Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 8 - ພຣະຄຳພີສັກສິ


ຝູງ​ກົບ

1 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.

2 ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ຈະ​ໃຫ້​ມີ​ຝູງ​ກົບ​ທົ່ວ​ປະເທດ.

3 ແມ່ນໍ້ານິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ, ເຂົ້າ​ໄປ​ໃນ​ຫ້ອງ​ນອນ, ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ, ໃນ​ເຮືອນ​ຂອງ​ປະຊາຊົນ ແລະ​ແມ່ນແຕ່​ໃນ​ເຕົາ​ອົບ​ແລະ​ໃນ​ຮາງ​ນວດແປ້ງ.

4 ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’

5 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ແລະ​ໜອງ​ບຶງ​ທັງຫລາຍ ເພື່ອ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເຕັມ​ທົ່ວ​ໄປ​ໃນ​ດິນແດນ​ເອຢິບ.”

6 ດັ່ງນັ້ນ ອາໂຣນ​ຈຶ່ງ​ເດ່​ໄມ້ຄ້ອນເທົ້າ​ຊີ້​ໄປ​ທາງ​ແມ່ນໍ້າ​ລຳຄອງ​ທັງຫລາຍ​ຢູ່​ໃນ​ປະເທດ​ເອຢິບ ແລະ​ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະເທດ.

7 ແຕ່​ບັນດາ​ໝໍມົນ​ກໍໄດ້​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ໜ້າ​ດິນ​ໄດ້​ເຊັ່ນດຽວ​ກັນ.

8 ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”

9 ໂມເຊ​ຈຶ່ງ​ຕອບ​ກະສັດ​ຟາໂຣ​ວ່າ, “ຂ້ານ້ອຍ​ເຕັມໃຈ​ທີ່​ຈະ​ພາວັນນາ​ອະທິຖານ​ເພື່ອ​ທ່ານ ຂໍ​ທ່ານ​ກຳນົດ​ເວລາ​ໃຫ້​ຂ້ານ້ອຍ​ມາ​ພາວັນນາ​ອະທິຖານ​ສຳລັບ​ທ່ານ​ເອງ, ພວກ​ຂ້າຣາຊການ ແລະ​ປະຊາຊົນ​ຂອງທ່ານ​ໄວ້​ເຖີດ ແລ້ວ​ກົບ​ກໍ​ຈະ​ຖືກ​ໄລ່​ໃຫ້​ໜີໄປ, ມັນ​ຈະ​ໜີໄປ​ໝົດ ແລະ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”

10 ກະສັດ​ຟາໂຣ​ບອກ​ວ່າ, “ໃຫ້​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ໃນ​ມື້ອື່ນ.” ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ​ນັ້ນ ແລ້ວ​ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.

11 ຝູງ​ກົບ​ຈະ​ໜີໄປ​ຈາກ​ທ່ານ, ຈາກ​ວັງ, ຈາກ​ບັນດາ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ ແລະ​ມັນ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”

12 ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ອຳລາ​ກະສັດ​ຟາໂຣ​ກັບ​ເມືອ. ໂມເຊ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ເຊົາ​ໃຊ້​ຝູງ​ກົບ​ທໍລະມານ​ກະສັດ​ຟາໂຣ.

13 ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ໂມເຊ ແລະ​ຝູງ​ກົບ​ທີ່​ຢູ່​ໃນ​ເຮືອນ, ໃນ​ເດີ່ນ​ບ້ານ ແລະ​ໃນ​ທົ່ງນາ​ກໍ​ຕາຍໄປ​ຈົນ​ໝົດ​ສິ້ນ.

14 ຊາວ​ເອຢິບ​ເອົາ​ກົບ​ຕາຍ​ມາ​ໂຮມ​ໄວ້​ເປັນ​ກອງ​ໃຫຍ່ ອັນ​ເປັນ​ເຫດ​ໃຫ້​ປະເທດ​ເອຢິບ​ເນົ່າເໝັນ​ທົ່ວໄປ.

15 ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ຝູງ​ຮີ້ນ

16 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ກໍ​ຈະ​ກາຍເປັນ​ຮີ້ນ​ຢູ່​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.”

17 ສະນັ້ນ ອາໂຣນ​ຈຶ່ງ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ດິນ​ກໍ​ກາຍເປັນ​ຮີ້ນ​ຢູ່​ເຕັມ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ. ມັນ​ຕອມ​ຄົນ​ແລະ​ສັດ.

18 ພວກ​ໝໍມົນ​ໄດ້​ພະຍາຍາມ​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ​ຂັບໄລ່​ຮີ້ນ​ໜີໄປ ແຕ່​ເຮັດ​ບໍ່ໄດ້. ຮີ້ນ​ຈຶ່ງ​ຕອມ​ຢູ່​ເຕັມ​ທົ່ວ​ທຸກ​ບ່ອນ

19 ແລະ​ພວກ​ໝໍມົນ​ຈຶ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ, “ແມ່ນ​ພຣະເຈົ້າ​ທີ່​ເຮັດ​ສິ່ງ​ນີ້!” ແຕ່​ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຄື​ເກົ່າ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ຝູງເຫລືອກ

20 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ມື້ອື່ນ​ແຕ່​ເຊົ້າ​ມືດ ເຈົ້າ​ຈົ່ງ​ໄປ​ພົບ​ກະສັດ​ຟາໂຣ ໃນ​ຂະນະທີ່​ລາວ​ໄປ​ຍັງ​ແມ່ນໍ້າ​ນິນ. ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.

21 ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ສົ່ງ​ຝູງເຫລືອກ​ມາ​ຕອມ​ຕົວ​ເຈົ້າ, ບັນດາ​ຂ້າຣາຊການ​ຂອງ​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ວັງ​ຂອງ​ເຈົ້າ. ຕາມ​ບ້ານເຮືອນ​ແລະ​ຕາມ​ໜ້າດິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງເຫລືອກ.

22 ແຕ່​ເຮົາ​ຈະ​ຍົກເວັ້ນ​ເຂດ​ໂກເຊັນ ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ອາໄສ​ຢູ່. ບ່ອນ​ນີ້​ຈະ​ບໍ່ມີ​ຝູງເຫລືອກ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ກໍ​ເພື່ອ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ກໍ​ຢູ່​ເໜືອ​ທ່າມກາງ​ດິນແດນ​ນີ້.

23 ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ ລະຫວ່າງ​ປະຊາຊົນ​ຂອງເຮົາ ແລະ​ປະຊາຊົນ​ຂອງ​ເຈົ້າ. ໝາຍສຳຄັນ​ການ​ອັດສະຈັນ​ນີ້​ຈະ​ເກີດຂຶ້ນ​ໃນ​ມື້ອື່ນ.”’

24 ແລ້ວ​ພຣະເຈົ້າຢາເວ​ກໍ​ໃຊ້​ຝູງເຫລືອກ​ອັນ​ມະຫາສານ ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ​ຟາໂຣ​ພ້ອມ​ທັງ​ທີ່ພັກ​ຂອງ​ພວກ​ຂ້າຣາຊການ. ທົ່ວ​ປະເທດ​ເອຢິບ​ໄດ້​ຮັບ​ຜົນ​ເສຍຫາຍ​ຍ້ອນ​ຝູງເຫລືອກ​ນີ້.

25 ຕໍ່ມາ ກະສັດ​ຟາໂຣ​ໄດ້​ເອີ້ນ​ໂມເຊ ແລະ​ອາໂຣນ​ເຂົ້າ​ມາ​ພົບ ແລະ​ບອກ​ວ່າ, “ຈົ່ງ​ອອກ​ໄປ​ສາ ຈົ່ງ​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃນ​ເຂດແດນ​ເອຢິບ​ນີ້​ສາ.”

26 ໂມເຊ​ຕອບ​ວ່າ, “ບໍ່ໄດ້ດອກ ເພາະວ່າ​ຊາວ​ເອຢິບ​ຈະ​ກຽດຊັງ ໂດຍ​ການ​ຂ້າ​ສັດ​ຖວາຍບູຊາ​ຂອງ​ພວກ​ຂ້ານ້ອຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຖ້າ​ພວກ​ຂ້ານ້ອຍ​ໃຊ້​ສັດ​ເຫຼົ່ານີ້​ເປັນ​ເຄື່ອງ​ຖວາຍບູຊາ ໃນ​ບ່ອນ​ທີ່​ພວກເຂົາ​ເຫັນ​ພວກ​ຂ້ານ້ອຍ, ພວກເຂົາ​ກໍ​ຈະ​ເອົາ​ກ້ອນຫີນ​ຄວ່າງ​ໃສ່​ພວກ​ຂ້ານ້ອຍ​ໃຫ້​ຕາຍ.

27 ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”

28 ກະສັດ​ຟາໂຣ​ບອກ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ໄປ​ໄກ. ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ສາ.”

29 ໂມເຊ​ຕອບ​ວ່າ, “ເມື່ອ​ຂ້ານ້ອຍ​ກັບຄືນ​ເມືອ​ແລ້ວ ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ຂໍ​ໃຫ້​ຝູງເຫລືອກ​ໜີໄປ​ຈາກ​ທ່ານ ຈາກ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ​ໃນ​ມື້ອື່ນ. ແຕ່​ຂໍ​ທ່ານ​ຢ່າ​ຫລອກລວງ​ພວກ​ຂ້ານ້ອຍ​ຕໍ່ໄປ ແລະ​ຢ່າ​ຂັດຂວາງ​ພວກຂ້ານ້ອຍ ເພື່ອ​ໄປ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”

30 ໂມເຊ​ອຳລາ​ຈາກ​ກະສັດ​ຟາໂຣ ແລະ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ

31 ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ. ຝູງເຫລືອກ​ໄດ້​ໜີໄປ​ຈາກ​ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ຕະຫລອດ​ທັງ​ປະຊາຊົນ​ດ້ວຍ; ບໍ່ມີ​ເຫລືອກ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ເລີຍ.

32 ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan