Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 25 - ພຣະຄຳພີສັກສິ


ເຄື່ອງ​ຖວາຍ​ສຳລັບ​ຫໍເຕັນ​ສັກສິດ
( ອພຍ 35:4-9 )

1 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ໄວ້​ວ່າ,

2 “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ສິ່ງຂອງ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຮັບ​ຂອງ​ຖວາຍ​ຈາກ​ທຸກໆ​ຄົນ​ທີ່​ເຕັມໃຈ​ໃຫ້.

3 ຂອງ​ຖວາຍ​ນັ້ນ​ຈະ​ຕ້ອງ​ແມ່ນ: ຄຳ, ເງິນ, ທອງສຳຣິດ;

4 ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;

5 ໜັງ​ແກະເຖິກ​ຍ້ອມ​ສີແດງ; ໜັງ​ສັດ​ທີ່​ລະອຽດ​ດີ; ໄມ້​ກະຖິນເທດ;

6 ນໍ້າມັນ​ໄຕ້​ຕະກຽງ; ເຄື່ອງເທດ​ປຸງ​ນໍ້າມັນ​ເຈີມ​ສັກສິດ ເພື່ອ​ໃຊ້​ຫົດສົງ​ແລະ​ໃຊ້​ເຮັດ​ເຄື່ອງຫອມ​ເຜົາບູຊາ.

7 ແກ້ວໂກເມນ​ແລະ​ເພັດພອຍ​ຊະນິດ​ຕ່າງໆ ສຳລັບ​ຕົບແຕ່ງ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.

8 ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.

9 ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.


ຫີບ​ພັນທະສັນຍາ
( ອພຍ 37:1-9 )

10 ຈົ່ງ​ເຮັດ​ຫີບ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ​ສູງ 66 ເຊັນ.

11 ຈົ່ງ​ໂອບ​ຫີບ​ນັ້ນ​ດ້ວຍ​ຄຳສົດ​ທັງ​ຂ້າງ​ໃນ​ແລະ​ຂ້າງ​ນອກ ແລະ​ໃຫ້​ເຮັດ​ຂອບ​ຄຳ​ອ້ອມຮອບ​ຫີບ.

12 ຈົ່ງ​ເອົາ​ຄຳ​ຫລໍ່​ຫູ​ເພື່ອ​ສອດ​ຄານຫາມ​ສີ່​ຫູ​ນັ້ນ​ຕິດ​ໃສ່​ກັບ​ແຈ​ທັງ​ສີ່​ຄື​ຂ້າງ​ລະ​ສອງ​ຫູ.

13 ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ

14 ແລະ​ຈົ່ງ​ສອດ​ຄານຫາມ​ເຂົ້າ​ໃສ່​ຫູ​ຂອງ​ຂ້າງ​ຫີບ​ແຕ່ລະ​ຂ້າງ.

15 ຈົ່ງ​ສອດ​ຄານຫາມ​ນັ້ນ​ຄາ​ໄວ້​ເລີຍ ຢ່າ​ຖອດ​ອອກ.

16 ແລ້ວ​ຈົ່ງ​ເອົາ​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ຂໍ້ຄຳສັ່ງ​ຂອງເຮົາ ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ນັ້ນ​ໃສ່​ລົງ​ໃນ​ຫີບ.

17 ຈົ່ງ​ເອົາ​ຄຳສົດ​ເຮັດ​ຝາອັດ​ຫີບ ຊຶ່ງ​ຍາວ 110 ເຊັນ ແລະ​ກວ້າງ 66 ເຊັນ.

18-19 ແລ້ວ​ເຈົ້າ​ຈົ່ງ​ເອົາ​ຄຳ​ມາ​ຫລໍ່​ເຄຣຸບ ສອງ​ຕົນ​ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາອັດ​ຫີບ​ນັ້ນ. ຈົ່ງ​ເຮັດ​ໃຫ້​ມັນ​ເປັນ​ເນື້ອ​ດຽວ​ກັບ​ຝາອັດ​ຫີບ.

20 ໃຫ້​ເຄຣຸບ​ນັ້ນ​ປິ່ນ​ໜ້າ​ເຂົ້າ​ຫາ​ກັນ​ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ຝາອັດ​ຫີບ ແລະ​ໃຫ້​ສົ້ນ​ສຸດ​ຂອງ​ປີກ​ທັງສອງ​ຂ້າງ​ທີ່​ພື​ອອກ​ນັ້ນ ຕິດ​ກັບ​ຝາອັດ​ຫີບ​ໃຫ້​ເປັນ​ເນື້ອ​ດຽວກັນ.

21 ຈົ່ງ​ເອົາ​ຫີນ​ສອງ​ແຜ່ນ​ໃສ່​ລົງ​ໃນ​ຫີບ​ນັ້ນ ແລະ​ເອົາ​ຝາອັດ​ຫີບ​ຢອງ​ໄວ້​ຢູ່​ທາງ​ເທິງ.

22 ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ໂຕະ​ໃສ່​ເຂົ້າຈີ່​ສຳລັບ​ຖວາຍ​ແກ່​ພຣະເຈົ້າ
( ອພຍ 37:10-16 )

23 ຈົ່ງ​ເຮັດ​ໂຕະ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ທີ່​ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະ​ສູງ 66 ເຊັນ.

24 ຈົ່ງ​ໂອບ​ໂຕະ​ນັ້ນ​ດ້ວຍ​ຄຳສົດ ແລະ​ຈົ່ງ​ແນບ​ຂອບ​ໂຕະ​ດ້ວຍ​ຄຳສົດ​ຄື​ກັນ.

25 ສ່ວນ​ຂອບ​ນອກ​ຂອງ​ໂຕະ​ທີ່​ເດ່​ອອກ​ມາ​ນັ້ນ​ໃຫ້​ກວ້າງ​ເຈັດ​ເຊັນ​ເຄິ່ງ​ພ້ອມ​ແນບ​ຂອບ​ຄຳ​ໃສ່​ອ້ອມຮອບ.

26 ຈົ່ງ​ເຮັດ​ຫູ​ເປັນ​ຄຳ​ຕິດ​ໃສ່​ໄວ້​ທີ່​ແຈ​ຂາ​ທັງ​ສີ່.

27 ຫູ​ຊຶ່ງ​ໃຊ້​ສອດ​ຄານຫາມ​ນັ້ນ​ໃຫ້​ຕິດ​ກັບ​ຂອບ​ຂອງ​ໂຕະ.

28 ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້​ກະຖິນເທດ​ແລະ​ໂອບ​ດ້ວຍ​ຄຳ.

29 ສ່ວນ​ຈານ, ຈອກ, ໄຫ ແລະ​ຖ້ວຍ​ເພື່ອ​ໃຊ້​ໃນ​ການ​ຖວາຍບູຊາ​ເຫຼົ້າ​ອະງຸ່ນ​ນັ້ນ ຂອງ​ເຫຼົ່ານີ້​ໃຫ້​ເຮັດ​ດ້ວຍ​ຄຳສົດ.

30 ຈົ່ງ​ວາງ​ໂຕະ​ໄວ້​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ທີ່​ເທິງ​ໂຕະ​ນັ້ນ ຈົ່ງ​ວາງ​ເຂົ້າຈີ່​ທີ່​ຖວາຍບູຊາ​ແກ່​ເຮົາ​ຕະຫລອດໄປ.


ຕີນ​ຮອງ​ຕະກຽງ​ຄຳ
( ອພຍ 37:17-24 )

31 ຈົ່ງ​ເຮັດ​ຕີນ​ຮອງ​ຕະກຽງ​ດ້ວຍ​ຄຳສົດ; ຕີນ​ແລະ​ລຳ​ໂຕ​ຂອງ​ຫລັກ​ຕະກຽງ​ນັ້ນ ໃຫ້​ຕີ​ເປັນ​ຮູບ​ດອກໄມ້​ມີ​ທັງ​ດອກ​ຈູມ​ດອກບານ ແລະ​ກີບ​ດອກໄມ້​ໃຫ້​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຕີນ​ຮອງ​ຂອງ​ຕະກຽງ.

32 ໃຫ້​ມີ​ກິ່ງ​ຫົກ​ກິ່ງ​ແຍກ​ອອກ​ຈາກ​ລຳ​ຂອງ​ຕີນ​ຕະກຽງ​ນັ້ນ​ຂ້າງ​ລະ​ສາມ​ກິ່ງ.

33 ແຕ່ລະ​ກິ່ງ​ໃນ​ຫົກ​ກິ່ງ​ນັ້ນ ໃຫ້​ປະດັບ​ປະດາ​ດ້ວຍ​ຮູບ​ດອກໄມ້​ສາມ​ດອກ ຊຶ່ງ​ມີ​ລວດລາຍ​ເໝືອນ​ດອກ​ໝາກບົກ​ບານ ຄື​ມີ​ທັງ​ກີບ​ແລະ​ກາບ​ດ້ວຍ.

34 ສ່ວນ​ລຳ​ຂອງ​ຕີນ​ຕະກຽງ​ນັ້ນ​ໃຫ້​ປະດັບ​ປະດາ​ດ້ວຍ​ຮູບ​ດອກໄມ້​ສີ່​ດອກ ຊຶ່ງ​ມີ​ລວດລາຍ​ເໝືອນ​ດອກ​ໝາກບົກ​ບານ​ມີກີບ ແລະ​ມີກາບ​ເຊັ່ນກັນ.

35 ຢູ່​ລຸ່ມ​ຂອງ​ກິ່ງ​ທັງ​ສາມ​ຄູ່ ມີ​ດອກໄມ້​ຈູມ​ດອກ​ໜຶ່ງ​ຕິດ​ເປັນ​ເນື້ອ​ດຽວກັນ​ກັບ​ຕີນ​ຂອງ​ຕະກຽງ.

36 ຈົ່ງ​ເອົາ​ຄຳສົດ​ມາ​ຕີ​ເປັນ​ດອກໄມ້​ຈູມ, ກິ່ງ​ແລະ​ຕີນ​ຕະກຽງ​ເຮັດ​ໃຫ້​ເປັນ​ເນື້ອ​ດຽວກັນ.

37 ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.

38 ຄີມ​ຄີບ​ໄສ້​ຕະກຽງ​ແລະ​ຖາດ​ໃສ່​ຄີມ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຄຳສົດ.

39 ຕີນ​ຕະກຽງ​ກັບ​ເຄື່ອງໃຊ້​ທຸກຢ່າງ ຈົ່ງ​ເຮັດ​ດ້ວຍ​ຄຳສົດ​ປະມານ 35 ກິໂລກຼາມ.

40 ຈົ່ງ​ເອົາໃຈໃສ່​ເຮັດ​ສິ່ງ​ເຫຼົ່ານີ້ ຕາມ​ແບບແຜນ​ທີ່​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan