ອົບພະຍົບ 36 - ພຣະຄຳພີສັກສິ1 “ເບຊາເລນ, ໂອໂຮລີອາບ ກັບພວກຊ່າງສີມືຄົນອື່ນໆທັງໝົດ ຜູ້ທີ່ພຣະເຈົ້າຢາເວໄດ້ໃຫ້ສະຕິປັນຍາແລະຄວາມເຂົ້າໃຈນັ້ນ ຕ່າງກໍມີຄວາມສາມາດເຮັດສິ່ງທີ່ຈຳເປັນ ເພື່ອສ້າງຫໍເຕັນສັກສິດ ແລະທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.” ປະຊາຊົນນຳສິ່ງຂອງມາຖວາຍຢ່າງຫລວງຫລາຍ 2 ໂມເຊໄດ້ເອີ້ນເບຊາເລນ, ໂອໂຮລີອາບ ກັບຄົນອື່ນໆທີ່ພຣະເຈົ້າຢາເວໄດ້ໃຫ້ຄວາມສາມາດ ພ້ອມທັງຜູ້ທີ່ມີຈິດໃຈຢາກຊ່ວຍປະກອບສ່ວນໃນວຽກງານກໍ່ສ້າງນັ້ນມາ ແລະໂມເຊໄດ້ບອກພວກເຂົາໃຫ້ເລີ່ມລົງມືເຮັດວຽກ. 3 ໂມເຊຈຶ່ງມອບສິ່ງຂອງທັງໝົດ ຊຶ່ງຊາວອິດສະຣາເອນໄດ້ຖວາຍເພື່ອກໍ່ສ້າງຫໍເຕັນສັກສິດນັ້ນ ໃຫ້ພວກເຂົາ, ແຕ່ວ່າຍັງມີຊາວອິດສະຣາເອນຄົນອື່ນສືບຕໍ່ນຳຂອງມາຖວາຍດ້ວຍສະມັກໃຈໃຫ້ໂມເຊທຸກເຊົ້າ. 4 ຕໍ່ມາ ພວກນາຍຊ່າງສີມື ທີ່ພວມເຮັດວຽກຢູ່ນັ້ນຈຶ່ງມາຫາໂມເຊ 5 ແລະບອກເພິ່ນວ່າ, “ປະຊາຊົນໄດ້ນຳສິ່ງຂອງມາໃຫ້ ຫລາຍກວ່າຄວາມຕ້ອງການຂອງວຽກງານທີ່ພຣະເຈົ້າຢາເວສັ່ງໃຫ້ເຮັດ.” 6 ສະນັ້ນ ໂມເຊຈຶ່ງອອກຄຳສັ່ງປະກາດໄປທົ່ວຄ້າຍພັກວ່າ, “ບໍ່ຕ້ອງໃຫ້ຜູ້ໃດນຳສິ່ງຂອງບໍລິຈາກຂອງຕົນ ມາຖວາຍສຳລັບກໍ່ສ້າງຫໍເຕັນສັກສິດອີກຕໍ່ໄປ.” ດັ່ງນັ້ນ ປະຊາຊົນຈຶ່ງບໍ່ໄດ້ນຳສິ່ງຂອງບໍລິຈາກຂອງຕົນມາອີກ 7 ກໍເພາະສິ່ງຂອງທີ່ໄດ້ນຳມາຖວາຍແລ້ວນັ້ນ ມີພຽງພໍຈົນເຫຼືອເກີນຄວາມຕ້ອງການ ໃນການດຳເນີນວຽກງານຕ່າງໆໃຫ້ສຳເລັດຜົນ. ໂມເຊສ້າງຫໍເຕັນສັກສິດ ( ອພຍ 26:1-37 ) 8 ບັນດາຊ່າງທີ່ຊຳນິຊຳນານກວ່າໝູ່ ໄດ້ສ້າງຫໍເຕັນສັກສິດ. ພວກເຂົາເຮັດຜ້າກັ້ງຂອງເຕັນດ້ວຍຜ້າປ່ານເນື້ອລະອຽດດີເປັນຜ້າກັ້ງສິບຜືນ ຕໍ່າສັບປົນກັນກັບຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງແສ່ວຮູບເຄຣຸບໃສ່ຜ້າເຫຼົ່ານັ້ນດ້ວຍ. 9 ຜ້າແຕ່ລະຜືນມີຂະໜາດເທົ່າກັນຄື: ຍາວສິບສອງແມັດແລະກວ້າງສອງແມັດ. 10 ພວກເຂົາໄດ້ຫຍິບຜ້າກັ້ງຫ້າຜືນໃຫ້ເປັນຜ້າກັ້ງຜືນດຽວ ແລະອີກຫ້າຜືນກໍໄດ້ຫຍິບໃຫ້ຄືກັນ. 11 ພວກເຂົາຍັງໄດ້ເຮັດຫູຜ້າກັ້ງເປັນສີຟ້າ ຕາມແຂບຜ້າກັ້ງຊັ້ນນອກແຕ່ລະຜືນອີກ. 12 ພວກເຂົາໄດ້ເຮັດຫູຜ້າກັ້ງຫ້າສິບຫູໃສ່ຜືນທຳອິດຂອງຜ້າກັ້ງຊຸດທີໜຶ່ງ ແລະອີກຫ້າສິບຫູໃສ່ຜ້າກັ້ງຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ. 13 ພວກເຂົາໄດ້ເຮັດຂໍຄຳຫ້າສິບຂໍສຳລັບໃຊ້ເກາະຜ້າກັ້ງ ເພື່ອເກາະຜ້າກັ້ງທັງສອງຜຶນໃຫ້ເປັນຫໍເຕັນສັກສິດດຽວກັນ. 14 ຕໍ່ມາ ພວກເຂົາໄດ້ເຮັດຜ້າປົກຄຸມຫໍເຕັນສັກສິດສິບເອັດຜືນດ້ວຍຂົນແບ້ 15 ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ: ຍາວສິບສາມແມັດແລະກວ້າງສອງແມັດ. 16 ນອກນີ້ຍັງໄດ້ຫຍິບຜ້າຫ້າຜືນໃຫ້ເປັນຜ້າກັ້ງຊຸດໜຶ່ງ ແລະຫຍິບຜ້າຫົກຜືນໃຫ້ເປັນອີກຊຸດໜຶ່ງ. 17 ສ່ວນຜ້າຜືນສຸດທ້າຍຂອງຜ້າກັ້ງຊຸດທຳອິດນັ້ນ ພວກເຂົາໄດ້ເຮັດຫູໃສ່ຫ້າສິບອັນ ແລະເຮັດຕື່ມຫ້າສິບອັນໃສ່ເທິງແຂບຂອງຜ້າກັ້ງຊຸດທີສອງ. 18 ພວກເຂົາໄດ້ເຮັດຂໍທອງສຳຣິດຫ້າສິບຂໍ ສຳລັບໃຊ້ເກາະຜ້າກັງທັງສອງຊຸດນັ້ນ ໃຫ້ເຂົ້າກັນເປັນຜືນດຽວ 19 ແລະໄດ້ເຮັດຜ້າປົກຄຸມອີກສອງຊະນິດ ຄືຜ້າຜືນທຳອິດເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະຜ້າຜືນທີສອງໄດ້ເຮັດດ້ວຍໜັງສັດອັນລະອຽດດີ ເພື່ອໃຊ້ປົກຊັ້ນນອກ. 20 ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນສັກສິດດ້ວຍໄມ້ກະຖິນເທດ ໂດຍຕັ້ງຂຶ້ນໃຫ້ທ່ຽງດີ. 21 ແຕ່ລະຮ່າງຍາວສີ່ແມັດ ແລະກວ້າງຫົກສິບຫົກເຊັນ. 22 ໂດຍໄດ້ໃຊ້ໄມ້ຄານສອງທ່ອນ ຮ່າງຂອບກາງຫໍເຕັນສັກສິດຈຶ່ງສາມາດຕໍ່ເຂົ້າກັນໄດ້ ຢ່າງໜຽວແໜ້ນດີ. ຮ່າງຂອບກາງຫໍເຕັນມີຄານຈັບທຸກອັນ. 23 ພວກເຂົາໄດ້ເຮັດຮ່າງຂອບກາງຫໍເຕັນສັກສິດຊາວຮ່າງຢູ່ທາງດ້ານໃຕ້ 24 ແລະໄດ້ເຮັດຕີນຮອງຕີນເສົາດ້ວຍເງິນສີ່ສິບຕີນ ໂດຍໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ກາງຫໍເຕັນສັກສິດຮ່າງໜຶ່ງ ຊຶ່ງຈັ້ງດ້ວຍໄມ້ຄານສອງອັນ. 25 ພວກເຂົາໄດ້ເຮັດຮ່າງຂອບໄມ້ກາງຫໍເຕັນສັກສິດຊາວອັນຢູ່ທາງດ້ານເໜືອ 26 ແລະໄດ້ເຮັດຕີນຮອງເສົາສີ່ສິບອັນດ້ວຍເງິນ ໂດຍໄດ້ໃຊ້ຕີນຮອງເສົາສອງອັນ ຕໍ່ຮາງຂອບໄມ້ກາງຫໍເຕັນຮ່າງໜຶ່ງ. 27 ສຳລັບດ້ານຫລັງຂອງຫໍເຕັນສັກສິດ ຄືດ້ານຕາເວັນຕົກ ພວກເຂົາໄດ້ເຮັດຂອບໄມ້ກາງຫົກອັນ 28 ແລະອີກສອງຮ່າງສຳລັບແຈຂອງຫໍເຕັນສັກສິດ. 29 ສ່ວນແຈຂອງຮ່າງຂອບໄມ້ກາງຫໍເຕັນສັກສິດເຫຼົ່ານັ້ນ ໄດ້ຕໍ່ເຂົ້າກັນຂ້າງລຸ່ມ ແລະເລີຍຂຶ້ນໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນແມ່ນໄດ້ເຮັດຕາມດັ່ງກ່າວມານີ້. 30 ດັ່ງນັ້ນ ເມື່ອລວມກັນແລ້ວຈຶ່ງໄດ້ມີຮ່າງຂອບໄມ້ຫໍເຕັນແປດຮ່າງ ກັບມີຕີນຮອງທີ່ເຮັດດ້ວຍເງິນສິບຫົກອັນ ຄືແຕ່ລະຮ່າງຂອບໄມ້ໃຊ້ຕີນຮອງສອງອັນ. 31 ພວກເຂົາໄດ້ເຮັດຂາງດ້ວຍໄມ້ກະຖິນເທດສິບຫ້າອັນ. ໄມ້ຂາງຫ້າອັນໃດໃຊ້ສຳລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ. 32 ໄມ້ຂາງອີກຫ້າອັນໄດ້ໃຊ້ສຳລັບຈັ້ງຮ່າງຂອບໄມ້ຫໍເຕັນສັກສິດອີກດ້ານໜຶ່ງ ແລະອີກຫ້າອັນນັ້ນໄດ້ໃຊ້ສຳລັບຈັ້ງຮ່າງຂອບໄມ້ຂອງຫໍເຕັນສັກສິດທາງດ້ານຫລັງ ຄືດ້ານຕາເວັນຕົກ. 33 ສ່ວນຂາງໂຕກາງທີ່ໃຊ້ຈັ້ງຮ່າງຂອບໄມ້ເຄິ່ງໜຶ່ງຂຶ້ນໄປນັ້ນ ຢຽດຈາກສົ້ນໜຶ່ງຂອງຫໍເຕັນຫາອີກສົ້ນໜຶ່ງ. 34 ພວກເຂົາໄດ້ໂອບຮ່າງຂອບໄມ້ນັ້ນດ້ວຍຄຳ ແລະໄດ້ເຮັດຫູຂອງຮ່າງຂອບໄມ້ດ້ວຍຄຳຄືກັນ ເພື່ອຈັບຂາງນັ້ນໄວ້ ສ່ວນຂາງນັ້ນກໍໄດ້ໂອບດ້ວຍຄຳຄືກັນ. 35 ພວກເຂົາໄດ້ເຮັດຜ້າກັ້ງຜືນໜຶ່ງທີ່ຕໍ່າດ້ວຍຜ້າປ່ານເນື້ອລະອຽດດີ ປົນຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະໄດ້ແສ່ວຮູບເຄຣຸບໃສ່ຜ້ານັ້ນ. 36 ພວກເຂົາໄດ້ເຮັດເສົາສີ່ເສົາດ້ວຍໄມ້ກະຖິນເທດ ແລະໄດ້ເອົາຄຳໂອບດ້ວຍ. ພວກເຂົາໄດ້ເຮັດຂໍຄຳເກາະໃສ່ ແລະໄດ້ເຮັດຕີນຮອງເສົາສີ່ອັນເປັນເງິນເພື່ອໃຫ້ຈັ້ງໄວ້. 37 ສຳລັບປະຕູຫໍເຕັນນັ້ນ ພວກເຂົາໄດ້ເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ທີ່ຕໍ່າປົນຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງໄດ້ຕົບແຕ່ງດ້ວຍການຫຍິບແສ່ວຢ່າງລະອຽດດີດ້ວຍ. 38 ສຳລັບຜ້າກັ້ງນັ້ນ ພວກເຂົາໄດ້ເຮັດເສົາຫ້າເສົາຕິດໃສ່ກັບຂໍເກາະ ແລະໃຊ້ຄຳໂອບທັງເສົາແລະເຊືອກທີ່ຫ້ອຍຜ້າກັ້ງນັ້ນດ້ວຍ. ສ່ວນຕີນຮອງເສົາຫ້າອັນນັ້ນ ແມ່ນໄດ້ເຮັດດ້ວຍທອງສຳຣິດ. |
@ 2012 United Bible Societies. All Rights Reserved.