Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 32 - ພຣະຄຳພີສັກສິ


ງົວ​ຄຳ
( ພບຍ 9:6-29 )

1 ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”

2 ອາໂຣນ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ຈົ່ງ​ປົດ​ຕຸ້ມຫູ​ຂອງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຈົ້າ​ທີ່​ໃສ່​ຢູ່​ນັ້ນ​ເອົາ​ມາ​ໃຫ້​ຂ້ອຍ.”

3 ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ໄດ້​ປົດ​ຕຸ້ມຫູ​ຄຳ​ຂອງຕົນ ມອບ​ໃຫ້​ອາໂຣນ.

4 ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”

5 ແລ້ວ​ອາໂຣນ​ກໍໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ໄວ້​ຕໍ່ໜ້າ​ຮູບ​ງົວ​ຄຳ ແລະ​ປະກາດ​ວ່າ, “ມື້ອື່ນ​ຈະ​ມີ​ການ​ກິນ​ລ້ຽງ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.”

6 ໃນ​ມື້​ຕໍ່ມາ ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າໆ ພວກເຂົາ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ແລະ​ນຳ​ເອົາ​ສັດ​ໂຕ​ອື່ນ​ມາ​ຂ້າ​ກິນ​ເພື່ອ​ຄວາມ​ສາມັກຄີທຳ. ປະຊາຊົນ​ຕ່າງ​ກໍໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ຊຶ່ງ​ຕໍ່ມາ​ກໍ​ໄດ້​ມີ​ການ​ເຕັ້ນລຳ​ຖວາຍ​ບູຊາ​ຮູບເຄົາຣົບ​ຢ່າງ​ເຖິງ​ໃຈ.

7 ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ຟ້າວ​ກັບ​ລົງ​ໄປ​ດຽວ​ນີ້ ເພາະ​ປະຊາຊົນ​ຂອງ​ເຈົ້າ ຄື​ພວກ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄດ້​ເຮັດ​ບາບ ແລະ​ປະຖິ້ມ​ເຮົາ​ສາ​ແລ້ວ.

8 ພວກເຂົາ​ໄດ້​ປະຖິ້ມ​ການ​ດຳເນີນ​ຊີວິດ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ປະຕິບັດ; ພວກເຂົາ​ໄດ້​ເອົາ​ຄຳ​ມາ​ຫລໍ່​ເປັນ​ຮູບ​ງົວເຖິກ​ນ້ອຍ​ໂຕໜຶ່ງ ແລະ​ໄດ້​ຂາບໄຫວ້​ຮູບ​ນັ້ນ​ທັງ​ຖວາຍບູຊາ​ແກ່​ມັນ. ພວກເຂົາ​ກຳລັງ​ເວົ້າ​ວ່າ ຮູບ​ນັ້ນ​ແມ່ນ​ພະ​ຂອງ​ພວກເຂົາ ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”

9 ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ພຽງໃດ.

10 ບັດນີ້​ເຮົາ​ໃຈຮ້າຍ​ໃຫ້​ພວກເຂົາ​ແລ້ວ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ. ຢ່າ​ພະຍາຍາມ​ຫ້າມ​ເຮົາ​ໄວ້​ເລີຍ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ກາຍເປັນ​ຊົນຊາດ​ໃຫຍ່.”

11 ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?

12 ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.

13 ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”

14 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປ່ຽນ​ການ​ຕັດສິນໃຈ ແລະ​ບໍ່ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.

15 ໂມເຊ​ໄດ້​ລົງ​ຈາກ​ພູ​ໄປ​ພ້ອມ​ທັງ​ຖື​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ແຕ່ລະ​ຂ້າງ​ຖືກ​ຈາລຶກ​ດ້ວຍ​ຂໍ້ຄຳສັ່ງ​ຕ່າງໆ.

16 ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເຮັດ​ແຜ່ນຫີນ ແລະ​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົາ​ໃສ່​ໃນ​ນັ້ນ.

17 ເມື່ອ​ໂຢຊວຍ​ໄດ້ຍິນ​ສຽງ​ປະຊາຊົນ​ພວມ​ຮ້ອງ​ເອະອະ​ກັນ​ຢູ່ ລາວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ຂ້ອຍ​ຄື​ໄດ້ຍິນ​ສຽງ​ສູ້ຮົບ​ກັນ​ຢູ່​ໃນ​ຄ້າຍພັກ.”

18 ໂມເຊ​ໄດ້​ຕອບ​ວ່າ, “ບໍ່ແມ່ນ​ສຽງ​ຮ້ອງ​ໄຊໂຢ​ຫລື​ສຽງ​ຍອມ​ແພ້ ແຕ່​ແມ່ນ​ສຽງ​ຮ້ອງລຳ​ທຳເພງ​ຕ່າງຫາກ.”

19 ເມື່ອ​ໂມເຊ​ຮອດ​ຄ້າຍພັກ​ແລະ​ເຫັນ​ຮູບ​ງົວ​ຄຳ ທັງ​ປະຊາຊົນ​ກຳລັງ​ຮ້ອງລຳ​ທຳເພງ​ກັນ​ຢູ່ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫຼາຍ. ເພິ່ນ​ໄດ້​ໂຍນ​ແຜ່ນຫີນ​ທີ່​ເພິ່ນ​ຖື​ມາ​ນັ້ນ​ໃສ່​ຕີນ​ພູ ແລະ​ແຜ່ນ​ຫີນ​ນັ້ນ​ແຕກ.

20 ເພິ່ນ​ເຂົ້າ​ໄປ​ຢຶດເອົາ​ຮູບ​ງົວ​ນ້ອຍ​ທີ່​ຫລໍ່​ດ້ວຍ​ຄຳ​ຖິ້ມ​ໃສ່​ໄຟ ບົດ​ສິ່ງ​ທີ່​ເສດເຫລືອ​ເປັນ​ຂີ້ເຖົ່າ​ໃຫ້​ໝຸ່ນ​ລະອຽດ ແລະ​ປົນ​ລົງ​ໃນ​ນໍ້າ​ໃຫ້​ຊາວ​ອິດສະຣາເອນ​ດື່ມ.

21 ແລ້ວ​ເພິ່ນ​ກໍ​ຖາມ​ອາໂຣນ​ວ່າ, “ປະຊາຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກເຂົາ​ເຮັດ​ບາບ​ຢ່າງ​ຫລວງຫຼາຍ​ເຊັ່ນນີ້?”

22 ອາໂຣນ​ໄດ້​ຕອບ​ວ່າ, “ຢ່າ​ຮ້າຍ​ໃຫ້​ຂ້ອຍ​ເທາະ ເຈົ້າ​ກໍ​ຮູ້​ຢູ່​ເຕັມໃຈ​ແລ້ວ​ບໍ່ແມ່ນ​ຫລື​ວ່າ​ປະຊາຊົນ​ເຫຼົ່ານີ້​ພ້ອມ​ທີ່​ຈະ​ເຮັດ​ບາບ​ຢູ່​ແລ້ວ.

23 ພວກເຂົາ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ, ‘ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ສະນັ້ນ ໃຫ້​ພວກເຮົາ​ເຮັດ​ຮູບ​ພະ​ເພື່ອ​ນຳພາ​ພວກເຮົາ​ສາ.’

24 ຂ້ອຍ​ໄດ້​ຂໍ​ໃຫ້​ພວກເຂົາ​ນຳ​ເຄື່ອງ​ເອ້​ທີ່​ເປັນ​ຄຳ​ມາ​ໃຫ້​ຂ້ອຍ ແລະ​ຜູ້​ທີ່​ມີ​ກໍ​ປົດ​ອອກ​ມາ​ໃຫ້​ຂ້ອຍ​ໂລດ. ຂ້ອຍ​ໄດ້​ໂຍນ​ເຄື່ອງ​ເອ້​ເຫຼົ່ານັ້ນ​ຖິ້ມ​ໃສ່​ໄຟ ແລະ​ຈາກ​ສິ່ງ​ເຫຼົ່ານັ້ນ​ກໍ​ອອກ​ມາ​ເປັນ​ຮູບ​ງົວ​ຄຳ​ໂຕ​ນີ້​ແຫຼະ.”

25 ໂມເຊ​ໄດ້​ຮູ້​ວ່າ​ແມ່ນ​ອາໂຣນ ທີ່​ເປັນ​ຜູ້​ປ່ອຍ​ປະຊາຊົນ​ໃຫ້​ເຮັດ​ຕາມໃຈ ແລະ​ຂາດ​ການ​ຄວບຄຸມ​ຢັບຢັ້ງ ໂດຍ​ທີ່​ພວກເຂົາ​ຢູ່​ທ່າມກາງ​ເຫຼົ່າ​ສັດຕູ.

26 ສະນັ້ນ ໂມເຊ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ທາງ​ປະຕູເຂົ້າ​ຄ້າຍ ແລະ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ທີ່​ຢູ່​ຝ່າຍ​ພຣະເຈົ້າຢາເວ ຈົ່ງ​ມາ​ທາງ​ພີ້” ປະຊາຊົນ​ໃນ​ເຜົ່າເລວີ​ທັງໝົດ​ໄດ້​ມາ​ເຂົ້າ​ກັບ​ໂມເຊ

27 ແລ້ວ​ເພິ່ນ​ກໍ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ສັ່ງ​ພວກເຈົ້າ​ທຸກຄົນ ໃຫ້​ຈັບ​ດາບ​ແລະ​ໄປ​ທົ່ວ​ຄ້າຍ​ແຕ່​ປະຕູ​ນີ້​ເຖິງ​ປະຕູ​ນັ້ນ ຂ້າ​ບັນດາ​ອ້າຍ​ເອື້ອຍ​ນ້ອງ ໝູ່ຄູ່​ແລະ​ເພື່ອນບ້ານ​ຂອງຕົນ.”

28 ພວກ​ເລວີ​ຈຶ່ງ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ ໂດຍ​ໄດ້​ຂ້າ​ປະມານ​ສາມພັນ​ຄົນ​ໃນ​ມື້​ນັ້ນ.

29 ສະນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ພວກ​ເລວີ​ວ່າ, “ວັນ​ນີ້ ພວກເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຈົ້າ​ເອງ ເປັນ​ປະໂຣຫິດ​ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ໂດຍ​ໄດ້​ຂ້າ​ບັນດາ​ລູກຊາຍ ແລະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ອວຍພອນ​ໃຫ້​ແກ່​ພວກເຈົ້າ​ໃນ​ວັນນີ້.”

30 ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ແຕ່​ບັດນີ້ ເຮົາ​ຈະ​ຂຶ້ນ​ໄປ​ພົບ​ພຣະເຈົ້າຢາເວ​ຢູ່​ເທິງ​ພູເຂົາ ບາງທີ​ເຮົາ​ອາດ​ຂໍຮ້ອງ​ພຣະອົງ ໃຫ້​ຍົກ​ບາບ​ແກ່​ພວກເຈົ້າ​ກໍ​ເປັນ​ໄປ​ໄດ້.”

31 ແລ້ວ​ໂມເຊ​ກໍ​ກັບ​ໄປ​ເຝົ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ພວກເຂົາ​ໄດ້​ເອົາ​ຄຳ​ຫລໍ່​ເປັນ​ພະ​ແລະ​ຂາບໄຫວ້.

32 ກະລຸນາ​ຍົກ​ບາບ​ໃຫ້​ພວກເຂົາ​ດ້ວຍ; ຖ້າບໍ່​ດັ່ງນັ້ນ ຈົ່ງ​ລຶບ​ຊື່​ຂອງ​ຂ້ານ້ອຍ​ອອກ​ຈາກ​ປື້ມ​ບັນຊີ​ແຫ່ງ​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ສາ​ເຖີດ.”

33 ພຣະເຈົ້າຢາເວ​ຈຶ່ງ​ຕອບ​ໂມເຊ​ວ່າ, “ຜູ້ໃດ​ເຮັດ​ບາບ​ຕໍ່ສູ້​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້ນັ້ນ​ອອກ​ຈາກ​ປື້ມ​ບັນຊີ​ຂອງເຮົາ.

34 ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”

35 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບັນດານ​ໃຫ້​ປະຊາຊົນ​ເກີດ​ໂຣກລະບາດ ເພາະ​ພວກເຂົາ​ໄດ້​ບັງຄັບ​ອາໂຣນ​ໃຫ້​ເຮັດ​ງົວ​ຄຳ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan