ອົບພະຍົບ 37 - ພຣະຄຳພີສັກສິເບຊາເລນເຮັດຫີບພັນທະສັນຍາ ( ອພຍ 25:10-22 ) 1 ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ. 2 ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ. 3 ລາວໄດ້ຫລໍ່ຫູຄຳເພື່ອສອດຄານຫາມໃສ່ສີ່ຫູຕິດໄວ້ກັບແຈທັງສີ່ຄືຂ້າງລະສອງຫູ. 4 ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂອບດ້ວຍຄຳ 5 ແລະສອດຄານຫາມເຂົ້າໃສ່ຫູໄວ້ທີ່ຂ້າງຫີບແຕ່ລະຂ້າງ. 6 ຝາອັດຫີບນັ້ນເຮັດດ້ວຍຄຳສົດທີ່ຍາວ 110 ເຊັນ ແລະກວ້າງ 66 ເຊັນ. 7-8 ລາວໄດ້ຫລໍ່ເຄຣຸບສອງໂຕດ້ວຍຄຳ ຕິດໃສ່ກັບແຕ່ລະສົ້ນຂອງຝາອັດ ໂດຍໃຫ້ສົ້ນສຸດຂອງປີກທັງສອງພືອອກ ເປັນເນື້ອດຽວກັນກັບຝາອັດຫີບ. 9 ເຄຣຸບນັ້ນແມ່ນໄດ້ປິ່ນໜ້າເຂົ້າຫາກັນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ. ເບຊາເລນເຮັດໂຕະເຂົ້າຈີ່ ( ອພຍ 25:23-30 ) 10 ເບຊາເລນໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ. 11 ແລ້ວໄດ້ໂອບໂຕະນັ້ນດ້ວຍຄຳສົດ ແລະເຮັດຂອບໂຕະນັ້ນດ້ວຍຄຳສົດຄືກັນ. 12 ສ່ວນຂອບນອກຂອງໂຕະນັ້ນ ລາວໄດ້ເຮັດຂອບຄຳໃສ່ອ້ອມຮອບກວ້າງ 7,5 ເຊັນ. 13 ລາວໄດ້ເຮັດຫູເປັນຄຳຕິດໄວ້ທີ່ແຈໂຕະທັງສີ່ຂ້າງອີກ. 14 ເພື່ອສອດຄານຫາມເຂົ້າໃສ່ຫູຄຳທີ່ຕິດກັບໂຕະນັ້ນ 15 ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. 16 ສຳລັບເຄື່ອງໃຊ້ເທິງໂຕະເພື່ອຖອກຖວາຍເຄື່ອງດື່ມບູຊາເຊັ່ນ: ຈານ, ຈອກ, ໄຫ, ແລະຖ້ວຍ ແມ່ນໄດ້ເຮັດດ້ວຍຄຳສົດທັງໝົດ. ເບຊາເລນເຮັດຫລັກຮອງຕະກຽງ ( ອພຍ 25:31-40 ) 17 ເບຊາເລນໄດ້ເຮັດຫລັກຮອງຕະກຽງດ້ວຍຄຳສົດ. ລາວໄດ້ຕີຕີນ ແລະລຳຕົວຂອງຫລັກນັ້ນໃຫ້ເປັນຮູບດອກໄມ້ ມີທັງດອກຈູມດອກບານ ແລະກີບດອກໄມ້ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ. 18 ລາວໄດ້ເຮັດກິ່ງຫົກກິ່ງແຍກອອກຈາກລຳຕົວຂອງຫລັກຕະກຽງນັ້ນ ຄືຂ້າງລະສາມກິ່ງ. 19 ແຕ່ລະກິ່ງໃນຫົກກິ່ງນັ້ນໄດ້ປະດັບປະດາດ້ວຍຮູບດອກໄມ້ ທີ່ມີລວດລາຍເໝືອນດັ່ງດອກໝາກບົກ ທັງມີກີບແລະມີກາບອີກດ້ວຍ. 20 ສ່ວນລຳຂອງຫລັກຕະກຽງນັ້ນໄດ້ປະດັບປະດາດ້ວຍດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກ ທັງມີກີບແລະກາບເຊັ່ນກັນ. 21 ຢູ່ລຸ່ມຂອງກິ່ງທັງສາມຄູ່ມີດອກໄມ້ຈູມດອກໜຶ່ງ ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ. 22 ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ. 23 ລາວໄດ້ເຮັດຕະກຽງເຈັດໜ່ວຍໃສ່ຫລັກຮອງຕະກຽງນັ້ນ ສ່ວນຄີມຄີບໄສ້ຕະກຽງ ແລະຖາດໃສ່ຄີມແມ່ນໄດ້ເຮັດດ້ວຍຄຳສົດ. 24 ເບຊາເລນໄດ້ໃຊ້ຄຳສົດປະມານ 35 ກິໂລກຼາມ ເຮັດຫລັກຕະກຽງແລະເຄື່ອງໃຊ້ທຸກຢ່າງສຳລັບຫລັກຕະກຽງ. ເບຊາເລນເຮັດແທ່ນເຜົາເຄື່ອງຫອມ ( ອພຍ 30:1-5 ) 25 ເບຊາເລນໄດ້ເຮັດແທ່ນສຳລັບເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ. ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທິນ ຊຶ່ງແຕ່ລະຂ້າງແທກໄດ້ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດແທນທັງສີ່ຫລ່ຽມນັ້ນໄດ້ເຮັດເປັນໄມ້ທ່ອນດຽວກັນກັບແທ່ນ. 26 ແທ່ນນັ້ນແມ່ນໂອບດ້ວຍຄຳສົດ ຄືໂອບທາງດ້ານເທິງທັງສີ່ດ້ານພ້ອມກັບຈອມ ແລະເຮັດຂອບຄຳອ້ອມຮອບແທ່ນດ້ວຍ. 27 ເບຊາເລນໄດ້ເຮັດຫູສອດຄານຫາມສອງຫູ ຕິດກັບຂອບລຸ່ມທັງສອງຂ້າງເພື່ອສອດຄານຫາມໃສ່. 28 ຄານຫາມນັ້ນເຮັດດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. ເບຊາເລນເຮັດນໍ້າມັນເຈີມສັກສິດແລະເຄື່ອງຫອມ ( ອພຍ 30:22-38 ) 29 ເບຊາເລນໄດ້ເຮັດນໍ້າມັນເຈີມສັກສິດ ແລະເຄື່ອງຫອມສັກສິດ ຕາມແບບວິທີປຸງນໍ້າຫອມ. |
@ 2012 United Bible Societies. All Rights Reserved.