Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 24 - ພຣະຄຳພີສັກສິ


ພຣະເຈົ້າ​ປະທັບຕາ​ພັນທະສັນຍາ

1 ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.

2 ໃຫ້​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ. ຄົນອື່ນ​ຢ່າ​ໃຫ້​ຫຍັບ​ເຂົ້າ​ມາ​ໃກ້. ສ່ວນ​ປະຊາຊົນ​ນັ້ນ ຢ່າ​ໃຫ້​ຂຶ້ນ​ມາ​ເທິງ​ພູ​ເປັນ​ເດັດຂາດ.”

3 ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”

4 ໂມເຊ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄວ້. ມື້​ຕໍ່ມາ​ແຕ່​ເຊົ້າ ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ໜຶ່ງ​ແທ່ນ​ຂຶ້ນ​ທີ່​ຕີນ​ພູ ແລະ​ໄດ້​ຕັ້ງ​ຫີນ​ສິບສອງ​ກ້ອນ​ໄວ້​ເປັນ​ອະນຸສອນ​ຄື: ກ້ອນ​ໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ.

5 ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.

6 ໂມເຊ​ໄດ້​ແບ່ງ​ເລືອດ​ສັດ​ທີ່​ຂ້າ​ນັ້ນ​ໃສ່​ໄວ້​ໃນ​ຊາມ​ເຄິ່ງ​ໜຶ່ງ ແລະ​ອີກ​ເຄິ່ງ​ໜຶ່ງ​ເພິ່ນ​ໄດ້​ຊິດ​ໃສ່​ແທ່ນບູຊາ.

7 ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”

8 ແລ້ວ​ໂມເຊ​ກໍໄດ້​ເອົາ​ເລືອດ​ໃນ​ຊາມ​ຊິດ​ໃສ່​ປະຊາຊົນ ແລະ​ກ່າວ​ວ່າ, “ອັນ​ນີ້​ແມ່ນ​ເລືອດ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ຕັ້ງ​ໄວ້​ກັບ​ພວກເຈົ້າ ເມື່ອ​ພຣະອົງ​ມອບ​ພັນທະສັນຍາ​ນີ້​ໃຫ້.”

9 ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;

10 ແລະ​ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ລຸ່ມ​ຕີນ​ຂອງ​ພຣະອົງ​ມີ​ສິ່ງ​ໜຶ່ງ​ປູ​ໄວ້ ເປັນ​ຄື​ແກ້ວໄພທູນ​ສະຫງ່າ​ແຈ່ມໃສ​ດັ່ງ​ທ້ອງຟ້າ.

11 ພຣະອົງ​ບໍ່ໄດ້​ທຳລາຍ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ; ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ ແລ້ວ​ພວກເຂົາ​ກໍ​ພາກັນ​ກິນ​ແລະ​ດື່ມ.


ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ

12 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ; ເມື່ອ​ເຈົ້າ​ມາ​ຮອດ​ທີ່​ນີ້​ແລ້ວ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ບັນຈຸ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ສຳລັບ​ແນະນຳ​ປະຊາຊົນ.”

13 ໂມເຊ​ແລະ​ໂຢຊວຍ ຜູ້​ຊ່ວຍ​ຂອງຕົນ ຈຶ່ງ​ໄດ້​ຕຽມຕົວ ແລະ​ໂມເຊ​ກໍ​ເລີ່ມ ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ຂອງ​ພຣະເຈົ້າ.

14 ໂມເຊ​ໄດ້​ກ່າວ​ແກ່​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ວ່າ, “ຈົ່ງ​ຄອຍ​ຖ້າ​ພວກເຮົາ​ຢູ່​ທີ່​ຄ້າຍພັກ​ນີ້ ຈົນກວ່າ​ພວກເຮົາ​ກັບ​ມາ. ອາໂຣນ​ກັບ​ຮູເຣ​ຈະ​ຢູ່​ທີ່​ນີ້​ກັບ​ພວກເຈົ້າ. ຖ້າ​ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ກໍ​ໃຫ້​ໄປ​ຫາ​ທ່ານ​ທັງສອງ​ນີ້​ໄກ່​ເກ່ຍ​ໃຫ້.”

15 ເວລາ​ໂມເຊ​ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ນັ້ນ ເມກ​ໄດ້​ປົກຄຸມ​ໜ່ວຍ​ພູ​ໄວ້.

16-17 ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ລົງ​ມາ​ທີ່​ເທິງ​ພູເຂົາ​ຊີນາຍ. ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ແສງ​ນັ້ນ​ເບິ່ງ​ຄື​ໄຟ​ທີ່​ກຳລັງ​ໄໝ້​ເທິງ​ພູເຂົາ. ເມກ​ໄດ້​ປົກຄຸມ​ພູ​ຢູ່​ເປັນ​ເວລາ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເມກ​ທີ່​ປົກຄຸມ​ນັ້ນ.

18 ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan