Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 23 - ພຣະຄຳພີສັກສິ


ຄວາມ​ຍຸດຕິທຳ​ແລະ​ຄວາມ​ທ່ຽງທຳ.

1 ຢ່າ​ນຳ​ເອົາ​ເລື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່ໆ​ກັນ ແລະ​ຢ່າ​ຊ່ວຍ​ຄົນ​ຜິດ​ໂດຍ​ໃຫ້​ຄຳ​ພະຍານ​ບໍ່​ຈິງ.

2 ຢ່າ​ເຂົ້າ​ຂ້າງ​ສຽງ​ສ່ວນຫລາຍ​ເມື່ອ​ພວກເຂົາ​ເຮັດ​ຜິດ ຫລື​ເມື່ອ​ພວກເຂົາ​ສະແດງ​ຫຼັກຖານ ເພື່ອ​ນຳ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ.

3 ຢ່າ​ເຂົ້າຂ້າງ​ຄະດີ​ຂອງ​ຄົນ​ໃດ ແມ່ນແຕ່​ຄົນ​ຍາກຈົນ​ກໍຕາມ.

4 ຖ້າ​ເຈົ້າ​ເຫັນ​ງົວ ຫລື​ລໍ​ຂອງ​ສັດຕູ​ແລ່ນ​ຫລົງ​ມາ ຈົ່ງ​ເອົາ​ໄປ​ສົ່ງ​ຄືນ​ໃຫ້​ເຂົາ.

5 ຖ້າ​ລໍ​ຂອງ​ເຂົາ​ລົ້ມລົງ​ຍ້ອນ​ບັນທຸກ​ຂອງ​ໜັກ ຈົ່ງ​ຊ່ວຍ​ເຂົາ​ຍົກ​ລໍ​ນັ້ນ​ຂຶ້ນ ຢ່າ​ຍ່າງ​ໜີໄປ​ລ້າໆ.

6 ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ ເມື່ອ​ມີ​ການ​ສືບສວນ​ໃນ​ສານ.

7 ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.

8 ຢ່າ​ຮັບ​ສິນບົນ ເພາະ​ສິນບົນ​ເຮັດ​ໃຫ້​ຄົນ​ຕາບອດ​ຕໍ່​ສິ່ງ​ທີ່​ຖືກຕ້ອງ ແລະ​ບິດເບືອນ​ຄະດີ​ຂອງ​ຜູ້​ບໍ່ມີ​ຄວາມຜິດ.

9 ຢ່າ​ຂົ່ມເຫັງ​ຄົນ​ຕ່າງດ້າວ; ເຈົ້າ​ຮູ້​ຄວາມ​ຮູ້ສຶກ​ຂອງ​ຄົນ​ຕ່າງດ້າວ​ວ່າ​ເປັນ​ແນວ​ໃດ ເພາະ​ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ມາ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ.


ກົດ​ຂອງ​ປີຊະບາໂຕ ແລະ​ວັນ​ທີ​ເຈັດ

10 ຈົ່ງ​ຫວ່ານ​ພືດ ແລະ​ເກັບກ່ຽວ​ຜົນລະປູກ​ໃນ​ນາ​ຂອງ​ເຈົ້າ​ຕະຫລອດ​ຫົກ​ປີ.

11 ແຕ່​ໃນ​ປີ​ທີ​ເຈັດ ຈົ່ງ​ປະ​ໃຫ້​ນາ​ນັ້ນ​ວ່າງ​ເປົ່າ ແລະ​ຢ່າ​ເກັບກ່ຽວ​ຫຍັງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ. ຄົນ​ຍາກຈົນ​ອາດ​ເກັບ​ກິນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ​ໄດ້ ແລະ​ສັດປ່າ​ທັງຫລາຍ​ອາດ​ກິນ​ສິ່ງ​ທີ່​ເຫຼືອ​ນັ້ນ​ໄດ້. ຈົ່ງ​ເຮັດ​ຢ່າງ​ດຽວກັນ​ສຳລັບ​ສວນອະງຸ່ນ ແລະ​ສວນ​ໝາກກອກເທດ​ຂອງເຈົ້າ.

12 ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.

13 ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ເທດສະການ​ສຳຄັນ​ສາມ​ປາງ
( ອພຍ 34:18-26 ; ພບຍ 16:1-17 )

14 ຈົ່ງ​ສະຫລອງ​ເທດສະການ​ສາມ​ຄັ້ງ​ຕໍ່​ປີ ເພື່ອ​ຍົກຍໍ​ໃຫ້ກຽດ​ເຮົາ.

15 ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.

16 ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບກ່ຽວ ເມື່ອ​ພວກເຈົ້າ​ເລີ່ມ​ເກັບກ່ຽວ​ຜົນລະປູກ​ຜົນແຮກ​ທີ່​ເກີດ​ຈາກ​ແຮງງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ. ຈົ່ງ​ສະຫລອງ​ເທດສະການ​ວັນ​ເກັບ​ພືດຜົນ​ປາຍປີ ເມື່ອ​ເຈົ້າ​ເກັບ​ພືດຜົນ​ຈາກ​ທົ່ງນາ​ອັນ​ເປັນ​ຜົນງານ​ຂອງ​ເຈົ້າ.

17 ທຸກໆ​ປີ​ໃດ​ໃນ​ເທດສະການ​ສາມ​ປາງ​ນີ້ ໃຫ້​ພວກ​ຜູ້ຊາຍ​ເຂົ້າ​ມາ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.

18 ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ແກ່​ເຮົາ​ໃນ​ລະຫວ່າງ​ເທດສະການ​ສາມ​ປາງ​ນີ້ ບໍ່​ໃຫ້​ມີ​ເຫຼືອ​ຈົນ​ຮອດ​ຕອນເຊົ້າ​ຂອງ​ມື້​ໃໝ່.

19 ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.


ຄຳສັນຍາ​ແລະ​ຄຳແນະນຳ​ຕ່າງໆ

20 ເຮົາ​ຈະ​ໃຊ້​ເທວະດາ​ນຳ​ໜ້າ​ໄປ ເພື່ອ​ປົກປັກ​ຮັກສາ​ພວກເຈົ້າ​ໃນ​ການ​ເດີນທາງ ທັງ​ຈະ​ນຳ​ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ໄດ້​ຈັດແຈງ​ໄວ້.

21 ຈົ່ງ​ເອົາໃຈໃສ່ ແລະ​ເຊື່ອຟັງ​ເທວະດາ. ຢ່າ​ຂັດຂືນ ເພາະ​ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ສັ່ງ​ເທວະດາ​ນັ້ນ ແລະ​ເພິ່ນ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ການ​ຂັດຂືນ​ໃດໆ​ທັງ​ສິ້ນ.

22 ແຕ່​ຖ້າ​ພວກເຈົ້າ​ເຊື່ອຟັງ​ເທວະດາ​ນັ້ນ ແລະ​ເຮັດ​ຕາມ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຮົາ​ຈະ​ຕໍ່ສູ້​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ.

23 ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ຈະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ​ຊາວ​ເຢບູດ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ທັງໝົດ.

24 ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.

25 ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.

26 ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ບໍ່ມີ​ແມ່ຍິງ​ຫລຸລູກ​ຫລື​ເປັນໝັນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຊີວິດ​ຍືນຍາວ.

27 ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຕໍ່ສູ້​ພວກເຈົ້າ​ຢ້ານກົວ​ເຮົາ. ເຮົາ​ຈະ​ນຳ​ຄວາມ​ສັບສົນ​ວຸ້ນວາຍ​ມາ​ໃນ​ທ່າມກາງ​ຄົນ​ຕໍ່ສູ້​ພວກເຈົ້າ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຈົ້າ​ທຸກໆ​ຄົນ​ແລ່ນ​ພ່າຍ​ໜີໄປ.

28 ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຈົ້າ​ແຕກຕື່ນ​ເສຍຂວັນ; ເຮົາ​ຈະ​ຂັບໄລ່​ຊາວ​ຮີວີ, ຊາວ​ການາອານ ແລະ​ຊາວ​ຮິດຕີ ອອກ​ໜີ​ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.

29 ເຮົາ​ຈະ​ບໍ່​ຂັບໄລ່​ພວກເຂົາ​ອອກ​ໄປ​ໃນ​ລະຫວ່າງ​ປີ​ດຽວກັນ​ໂລດ; ຖ້າ​ເຮົາ​ເຮັດ​ເຊັ່ນນັ້ນ ດິນແດນ​ຈະ​ວ່າງເປົ່າ ແລະ​ສັດປ່າ​ກໍ​ຈະ​ທະວີ​ຫລາຍ​ໂພດ​ສຳລັບ​ພວກເຈົ້າ.

30 ແຕ່​ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ເທື່ອລະເລັກ​ລະນ້ອຍ ຈົນ​ພວກເຈົ້າ​ມີ​ຈຳນວນ​ພຽງພໍ ເພື່ອ​ຢຶດຄອງ​ເອົາ​ດິນແດນ​ເປັນ​ກຳມະສິດ.

31 ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.

32 ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ພວກເຂົາ ຫລື​ກັບ​ບັນດາ​ພະ​ຂອງ​ພວກເຂົາ.

33 ຢ່າ​ຍອມ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຍອມ ພວກເຂົາ​ຈະ​ພາ​ພວກເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຮົາ. ຖ້າ​ພວກເຈົ້າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ການ​ກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ ສຳລັບ​ດັກຈັບ​ພວກເຈົ້າ​ເອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan