Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 27 - ພຣະຄຳພີສັກສິ


ແທ່ນບູຊາ
( ອພຍ 38:1-7 )

1 “ຈົ່ງ​ເຮັດ​ແທ່ນບູຊາ​ດ້ວຍ​ໄມ້​ກະຖິນເທດ. ສ່ວນ​ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະ​ສູງ 1,3 ແມັດ.

2 ຈົ່ງ​ເຮັດ​ຍອດ​ແທ່ນ​ເປັນ​ຮູບ​ເຂົາ​ສັດ​ໄວ້​ທັງ​ສີ່​ແຈ ແລະ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ແທ່ນບູຊາ; ຈົ່ງ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳຣິດ.

3 ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.

4 ຈົ່ງ​ເຮັດ​ຕະຂ່າຍ​ທອງສຳຣິດ​ໃສ່​ເຕົາ​ໄຟ ແລະ​ຫລໍ່​ຫູ​ຈັບ​ດ້ວຍ​ທອງສຳຣິດ​ໃສ່​ແຕ່ລະ​ແຈ.

5 ຕະຂ່າຍ​ນີ້​ໃຫ້​ຢູ່​ລຸ່ມ​ຂອບ​ຂອງ​ແທ່ນ ແລະ​ໃຫ້​ຢ່ອນ​ລົງ​ມາ​ຮອດ​ແຕ່​ກາງ​ແທ່ນ.

6 ສ່ວນ​ຄານຫາມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະຖິນເທດ ແລະ​ໂອບ​ດ້ວຍ​ທອງສຳຣິດ.

7 ແລ້ວ​ໃຫ້​ສອດ​ໃສ່​ຫູ​ຂອງ​ແທ່ນ​ແຕ່ລະ​ເບື້ອງ​ໄວ້ ເພື່ອ​ຫາມ​ຍົກຍ້າຍ​ໄປມາ.

8 ສ່ວນ​ແທ່ນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະດານ​ແລະ​ຄວັດ​ລົງ​ເປັນ​ໝົ້ງ ຕາມ​ແຜນ​ທີ່​ເຮົາ​ໄດ້​ສຳແດງ​ໃຫ້​ເຈົ້າ​ເບິ່ງ​ທີ່​ເທິງ​ພູເຂົາ​ນັ້ນ.


ຜ້າກັ້ງ​ອ້ອມ​ຫໍເຕັນ​ບ່ອນ​ພຣະເຈົ້າຢາເວ​ສະຖິດ​ຢູ່
( ອພຍ 38:9-20 )

9 ສຳລັບ​ຫໍເຕັນ​ບ່ອນ​ທີ່​ເຮົາ​ຢູ່​ນັ້ນ ຈົ່ງ​ອ້ອມ​ດ້ວຍ​ຜ້າກັ້ງ​ທີ່​ເຮັດ​ຈາກ​ຜ້າປ່ານ​ເນື້ອລະອຽດ​ດີ. ຜ້າກັ້ງ​ທາງດ້ານ​ໃຕ້​ໃຫ້​ຍາວ 44 ແມັດ

10 ຈັ້ງ​ດ້ວຍ​ເສົາ​ທອງສຳຣິດ 20 ເສົາ ແລະ​ຕີນຮອງເສົາ​ທອງສຳຣິດ 20 ຕີນ ໂດຍ​ມີ​ຂໍເກາະ​ກັບ​ຄັນ​ສອດ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ເງິນ.

11 ສ່ວນ​ທາງ​ດ້ານ​ເໜືອ​ຂອງ​ເດີ່ນ​ນັ້ນ ຈົ່ງ​ເຮັດ​ຄື​ກັນ​ກັບ​ດ້ານ​ໃຕ້​ທຸກຢ່າງ.

12 ຜ້າກັ້ງ​ທາງ​ດ້ານ​ຕາເວັນຕົກ​ໃຫ້​ຍາວ​ຊາວສອງ​ແມັດ ກັບ​ມີ​ເສົາ​ສິບ​ເສົາ ແລະ​ມີ​ຕີນຮອງເສົາ​ສິບ​ຕີນ​ດ້ວຍ.

13 ທາງດ້ານ​ຕາເວັນອອກ​ຂອງ​ປະຕູ​ເຂົ້າ ຜ້າກັ້ງ​ຊຶ່ງ​ອ້ອມຮອບ​ນັ້ນ​ກໍ​ໃຫ້​ຍາວ 22 ແມັດ ເຊັ່ນ​ກັນ.

14-15 ແຕ່ລະ​ຂ້າງ​ທາງ​ດ້ານ​ປະຕູ​ເຂົ້າ​ໃຫ້​ມີ​ຜ້າກັ້ງ 6,6 ແມັດ ພ້ອມ​ເສົາ​ສາມ​ເສົາ​ແລະ​ຕີນ​ຮອງ​ສາມ​ຕີນ.

16 ທີ່​ທາງ​ປະຕູເຂົ້າ​ນັ້ນ ຈົ່ງ​ໃຫ້​ມີ​ຜ້າກັ້ງ​ເກົ້າ​ແມັດ ຊຶ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ. ຜ້າກັ້ງ​ຜືນ​ນີ້ ຈົ່ງ​ໃຫ້​ມີ​ເສົາ​ສີ່​ເສົາ​ແລະ​ມີ​ຕີນຮອງເສົາ​ສີ່​ຕີນ​ຈັ້ງ​ໄວ້.

17 ຄັນ​ສອດ​ຜ້າກັ້ງ​ທີ່​ເປັນ​ເງິນ​ນັ້ນ ຈົ່ງ​ຕໍ່​ເຂົ້າ​ກັນ​ກັບ​ເສົາ​ທັງໝົດ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ ໂດຍ​ມີ​ຂໍເກາະ​ເປັນ​ເງິນ ແລະ​ຕີນຮອງເສົາ​ເປັນ​ທອງສຳຣິດ.

18 ຜ້າກັ້ງ​ອ້ອມຮອບ​ໃຫ້​ຍາວ 44 ແມັດ, ກວ້າງ 22 ແມັດ ແລະ​ສູງ 2,2 ແມັດ. ສ່ວນ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ແລະ​ຕີນຮອງເສົາ​ນັ້ນ​ກໍ​ໃຫ້​ເຮັດ​ດ້ວຍ​ທອງສຳຣິດ.

19 ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ​ພ້ອມ​ທັງ​ຫລັກ​ສຽບ​ຂອງ​ຫໍເຕັນ ແລະ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງສິ້ນ.


ພຣະເຈົ້າ​ສັ່ງ​ໃຫ້​ບົວລະບັດ​ຕະກຽງ
( ລລວ 24:1-4 )

20 ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ນໍ້າມັນ​ໝາກກອກເທດ​ອັນ​ດີທີ່ສຸດ ມາ​ໃຫ້​ເຈົ້າ​ສຳລັບ​ໄຕ້​ຕະກຽງ​ໃນ​ເວລາ​ກາງຄືນ ເພື່ອ​ມັນ​ຈະ​ສ່ອງ​ແສງ​ສະຫວ່າງ​ຢູ່​ສະເໝີ.

21 ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan