Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 26 - ພຣະຄຳພີສັກສິ


ຫໍເຕັນ​ສັກສິດ
( ອພຍ 36:8-38 )

1 “ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.

2 ຜ້າ​ແຕ່ລະ​ຜືນ​ນັ້ນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສອງ​ແມັດ​ແລະ​ກວ້າງ​ສອງ​ແມັດ.

3 ຈົ່ງ​ຫຍິບ​ຜ້າ​ຫ້າ​ຜືນ​ໃຫ້​ຕໍ່​ກັນ​ເປັນ​ຜືນ​ດຽວ ແລະ​ອີກ​ຫ້າ​ຜືນ​ນັ້ນ​ກໍ​ໃຫ້​ຫຍິບ​ເປັນ​ຜືນ​ດຽວ​ຄື​ກັນ.

4 ຈົ່ງ​ເຮັດ​ຫູ​ຜ້າກັ້ງ​ດ້ວຍ​ຜ້າ​ສີຟ້າ ຕາມ​ແຂບ​ຜ້າກັ້ງ​ຊັ້ນນອກ​ແຕ່ລະ​ຜືນ.

5 ຈົ່ງ​ເຮັດ​ຫູ​ຫ້າສິບ​ອັນ ໃສ່​ຜ້າ​ຜືນ​ທີ​ໜຶ່ງ​ຂອງ​ຜ້າກັ້ງ​ຊຸດ​ທຳອິດ ແລະ​ອີກ​ຫ້າສິບ​ຫູ ໃສ່​ຜ້າ​ຜືນ​ສຸດທ້າຍ​ຂອງ​ຜ້າກັ້ງ​ຊຸດ​ທີ​ສອງ.

6 ຈົ່ງ​ເຮັດ​ຂໍ​ຄຳ​ຫ້າສິບ​ອັນ ສຳລັບ​ເກາະ​ຜ້າກັ້ງ​ໃຫ້​ເປັນ​ຫໍເຕັນ​ສັກສິດ​ດຽວກັນ.

7 ຈົ່ງ​ເຮັດ​ຜ້າ​ປົກຄຸມ​ຫໍເຕັນ​ສັກສິດ​ສິບເອັດ​ຜືນ​ດ້ວຍ​ຂົນແບ້.

8 ແຕ່ລະ​ຜືນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສາມ​ແມັດ ແລະ​ກວ້າງ​ສອງ​ແມັດ.

9 ໃຫ້​ຫຍິບ​ຜ້າກັ້ງ​ຫ້າ​ຜືນ​ຕໍ່​ກັນ​ເປັນ​ຜ້າປົກ​ໜຶ່ງ​ຊຸດ ແລະ​ຫຍິບ​ຫົກ​ຜືນ​ເປັນ​ອີກ​ຊຸດ​ໜຶ່ງ. ສ່ວນ​ຜືນ​ທີ​ຫົກ​ນັ້ນ​ໃຫ້​ຢ່ອນ​ລົງ​ມາ​ທາງ​ໜ້າ​ເຕັນ.

10 ແລ້ວ​ຈົ່ງ​ເຮັດ​ຫູ​ຫ້າສິບ​ອັນ​ໃສ່​ຜ້າ​ຜືນ​ສຸດທ້າຍ​ຂອງ​ຜ້າປົກ​ຊຸດ​ທຳອິດ ແລະ​ອີກ​ຫ້າສິບ​ອັນ​ໃສ່​ແຂບ​ເທິງ​ຂອງ​ຜ້າປົກ​ຊຸດ​ທີ​ສອງ.

11 ຈົ່ງ​ເຮັດ​ຂໍ​ທອງສຳຣິດ​ຫ້າສິບ​ອັນ ສຳລັບ​ໃຊ້​ເກາະ​ຜ້າປົກ​ທັງສອງ​ຊຸດ​ນັ້ນ ໃຫ້​ຕິດ​ເຂົ້າ​ກັນ​ເປັນ​ຜ້າ​ປົກຄຸມ​ຜືນ​ໜຶ່ງ​ເທົ່ານັ້ນ.

12 ແລ້ວ​ຈົ່ງ​ຫ້ອຍ​ຜ້າ​ເຄິ່ງ​ຜືນ​ທີ່​ເຫຼືອ​ນັ້ນ​ທາງ​ຂ້າງ​ຫລັງ​ຂອງ​ຫໍເຕັນ​ສັກສິດ.

13 ສ່ວນ​ທີ່​ເຫຼືອ​ອັນ​ລະ​ເຄິ່ງ​ແມັດ​ຂອງ​ແຕ່ລະ​ຂ້າງ​ນັ້ນ ຈົ່ງ​ຫ້ອຍ​ຢ່ອນ​ລົງ​ມາ​ປົກຄຸມ​ຂ້າງ​ຂອງ​ຫໍເຕັນ​ສັກສິດ.

14 ຈົ່ງ​ເຮັດ​ສິ່ງ​ປົກຄຸມ​ອີກ​ສອງ​ຜືນ ຜ້າ​ຜືນ​ທຳອິດ​ໃຫ້​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ ແລະ​ຜ້າ​ຜືນ​ອື່ນ​ໃຫ້​ເຮັດ​ດ້ວຍ​ໜັງ​ສັດ​ທີ່​ລະອຽດ​ດີ​ເພື່ອ​ໃຊ້​ປົກຄຸມ​ຊັ້ນນອກ.

15 ຈົ່ງ​ເຮັດ​ຮ່າງ​ຂອບ​ກາງ​ຫໍເຕັນ​ສັກສິດ​ດ້ວຍ​ໄມ້​ກະຖິນເທດ ໂດຍ​ຕັ້ງ​ໃຫ້​ທ່ຽງ.

16 ແຕ່ລະ​ຮ່າງ​ນັ້ນ​ໃຫ້​ຍາວ 4 ແມັດ ແລະ​ກວ້າງ 66 ເຊັນ.

17 ແລ້ວ​ໃຊ້​ໄມ້​ຄານ​ສອງ​ອັນ​ຈັບ​ຂອບ​ເຂົ້າ​ກັນ​ໃຫ້​ແໜ້ນ. ຮ່າງ​ຂອບ​ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ​ນັ້ນ​ຕ້ອງ​ມີ​ຄານ​ຈັບ​ທຸກໆ​ອັນ.

18 ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້​ຂອງ​ຫໍເຕັນ​ສັກສິດ 20 ຮ່າງ ທາງດ້ານ​ໃຕ້

19 ແລະ​ເຮັດ​ຕີນ​ຮອງ​ດ້ວຍ​ເງິນ 40 ຕີນ ໂດຍ​ໃຫ້​ໃຊ້​ຕີນ​ຮອງ​ສອງ​ຕີນ​ຕໍ່​ຮ່າງ​ຂອບ​ໄມ້​ໜຶ່ງ​ຮ່າງ​ຊຶ່ງ​ຈັ້ງ​ດ້ວຍ​ຄານ​ສອງ​ອັນ.

20 ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້ 20 ຮ່າງ ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ,

21 ແລະ​ຕີນ​ຮອງ​ເປັນ​ເງິນ 40 ຕີນ ໂດຍ​ໃຫ້​ໃຊ້​ຕີນ​ຮອງ​ສອງ​ຕີນ ຕໍ່​ຮ່າງ​ຂອບ​ໄມ້​ເຕັນ​ໜຶ່ງ​ຮ່າງ.

22 ສຳລັບ​ດ້ານຫລັງ​ຂອງ​ຫໍເຕັນ​ສັກສິດ​ນັ້ນ ຄື​ດ້ານ​ຕາເວັນຕົກ ຈົ່ງ​ເຮັດ​ຮ່າງ​ຂອບ​ໄມ້​ຫໍເຕັນ​ຫົກ​ຮ່າງ

23 ແລະ​ຮ່າງ​ຂອບ​ໄມ້​ສອງ​ຮ່າງ​ສຳລັບ​ແຈ​ຂອງ​ຫໍເຕັນ​ສັກສິດ.

24 ສ່ວນ​ແຈ​ຂອງ​ຮ່າງ​ຂອບ​ໄມ້ ຈົ່ງ​ຕໍ່​ເຂົ້າ​ກັນ​ທາງ​ຂ້າງ​ລຸ່ມ ແລະ​ເລີຍ​ໄປ​ຮອດ​ຂ້າງ​ເທິງ. ແຈ​ຮ່າງ​ຂອບ​ໄມ້​ສອງ​ອັນ ຈົ່ງ​ເຮັດ​ດັ່ງ​ທີ່​ກ່າວ​ມາ​ນີ້.

25 ດັ່ງນັ້ນ ເມື່ອ​ລວມ​ກັນ​ແລ້ວ​ກໍ​ຈະ​ມີ​ຮ່າງ​ຂອບ​ໄມ້​ຫໍເຕັນ​ແປດ​ຮ່າງ ແລະ​ມີ​ຕີນ​ຮອງ​ທີ່​ເຮັດ​ດ້ວຍ​ເງິນ 16 ຕີນ ຄື​ແຕ່ລະ​ຮ່າງ​ຂອບ​ໄມ້​ມີ​ຕີນ​ຮອງ​ສອງ​ຕີນ.

26 ຈົ່ງ​ເຮັດ​ຂາງ​ດ້ວຍ​ໄມ້​ກະຖິນເທດ 15 ອັນ. ໄມ້​ຂາງ​ຫ້າ​ອັນ​ໃຊ້​ສຳລັບ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ດ້ານ​ໜຶ່ງ.

27 ໄມ້​ຂາງ​ອີກ​ຫ້າ​ອັນ​ໃຊ້​ສຳລັບ​ຈັ້ງ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ອີກ​ດ້ານ​ໜຶ່ງ ແລະ​ອີກ​ຫ້າ​ອັນ​ເພື່ອ​ໃຊ້​ຈັ້ງ​ຮ່າງ​ຂອບ​ໄມ້​ຫໍເຕັນ​ສັກສິດ​ທາງ​ດ້ານຫລັງ ຄື​ດ້ານ​ຕາເວັນຕົກ.

28 ສ່ວນ​ຂາງ​ໂຕ​ກາງ​ທີ່​ໃຊ້​ຈັ້ງ​ຮ່າງ​ຂອບ​ໄມ້​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ ຈົ່ງ​ໃຫ້​ຢຽດ​ຈາກ​ສົ້ນ​ໜຶ່ງ​ຂອງ​ຫໍເຕັນ​ຫາ​ອີກ​ສົ້ນ​ໜຶ່ງ.

29 ຈົ່ງ​ໂອບ​ຮ່າງ​ຂອບ​ໄມ້​ນັ້ນ​ດ້ວຍ​ຄຳ ແລະ​ເຮັດ​ຫູ​ຂອງ​ຮ່າງ​ຂອບ​ນັ້ນ​ດ້ວຍ​ຄຳ​ຄື​ກັນ ເພື່ອ​ຈັບ​ຂາງ​ໃຫ້​ແໜ້ນ​ເຂົ້າ​ກັນ ສ່ວນ​ຂາງ​ນັ້ນ​ກໍ​ຈົ່ງ​ໂອບ​ດ້ວຍ​ຄຳ​ຄື​ກັນ.

30 ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ຕາມ​ແບບ ຊຶ່ງ​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.

31 ຈົ່ງ​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ ທີ່​ຕໍ່າ​ດ້ວຍ​ດ້າຍ​ເປັນ​ສີຟ້າ, ສີມ່ວງ, ສີແດງ​ເຂັ້ມ ແລະ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ. ຈົ່ງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ຜືນ​ນັ້ນ.

32 ຈົ່ງ​ແຂວນ​ຜ້າກັ້ງ​ຜືນ​ນັ້ນ​ໄວ້ ໂດຍ​ໃຊ້​ຂໍເກາະ​ໃສ່​ກັບ​ເສົາ​ໄມ້​ກະຖິນເທດ​ສີ່​ເສົາ ຊຶ່ງ​ໂອບ​ດ້ວຍ​ຄຳ ແລະ​ຕັ້ງ​ໃສ່​ຕີນຮອງເສົາ​ເປັນ​ເງິນ​ສີ່​ຕີນ.

33 ຈົ່ງ​ໃຊ້​ຂໍເກາະ​ແຂວນ​ຜ້າກັ້ງ​ຢ່ອນ​ລົງ​ມາ​ແຕ່​ເພ​ດານ​ຂອງ​ຫໍເຕັນ ແລ້ວ​ຈົ່ງ​ວາງ​ຫີບ​ພັນທະສັນຍາ​ທີ່​ໃຊ້​ບັນຈຸ​ຫີນ​ສອງ​ແຜ່ນ​ນັ້ນ ໄວ້​ທາງ​ດ້ານຫລັງ​ຂອງ​ຜ້າກັ້ງ. ຜ້າກັ້ງ​ນັ້ນ​ຈະ​ແຍກ​ບ່ອນ​ສັກສິດ​ຈາກ​ບ່ອນ​ສັກສິດ​ທີ່ສຸດ.

34 ຈົ່ງ​ເອົາ​ຝາອັດ​ຫີບ​ພັນທະສັນຍາ​ໄວ້.

35 ຢູ່​ທາງ​ຂ້າງ​ນອກ​ຂອງ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ຈົ່ງ​ຕັ້ງ​ໂຕະ​ໃສ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ແລະ​ຕັ້ງ​ຫລັກ​ຕະກຽງ​ໃສ່​ທາງດ້ານ​ໃຕ້.

36 ສຳລັບ​ທາງ​ເຂົ້າ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ໂດຍ​ຜ້າ​ຫຍິບແສ່ວ​ດ້ວຍ.

37 ສຳລັບ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ເສົາ​ດ້ວຍ​ໄມ້​ກະຖິນເທດ​ຫ້າ​ເສົາ​ໂອບ​ດ້ວຍ​ຄຳ ແລະ​ມີ​ຂໍ​ຄຳ​ເກາະ​ຜ້າກັ້ງ​ໄວ້; ຈົ່ງ​ຫລໍ່​ຕີນຮອງເສົາ​ເປັນ​ທອງສຳຣິດ​ຫ້າ​ຕີນ​ສຳລັບ​ຕັ້ງ​ເສົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan