Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 3 - ພຣະຄຳພີສັກສິ


ພຣະເຈົ້າ​ເອີ້ນ​ເອົາ​ໂມເຊ

1 ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.

2 ໃນ​ທີ່ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ເປັນ​ແປວ​ໄຟ ໃຫ້​ໂມເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມໄມ້​ຂຽວ​ແຫ່ງ​ໜຶ່ງ. ໂມເຊ​ຈ້ອງຕາ​ເບິ່ງ​ໄຟ​ແຕ່​ບໍ່​ເຫັນ​ພຸ່ມໄມ້​ໄໝ້.

3 ໂມເຊ​ຄິດ​ໃນ​ໃຈ​ວ່າ, “ບະ! ປະຫລາດ​ແທ້ໆ ເປັນຫຍັງ​ພຸ່ມໄມ້​ຈຶ່ງ​ບໍ່​ໄໝ້. ເຮົາ​ຈະ​ລອງ​ເຂົ້າ​ໄປ​ໃກ້ໆ​ເບິ່ງດູ.”

4 ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”

5 ພຣະເຈົ້າ​ບອກ​ວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້​ອີກ​ເປັນ​ເດັດຂາດ. ຈົ່ງ​ຖອດ​ເກີບ​ອອກ​ສາ ເພາະວ່າ​ເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ບ່ອນ​ສັກສິດ.

6 ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.

7 ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.

8 ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.

9 ເຮົາ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ຊ່ວຍເຫລືອ​ຂອງ​ປະຊາຊົນ​ເຮົາ​ຄັກແນ່​ແລ້ວ ແລະ​ເຮົາ​ໄດ້​ເຫັນ​ຊາວ​ເອຢິບ​ກົດຂີ່​ພວກເຂົາ​ຢ່າງ​ໃດ.

10 ບັດນີ້ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ເພື່ອ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ນັ້ນ.”

11 ແຕ່​ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ມະນຸດ​ສາມັນ​ທຳມະດາ ຈະ​ໄປ​ຫາ​ກະສັດ​ຟາໂຣ​ໄດ້​ບໍ? ຂ້ານ້ອຍ​ຈະ​ນຳພາ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ​ໄດ້​ຢ່າງ​ໃດ?”

12 ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”

13 ແຕ່​ໂມເຊ​ຖາມ​ພຣະເຈົ້າ​ຄືນ​ວ່າ, “ເມື່ອ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ,’ ພວກເຂົາ​ກໍ​ຈະ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະເຈົ້າ​ອົງ​ທີ່​ໃຊ້​ເຈົ້າ​ມາ​ນັ້ນ​ຊື່​ຫຍັງ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງ​ໃດ?”

14 ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາເປັນ​ຜູ້​ເຮົາເປັນ ເຈົ້າ​ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ‘ຜູ້​ທີ່​ເອີ້ນ​ຊື່​ວ່າ ເຮົາເປັນ’ ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ.”

15 ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ອີກ​ວ່າ, “ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໃຊ້​ຂ້ອຍ​ມາ​ຫາ​ພວກເຈົ້າ.’ ອັນນີ້ ແມ່ນ​ຊື່​ຂອງເຮົາ ແລະ​ຊື່​ນີ້​ຈະ​ບໍ່ມີ​ການ​ປ່ຽນແປງ​ຈັກເທື່ອ ທຸກ​ຊົ່ວ​ອາຍຸ​ຄົນ​ຈະ​ເອີ້ນ​ຊື່​ນີ້​ຕະຫລອດໄປ.

16 ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.

17 ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’

18 ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’

19 ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.

20 ແຕ່​ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ລົງໂທດ​ປະເທດ​ເອຢິບ ໂດຍ​ເຮັດ​ການ​ອັດສະຈັນ​ທັງໝົດ​ຂອງເຮົາ​ອັນ​ໜ້າຢ້ານກົວ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.

21 ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ປະຊາຊົນ​ຂອງເຮົາ ເພື່ອ​ວ່າ​ເມື່ອ​ພວກເຂົາ​ອອກ​ໄປ​ນັ້ນ ພວກເຂົາ​ຈະ​ບໍ່ໄດ້​ໜີໄປ​ໂດຍ​ມືເປົ່າ.

22 ໃຫ້​ຜູ້ຍິງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ໄປ​ຂໍ​ເຄື່ອງເງິນ, ເຄື່ອງຄຳ ແລະ​ຂໍ​ເສື້ອຜ້າ​ຈາກ​ຜູ້ຍິງ​ຊາວ​ເອຢິບ​ທີ່​ຢູ່​ບ້ານ​ດຽວກັນ ແລະ​ຈາກ​ບ້ານໃກ້​ເຮືອນຄຽງ​ຂອງຕົນ. ຊາວ​ອິດສະຣາເອນ​ຈະ​ເອົາ​ສິ່ງຂອງ​ເຫຼົ່ານີ້ ມາ​ຕົບແຕ່ງ​ໃຫ້​ພວກ​ລູກ​ຊາຍ​ຍິງ​ຂອງຕົນ ແລະ​ພວກເຂົາ​ກໍ​ຈະ​ຂົນ​ເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ​ນຳ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan