Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 30 - ພຣະຄຳພີສັກສິ


ແທ່ນເຜົາ​ເຄື່ອງຫອມ​ເພື່ອ​ບູຊາ
( ອພຍ 37:25-28 )

1 “ຈົ່ງ​ເຮັດ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້​ກະຖິນເທດ.

2 ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ຊຶ່ງ​ແຕ່ລະ​ຂ້າງ​ມີ 45 ເຊັນ ແລະ​ສູງ 90 ເຊັນ. ສ່ວນ​ຍອດ​ຂອງ​ແທ່ນ​ທັງ​ສີ່​ຫລ່ຽມ​ນັ້ນ ໃຫ້​ເປັນ​ໄມ້​ເນື້ອ​ດຽວກັນ​ກັບ​ແທ່ນ.

3 ຈົ່ງ​ໂອບ​ດ້ານ​ເທິງ​ແລະ​ຈອມ​ຂອງ​ແທ່ນ​ທັງ​ສີ່​ດ້ານ​ນັ້ນ​ດ້ວຍ​ຄຳສົດ ແລະ​ຈົ່ງ​ເຮັດ​ຂອບ​ຄຳ​ອ້ອມຮອບ​ແທ່ນ​ດ້ວຍ.

4 ຈົ່ງ​ເຮັດ​ຫູ​ສອງ​ຫູ​ເພື່ອ​ໃຊ້​ຫາມ ຈອດ​ຕິດ​ໄວ້​ກັບ​ຂອບ​ລຸ່ມ​ທັງສອງ​ຂອບ​ສຳລັບ​ສອດ​ຄານຫາມ​ໃສ່.

5 ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.

6 ໃຫ້​ຕັ້ງ​ແທ່ນບູຊາ​ນັ້ນ​ໄວ້​ຂ້າງ​ນອກ​ຜ້າກັ້ງ ຊຶ່ງ​ກາງ​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຢູ່​ໃນ​ທີ່ນັ້ນ​ແຫຼະ ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ພົບ​ກັບ​ເຈົ້າ.

7 ທຸກໆ​ເຊົ້າ​ເມື່ອ​ອາໂຣນ​ເຂົ້າ​ມາ​ບົວລະບັດ​ຕະກຽງ ໃຫ້​ລາວ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ນັ້ນ.

8 ໃຫ້​ລາວ​ເຮັດ​ວິທີ​ດຽວກັນ​ກັບ ເມື່ອ​ລາວ​ໄຕ້​ຕະກຽງ​ໃນ​ຕອນ​ຄໍ່າ. ການ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແມ່ນ​ໃຫ້​ປະຕິບັດ​ສືບໆ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ ຕະຫລອດ​ຊົ່ວ​ເຊື້ອສາຍ​ຂອງ​ເຈົ້າ.

9 ຢ່າ​ໄດ້​ຖວາຍ​ສິ່ງ​ທີ່​ຕ້ອງ​ຫ້າມ​ເທິງ​ແທ່ນບູຊາ ບໍ່​ວ່າ​ເຄື່ອງຫອມ​ຊະນິດ​ໃດໆ, ສັດ, ພືດຜົນ​ເປັນເມັດ​ກໍຕາມ ແລະ​ຢ່າ​ຖອກ​ເຫຼົ້າ​ອະງຸ່ນ​ໃສ່​ແທ່ນ.

10 ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ເງິນ​ຖວາຍ​ໃຫ້​ຫໍເຕັນ​ບ່ອນ​ພຣະເຈົ້າຢາເວ​ສະຖິດ​ຢູ່

11 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

12 “ເມື່ອ​ເຈົ້າ​ຈົດ​ທະບຽນ​ສຳມະໂນຄົວ​ປະຊາຊົນ​ອິດສະຣາເອນ ຈົ່ງ​ໃຫ້​ຊາຍ​ແຕ່ລະຄົນ​ຈ່າຍ​ຄ່າ​ຊີວິດ​ຂອງຕົນ​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ໄພ​ອັນຕະລາຍ​ຈະ​ບໍ່​ມາ​ຖືກ​ພວກເຂົາ ໃນ​ຂະນະທີ່​ມີ​ການ​ຈົດ​ທະບຽນ​ນັ້ນ.

13 ທຸກຄົນ​ທີ່​ມີ​ລາຍຊື່​ໃນ​ການ​ຈົດ​ທະບຽນ ຕ້ອງ​ຈ່າຍ​ເງິນ​ໃນ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ທຸກໆ​ຄົນ​ຈະ​ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ດັ່ງ​ກ່າວ​ນີ້ ເປັນ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ.

14 ທຸກໆ​ຄົນ​ທີ່​ໄດ້​ນັບ​ເຂົ້າ​ໃນ​ການ​ຈົດ​ທະບຽນ​ຄອບຄົວ ຄື​ຜູ້​ທີ່​ມີ​ອາຍຸ​ຕັ້ງແຕ່ 20 ປີ ຂຶ້ນ​ໄປ ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ນີ້​ແກ່​ພຣະເຈົ້າຢາເວ.

15 ເມື່ອ​ພວກເຈົ້າ​ນຳ​ເອົາ​ເງິນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເພື່ອ​ຈະ​ໄດ້ໄຖ່​ຊີວິດ​ຂອງ​ເຈົ້າ​ທັງຫຼາຍ​ນັ້ນ ຄົນ​ຮັ່ງມີ​ກໍ​ບໍ່​ໃຫ້​ເກີນ​ເຄິ່ງ​ເຊເຄນ ແລະ​ຄົນ​ຍາກຈົນ​ກໍ​ບໍ່​ໃຫ້​ຫລຸດ​ໜ້ອຍກວ່າ​ເຄິ່ງ​ເຊເຄນ.

16 ຈົ່ງ​ໂຮມ​ເງິນ​ທັງໝົດ​ທີ່​ໄດ້​ຈາກ​ປະຊາຊົນ​ອິດສະຣາເອນ​ນັ້ນ ນຳ​ມາ​ໃຊ້​ຈ່າຍ​ໃນ​ການ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ. ເພື່ອ​ເປັນທີ່​ລະນຶກເຖິງ​ຊົນຊາດ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ສຳລັບ​ການໄຖ່​ຊີວິດ​ຂອງ​ພວກເຈົ້າ​ທັງຫຼາຍ.”


ຂັນ​ທອງສຳຣິດ

17 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

18 “ຈົ່ງ​ເອົາ​ທອງສຳຣິດ​ມາ​ຫລໍ່​ເປັນ​ຂັນ​ແລະ​ພານ​ຮອງ​ຂັນ. ຈົ່ງ​ວາງ​ຂັນ​ນັ້ນ​ໃຫ້​ຢູ່​ລະຫວ່າງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ ແລະ​ຕັກ​ນໍ້າ​ໃສ່​ໃນ​ນັ້ນ.

19 ຈົ່ງ​ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຊ້​ນໍ້າ​ນັ້ນ​ລ້າງ​ມື​ແລະ​ຕີນ​ຂອງ​ພວກເຂົາ

20 ກ່ອນ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ແທ່ນບູຊາ​ສຳລັບ​ຖວາຍ​ບູຊາ​ດ້ວຍໄຟ​ແດ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ.

21 ພວກເຂົາ​ຕ້ອງ​ລ້າງ​ມື​ແລະ​ລ້າງ​ຕີນ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ. ອັນ​ນີ້​ແມ່ນ​ກົດເກນ ຊຶ່ງ​ພວກເຂົາ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຕ້ອງ​ພາກັນ​ຢຶດຖື ແລະ​ຮັກສາ​ໄວ້​ສືບໆໄປ.”


ນໍ້າມັນ​ສັກສິດ

22 ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,

23 “ຈົ່ງ​ເອົາ​ເຄື່ອງຫອມ​ຊັ້ນ​ດີທີ່ສຸດ​ມາ​ປຸງ​ເຮັດ​ນໍ້າຫອມ​ເຊັ່ນ: ຢາງໄມ້​ຫອມ​ປະມານ​ຫົກ​ກິໂລກຼາມ ກຳຍານ​ເປັນ​ດິ້ວ​ປະມານ​ສາມ​ກິໂລກຼາມ ໃບເຕີຍ​ຫອມ​ປະມານ​ສາມ​ກິໂລກຼາມ

24 ແລະ​ກາລະບູນ​ປະມານ​ຫົກ​ກິໂລກຼາມ (ທັງໝົດ​ນີ້​ໃຫ້​ສັ່ງ​ຕາມ​ນໍ້າໜັກ ທາງ​ການ​ຂອງ​ສຳນັກ​ນະມັດສະການ). ປະສົມ​ກັບ​ນໍ້າມັນ​ໝາກກອກເທດ​ສີ່​ລິດ

25 ເພື່ອ​ເຮັດ​ນໍ້າມັນ​ສັກສິດ​ປຸງແຕ່ງ​ແບບ​ນໍ້າຫອມ.

26 ຈົ່ງ​ໃຊ້​ນໍ້າມັນ​ສັກສິດ​ນີ້​ຫົດສົງ​ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ,

27 ໂຕະ​ແລະ​ເຄື່ອງໃຊ້​ປະຈຳ​ໂຕະ, ຫລັກ​ຕະກຽງ​ແລະ​ເຄື່ອງໃຊ້​ປະຈຳ​ຫລັກ​ຕະກຽງ​ທັງໝົດ ແລະ​ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ,

28 ແທ່ນບູຊາ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ, ພ້ອມ​ເຄື່ອງໃຊ້​ປະຈຳ​ແທ່ນ​ທັງໝົດ, ຕະຫລອດ​ທັງ​ຂັນ​ແລະ​ພານ​ຮອງ​ຂັນ​ດ້ວຍ.

29 ຈົ່ງ​ອຸທິດ​ຖວາຍ​ສິ່ງ​ເຫຼົ່ານັ້ນ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້ ແລະ​ສິ່ງ​ທັງໝົດ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ສິ່ງ​ເຫຼົ່ານີ້ ຜູ້ນັ້ນ​ຫລື​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ​ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ.

30 ແລ້ວ​ຈົ່ງ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ສະຖາປະນາ​ພວກເຂົາ​ໃຫ້​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.

31 ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ອັນນີ້ ແມ່ນ​ນໍ້າມັນ​ສັກສິດ​ຂອງເຮົາ ທີ່​ຈະ​ຕ້ອງ​ໃຊ້​ຫົດສົງ​ຕະຫລອດໄປ.

32 ຢ່າ​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທຳມະດາ ແລະ​ຢ່າ​ໃຊ້​ສູດ​ນີ້​ເພື່ອ​ປະສົມ​ນໍ້າມັນ​ຊະນິດ​ອື່ນໆ​ອີກ. ນໍ້າມັນ​ນີ້​ເປັນ​ນໍ້າມັນ​ສັກສິດ. ສະນັ້ນ ເຈົ້າ​ຈົ່ງ​ຮັກສາ​ໄວ້​ໃຫ້​ສັກສິດ.

33 ຜູ້ໃດ​ກໍຕາມ​ທີ່​ໃຊ້​ສູດ​ນີ້​ປະສົມ​ເພື່ອ​ປຸງ​ນໍ້າມັນ​ຫົດສົງ ຫລື​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທີ່​ບໍ່ແມ່ນ​ປະໂຣຫິດ ຜູ້ນັ້ນ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”’


ເຄື່ອງຫອມ

34 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເອົາ​ເຄື່ອງຫອມ​ແນວ​ລະ​ຊະນິດ ຈຳນວນ​ເທົ່າ​ກັນ​ມາ​ຄື: ພືດພັນ​ຊະນິດ​ຫອມ, ຊາມົດ, ມະຫາຫິງ ແລະ​ກຳຍານ​ບໍຣິສຸດ.

35 ຈົ່ງ​ໃຊ້​ສິ່ງ​ເຫຼົ່ານີ້​ປຸງ​ເປັນ​ເຄື່ອງຫອມ ແລະ​ປະສົມ​ກັນ​ເໝືອນ​ດັ່ງ​ປຸງ​ນໍ້າຫອມ. ຈົ່ງ​ຕື່ມ​ເກືອ​ໃສ່​ເພື່ອ​ຮັກສາ​ໃຫ້​ເຄື່ອງຫອມ​ນັ້ນ​ບໍຣິສຸດ​ແລະ​ສັກສິດ.

36 ຈົ່ງ​ເອົາ​ສ່ວນ​ໜຶ່ງ​ມາ​ຕຳ​ໃຫ້​ໝຸ່ນ​ລະອຽດ ແລ້ວ​ນຳ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໂຮຍ​ໃສ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຈົ່ງ​ຮັກສາ​ເຄື່ອງຫອມ​ນີ້​ໄວ້​ໃຫ້​ສັກສິດ​ທີ່ສຸດ.

37 ຢ່າ​ໃຊ້​ສູດ​ດຽວກັນ​ນີ້​ເພື່ອ​ປຸງ​ເຄື່ອງຫອມ​ສຳລັບ​ພວກເຈົ້າ​ເອງ. ຈົ່ງ​ໃຫ້​ຖື​ວ່າ​ເປັນ​ສິ່ງ​ບໍຣິສຸດ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.

38 ຖ້າ​ໃຜ​ເຮັດ​ເຄື່ອງຫອມ​ເຊັ່ນນີ້ ຫລື​ໃຊ້​ສຳລັບ​ຜູ້ໜຶ່ງ​ຜູ້ໃດ​ທີ່​ບໍ່ແມ່ນ​ປະໂຣຫິດ​ແລ້ວ ຜູ້ນັ້ນ​ກໍ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan