ.

24 ມີ​ໝາກເຫັບ​ແລະ​ໄຟ​ປົນ​ໝາກເຫັບ​ຕົກ​ລົງມາ​ຢ່າງ​ໜັກ ແບບ​ທີ່​ບໍ່ເຄີຍ​ມີ​ມາ​ຈັກເທື່ອ ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ, ຕັ້ງແຕ່​ເອຢິບ​ເລີ້ມ​ເປັນ​ປະເທດ​ມາ.

25 ສິ່ງສາລະພັດ​ໃນ​ທົ່ງນາ​ກາງ​ແຈ້ງ​ທົ່ວ​ປະເທດ ຕະຫລອດ​ທັງ​ຄົນ ແລະ​ສັດ​ໄດ້​ຖືກ​ໝາກເຫັບ​ໃຫຍ່ ຕົກລົງ​ມາ​ທຳລາຍ​ຈົນ​ຈິບຫາຍ​ໝົດ. ພືດຜົນ​ພ້ອມ​ທັງ​ຕົ້ນໄມ້​ໃນ​ທົ່ງໄຮ່​ທົ່ງນາ​ກໍ​ລົ້ມ​ທະລາຍ​ຕາຍ​ກ້ຽງ.

26 ມີ​ແຕ່​ເຂດ​ໂກເຊັນ ບ່ອນ​ທີ່​ຊາວ​ອິດສະຣາເອນ​ອາໄສ​ຢູ່​ເທົ່ານັ້ນ​ທີ່​ໝາກເຫັບ​ບໍ່ໄດ້​ຕົກ​ໃສ່.

27 ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.

28 ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເຖີດ ໝາກເຫັບ​ແລະ​ຟ້າຮ້ອງ​ໄດ້​ລົງໂທດ​ເຮົາ​ໜັກ​ພໍ​ແລ້ວ ເຮົາ​ຂໍ​ສັນຍາ​ວ່າ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ; ພວກເຈົ້າ​ບໍ່​ຈຳເປັນ​ຢູ່​ທີ່​ນີ້​ອີກ​ຕໍ່ໄປ​ດອກ.”

29 ໂມເຊ​ຈຶ່ງ​ບອກ​ກະສັດ​ຟາໂຣ​ວ່າ, “ເມື່ອ​ຂ້ານ້ອຍ​ອອກ​ໄປ​ຈາກ​ເມືອງ​ນີ້​ແລ້ວ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ​ຈະ​ຢຸດ​ແລະ​ໝາກເຫັບ​ກໍ​ຈະ​ບໍ່ມີ​ອີກ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງ​ພຣະເຈົ້າຢາເວ.

30 ແຕ່​ຂ້ານ້ອຍ​ຮູ້​ຢູ່​ວ່າ ທ່ານ​ກັບ​ບັນດາ​ຂ້າຣາຊການ​ຂອງທ່ານ ຈະ​ຍັງ​ບໍ່​ຢຳເກງ​ພຣະເຈົ້າຢາເວ​ພຣະເຈົ້າ​ເທື່ອ.”

31 ຕົ້ນ​ປ່ານ ແລະ​ຕົ້ນ​ເຂົ້າເດືອຍ​ໄດ້​ຖືກ​ທຳລາຍ​ໝົດກ້ຽງ ເພາະ​ຕົ້ນ​ປ່ານ​ກຳລັງ​ອອກ​ດອກ ແລະ​ຕົ້ນ​ເຂົ້າເດືອຍ​ກໍ​ກຳລັງ​ມີ​ຮວງ.

32 ແຕ່​ເຂົ້າ​ບະເລ​ນັ້ນ​ບໍ່ໄດ້​ຖືກ​ທຳລາຍ ເພາະ​ຍັງ​ບໍ່ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.

33 ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ. ຫລັງຈາກ​ອອກ​ຈາກ​ຕົວເມືອງ​ແລ້ວ ເພິ່ນ​ກໍໄດ້​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ, ໝາກເຫັບ ແລະ​ຝົນ​ຈຶ່ງ​ເຊົາ​ຕົກ.

34 ເມື່ອ​ກະສັດ​ຟາໂຣ​ໄດ້​ເຫັນ​ເປັນ​ແນວ​ນັ້ນ ເພິ່ນ​ກໍ​ກະທຳ​ບາບ​ອີກ. ເພິ່ນ​ເອງ​ແລະ​ຂ້າຣາຊການ​ແຮ່ງ​ເກີດ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ຫລາຍກວ່າ​ເກົ່າ

35 ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan