Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 38 - ພຣະຄຳພີສັກສິ


ເບຊາເລນ​ເຮັດ​ແທ່ນເຜົາ​ເຄື່ອງບູຊາ
( ອພຍ 27:1-8 )

1 ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ເບຊາເລນ​ໄດ້​ເຮັດ​ແທ່ນ​ດ້ວຍ​ໄມ້​ກະຖິນເທດ ໃຫ້​ເປັນ​ຮູບ​ສີ​ຫລ່ຽມ​ມົນທົນ ຊຶ່ງ​ແຕ່ລະ​ຂ້າງ​ນັ້ນ​ວັດ​ແທກ​ໄດ້ 2,2 ແມັດ ແລະ​ສູງ 1,3 ແມັດ.

2 ລາວ​ໄດ້​ເຮັດ​ຍອດແທ່ນ​ຕິດ​ໄວ້​ກັບ​ແຈ​ທັງ​ສີ່​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ແທ່ນບູຊາ ແລ້ວ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳຣິດ.

3 ສ່ວນ​ເຄື່ອງໃຊ້​ສຳລັບ​ແທ່ນ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ​ນັ້ນ ເຮັດ​ດ້ວຍ​ທອງສຳຣິດ.

4 ແຕ່​ທາງ​ກາງ​ແທ່ນ​ລົງ​ມາ ລາວ​ໄດ້​ເຮັດ​ຕະຂ່າຍ​ເປັນ​ທອງສຳຣິດ​ຕິດ​ກັບ​ຂອບ​ຂອງ​ແທ່ນ.

5 ແລ້ວ​ລາວ​ໄດ້​ຫລໍ່​ຫູ​ຈັບ​ເປັນ​ທອງສຳຣິດ​ໄວ້​ທັງ​ສີ່​ຫລ່ຽມ.

6 ລາວ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ໂດຍ​ໃຊ້​ທອງສຳຣິດ​ໂອບ

7 ແລະ​ສອດ​ຄາ​ໄວ້​ທີ່​ຫູ​ຂອງ​ແທ່ນ​ແຕ່ລະ​ເບື້ອງ. ສ່ວນ​ແທ່ນ​ນັ້ນ​ເຮັດ​ດ້ວຍ​ໄມ້​ກະດານ ໂດຍ​ຄວັດ​ລົງ​ເປັນ​ໝົ້ງ​ທາງກາງ.


ເບຊາເລນ​ເຮັດ​ຂັນ​ທອງສຳຣິດ
( ອພຍ 30:18 )

8 ເບຊາເລນ​ເຮັດ​ຂັນ​ແລະ​ພານ​ຮອງ​ຂັນ ດ້ວຍ​ທອງສຳຣິດ​ຈາກ​ແວ່ນແຍງ​ຂອງ​ພວກຜູ້ຍິງ​ທີ່​ບົວລະບັດ​ຮັບໃຊ້​ທີ່​ທາງ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ເບຊາເລນ​ເຮັດ​ຜ້າ​ອ້ອມຮອບ​ຫໍເຕັນ​ສັກສິດ
( ອພຍ 27:9-19 )

9 ສຳລັບ​ເດີ່ນ​ຫໍເຕັນ​ທາງດ້ານ​ໃຕ້ ລາວ​ໄດ້​ເອົາ​ຜ້າປ່ານ​ເນື້ອລະອຽດ​ດີ ຍາວ 44 ແມັດ ມາ​ອ້ອມຮອບ​ໄວ້.

10 ໂດຍ​ໃຊ້​ເສົາ 20 ຕົ້ນ​ກັບ​ຕີນຮອງເສົາ 20 ອັນ ເປັນ​ທອງສຳຣິດ​ຈັ້ງ​ໄວ້ ພ້ອມ​ທັງ​ຂໍເກາະ​ເຮັດ​ດ້ວຍ​ເງິນ ແລະ​ເຊືອກ​ຜູກ​ຜ້າກັ້ງ ທີ່​ຜ້າ​ອ້ອມຮອບ​ນັ້ນ​ກໍ​ເຮັດ​ດ້ວຍ​ເງິນ.

11 ແລະ​ທາງ​ດ້ານ​ເໜືອ ຜ້າ​ອ້ອມຮອບ​ນັ້ນ​ກໍ​ມີ​ຂະໜາດ​ດຽວກັນ.

12 ທາງ​ດ້ານ​ຕາເວັນຕົກ​ໄດ້​ໃຊ້​ຜ້າປ່ານ 22 ແມັດ ເສົາ​ສິບ​ຕົ້ນ ແລະ​ຕີນຮອງເສົາ​ສິບ​ອັນ. ສ່ວນ​ຂໍເກາະ​ແລະ​ຄັນ​ສອດ​ຜ້າກັ້ງ​ນັ້ນ​ໄດ້​ເຮັດ​ດ້ວຍ​ເງິນ.

13 ທາງດ້ານ​ຕາເວັນອອກ​ຊຶ່ງ​ເປັນ​ທາງ​ປະຕູເຂົ້າ​ນັ້ນ ຜ້າ​ອ້ອມຮອບ​ຫໍເຕັນ​ກວ້າງ​ຊາວສອງ​ແມັດ.

14-15 ແຕ່ລະ​ຂ້າງ​ທາງ​ປະຕູເຂົ້າ​ໄດ້​ໃຊ້​ຜ້າກັ້ງ​ຍາວ 6,6 ແມັດ ແລະ​ເສົາ​ສາມ​ຕົ້ນ​ກັບ​ຕີນຮອງເສົາ​ສາມ​ອັນ.

16 ຜ້າ​ອ້ອມຮອບ​ຫໍເຕັນ​ສັກສິດ​ທັງໝົດ​ໄດ້​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ.

17 ສຳລັບ​ຕີນຮອງເສົາ​ໄດ້​ເຮັດ​ດ້ວຍ​ທອງສຳຣິດ. ສ່ວນ​ຂໍເກາະ, ເຊືອກຜູກຜ້າກັ້ງ ແລະ​ກຸບ​ປົກ​ເທິງ​ເສົາ​ນັ້ນ​ເຮັດ​ດ້ວຍ​ເງິນ. ເສົາ​ຈັ້ງ​ຜ້າ​ອ້ອມຮອບ​ທັງໝົດ​ໄດ້​ຕໍ່​ເຂົ້າ​ກັນ​ດ້ວຍ​ຄັນ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ເງິນ.

18 ສຳລັບ​ຜ້າກັ້ງ​ທາງ​ປະຕູເຂົ້າ​ນັ້ນ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ປົນ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ​ພ້ອມ​ທັງ​ໄດ້​ຫຍິບແສ່ວ​ຢ່າງ​ຈົບ​ດີ. ຜ້າກັ້ງ​ນັ້ນ​ຍາວ​ເກົ້າ​ແມັດ ແລະ​ສູງ​ສອງ​ແມັດ ເທົ່າ​ກັນ​ກັບ​ຜ້າກັ້ງ​ອ້ອມຮອບ​ຫໍເຕັນ​ສັກສິດ.

19 ຜ້າກັ້ງ​ທີ່​ປະຕູ​ເຂົ້າ​ນັ້ນ​ຖືກ​ຈັ້ງ​ດ້ວຍ​ເສົາ​ສີ່​ຕົ້ນ ແລະ​ຕີນຮອງເສົາ​ສີ່​ອັນ​ເຮັດ​ດ້ວຍ​ທອງສຳຣິດ. ສ່ວນ​ຂໍເກາະ​ກັບ​ກຸບ​ປົກ​ເສົາ ແລະ​ເຊືອກ​ຜູກ​ຜ້າກັ້ງ​ນັ້ນ​ແມ່ນ​ເຮັດ​ດ້ວຍ​ເງິນ.

20 ຫລັກ​ສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຂອງ​ຜ້າກັ້ງ​ອ້ອມຮອບ​ຫໍເຕັນ​ສັກສິດ ແມ່ນເຮັດ​ດ້ວຍ​ທອງສຳຣິດ.


ໂລຫະ​ທີ່​ໃຊ້​ສ້າງ​ຫໍເຕັນ​ສັກສິດ

21 ຕໍ່ໄປນີ້​ແມ່ນ​ບັນຊີ​ຈຳນວນ​ໂລຫະ​ທີ່​ໄດ້​ໃຊ້​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ສັກສິດ​ແຫ່ງ​ຄຳພິຍານ ບ່ອນ​ມີ​ຫີນ​ສອງ​ແຜ່ນ​ຈາລຶກ​ຄຳສັ່ງ​ຂອງ​ພຣະເຈົ້າ​ສິບ​ຂໍ້​ຖືກ​ບັນຈຸ​ໄວ້. ບັນຊີ​ນີ້​ໄດ້​ຂຽນ​ຂຶ້ນ​ຕາມ​ຄຳສັ່ງ​ຂອງ​ໂມເຊ ແລະ​ຊາວ​ເລວີ ເປັນ​ຜູ້​ລົງ​ມື​ປະຕິບັດ​ງານ ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.

22 ເບຊາເລນ ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ຄົນ​ໃນ​ເຜົ່າຢູດາ ເປັນ​ຜູ້​ລົງ​ມື​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.

23 ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຄົນ​ເຜົ່າ​ດານ ແລະ​ຜູ້​ຊ່ວຍ​ຂອງ​ເບຊາເລນ ເປັນ​ຜູ້​ແກະສະຫລັກ, ອອກແບບ ແລະ​ຕໍ່າ​ຜ້າປ່ານ​ເນື້ອລະອຽດ​ດີ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ.

24 ຄຳ​ທັງໝົດ​ທີ່​ໄດ້​ອຸທິດ​ຖວາຍ​ເພື່ອ​ສ້າງ​ຫໍເຕັນ​ນີ້ ໜັກ​ໜຶ່ງພັນ​ກິໂລກຼາມ ຕາມ​ອັດຕາ​ຊັ່ງ​ຂອງ​ສຳນັກ​ນະມັດສະການ.

25 ຈຳນວນ​ເງິນ​ທັງໝົດ​ຈາກ​ການ​ຈົດ​ທະບຽນ​ສຳມະໂນຄົວ​ນັ້ນ​ໜັກ​ສາມພັນ​ສີ່ຮ້ອຍ​ສາມສິບ​ກິໂລກຼາມ ຕາມ​ອັດຕາ​ຊັ່ງ​ຂອງ​ສຳນັກ​ນະມັດສະການ.

26 ເງິນ​ຈຳນວນ​ນີ້​ໄດ້​ເທົ່າ​ກັບ​ຈຳນວນ​ເງິນ ທີ່​ທຸກຄົນ​ໄດ້​ຈ່າຍ​ໃຫ້​ຕາມ​ສຳມະໂນຄົວ ຄື​ແຕ່ລະຄົນ​ໄດ້​ຈ່າຍ​ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ເມື່ອ​ສຳຫລວດ​ເບິ່ງ​ແລ້ວ ຕົວເລກ​ຂອງ​ການ​ຈົດທະບຽນ​ຄອບຄົວ​ມີ 603.550 ຄົນ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.

27 ຈາກ​ເງິນ​ທັງໝົດ​ນັ້ນ ພວກເຂົາ​ໄດ້​ເອົາ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ໄປ​ໃຊ້​ເຮັດ​ຕີນຮອງເສົາ​ຂອງ​ຫໍເຕັນ​ແລະ​ຂອງ​ຜ້າກັ້ງ​ຄື: ສາມສິບສີ່​ກິໂລກຼາມ​ຕໍ່​ຕີນຮອງເສົາ​ໜຶ່ງ​ຕົ້ນ.

28 ສ່ວນ​ເງິນ​ທີ່​ເຫຼືອ​ສາມສິບ​ກິໂລກຼາມ​ນັ້ນ ເບຊາເລນ​ໄດ້​ເອົາ​ເຮັດ​ເຊືອກຜູກຜ້າກັ້ງ, ຂໍເກາະ​ສຳລັບ​ຈັບ​ເສົາ ແລະ​ກຸບ​ປົກ​ເທິງ​ເສົາ.

29 ສ່ວນ​ທອງສຳຣິດ​ທີ່​ໄດ້​ອຸທິດ​ຖວາຍ​ນັ້ນ ເມື່ອ​ຊັ່ງ​ທັງໝົດ​ແລ້ວ​ໜັກ​ໄດ້ 2.425 ກິໂລກຼາມ.

30 ທອງສຳຣິດ​ຈຳນວນ​ນີ້​ໄດ້​ເອົາ​ເຮັດ​ຕີນຮອງເສົາ​ທາງ​ປະຕູເຂົ້າ​ຜ້າ​ອ້ອມ​ຫໍເຕັນ​ບ່ອນ​ຊຸມນຸມ, ເຮັດ​ແທ່ນບູຊາ ແລະ​ຕະຂ່າຍ​ຂອງ​ແທ່ນ, ເຄື່ອງໃຊ້​ປະຈຳ​ແທ່ນ,

31 ຕີນຮອງເສົາ​ສຳລັບ​ຜ້າ​ອ້ອມຮອບ ແລະ​ຕີນຮອງເສົາ​ສຳລັບ​ປະຕູ​ເຂົ້າ​ຜ້າ​ອ້ອມຮອບ​ຫໍເຕັນ ຫລັກສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຫລັກສຽບ​ທັງໝົດ​ຂອງ​ຜ້າ​ອ້ອມຮອບ​ເດີ່ນ​ຫໍເຕັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan