Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 34 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ສັ່ງ​ໂມເຊ​ໃຫ້​ຕັດ​ແຜ່ນ​ຫີນ​ໃໝ່​ອີກ
( ພບຍ 10:1-5 )

1 ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ເທື່ອ​ທຳອິດ ແລະ​ເຮົາ​ຈະ​ຂຽນ​ຖ້ອຍຄຳ​ຂອງ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ແຕກ​ນັ້ນ​ໃສ່.

2 ຈົ່ງ​ເຮັດ​ໃຫ້​ແລ້ວ​ໃນ​ມື້ອື່ນ​ຕອນເຊົ້າ ແລະ​ຂຶ້ນ​ມາ​ພົບ​ເຮົາ​ຢູ່​ເທິງ​ພູເຂົາ​ຊີນາຍ​ພີ້.

3 ເຈົ້າ​ຢ່າ​ໃຫ້​ໃຜ​ຂຶ້ນ​ມາ​ນຳ ຢ່າ​ໃຫ້​ເຮົາ​ເຫັນ​ຜູ້ໃດ ໃນ​ບ່ອນໃດ​ບ່ອນໜຶ່ງ​ທີ່​ເທິງ​ພູ​ເປັນ​ເດັດຂາດ ແມ່ນແຕ່​ຝູງແກະ, ຝູງແບ້ ແລະ​ຝູງງົວ ກໍ​ຢ່າ​ໃຫ້​ຂຶ້ນ​ມາ​ກິນ​ຫຍ້າ​ທີ່​ເນີນພູ​ນີ້.”

4 ດັ່ງນັ້ນ ໂມເຊ​ຈຶ່ງ​ຕັດ​ຫີນ​ເປັນ​ສອງ​ແຜ່ນ​ຄື​ເທື່ອ​ທຳອິດ ແລະ​ມື້​ຕໍ່ມາ​ແຕ່​ເດິກໆ ເພິ່ນ​ກໍ​ຖື​ແຜ່ນ​ຫີນ​ນັ້ນ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີນາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.

5 ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເມກ​ຢືນ​ຢູ່​ກັບ​ໂມເຊ​ໃນ​ທີ່ນັ້ນ. ພຣະອົງ​ປະກາດ​ນາມຊື່​ອັນ​ສັກສິດ​ຂອງ​ພຣະອົງ​ວ່າ ພຣະເຈົ້າຢາເວ.

6 ແລ້ວ​ພຣະເຈົ້າຢາເວ​ກໍ​ຍ່າງ​ຜ່ານ​ໂມເຊ​ໄປ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ແລະ​ເຕັມລົ້ນ​ດ້ວຍ​ພຣະຄຸນ ຜູ້​ບໍ່​ຮ້າຍ​ງ່າຍ ແລະ​ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ສັດຊື່.

7 ເຮົາ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຕະຫລອດໄປ​ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ ທັງ​ຍົກຜິດ​ຍົກບາບ​ໃຫ້​ດ້ວຍ; ແຕ່​ເຮົາ​ບໍ່​ອາດ​ຈະ​ລືມ​ລົງໂທດ​ລູກຫລານ ຂອງ​ຜູ້​ທີ່​ເຮັດ​ບາບ​ຕໍ່ສູ້​ເຮົາ​ໄດ້​ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.”

8 ໂມເຊ​ຈຶ່ງ​ຟ້າວ​ຂາບລົງ ແລະ​ນ້ອມ​ນະມັດສະການ​ພຣະອົງ.

9 ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ພຣະເຈົ້າ​ເຮັດ​ພັນທະສັນຍາ​ກັບ​ຊາດ​ອິດສະຣາເອນ​ໃໝ່
( ອພຍ 23:14-19 ; ພບຍ 7:1-5 ; 16:1-17 )

10 ພຣະອົງ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ເຮັດ​ສິ່ງ​ອັນ​ຍິ່ງ​ໃຫ່ຍ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ເຄີຍ​ເຮັດ​ກັບ​ຊົນຊາດ​ໃດໆ​ໃນ​ໂລກ​ມາ​ກ່ອນ. ປະຊາຊົນ​ທັງໝົດ​ຈະ​ໄດ້​ເຫັນ​ການ​ອັນ​ຍິ່ງໃຫຍ່ ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ສຳລັບ​ເຈົ້າ.

11 ຈົ່ງ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ທີ່​ນັ້ນ.

12 ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.

13 ແຕ່​ກົງກັນຂ້າມ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ມ້າງ​ເສົາ​ຫີນ​ສັກສິດ ແລະ​ປໍ້າ​ເສົາ​ໄມ້​ສັກສິດ ຊຶ່ງ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖິ້ມ.

14 ຢ່າ​ຂາບໄຫວ້​ພະອື່ນ​ໃດ ເພາະ​ພຣະເຈົ້າຢາເວ ຜູ້​ມີ​ນາມຊື່​ວ່າ​ອົງ​ຫວງແຫນ​ເປັນ​ພຣະເຈົ້າ​ອົງ​ຫວງແຫນ.

15 ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ​ນີ້ ເພາະວ່າ​ເມື່ອ​ພວກເຂົາ​ຂາບໄຫວ້​ບູຊາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ຈະ​ເຊີນ​ພວກເຈົ້າ​ໃຫ້​ເຂົ້າ​ຮ່ວມ ແລະ​ພວກເຈົ້າ​ອາດ​ຖືກ​ຊັກຊວນ​ໃຫ້​ກິນ​ອາຫານ ທີ່​ໄດ້​ຖວາຍ​ແກ່​ບັນດາ​ພະ​ຂອງ​ພວກເຂົາ​ກໍໄດ້.

16 ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.

17 ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.

18 ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.

19 ລູກຊາຍກົກ​ທຸກຄົນ ແລະ​ສັດ​ຫົວປີ​ທຸກ​ໂຕ​ເປັນ​ຂອງເຮົາ

20 ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.

21 ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ ເຖິງ​ແມ່ນ​ຈະ​ຢູ່​ໃນ​ລະດູ​ເຮັດໄຮ່​ເຮັດນາ​ຫລື​ຫວ່ານກ້າ​ກໍຕາມ.

22 ຈົ່ງ​ສະຫລອງ​ເທດສະການ​ແຫ່ງ​ການ​ເກັບກ່ຽວ ເມື່ອ​ເຈົ້າ​ເລີ່ມ​ກ່ຽວເຂົ້າ​ໃນ​ນາ​ຄັ້ງ​ທຳອິດ ແລະ​ສະຫລອງ​ເທດສະການ​ປຸກຕູບຢູ່ ເມື່ອ​ເຈົ້າ​ເກັບ​ຜົນລະປູກ​ຈາກ​ສວນ​ທຸກໆ​ປາຍ​ປີ.

23 ສາມ​ເທື່ອ​ຕໍ່​ທຸກໆ​ປີ​ໃດ ຈົ່ງ​ໃຫ້​ຜູ້ຊາຍ​ທຸກຄົນ​ເຂົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ​ພຣະເຈົ້າ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

24 ຫລັງຈາກ​ທີ່​ເຮົາ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ໃຫ້​ອອກ​ໄປ​ກ່ອນ​ໜ້າ​ພວກເຈົ້າ ແລະ​ຂະຫຍາຍ​ດິນແດນ​ອອກ​ໃຫ້​ພວກເຈົ້າ​ແລ້ວ ກໍ​ຈະ​ບໍ່ມີ​ໃຜ​ກ້າ​ຄິດ​ຢຶດຄອງ​ເອົາ​ດິນແດນ​ຂອງ​ພວກເຈົ້າ ໃນ​ລະຫວ່າງ​ການ​ສະຫລອງ​ເທດສະການ​ສາມ​ປາງ​ນີ້.

25 ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ຢ່າ​ຮັກສາ​ຊີ້ນ​ສັດ​ສ່ວນໃດ​ສ່ວນໜຶ່ງ​ທີ່​ຂ້າ​ຖວາຍ​ໃນ​ເທດສະການ​ປັດສະຄາ ໄວ້​ຈົນ​ຮອດ​ຮຸ່ງ​ເຊົ້າ​ຂອງ​ມື້​ໃໝ່.

26 ຈົ່ງ​ນຳ​ພືດຜົນ​ທີ່​ດີເລີດ​ຊຶ່ງ​ເກັບກ່ຽວ​ແຕ່ລະ​ຫົວປີ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.”

27 ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້​ໄວ້ ເພາະວ່າ​ແມ່ນ​ຫລັກ​ຂອງ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວັ​ກັບ​ເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ.”

28 ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ເພິ່ນ​ໄດ້​ຂຽນ​ຖ້ອຍຄຳ​ຕ່າງໆ​ຂອງ​ພັນທະສັນຍາ​ໃສ່​ລົງ​ໃນ​ແຜ່ນຫີນ ຄື​ຂຽນ​ຂໍ້ຄຳສັ່ງ​ສິບ​ປະການ.


ໂມເຊ​ລົງ​ມາ​ຈາກ​ພູເຂົາ​ຊີນາຍ

29 ເມື່ອ​ໂມເຊ​ຖື​ແຜ່ນຫີນ​ທີ່​ບັນຈຸ​ກົດບັນຍັດ​ສິບ​ປະການ​ລົງ​ມາ​ຈາກ​ພູເຂົາ​ຊີນາຍ ເພິ່ນ​ບໍ່ໄດ້​ຮູ້​ເມື່ອ​ຕົວ​ວ່າ​ໜ້າ​ຂອງຕົນ​ສ່ອງແສງ​ເຫລື້ອມ ເພາະ​ຕົນ​ໄດ້​ກ່າວ​ກັບ​ພຣະເຈົ້າ.

30 ເມື່ອ​ອາໂຣນ​ແລະ​ຊາວ​ອິດສະຣາເອນ​ເຫັນ​ໜ້າ​ໂມເຊ​ສ່ອງແສງ​ເຫລື້ອມ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເພິ່ນ.

31 ແຕ່​ໂມເຊ​ໄດ້​ເອີ້ນ​ຫາ​ພວກເຂົາ ແລ້ວ​ອາໂຣນ​ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຂອງ​ຊຸມນຸມຊົນ​ກໍ​ເຂົ້າ​ມາ​ໃກ້ ແລະ​ຟັງ​ຄຳ​ກ່າວ​ຂອງ​ໂມເຊ.

32 ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ຫຸ້ມລ້ອມ​ເບິ່ງ​ໂມເຊ. ເພິ່ນ​ສອນ​ປະຊາຊົນ​ໃຫ້​ຮູ້ຈັກ​ກົດບັນຍັດ​ຕ່າງໆ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ເພິ່ນ​ຢູ່​ເທິງ​ພູເຂົາ​ຊີນາຍ​ນັ້ນ.

33 ເມື່ອ​ໂມເຊ​ກ່າວ​ສຸດ ເພິ່ນ​ກໍ​ເອົາ​ຜ້າປົກ​ໜ້າ​ໄວ້.

34 ທຸກ​ເທື່ອ​ທີ່​ເພິ່ນ​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ​ເພື່ອ​ກ່າວ​ກັບ​ພຣະອົງ ເພິ່ນ​ຈຶ່ງ​ເອົາ​ຜ້າປົກ​ໜ້າ​ອອກ. ເມື່ອ​ອອກ​ມາ​ຈາກ​ຫໍເຕັນ​ເທື່ອໃດ ເພິ່ນ​ກໍ​ກ່າວ​ຂໍ້ຄຳສັ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ສັ່ງ ໃຫ້​ປະຊາຊົນ​ອິດສະຣາເອນ​ຮູ້​ນຳ​ເທື່ອນັ້ນ.

35 ແລະ​ພວກເຂົາ​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ສ່ອງແສງ​ເຫລື້ອມ. ແລ້ວ​ໂມເຊ​ກໍ​ເອົາ​ຜ້າປົກ​ໜ້າ​ຕົນເອງ​ໄວ້​ເຊັ່ນ​ເຄີຍ ຈົນກວ່າ​ເພິ່ນ​ຈະ​ໄດ້​ເຂົ້າ​ໄປ​ພົບ​ພຣະເຈົ້າຢາເວ​ອີກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan