Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 5 - ພຣະຄຳພີສັກສິ


ໂມເຊ​ແລະ​ອາໂຣນ​ເຂົ້າ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ

1 ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’

2 ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”

3 ໂມເຊ​ແລະ​ອາໂຣນ​ຕອບ​ຄືນ​ວ່າ, “ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ປາກົດ​ແກ່​ພວກເຮົາ. ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ເດີນທາງ​ເປັນ​ໄລຍະ​ສາມ​ວັນ ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ຖ້າບໍ່​ດັ່ງນັ້ນ ພຣະອົງ​ຈະ​ຂ້າ​ພວກເຮົາ​ດ້ວຍ​ໂຣກໄພ​ໄຂ້ເຈັບ​ຫລື​ດ້ວຍ​ເສິກ​ສົງຄາມ.”

4 ແຕ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂມເຊ​ແລະ​ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ ປະຖິ້ມ​ວຽກ​ຂອງ​ພວກເຂົາ​ໄປ? ຈົ່ງ​ໃຫ້​ພວກ​ທາດຮັບໃຊ້​ເຫຼົ່ານີ້​ກັບຄືນ​ໄປ​ເຮັດ​ວຽກ​ດຽວ​ນີ້!

5 ປະຊາຊົນ​ພວກ​ນີ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ. ບັດນີ້ ພວກເຈົ້າ​ຢາກ​ໃຫ້​ພວກເຂົາ​ເຊົາ​ເຮັດ​ວຽກ​ຊັ້ນບໍ?”

6 ໃນ​ມື້ນັ້ນເອງ ກະສັດ​ຟາໂຣ​ໄດ້​ສັ່ງ​ຜູ້​ຄຸມງານ​ຊາວ​ເອຢິບ ແລະ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄວ້​ວ່າ,

7 “ຢ່າ​ເອົາ​ເຟືອງ​ໃຫ້​ຊາວ​ອິດສະຣາເອນ​ໃຊ້​ເຮັດ​ດິນຈີ່​ຕໍ່ໄປ​ອີກ. ໃຫ້​ພວກເຂົາ​ໄປ​ຊອກຫາ​ເອົາ​ເອງ,

8 ແຕ່​ເຮັດ​ດິນຈີ່​ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ ບໍ່​ໃຫ້​ຫລຸດ​ແມ່ນແຕ່​ກ້ອນ​ດຽວ. ພວກເຂົາ​ກຽດຄ້ານ ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ມາ​ຂໍ​ອະນຸຍາດ​ນຳ​ເຮົາ ເພື່ອ​ໄປ​ຂ້າ​ສັດ​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຂົາ

9 ໃຫ້​ພວກເຂົາ​ເຮັດ​ວຽກ​ໜັກ​ຂຶ້ນ​ອີກ ເພື່ອ​ພວກເຂົາ​ຈະ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ ແລະ​ບໍ່ມີ​ເວລາ​ຟັງ​ຄຳ​ຕົວະຍົວະ​ຕ່າງໆ​ນາໆ​ອີກ​ຕໍ່ໄປ.”

10 ແລ້ວ​ຜູ້​ຄຸມງານ ແລະ​ຫົວໜ້າ​ຄົນງານ​ກໍໄດ້​ອອກ​ມາ ແລະ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ, “ຕໍ່ໄປນີ້ ກະສັດ​ຟາໂຣ​ຈະ​ບໍ່​ໃຫ້​ເຟືອງ​ແກ່​ພວກເຈົ້າ​ອີກ.

11 ເພິ່ນ​ບອກ​ວ່າ​ໃຫ້​ພວກເຈົ້າ​ໄປ​ຊອກຫາ​ເອົາ​ເອງ, ແຕ່​ຈຳນວນ​ດິນຈີ່​ນັ້ນ​ຕ້ອງ​ໃຫ້​ໄດ້​ເທົ່າ​ເດີມ.”

12 ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ແຍກຍ້າຍ​ກັນ​ໄປ​ຊອກຫາ​ເຟືອງ​ຢູ່​ທົ່ວ​ປະເທດ​ເອຢິບ.

13 ຝ່າຍ​ພວກ​ຜູ້​ຄຸມງານ​ກໍ​ພະຍາຍາມ​ບັງຄັບ​ພວກເຂົາ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ​ທຸກໆ​ວັນ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ມາ ເມື່ອ​ຄາວ​ທີ່​ພວກເຂົາ​ໄດ້​ຮັບ​ເຟືອງ.

14 ຜູ້​ຄຸມງານ​ທີ່​ເປັນ​ຄົນ​ເອຢິບ​ໄດ້​ຂ້ຽນຕີ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ ພ້ອມ​ກັບ​ໄດ້​ຖາມ​ວ່າ, “ເປັນຫຍັງ​ມື້ວານນີ້​ແລະ​ມື້ນີ້​ຈຶ່ງ​ບໍ່ໄດ້​ດິນຈີ່​ເຕັມ​ຈຳນວນ​ຄື​ແຕ່ກ່ອນ?”

15 ຕໍ່ມາ ພວກ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ ກໍໄດ້​ເຂົ້າ​ໄປ​ຮ້ອງທຸກ​ຕໍ່​ກະສັດ​ຟາໂຣ​ວ່າ, “ດ້ວຍເຫດໃດ​ທ່ານ​ຈຶ່ງ​ເຮັດ​ກັບ​ພວກ​ຄົນ​ຮັບໃຊ້​ຂອງທ່ານ​ຢ່າງ​ນີ້?

16 ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ເຟືອງ, ແຕ່​ຍັງ​ສັ່ງ​ໃຫ້​ເຮັດ​ດິນຈີ່​ຈຳນວນ​ເທົ່າ​ເດີມ ບໍ່​ພຽງແຕ່​ເທົ່ານັ້ນ ພວກ​ຂ້ານ້ອຍ​ຍັງ​ຖືກ​ຂ້ຽນຕີ​ຕື່ມ. ຄົນ​ຂອງ​ກະສັດ​ຟາໂຣ​ເປັນ​ຜູ້​ເຮັດ​ຜິດ.”

17 ກະສັດ​ຟາໂຣ​ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ຂີ້ຄ້ານ​ແລະ​ບໍ່​ຢາກ​ເຮັດ​ວຽກ ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຂໍ​ອະນຸຍາດ​ໄປ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ.

18 ບັດນີ້ ໃຫ້​ພາກັນ​ກັບ​ໄປ​ເຮັດ​ວຽກ​ສາ ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ເຟືອງ​ອີກ ແຕ່​ຕ້ອງ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ.”

19 ເມື່ອ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ວ່າ ພວກຕົນ​ກຳລັງ​ຖືກ​ບີບ​ບັງຄັບ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ຄື​ແຕ່​ກ່ອນ ກໍ​ພາກັນ​ເປັນທຸກໃຈ​ຫລາຍ.

20 ພໍ​ອອກ​ຈາກ​ວັງ​ຂອງ​ກະສັດ​ຟາໂຣ​ມາ ພວກເຂົາ​ກໍ​ເຫັນ​ໂມເຊ ແລະ​ອາໂຣນ​ກຳລັງ​ຢືນ​ຄອຍຖ້າ​ພວກເຂົາ​ຢູ່.

21 ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ໂມເຊ​ຮ້ອງທຸກ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ

22 ແລ້ວ​ໂມເຊ​ກໍ​ຮ້ອງທູນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດ​ໃດ​ພຣະອົງ​ຈຶ່ງ​ບໍ່​ເມດຕາ​ໄພ່ພົນ​ຂອງ​ພຣະອົງ? ເປັນຫຍັງ​ພຣະອົງ​ຈຶ່ງ​ໃຊ້​ຂ້ານ້ອຍ​ມາ​ທີ່​ນີ້?

23 ຕັ້ງແຕ່​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ໃນ​ນາມ​ຂອງ​ພຣະອົງ; ໄພ່ພົນ​ຂອງ​ພຣະອົງ​ຊໍ້າ​ຖືກ​ຂົ່ມເຫັງ​ຢ່າງ​ໂຫດຮ້າຍ ແລະ​ບໍ່​ເຫັນ​ພຣະອົງ​ຊ່ວຍ​ໄພ່ພົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ເລີຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan