Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 29 - ພຣະຄຳພີສັກສິ


ໂມເຊ​ສະຖາປະນາ​ອາໂຣນ​ແລະ​ລູກຊາຍ​ເປັນ​ປະໂຣຫິດ
( ລລວ 8:1-36 )

1 “ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ໃນ​ການ​ອຸທິດ​ຖວາຍ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ຈົ່ງ​ເອົາ​ງົວເຖິກໜຸ່ມ​ໂຕໜຶ່ງ ແລະ​ແກະເຖິກ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍ.

2 ຈົ່ງ​ໃຊ້​ແປ້ງ​ຊະນິດ​ດີທີ່ສຸດ​ແຕ່​ບໍ່ມີ​ເຊື້ອແປ້ງ ແລະ​ນໍ້າມັນ​ໝາກກອກເທດ​ມາ​ເຮັດ​ເຂົ້າຈີ່ ຊຶ່ງ​ບາງ​ຊະນິດ​ນັ້ນ​ບໍ່​ຕ້ອງ​ໃຊ້​ນໍ້າມັນ​ໝາກກອກ​ເທດ ແລະ​ເຂົ້າຈີ່​ບາງ​ຊະນິດ​ຊຶ່ງ​ເປັນ​ແຜ່ນ​ບາງໆ ຕ້ອງ​ໃຊ້​ນໍ້າມັນ​ໝາກກອກເທດ.

3 ເມື່ອ​ເຮັດ​ແລ້ວໆ ຈົ່ງ​ໃຫ້​ເອົາ​ເຂົ້າຈີ່​ທັງໝົດ​ໃສ່​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ຖວາຍ​ແກ່​ເຮົາ ເມື່ອ​ພວກເຈົ້າ​ນຳ​ງົວໜຸ່ມ ແລະ​ແກະເຖິກ​ມາ​ເຜົາ​ຖວາຍ.

4 ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.

5 ເມື່ອ​ອາບ​ແລ້ວໆ ເຈົ້າ​ຈົ່ງ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ​ເຊັ່ນ​ວ່າ: ເສື້ອຄຸມ​ຍາວ​ມີ​ແຂນ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ສັ້ນ​ເອໂຟດ, ແຜ່ນ​ປົກເອິກ ແລະ​ສາຍ​ຮັດ​ແອວ.

6 ຈົ່ງ​ສຸບ​ໝວກ​ໃຫ້​ລາວ ແລະ​ມັດ​ເຄື່ອງ​ປະດັບ​ທີ່​ຈາລຶກ​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ’ ໃສ່​ທາງ​ໜ້າ​ໝວກ

7 ແລ້ວ​ເຈົ້າ​ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ທີ່​ເທິງ​ຫົວ​ຂອງ​ລາວ ແລະ​ສະຖາປະນາ​ລາວ.

8-9 ຈົ່ງ​ນຳ​ພວກ​ລູກຊາຍ​ຂອງ​ອາໂຣນ​ມາ​ແລະ​ນຸ່ງ​ເຄື່ອງ​ໃຫ້ ພ້ອມ​ທັງ​ຮັດ​ສາຍ​ແອວ​ກັບ​ສຸບ​ໝວກ​ໃຫ້​ພວກເຂົາ​ດ້ວຍ. ຈົ່ງ​ສະຖາປະນາ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ດ້ວຍ​ວິທີ​ນີ້. ພວກເຂົາ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ຕະຫລອດໄປ.

10 ຈົ່ງ​ເອົາ​ງົວເຖິກ​ມາ​ທາງ​ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ອາໂຣນ​ພ້ອມ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ງົວເຖິກ​ນັ້ນ.

11 ແລ້ວ​ໃຫ້​ເຈົ້າ​ຂ້າປາດຄໍ​ງົວເຖິກ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.

12 ເຈົ້າ​ຈົ່ງ​ເອົາ​ເລືອດ​ງົວ​ບາງ​ສ່ວນ​ແລະ​ໃຊ້​ມື​ຂອງ​ເຈົ້າ ຈຸ່ມ​ລົງ​ໃນ​ເລືອດ​ທາ​ໃສ່​ຍອດ​ແທ່ນ. ແລ້ວ​ຈົ່ງ​ຖອກ​ສ່ວນ​ທີ່​ເຫຼືອ​ໃສ່​ພື້ນ​ຂອງ​ແທ່ນບູຊາ.

13 ຕໍ່ໄປ ເຈົ້າ​ຈົ່ງ​ເອົາ​ເຄື່ອງ​ໃນ​ໄຂມັນ, ໜັງບາງໆ​ຫຸ້ມຫໍ່ຕັບ, ແລະ​ໝາກໄຂ່ຫຼັງ​ທັງສອງ​ໜ່ວຍ​ພ້ອມ​ໄຂມັນ​ທີ່​ຕິດ​ຢູ່​ນັ້ນ ເຜົາ​ເທິງ​ແທ່ນບູຊາ​ຖວາຍ​ແກ່​ເຮົາ.

14 ສ່ວນ​ຊີ້ນ, ໜັງ ແລະ​ໄສ້​ພຸງ​ໃຫ້​ເຜົາ​ຢູ່​ນອກ​ຄ້າຍ. ອັນ​ນີ້​ແມ່ນ​ການ​ຖວາຍບູຊາ ເພື່ອ​ລຶບລ້າງ​ບາບ​ຂອງ​ພວກ​ປະໂຣຫິດ.

15 ຈົ່ງ​ເອົາ​ແກະເຖິກ​ໂຕໜຶ່ງ​ມາ ແລະ​ບອກ​ໃຫ້​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.

16 ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ຂອງ​ມັນ ໄປ​ຖອກ​ໃສ່​ທັງ​ສີ່​ຂ້າງ​ຂອງ​ແທ່ນບູຊາ.

17 ໃຫ້​ຕັດ​ແກະ​ເປັນ​ຕ່ອນໆ ແລະ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາຫລັງ ແລ້ວ​ເອົາ​ມາ​ວາງ​ໄວ້​ເທິງ​ຫົວ​ແລະ​ເທິງ​ຕ່ອນ​ອື່ນໆ.

18 ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.

19 ຈົ່ງ​ນຳ​ແກະເຖິກ​ໂຕໜຶ່ງ​ມາ​ອີກ ຄື​ໂຕ​ທີ່​ຈະ​ໃຊ້​ໃນ​ການ​ອຸທິດ​ຖວາຍ​ຕົວ​ນັ້ນ ແລ້ວ​ຈົ່ງ​ບອກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ວາງ​ມື​ລົງ​ເທິງ​ຫົວ​ຂອງ​ມັນ.

20 ຈົ່ງ​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ທີ່​ປາຍ​ໃບຫູ​ຂ້າງ​ຂວາ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລະ​ທາ​ທີ່​ຫົວໂປ້ມື​ແລະ​ຫົວໂປ້​ຕີນ​ຂ້າງ​ຂວາ​ດ້ວຍ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ​ໃຫ້​ຖອກ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນບູຊາ.

21 ຈົ່ງ​ເອົາ​ເລືອດ​ສ່ວນ​ໜຶ່ງ​ເທິງ​ແທ່ນບູຊາ ແລະ​ນໍ້າມັນ​ສັກສິດ ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ຊິດ​ໃສ່​ພວກ​ລູກຊາຍ​ຂອງ​ລາວ ຕະຫລອດ​ທັງ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ດ້ວຍ ແລ້ວ​ລາວ​ເອງ​ພ້ອມ​ກັບ​ພວກ​ລູກຊາຍ ແລະ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອຸທິດ​ຖວາຍ​ແກ່​ເຮົາ​ທັງໝົດ.

22 ຈົ່ງ​ຕັດ​ເອົາ​ໄຂມັນ​ຂອງ​ແກະເຖິກ, ໄຂມັນ​ໃນ​ຫາງ, ໄຂມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໜັງບາງໆ​ຫຸ້ມຫໍ່ຕັບ ແລະ​ໝາກໄຂ່ຫລັງ​ທັງສອງ​ໜ່ວຍ​ພ້ອມ​ທັງ​ໄຂມັນ​ທີ່​ຕິດ​ຫ້ອຍ ແລະ​ຕົ້ນ​ຂາໜ້າ​ຂ້າງ​ຂວາ.

23 ແລ້ວ​ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ຂອງ​ແຕ່ລະ​ຢ່າງ​ໃນ​ກະຕ່າ​ເຂົ້າຈີ່​ທີ່​ບໍ່ມີ​ເຊື້ອແປ້ງ ທີ່ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ນັ້ນ​ຄື: ກ້ອນ​ໜຶ່ງ​ທີ່​ເຮັດ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ ອີກ​ກ້ອນ​ໜຶ່ງ​ທີ່​ບໍ່​ປະສົມ​ກັບ​ນໍ້າມັນ ແລະ​ກ້ອນ​ນ້ອຍ​ກ້ອນ​ໜຶ່ງ​ທີ່​ເປັນ​ແຜ່ນ​ບາງໆ.

24 ຈົ່ງ​ວາງ​ສິ່ງ​ເຫຼົ່ານີ້​ໃສ່​ໃນ​ອົ້ງ​ມື​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ແລ້ວ​ບອກ​ພວກເຂົາ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.

25 ແລ້ວ​ຈົ່ງ​ຮັບເອົາ​ສິ່ງ​ເຫຼົ່ານີ້​ຈາກ​ມື​ຂອງ​ພວກເຂົາ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ ຄື​ເຜົາ​ເທິງ​ເຄື່ອງ​ຊຶ່ງ​ໄດ້​ເຜົາບູຊາ​ແລ້ວ ທີ່​ມີ​ກິ່ນ​ຫອມຫວນ​ເປັນ​ທີ່​ພໍພຣະໄທ​ຕໍ່ໜ້າ​ພຣະເຈົ້າຢາເວ; ເປັນ​ເຄື່ອງ​ບູຊາ​ດ້ວຍໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.

26 ຈົ່ງ​ເອົາ​ຊີ້ນ​ໜ້າເອິກ​ຂອງ​ແກະເຖິກ​ຊຶ່ງ​ເປັນ​ແກະ​ສະຖາປະນາ​ອາໂຣນ ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ສຳລັບ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຊີ້ນ​ສ່ວນ​ນີ້​ຈະ​ເປັນ​ສ່ວນ​ຂອງ​ພວກເຈົ້າ.

27 ເມື່ອ​ມີ​ການ​ສະຖາປະນາ​ປະໂຣຫິດ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະເຖິກ ທີ່​ຈັດ​ເອົາ​ໄວ້​ສຳລັບ​ການ​ສະຖາປະນາ ຈົ່ງ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ຊຶ່ງ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ ແລະ​ໃຫ້​ປະ​ໄວ້​ຕ່າງຫາກ​ສຳລັບ​ພວກ​ປະໂຣຫິດ.

28 ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.

29 ເມື່ອ​ປະໂຣຫິດ​ອາໂຣນ​ຕາຍໄປ ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ລາວ​ນັ້ນ ຕ້ອງ​ມອບ​ໃຫ້​ແກ່​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ໃສ່ ເມື່ອ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ.

30 ໃຫ້​ລູກ​ຜູ້​ທີ່​ຮັບ​ການ​ສະຖາປະນາ​ເປັນ​ປະໂຣຫິດ​ແທນ​ອາໂຣນ ຄື​ຜູ້​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພື່ອ​ບົວລະບັດ​ຮັບໃຊ້​ໃນ​ບ່ອນ​ສັກສິດ​ນັ້ນ ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ນີ້​ເຈັດ​ວັນ.

31 ຈົ່ງ​ເອົາ​ຊີ້ນ​ແກະເຖິກ ຊຶ່ງ​ໃຊ້​ໃນ​ການ​ສະຖາປະນາ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ມາ​ຕົ້ມ​ໃນ​ບ່ອນ​ສັກສິດ.

32 ຈົ່ງ​ໃຫ້​ພວກເຂົາ​ກິນ​ຊີ້ນ​ແລະ​ເຂົ້າຈີ່​ທີ່​ເຫຼືອ​ຢູ່​ໃນ​ກະຕ່າ​ທີ່​ທາງ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.

33 ພວກເຂົາ​ຈະ​ກິນ​ຂອງ​ທີ່​ໄດ້​ໃຊ້​ແລ້ວ​ໃນ​ພິທີ​ລຶບລ້າງ​ບາບ ສຳລັບ​ການ​ສະຖາປະນາ​ນັ້ນ​ກໍໄດ້. ມີ​ແຕ່​ປະໂຣຫິດ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ແມ່ນ​ອາຫານ​ບໍຮິສຸດ.

34 ຖ້າ​ຊີ້ນ​ຫລື​ເຂົ້າຈີ່​ບາງ​ສ່ວນ​ເຫຼືອ​ກິນ ຈົນ​ຮອດ​ຕອນເຊົ້າ​ຂອງ​ວັນ​ໃໝ່ ໃຫ້​ເຜົາ​ໄຟ​ສາ; ຢ່າ​ກິນ​ເພາະ​ເປັນ​ຂອງ​ບໍຣິສຸດ.

35 ຈົ່ງ​ເຮັດ​ພິທີ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ຄົບ​ເຈັດ​ວັນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.

36 ແຕ່ລະມື້ ເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ. ການ​ຖວາຍບູຊາ​ນີ້​ຈະ​ເປັນ​ການ​ຊຳລະ​ແທ່ນບູຊາ. ແລ້ວ​ຈົ່ງ​ຫົດສົງ​ແທ່ນບູຊາ​ນີ້​ດ້ວຍ​ນໍ້າມັນ​ໝາກກອກເທດ ເພື່ອ​ໃຫ້​ສັກສິດ.

37 ຈົ່ງ​ເຮັດ​ດັ່ງນີ້​ທຸກໆ​ວັນ ຕະຫລອດ​ເຈັດ​ວັນ. ແລ້ວ​ແທ່ນ​ນັ້ນ​ກໍ​ຈະ​ສັກສິດ​ທີ່ສຸດ ແລະ​ຖ້າ​ຜູ້ໃດ​ຫລື​ສິ່ງໃດ​ແຕະຕ້ອງ​ຖືກ​ແທ່ນ​ນັ້ນ ຄົນ​ນັ້ນ​ແລະ​ສິ່ງ​ນັ້ນ​ກໍ​ຈະ​ຖືກ​ສຳພັດ ກັບ​ຣິດອຳນາດ​ແຫ່ງ​ຄວາມ​ສັກສິດ​ຂອງ​ແທ່ນບູຊາ.”


ເຄື່ອງ​ບູຊາ​ທີ່​ຖວາຍ​ປະຈຳ​ວັນ
( ຈບຊ 28:1-8 )

38 “ໃນ​ທຸກໆ​ວັນ​ຕະຫລອດໄປ ຈົ່ງ​ຖວາຍ​ລູກແກະເຖິກ​ສອງ​ໂຕ​ອາຍຸ​ໜຶ່ງ​ປີ​ເທິງ​ແທ່ນບູຊາ.

39 ຈົ່ງ​ນຳ​ລູກແກະ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນເຊົ້າ ແລະ​ນຳ​ອີກ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນແລງ.

40 ໃນ​ເວລາ​ທີ່​ຖວາຍ​ລູກແກະ​ໂຕ​ທີ່​ໜຶ່ງ​ນັ້ນ ຈົ່ງ​ຖວາຍ​ຍອດ​ແປ້ງ​ປະມານ​ໜຶ່ງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ. ຈົ່ງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ຄື​ກັນ.

41 ສ່ວນ​ແກະ​ໂຕ​ທີ​ສອງ​ນັ້ນ ຈົ່ງ​ຖວາຍ​ໃນ​ຕອນແລງ​ພ້ອມ​ກັບ​ຍອດ​ແປ້ງ ນໍ້າມັນ​ໝາກກອກເທດ​ສົດ ແລະ​ເຫຼົ້າ​ອະງຸ່ນ​ໃນ​ອັດຕາ​ເທົ່າ​ກັນ​ກັບ​ທີ່​ຖວາຍ​ໃນ​ຕອນເຊົ້າ. ອັນ​ນີ້​ແມ່ນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ ແລະ​ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເປັນທີ່​ພໍໃຈ.

42 ການ​ເຜົາ​ຖວາຍບູຊາ​ແກ່​ເຮົາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ຈົ່ງ​ໃຫ້​ປະຕິບັດ​ກັນ​ສືບໆໄປ. ແມ່ນ​ໃນ​ບ່ອນ​ນີ້ ທີ່​ເຮົາ​ຈະ​ພົບ​ກັບ​ພວກເຈົ້າ ແລະ​ກ່າວ​ແກ່​ພວກເຈົ້າ.

43 ໃນ​ທີ່ນັ້ນ ເຮົາ​ຈະ​ພົບ​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ສະຫງ່າຣາສີ​ອັນ​ສຸກໃສ​ຂອງເຮົາ​ຈາກ​ທີ່​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ບ່ອນ​ນັ້ນ​ສັກສິດ.

44 ເຮົາ​ຈະ​ເຮັດ​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ສັກສິດ ແລະ​ເຮົາ​ຈະ​ຕັ້ງ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ໃຊ້​ຊີວິດ​ຢູ່​ຕ່າງຫາກ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.

45 ເຮົາ​ຈະ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

46 ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan