ອົບພະຍົບ 31 - ພຣະຄຳພີສັກສິພວກຊ່າງສີມືທີ່ສ້າງຫໍເຕັນຂອງອົງພຣະຜູ້ເປັນເຈົ້າ ( ອພຍ 35:30–36:1 ) 1 ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, 2 “ເຮົາໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ 3 ໃຫ້ໄດ້ຮັບຣິດອຳນາດຂອງເຮົາ. ເຮົາໄດ້ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳທຸກໆຢ່າງ 4 ສຳລັບວາງແຜນແລະອອກແບບຢ່າງລະອຽດໃນການເຮັດເຄື່ອງຄຳ, ເງິນ ແລະທອງສຳຣິດ; 5 ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງລົງໃນກະໂບກ; ສຳລັບແກະສະຫລັກໄມ້ ແລະສຳລັບວິຊາການໃນວຽກງານສີລະປະກຳຊະນິດອື່ນໆອີກ. 6 ເຮົາໄດ້ເລືອກເອົາໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານຄືກັນ ເພື່ອໃຫ້ເຮັດວຽກຮ່ວມກັນກັບເບຊາເລນ. ເຮົາໄດ້ໃຫ້ພວກຊ່າງສີມືຄົນອື່ນໆມີສະຕິປັນຍາຄືກັນ ເພື່ອວ່າພວກເຂົາຈະສາມາດເຮັດທຸກໆສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດເຊັ່ນ: 7 ຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາພ້ອມທັງຝາອັດ, ເຄື່ອງປະກອບທຸກໆຊະນິດຂອງຫໍເຕັນ, 8 ໂຕະແລະເຄື່ອງໃຊ້ທັງໝົດປະຈຳໂຕະ, ຫລັກຕະກຽງເປັນຄຳສົດ ແລະເຄື່ອງໃຊ້ປະຈຳຕະກຽງ, ແທ່ນສຳລັບເຜົາເຄື່ອງຫອມ, 9 ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ, ຂັນແລະພານທອງ, 10 ເຄື່ອງສະຫງ່າງາມປະຈຳຕຳແໜ່ງປະໂຣຫິດຂອງອາໂຣນ ແລະພວກລູກຊາຍຂອງລາວ ເພື່ອໃສ່ໃນເວລາພວກເຂົາເຂົ້າມາບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. 11 ສ່ວນນໍ້າມັນສັກສິດ ແລະເຄື່ອງຫອມເພື່ອຖວາຍສຳລັບສະຖານທີ່ບໍຣິສຸດນັ້ນ ຈົ່ງໃຫ້ພວກເຂົາເຮັດຢ່າງຖືກຕ້ອງຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ທຸກປະການ.” ວັນຊະບາໂຕເປັນວັນພັກຜ່ອນ 12-13 ພຣະເຈົ້າຢາເວໄດ້ສັ່ງໂມເຊ. ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ຈົ່ງນັບຖືວັນຊະບາໂຕເປັນວັນພັກຜ່ອນຂອງເຮົາ ເພາະມັນແມ່ນໝາຍສຳຄັນລະຫວ່າງເຈົ້າແລະເຮົາສືບໄປເປັນນິດ ເພື່ອສະແດງວ່າ ເຮົາແມ່ນພຣະເຈົ້າຢາເວ ໄດ້ຮັບເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ. 14 ຈົ່ງຮັກສາວັນພັກຜ່ອນນີ້ ເພາະເປັນວັນສັກສິດ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ. 15 ຈົ່ງເຮັດວຽກຂອງພວກເຈົ້າໃນຫົກວັນ ແຕ່ໃນວັນທີ່ເຈັດໃຫ້ຖືເປັນວັນພັກຜ່ອນເພື່ອອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ. 16 ໃຫ້ປະຊາຊົນອິດສະຣາເອນຢຶດຖືວັນຊະບາໂຕ ຕະຫຼອດຊົ່ວອາຍຸຂອງພວກເຂົາ ໃຫ້ເປັນພັນທະສັນຍາອັນຕະຫຼອດໄປ. 17 ມັນເປັນໝາຍສຳຄັນລະຫວ່າງປະຊາຊົນອິດສະຣາເອນກັບເຮົາຕະຫລອດໄປ ເພາະວ່າພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກໃນຫົກວັນ ແລະໃນວັນທີເຈັດ ພຣະອົງໄດ້ຢຸດກິດຈະການທັງໝົດແລະພັກຜ່ອນ.” 18 ເມື່ອພຣະເຈົ້າໄດ້ກ່າວກັບໂມເຊທີ່ເທິງພູເຂົາຊີນາຍຈົບແລ້ວ ພຣະອົງໄດ້ເອົາຫີນສອງແຜ່ນ ຊຶ່ງໄດ້ຈາລຶກຂໍ້ຄຳສັ່ງຂອງພຣະອົງ ຊຶ່ງຂຽນໂດຍພຣະຫັດ(ມື)ຂອງພຣະເຈົ້າເອງນັ້ນ ຍື່ນໃຫ້ໂມເຊ. |
@ 2012 United Bible Societies. All Rights Reserved.