ອົບພະຍົບ 7 - ພຣະຄຳພີສັກສິ1 ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ເຮົາຈະເຮັດໃຫ້ເຈົ້າເປັນດັ່ງພຣະເຈົ້າຕໍ່ໜ້າກະສັດຟາໂຣ ແລະອາໂຣນອ້າຍຂອງເຈົ້າຈະເວົ້າຕໍ່ກະສັດຟາໂຣ ດັ່ງຜູ້ທຳນວາຍຂອງເຈົ້າ. 2 ຈົ່ງບອກອາໂຣນໃຫ້ຮູ້ທຸກໆສິ່ງທີ່ເຮົາສັ່ງເຈົ້ານັ້ນ ແລະແມ່ນອາໂຣນເອງ ທີ່ຈະເປັນຜູ້ບອກກະສັດຟາໂຣໃຫ້ປ່ອຍຊາວອິດສະຣາເອນ ອອກໄປຈາກປະເທດຂອງລາວ. 3 ແຕ່ເຮົາຈະເຮັດໃຫ້ກະສັດຟາໂຣໃຈແຂງ ທັງບໍ່ຍອມເຊື່ອຟັງເຈົ້າ ແມ່ນວ່າເຮົາຈະເຮັດການອິດທີຣິດ ແລະການອັດສະຈັນອັນຍິ່ງໃຫຍ່ນາໆປະການ ທີ່ປະເທດເອຢິບກໍຕາມ. 4 ຫລັງຈາກນັ້ນ ເຮົາຈະລົງໂທດປະເທດເອຢິບຢ່າງໜັກ ແລະຈະນຳປະຊາຊົນເຜົ່າຕ່າງໆຂອງເຮົາອອກໄປຈາກປະເທດ. 5 ຊາວເອຢິບຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ກໍຕໍ່ເມື່ອເຮົາໃຊ້ຣິດອຳນາດຂອງເຮົາຕໍ່ສູ້ພວກເຂົາ ແລະນຳຊາວອິດສະຣາເອນອອກໄປຈາກປະເທດຂອງພວກເຂົາເທົ່ານັ້ນ.” 6 ໂມເຊ ແລະອາໂຣນກໍປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 7 ເມື່ອທັງສອງໄດ້ເຂົ້າໄປກ່າວຕໍ່ກະສັດຟາໂຣນັ້ນ; ໂມເຊອາຍຸໄດ້ ແປດສິບປີແລະອາໂຣນອາຍຸໄດ້ ແປດສິບສາມປີ. ອາໂຣນໃຊ້ໄມ້ຄ້ອນເທົ້າເຮັດການອັດສະຈັນ 8 ພຣະເຈົ້າຢາເວໄດ້ບອກໂມເຊແລະອາໂຣນວ່າ, 9 “ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.” 10 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປພົບກະສັດຟາໂຣ ແລະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງດິນ ຕໍ່ໜ້າບັນດາຂ້າຣາຊການ ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. 11 ຝ່າຍກະສັດຟາໂຣກໍເອີ້ນບັນດານັກປາດ ແລະບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ. 12 ພວກເຂົາໄດ້ຖິ້ມໄມ້ຄ້ອນເທົ້າຂອງພວກເຂົາລົງ ແລະໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. ແຕ່ງູຂອງອາໂຣນໄດ້ກືນກິນງູຂອງພວກເຂົາ. 13 ເຖິງປານນັ້ນກໍຕາມ ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຢູ່ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້. ໄພພິບັດຕ່າງໆມາຖືກປະເທດເອຢິບ: ນໍ້າກາຍເປັນເລືອດ 14 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ກະສັດຟາໂຣໃຈແຂງກະດ້າງດື້ດຶງຫລາຍ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ. 15 ສະນັ້ນ ໃຫ້ເຈົ້າໄປພົບກະສັດຟາໂຣໃນຕອນເຊົ້າ ເມື່ອລາວລົງໄປທີ່ແມ່ນໍ້ານິນ. ໃຫ້ຖືໄມ້ຄ້ອນເທົ້າທີ່ກາຍເປັນງູນັ້ນໄປນຳ ແລະຄອຍຖ້າລາວຢູ່ແຄມແມ່ນໍ້າ. 16 ແລ້ວຈົ່ງກ່າວຕໍ່ກະສັດຟາໂຣວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ໄດ້ໃຊ້ຂ້ານ້ອຍມາເພື່ອບອກໃຫ້ທ່ານປ່ອຍປະຊາຊົນຂອງພຣະອົງໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການພຣະອົງທີ່ຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ ທ່ານກໍຍັງບໍ່ເຊື່ອຟັງພຣະອົງ. 17 ບັດນີ້ ພຣະເຈົ້າຢາເວກ່າວວ່າ, ດ້ວຍເຫດການນີ້ ທ່ານຈະຮູ້ຈັກວ່າເຮົາແມ່ນພຣະເຈົ້າຢາເວ. ເບິ່ງເຖີດ ຂ້ານ້ອຍຈະເອົາໄມ້ຄ້ອນເທົ້າຕີນໍ້າ ແລະນໍ້າກໍຈະກາຍເປັນເລືອດ. 18 ປາຈະຕາຍໝົດ, ນໍ້າຈະເນົ່າເໝັນ ແລະຊາວເອຢິບກໍຈະດື່ມນໍ້າບໍ່ໄດ້.”’ 19 ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ຕະຫລອດທັງໜອງບຶງ ແລະອ່າງນໍ້າໃນປະເທດເອຢິບ. ແລ້ວນໍ້າໃນບ່ອນທັງໝົດນັ້ນຈະກາຍເປັນເລືອດ ແລະທົ່ວປະເທດກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງທີ່ເຮັດດ້ວຍໄມ້ ແລະໃນໄຫທີ່ເຮັດດ້ວຍຫີນ.” 20 ແລ້ວໂມເຊ ແລະອາໂຣນກໍເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ບອກນັ້ນທຸກປະການ ຕໍ່ໜ້າກະສັດຟາໂຣແລະບັນດາຂ້າຣາຊການຂອງເພິ່ນ ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນຕີໜ້ານໍ້າ ແລະນໍ້າກໍກາຍເປັນເລືອດຢູ່ໃນທຸກໆບ່ອນທີ່ມີນໍ້າ. 21 ຝູງປາໃນແມ່ນໍ້າຕາຍໝົດ ແລະນໍ້າກໍເນົ່າເໝັນ ຈົນຊາວເອຢິບດື່ມນໍ້າໃນແມ່ນໍ້າບໍ່ໄດ້ ເພາະວ່າມີເລືອດທົ່ວໄປໃນປະເທດເອຢິບ. 22 ແລ້ວບັນດາໝໍມົນຂອງກະສັດຟາໂຣກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທຳໄດ້ຄືກັນ ແລະກະສັດຟາໂຣແຮ່ງໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣຈຶ່ງບໍ່ເຊື່ອຟັງໂມເຊແລະອາໂຣນ. 23 ເພິ່ນບໍ່ສົນໃຈໃນເຫດການນັ້ນເລີຍ ແຕ່ກັບຄືນເມືອວັງຂອງເພິ່ນດ້ວຍທ່າທີ່ອັນເບີດເສີຍ. 24 ຊາວເອຢິບທົ່ວປະເທດຕ່າງກໍຂຸດນໍ້າສ້າງຕາມແຄມແມ່ນໍ້ານິນ ຍ້ອນວ່າພວກເຂົາດື່ມນໍ້າຢູ່ໃນແມ່ນໍ້ານິນບໍ່ໄດ້. 25 ເຈັດວັນຜ່ານໄປ ຫລັງຈາກທີ່ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້ານິນກາຍເປັນເລືອດ. |
@ 2012 United Bible Societies. All Rights Reserved.