ອົບພະຍົບ 40 - ພຣະຄຳພີສັກສິໂມເຊຕັ້ງແລະອຸທິດຖວາຍຫໍເຕັນສັກສິດ 1 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 2 “ໃນມື້ທຳອິດຂອງເດືອນທີໜຶ່ງ ຈົ່ງຕັ້ງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມຂຶ້ນ. 3 ຈົ່ງເອົາຫີບພັນທະສັນຍາ ວາງໄວ້ໃນນັ້ນແລະກາງຜ້າກັ້ງບັງໄວ້. 4 ຈົ່ງຍົກໂຕະເຂົ້າມາ ແລະຈັດເຄື່ອງໃຊ້ທຸກຢ່າງປະຈຳໂຕະໄວ້. ແລ້ວຍົກຫລັກຕະກຽງເຂົ້າມາ ແລະໃຕ້ຕະກຽງໄວ້ເທິງຫລັກ. 5 ຈົ່ງຕັ້ງແທ່ນຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ໜ້າຫີບພັນທະສັນຍາ ແລະກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ. 6 ຈົ່ງຕັ້ງແທ່ນເຜົາບູຊາດ້ວຍໄຟໄວ້ຕໍ່ໜ້າທາງເຂົ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ. 7 ສ່ວນຂັນໃສ່ນໍ້າຊຳລະນັ້ນ ໃຫ້ວາງໄວ້ລະຫວ່າງຫໍເຕັນບ່ອນຊຸມນຸມກັບແທ່ນບູຊາແລະຕັກນໍ້າໃສ່ໄວ້. 8 ຈົ່ງເຮັດຜ້າອ້ອມຮອບຫໍເຕັນ ແລະກາງຜ້າກັ້ງໄວ້ທີ່ທາງປະຕູເຂົ້າ. 9 ແລ້ວຈົ່ງອຸທິດຖວາຍຫໍເຕັນສັກສິດ ແລະເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ໂດຍໃຊ້ນໍ້າມັນເຈີມສັກສິດຫົດສົງທັງໝົດ ແລະທຸກສິ່ງກໍຈະບໍຣິສຸດສັກສິດ. 10 ແລ້ວຈົ່ງອຸທິດຖວາຍແທ່ນບູຊາ ກັບເຄື່ອງໃຊ້ທັງໝົດປະຈຳແທ່ນນັ້ນ ໂດຍເອົານໍ້າມັນເຈີມສັກສິດຫົດສົງທັງໝົດ ແລະທຸກສິ່ງກໍຈະບໍຣິສຸດສັກສິດທີ່ສຸດ. 11 ຈົ່ງອຸທິດຖວາຍຊາມໃສ່ນໍ້າຊຳລະແລະຕີນຊາມ ໂດຍວິທີດຽວກັນນີ້. 12 ຈົ່ງນຳອາໂຣນກັບພວກລູກຊາຍຂອງລາວມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ແລະບອກໃຫ້ພວກເຂົາອາບນໍ້າຊຳລະຮ່າງກາຍ. 13 ຈົ່ງນຸ່ງເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ອາໂຣນ ແລະໃຊ້ນໍ້າມັນເຈີມສັກສິດຫົດສົງລາວ; ໂດຍວິທີນີ້ແຫລະ ລາວຈະໄດ້ອຸທິດຕົນເພື່ອເຂົ້າບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ 14 ແລ້ວຈົ່ງນຳພວກລູກຊາຍຂອງລາວມາ ແລະນຸ່ງເສື້ອຊັ້ນໃນໃຫ້ພວກເຂົາ. 15 ແລ້ວໃຊ້ນໍ້າມັນເຈີມສັກສິດຫົດສົງພວກເຂົາ ເໝືອນກັນກັບໄດ້ຫົດສົງພໍ່ຂອງພວກເຂົາ ເພື່ອວ່າພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດຄືກັນກັບພໍ່ຂອງພວກເຂົາ. ການໃຊ້ນໍ້າມັນເຈີມສັກສິດຫົດສົງນີ້ແມ່ນການສະຖາປະນາພວກເຂົາ ໃຫ້ເປັນປະໂຣຫິດຕະຫລອດໄປ.” 16 ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. 17 ດັ່ງນັ້ນ ໃນມື້ທີໜຶ່ງຂອງເດືອນທຳອິດຂອງປີທີສອງ ຫລັງຈາກພວກເຂົາໄດ້ອອກມາຈາກປະເທດເອຢິບ ພວກເຂົາກໍໄດ້ຕັ້ງຫໍເຕັນສັກສິດຂຶ້ນ. 18 ໂມເຊໄດ້ວາງຕີນເສົາລົງ ປະກອບຮ່າງຂອບໄມ້ກາງຫໍເຕັນສັກສິດ, ຕອກໄມ້ຂາງໃສ່ ແລະຕັ້ງເສົາຂຶ້ນ. 19 ເພິ່ນໄດ້ຄຶງຜ້າມຸງປົກຫໍເຕັນສັກສິດ ແລະໃຊ້ຜ້າໜາປົກຊັ້ນນອກອີກ ຄືເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 20 ແລ້ວເພິ່ນກໍເອົາຫີນສອງແຜ່ນໃສ່ລົງໃນຫີບພັນທະສັນຍາ. ເພິ່ນສອດຄານຫາມຄາໄວ້ ແລະເອົາພຣະທີ່ນັ່ງແຫ່ງພຣະຄຸນຊຶ່ງເປັນຝາ ອັດເທິງຫີບນັ້ນ. 21 ເພິ່ນໄດ້ນຳຫີບນັ້ນມາໄວ້ທີ່ຫໍເຕັນສັກສິດ ແລະກາງຜ້າກັ້ງບັງໄວ້ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 22 ເພິ່ນໄດ້ຕັ້ງໂຕະໄວ້ໃນຫໍເຕັນບ່ອນຊຸມນຸມທາງຂ້າງດ້ານເໜືອນອກຜ້າກັ້ງຂອງຫໍເຕັນສັກສິດ 23 ແລະເອົາເຂົ້າຈີ່ ຊຶ່ງຖວາຍແກ່ພຣະເຈົ້າຢາເວນັ້ນວາງໄວ້ທີ່ເທິງໂຕະ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 24 ສ່ວນຫຼັກຕະກຽງນັ້ນ ເພິ່ນໄດ້ຕັ້ງໄວ້ໃນຫໍເຕັນບ່ອນຊຸມນຸມ ກົງກັນຂ້າມກັບໂຕະຂ້າງທາງດ້ານໃຕ້ຂອງຫໍເຕັນສັກສິດ 25 ເພິ່ນໄດ້ໄຕ້ຕະກຽງໄວ້ຊ້ອງໜ້າພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. 26-27 ເພິ່ນນຳແທ່ນຄຳຊຶ່ງມີເຄື່ອງຫອມເຜົາຢູ່ມາວາງໄວ້ໃນຫໍເຕັນບ່ອນຊຸມນຸມ ຄືຕໍ່ໜ້າຜ້າກັ້ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 28 ເພິ່ນກາງຜ້າກັ້ງໄວ້ຢູ່ທີ່ທາງເຂົ້າຫໍເຕັນສັກສິດ 29 ແລະວາງແທ່ນເຜົາບູຊາຕໍ່ໜ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ຊຶ່ງຊື່ກັນກັບຜ້າກັ້ງ. ທີ່ເທິງແທ່ນນັ້ນ ເພິ່ນໄດ້ເຜົາເຄື່ອງບູຊາກັບຖວາຍພືດຜົນເປັນເມັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 30 ເພິ່ນໄດ້ຕັ້ງຂັນໃສ່ນໍ້າຊຳລະໄວ້ລະຫວ່າງຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາທັງຕັກນໍ້າໃສ່ໃຫ້ເຕັມ. 31 ໂມເຊກັບອາໂຣນ ແລະພວກລູກຊາຍຂອງລາວໄດ້ໃຊ້ນໍ້າໃນຂັນນີ້ ລ້າງມືແລະລ້າງຕີນ 32 ເມື່ອທຸກໆຄັ້ງທີ່ພວກເຂົາເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ຫລືເຂົ້າໄປໃກ້ທີ່ແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ນັ້ນທຸກປະການ. 33 ໂມເຊໄດ້ກາງຜ້າອ້ອມຮອບຫໍເຕັນສັກສິດແລະແທ່ນບູຊາ ແລ້ວກໍໄດ້ກາງຜ້າກັ້ງນັ້ນໄວ້ທີ່ທາງປະຕູເຂົ້າຫໍເຕັນ. ເພິ່ນໄດ້ເຮັດທຸກໆສິ່ງສຳເລັດຢ່າງຮຽບຮ້ອຍດີ. ເມກປົກຄຸມຫໍເຕັນ 34 ຕໍ່ມາ ເມກໄດ້ມາປົກຄຸມຫໍເຕັນບ່ອນຊຸມນຸມ ແລະແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປົກຄຸມເຕັມຢູ່ທີ່ຫໍເຕັນສັກສິດນັ້ນ. 35 ໂມເຊເຂົ້າໄປໃນຫໍເຕັນບ່ອນຊຸມນຸມບໍ່ໄດ້ ເພາະທີ່ນັ້ນມີເມກໜາແໜ້ນຫລາຍ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍເຕັມຢູ່ທົ່ວຫໍເຕັນສັກສິດ. 36 ຊາວອິດສະຣາເອນໄດ້ເຄື່ອນຍ້າຍຄ້າຍພັກຂອງພວກເຂົາໄປສູ່ທີ່ອື່ນ ກໍຕໍ່ເມື່ອເມກໄດ້ຫາຍໄປຈາກຫໍເຕັນສັກສິດ. 37 ຕາບໃດທີ່ເມກໄດ້ປົກຄຸມຢູ່ທີ່ນັ້ນ ພວກເຂົາບໍ່ໄດ້ອອກເດີນທາງໄປທີ່ອື່ນເດັດຂາດ. 38 ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ. |
@ 2012 United Bible Societies. All Rights Reserved.