ອົບພະຍົບ 4 - ພຣະຄຳພີສັກສິພຣະເຈົ້າອະນຸຍາດໃຫ້ໂມເຊເຮັດການອັດສະຈັນ 1 ໂມເຊໄດ້ຕອບວ່າ, “ແຕ່ຖ້າວ່າຊາວອິດສະຣາເອນບໍ່ເຊື່ອ ແລະທັງບໍ່ຟັງສິ່ງທີ່ຂ້ານ້ອຍກ່າວໄປນັ້ນ, ແຕ່ພວກເຂົາກັບເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດຕໍ່ເຈົ້າດອກ.’ ພຣະອົງຈະໃຫ້ຂ້ານ້ອຍເຮັດຢ່າງໃດ?” 2 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າກຳລັງຖືຢູ່ນັ້ນ?” ໂມເຊຕອບວ່າ, “ແມ່ນໄມ້ຄ້ອນເທົ້າ.” 3 ພຣະອົງຈຶ່ງສັ່ງໂມເຊວ່າ, “ຖິ້ມມັນລົງພື້ນດິນເບິ່ງດູ.” ເມື່ອໂມເຊຖິ້ມໄມ້ຄ້ອນເທົ້ານັ້ນລົງພື້ນດິນ ມັນກໍກາຍເປັນງູ ແລະໂມເຊຈຶ່ງແລ່ນໜີໄປ. 4 ແລ້ວພຣະເຈົ້າຢາເວກໍສັ່ງໂມເຊວ່າ, “ຈັບຫາງມັນໄວ້.” ໂມເຊຈຶ່ງກົ້ມລົງຈັບຫາງງູ ແລະງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຄືເກົ່າ. 5 ພຣະເຈົ້າຢາເວບອກວ່າ, “ຈົ່ງເຮັດຢ່າງນີ້ເພື່ອພິສູດໃຫ້ຊາວອິດສະຣາເອນເຫັນວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໄດ້ປາກົດແກ່ເຈົ້າ.” 6 ພຣະເຈົ້າຢາເວໄດ້ສັ່ງໂມເຊອີກວ່າ, “ສອດມືເຂົ້າໄປໃນເສື້ອເບິ່ງດູ.” ໂມເຊກໍເຮັດຕາມທີ່ພຣະເຈົ້າໄດ້ບອກ ແລະເມື່ອເພິ່ນຖອດມືອອກມາ ມືນັ້ນກໍເປັນພະຍາດຂີ້ທູດ ຫຸ້ມໄປດ້ວຍດອກຂາວໆຄືຫິມະ. 7 ແລ້ວພຣະອົງກໍສັ່ງອີກວ່າ, “ສອດມືເຂົ້າໄປໃນເສື້ອຄືນ.” ໂມເຊກໍເຮັດຕາມ ແລະເມື່ອເພິ່ນຖອດມືອອກມາ ມືນັ້ນກໍສະອາດດີຄືເກົ່າເໝືອນດັ່ງສ່ວນອື່ນໆຂອງຮ່າງກາຍ. 8 ພຣະເຈົ້າຢາເວຊົງກ່າວວ່າ, “ຖ້າພວກເຂົາບໍ່ຍອມເຊື່ອຟັງເຈົ້າ ຫລືບໍ່ສົນໃຈໝາຍສຳຄັນການອັດສະຈັນເທື່ອທີໜຶ່ງ, ແລ້ວເທື່ອທີສອງນີ້ກໍຈະເຮັດໃຫ້ພວກເຂົາເຊື່ອຟັງ. 9 ຖ້າພວກເຂົາເຫັນໝາຍສຳຄັນການອັດສະຈັນທັງສອງເທື່ອແລ້ວ ຍັງບໍ່ຍອມເຊື່ອເຈົ້າ ແລະບໍ່ຍອມຟັງເຈົ້າ. ເຈົ້າຈົ່ງໄປຕັກເອົານໍ້າທີ່ແມ່ນໍ້ານິນ ແລະເທລົງໃສ່ດິນແຫ້ງ. ນໍ້ານັ້ນຈະກາຍເປັນເລືອດເທິງດິນແຫ້ງ.” 10 ແຕ່ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ບໍ່ໄດ້ດອກ ພຣະເຈົ້າຢາເວເອີຍ ຂໍຢ່າໃຊ້ຂ້ານ້ອຍໄປເທາະ. ຂ້ານ້ອຍເອງເປັນຄົນເວົ້າບໍ່ເກັ່ງ ແລະບໍ່ມີສີປາກມາແຕ່ໃດໆ, ຕັ້ງແຕ່ພຣະອົງໄດ້ເລີ່ມກ່າວແກ່ຂ້ານ້ອຍມານີ້ ຂ້ານ້ອຍແຮ່ງເວົ້າອອກຍາກຫລາຍ ເວົ້າເກິໆກະໆບໍ່ລ່ຽນບໍ່ໄຫລ.” 11 ພຣະເຈົ້າຢາເວໄດ້ຖາມໂມເຊວ່າ, “ໃຜສ້າງປາກມະນຸດ? ໃຜເຮັດໃຫ້ມະນຸດປາກກືກຫູໜວກ? ໃຜເຮັດໃຫ້ມະນຸດຕາບອດແລະຕາດີ? ແມ່ນເຮົາເອງຄືພຣະເຈົ້າຢາເວ. 12 ບັດນີ້ໂມເຊເອີຍ ເຈົ້າຈົ່ງໄປ ເຮົາຈະຊ່ວຍເຈົ້າກ່າວ ແລະຈະບອກສິ່ງທີ່ເຈົ້າຈະກ່າວ.” 13 ແຕ່ໂມເຊຍັງຕອບວ່າ, “ຂໍພຣະອົງໃຊ້ຄົນອື່ນໄປສາ.” 14 ພໍໂມເຊເວົ້າດັ່ງນັ້ນ ພຣະເຈົ້າຢາເວກໍໂກດຮ້າຍ ແລະຖາມໂມເຊວ່າ, “ເຈົ້າມີອ້າຍຜູ້ໜຶ່ງທີ່ເປັນຊາວເລວີ ແລະລາວຊື່ວ່າອາໂຣນບໍ່ແມ່ນບໍ? ເຮົາຮູ້ວ່າລາວເວົ້າເກັ່ງ. ເວລານີ້ລາວກຳລັງອອກມາພົບເຈົ້າ ແລະລາວຈະດີໃຈທີ່ສຸດເມື່ອໄດ້ພົບເຈົ້າ. 15 ເຈົ້າຈົ່ງກ່າວແກ່ລາວ ແລະບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າກ່າວ ແລະທັງຈະບອກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ. 16 ອາໂຣນຈະເປັນຜູ້ກ່າວແກ່ປະຊາຊົນຕາງເຈົ້າ ລາວຈະເປັນຜູ້ກ່າວຕາງເຈົ້າ. ສ່ວນເຈົ້າຈະເປັນດັ່ງພຣະເຈົ້າ ໂດຍບອກລາວວ່າຄວນກ່າວຫຍັງແດ່. 17 ຈົ່ງຖືໄມ້ຄ້ອນເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດໝາຍສຳຄັນການອັດສະຈັນຕ່າງໆ.” ໂມເຊກັບຄືນສູ່ປະເທດເອຢິບ 18 ຫລັງຈາກນັ້ນ ໂມເຊໄດ້ກັບຄືນເມືອຫາເຢທະໂຣພໍ່ເຖົ້າຂອງຕົນ ແລະໄດ້ບອກເພິ່ນວ່າ, “ກະລຸນາໃຫ້ລູກກັບເມືອຢ້ຽມຢາມພີ່ນ້ອງຢູ່ໃນປະເທດເອຢິບ ເພື່ອເບິ່ງວ່າພວກເຂົາຍັງມີຊີວິດຢູ່ຫລືບໍ່.” ເຢທະໂຣໄດ້ອະນຸຍາດໃຫ້ໂມເຊກັບເມືອ ພ້ອມທັງອວຍພອນໃຫ້ລາວກັບໄປໂດຍດີ. 19 ໃນຕອນທີ່ໂມເຊຍັງຢູ່ທີ່ມີດີອານນັ້ນ ພຣະເຈົ້າຢາເວໄດ້ບອກລາວວ່າ, “ຈົ່ງກັບເມືອເອຢິບສາ ເພາະພວກທີ່ຢາກຂ້າເຈົ້ານັ້ນໄດ້ຕາຍໄປໝົດແລ້ວ.” 20 ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ. 21 ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ. 22 ແລ້ວເຈົ້າກໍຕ້ອງບອກກະສັດຟາໂຣວ່າ, ພຣະເຈົ້າຢາເວກ່າວດັ່ງນີ້: ‘ຊາດອິດສະຣາເອນເປັນລູກຊາຍກົກຂອງເຮົາ. 23 ເຮົາສັ່ງເຈົ້າໃຫ້ປ່ອຍພວກເຂົາໄປນະມັດສະການເຮົາ ແຕ່ເຈົ້າບໍ່ຍອມຟັງເຮົາ. ບັດນີ້ ເຮົາຈະຂ້າລູກຊາຍກົກຂອງເຈົ້າຖິ້ມ.”’ 24 ໃນບ່ອນພັກແຮມຄືນແຫ່ງໜຶ່ງຕາມທາງໄປສູ່ປະເທດເອຢິບ ພຣະເຈົ້າຢາເວໄດ້ມາຫາໂມເຊເພື່ອໝາຍຈະຂ້າເພິ່ນ. 25 ໃນທັນໃດນັ້ນ ຊິບໂປຣາເມຍຂອງໂມເຊກໍຈັບເອົາຫີນຄົມ ປາດໜັງອະໄວຍະວະເພດຂອງລູກຊາຍ ແລ້ວເອົາໄປແປະໃສ່ທີ່ຂາຂອງໂມເຊ. ຍ້ອນພິທີຕັດນີ້ ນາງຈຶ່ງເວົ້າກັບໂມເຊວ່າ, “ເຈົ້າແມ່ນຜົວທີ່ຂ້ອຍໄດ້ມາດ້ວຍເລືອດ.” 26 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄວ້ຊີວິດຂອງໂມເຊ. 27 ໃນຂະນະດຽວກັນນີ້ ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ຈົ່ງອອກໄປພົບໂມເຊທີ່ຖິ່ນແຫ້ງແລ້ງກັນດານ.” ສະນັ້ນ ອາໂຣນຈຶ່ງອອກໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະເມື່ອພວກເພິ່ນໄດ້ພົບກັນ ອາໂຣນກໍກອດຈູບໂມເຊ. 28 ແລ້ວໂມເຊກໍໄດ້ເລົ່າເລື່ອງທັງໝົດທີ່ພຣະເຈົ້າຢາເວໄດ້ບອກຕົນນັ້ນສູ່ອາໂຣນຟັງ ພ້ອມທັງບັນລະຍາຍການອັດສະຈັນຕ່າງໆ ທີ່ພຣະອົງໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ. 29 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປໃນປະເທດເອຢິບ ແລະເອີ້ນປະຊຸມບັນດາຜູ້ນຳຂອງຊົນຊາດອິດສະຣາເອນ. 30 ອາໂຣນເລົ່າເລື່ອງທັງໝົດ ທີ່ພຣະເຈົ້າຢາເວໄດ້ບອກແກ່ໂມເຊສູ່ພວກເຂົາຟັງ ແລ້ວໂມເຊກໍກະທຳການອັດສະຈັນຕ່າງໆໃຫ້ປະຊາຊົນເຫັນຕໍ່ໜ້າຕໍ່ຕາ. 31 ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ. |
@ 2012 United Bible Societies. All Rights Reserved.