ອົບພະຍົບ 39 - ພຣະຄຳພີສັກສິໂມເຊເຮັດເຄື່ອງແຕ່ງກາຍຂອງປະໂຣຫິດ ( ອພຍ 28:1-14 ) 1 ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 2 ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະດ້າຍຄຳເຮັດເສື້ອຄຸມສັ້ນເອໂຟດ. 3 ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ. 4 ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້. 5 ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 6 ພວກເຂົາໄດ້ຝັງແກ້ວໂກເມນໃສ່ກະໂບກຄຳຢ່າງຊຳນິຊຳນານ ພ້ອມທັງຈາລຶກຊື່ລູກຊາຍຂອງຢາໂຄບສິບສອງຄົນໃສ່ດ້ວຍ. 7 ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນເອໂຟດ ເພື່ອໃຫ້ລະນຶກເຖິງສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. ໂມເຊເຮັດແຜ່ນປົກເອິກ ( ອພຍ 28:15-30 ) 8 ແຜ່ນປົກເອິກນັ້ນແມ່ນໄດ້ໃຊ້ວັດຖຸຊະນິດດຽວກັນກັບເຮັດເສື້ອຄຸມສັ້ນເອໂຟດ ແລະຫຍິບແສ່ວແບບດຽວກັນ. 9 ສ່ວນແຜ່ນປົກເອິກນັ້ນໄດ້ເຮັດເປັນສີ່ຫລ່ຽມມົນທົນ ພັບເຄິ່ງກາງໄດ້ ແລະແຕ່ລະຂ້າງມີຊາວສອງເຊັນ. 10 ພວກເຂົາຍັງຕີຂອບຄຳແລະຝັງແກ້ວສີ່ແຖວໃສ່ເທິງແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໄດ້ຝັງທັບທິມ, ພອຍເຫລືອງ, ໂກເມນ; 11 ໃນແຖວທີສອງໄດ້ຝັງມໍຣະກົດ, ໄພທູນ ແລະເພັດ; 12 ໃນແຖວທີສາມໄດ້ຝັງນິນ, ໂມລາ ແລະເພທາຍສີມ່ວງ; 13 ແລະໃນແຖວທີສີ່ໄດ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ. 14 ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ. 15 ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ. 16 ພວກເຂົາໄດ້ເຮັດຂອບຄຳສອງອັນ ເຮັດແຫວນສອງວົງ ແລະຈອດຕິດກັບສົ້ນເບື້ອງເທິງຂອງແຜ່ນປົກເອິກ. 17 ພວກເຂົາໄດ້ມັດສົ້ນຂອງສາຍສ້ອຍຄຳສອງສາຍໃສ່ກັບແຫວນຄຳສອງວົງ ທີ່ໄດ້ຈອດຕິດກັບແຜ່ນປົກເອິກ 18 ແລະມັດສົ້ນສາຍສ້ອຍຄຳສອງສາຍອີກ ໃສ່ກັບແຜ່ນປົກເອິກ ເພື່ອໃຫ້ຮັດເອິກຕິດກັບບ່າ ແລະຕິດກັບແຖບເສື້ອຄຸມສັ້ນເອໂຟດໄດ້. 19 ພວກເຂົາເຮັດແຫວນຄຳສອງວົງ ເພື່ອໃຊ້ເປັນຫູຕິດໃສ່ກັບສົ້ນເສື້ອເບື້ອງລຸ່ມ ຂອງແຜ່ນປົກເອິກຂ້າງໃນໂດຍໃຫ້ມັນຕິດກັບເສື້ອຄຸມສັ້ນເອໂຟດ. 20 ພວກເຂົາໄດ້ເຮັດແຫວນຄຳອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງ ທີ່ເບື້ອງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ. 21 ເພື່ອບໍ່ໃຫ້ມັນຫລວມແລະຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. ໂມເຊເຮັດເຄື່ອງແຕ່ງກາຍອື່ນໆຂອງປະໂຣຫິດ ( ອພຍ 28:31-43 ) 22 ເສື້ອຄຸມຍາວທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ໄດ້ເຮັດດ້ວຍຜ້າຂົນແກະສີຟ້າທັງໝົດ. 23 ເສື້ອນີ້ໄດ້ຫຍິບເປັນເສື້ອຄໍສຸບ ແລະແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ. 24-26 ຢູ່ທີ່ຕີນຂອງເສື້ອຄຸມນັ້ນ ພວກເຂົາໄດ້ປັກຮູບໝາກພີລາເປັນຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມສັບກັນໄປກັບໝາກກະດິ່ງທີ່ເຮັດດ້ວຍຄຳສົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 27 ພວກເຂົາໄດ້ຫຍິບເສື້ອຄຸມຍາວມີແຂນສຳລັບອາໂຣນ ແລະພວກລູກຊາຍຂອງລາວ, 28 ພ້ອມທັງເຮັດຜ້າປົກຫົວ, ໝວກສຸບ, ສົ້ງຂາສັ້ນ, 29 ແລະສາຍແອວ ດ້ວຍຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 30 ສ່ວນເຄື່ອງເອ້ທີ່ເປັນເຄື່ອງໝາຍເຖິງການອຸທິດຕົວ ພ້ອມທັງຈາລຶກຖ້ອຍຄຳວ່າ, “ອຸທິດຖວາຍແດ່ພຣະເຈົ້າຢາເວ” ນັ້ນແມ່ນເຮັດດ້ວຍຄຳສົດທັງໝົດ. 31 ພວກເຂົາໄດ້ມັດເຄື່ອງເອ້ນັ້ນຕິດໃສ່ກັບໝວກທີ່ດ້ານໜ້າດ້ວຍເຊືອກສີຟ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. ວຽກງານສ້າງສຳເລັດ ( ອພຍ 35:10-19 ) 32 ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 33 ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ; 34 ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ, ຜ້າປົກຄຸມທີ່ເຮັດດ້ວຍໜັງສັດອັນລະອຽດດີແລະຜ້າກັ້ງບັງ; 35 ຫີບໃສ່ແຜ່ນຫີນພັນທະສັນຍາພ້ອມທັງຄານຫາມ ແລະຝາອັດຫີບ; 36 ໂຕະແລະເຄື່ອງໃຊ້ທຸກຢ່າງປະຈຳໂຕະແລະເຂົ້າຈີ່ຖວາຍ; 37 ຫລັກຕັ້ງຕະກຽງທີ່ເຮັດດ້ວຍຄຳສົດ, ຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບຕະກຽງ ແລະນໍ້າມັນສຳລັບໄຕ້ຕະກຽງ; 38 ແທ່ນຄຳ ນໍ້າມັນເຈີມສັກສິດ ເຄື່ອງຫອມສຳລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ; 39 ແທ່ນທອງສຳຣິດພ້ອມດ້ວຍຕະຂ່າຍທີ່ເຮັດດ້ວຍທອງສຳຣິດ, ຄານຫາມປະຈຳແທ່ນ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ; ຂັນຊຳລະ ແລະພານຮອງຂັນ; 40 ຜ້າກັ້ງສຳລັບອ້ອມຮອບຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ພ້ອມທັງເສົາ ແລະຕີນຮອງເສົາ; ຜ້າກັ້ງສຳລັບປະຕູທາງເຂົ້າ ແລະເຊືອກເນັ່ງ, ຫລັກສຽບຂອງຫໍເຕັນ, ອຸປະກອນທັງໝົດທີ່ໃຊ້ປະຈຳຫໍເຕັນ; 41 ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ. 42 ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. 43 ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ. |
@ 2012 United Bible Societies. All Rights Reserved.