ອົບພະຍົບ 22 - ພຣະຄຳພີສັກສິກົດບັນຍັດກ່ຽວກັບການໃຊ້ຄືນ 1 ຖ້າຜູ້ໜຶ່ງລັກງົວຫລືແກະໄປຂ້າຫລືໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໂຕໜຶ່ງ ແລະໃຊ້ແກະຫ້າໂຕແທນແກະໂຕໜຶ່ງ. 2-4 ລາວຕ້ອງໃຊ້ຄືນສິ່ງທີ່ຕົນໄດ້ລັກນັ້ນ. ຖ້າລາວບໍ່ມີເງິນຊົດໃຊ້ຄືນ ລາວຈະຕ້ອງຖືກຂາຍໄປເປັນທາດຮັບໃຊ້ໃຫ້ກຸ້ມຄ່າເສຍຫາຍທີ່ຕົນໄດ້ລັກນັ້ນ. ຖ້າສັດຖືກລັກໄປນັ້ນເປັນງົວ, ລໍ ຫລືແກະທີ່ຍັງມີຊີວິດ ແລະຢູ່ໃນຄວາມຄອບຄອງຂອງຕົນ; ລາວຕ້ອງໃຊ້ຄືນສັດສອງໂຕແທນສັດໂຕໜຶ່ງ. ຖ້າຄົນຂີ້ລັກຖືກຈັບໄດ້ແລະຖືກຂ້າຕາຍ ໃນຂະນະທີ່ບຸກເຂົ້າໄປໃນເຮືອນຕອນກາງຄືນ ຜູ້ທີ່ຂ້ານັ້ນບໍ່ມີຄວາມຜິດໃນຖານຂ້າຄົນ, ແຕ່ຖ້າເຫດການເກີດຂຶ້ນໃນຕອນກາງເວັນ ລາວຈະມີຄວາມຜິດໃນຖານຂ້າຄົນ. 5 ຖ້າຜູ້ໜຶ່ງປ່ອຍສັດຂອງຕົນ ກິນຫຍ້າຢູ່ໃນໄຮ່ນາ ຫລືຢູ່ໃນສວນອະງຸ່ນ ແລະມັນຫລົງຝູງໄປກິນຜົນລະປູກ ທີ່ເກີດໃນໄຮ່ນາຂອງຄົນອື່ນ; ເຈົ້າຂອງສັດນັ້ນຕ້ອງໃຊ້ຈ່າຍຄ່າເສຍຫາຍຄືນ ເປັນຜົນລະປູກທີ່ດີທີ່ສຸດຈາກໄຮ່ນາ ແລະສວນອະງຸ່ນຂອງຕົນ ໃຫ້ແກ່ຜູ້ທີ່ໄດ້ຮັບຄວາມເສຍຫາຍນັ້ນ. 6 ຖ້າຜູ້ໜຶ່ງຈູດໄຮ່ນາຂອງຕົນ ແລະໄຟເລີຍລຸກລາມໄປໄໝ້ຫຍ້າໃນນາຂອງຄົນອື່ນ ທັງໄໝ້ຕົ້ນເຂົ້າທີ່ເກີດ ຫລືທີ່ໄດ້ກ່ຽວແລະກອງໄວ້ດ້ວຍ ຜູ້ທີ່ຈູດນານັ້ນຕ້ອງໃຊ້ຄ່າເສຍຫາຍທັງໝົດ. 7 ຖ້າຜູ້ໃດຜູ້ໜຶ່ງຮັບເງິນ ຫລືຂອງມີຄ່າຂອງເພື່ອນບ້ານທີ່ນຳມາຝາກໄວ້ກັບຕົນ ແລະຂອງເຫຼົ່ານັ້ນຊໍ້າຖືກລັກໄປຈາກເຮືອນຂອງຕົນ; ຖ້າຈັບໄດ້ໄລ່ທັນ ຜູ້ລັກນັ້ນຕ້ອງຈ່າຍໃຫ້ຄືນເຖິງສອງເທົ່າ. 8 ແຕ່ຖ້າຈັບຄົນຂີ້ລັກບໍ່ໄດ້ ຜູ້ຮັບຝາກຕ້ອງຖືກນຳໄປຍັງສະຖານທີ່ນະມັດສະການ ເພື່ອສະແດງຕົນວ່າບໍ່ໄດ້ລັກສິ່ງຂອງໃດໆຂອງເພື່ອນບ້ານທີ່ມາຝາກໄວ້ກັບຕົນນັ້ນ. 9 ໃນທຸກໆກໍລະນີ ທີ່ມີການຜິດຖຽງກັນກ່ຽວກັບເລື່ອງຊັບສົມບັດ, ບໍ່ວ່າແມ່ນງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລືສິ່ງຂອງໃດໆທີ່ເສຍໄປ, ຕ້ອງນຳທັງສອງຝ່າຍທີ່ອ້າງວ່າ ຊັບສົມບັດນັ້ນເປັນຂອງຕົນໄປຍັງສະຖານທີ່ນະມັດສະການ. ຜູ້ທີ່ພຣະເຈົ້າໄດ້ບອກວ່າເປັນຝ່າຍຜິດ ຕ້ອງໃຊ້ຄືນໃຫ້ຄູ່ຄວາມເຖິງສອງເທົ່າ. 10 ຖ້າຜູ້ໜຶ່ງຮັບເອົາລໍ, ງົວ, ແກະ ຫລືສັດຊະນິດອື່ນໆ ທີ່ເພື່ອນບ້ານນຳມາຝາກລ້ຽງ ແລະຖ້າສັດນັ້ນຕາຍ ຫລືບາດເຈັບ ຫລືມີຜູ້ໄລ່ຕ້ອນເອົາໄປໂດຍບໍ່ມີພະຍານຮູ້ເຫັນ 11 ຕ້ອງໃຫ້ຜູ້ທີ່ຮັບຝາກນັ້ນສາບານຕົວຕໍ່ເພື່ອນບ້ານແລະຕໍ່ໜ້າພຣະເຈົ້າຢາເວວ່າ ຕົນບໍ່ໄດ້ລັກສັດຂອງຜູ້ທີ່ນຳມາຝາກໄວ້ນັ້ນ ຖ້າສັດນັ້ນບໍ່ໄດ້ຖືກລັກ ຜູ້ເປັນເຈົ້າຂອງສັດນັ້ນຕ້ອງຍອມຮັບຄວາມເສຍຫາຍ ແລະຜູ້ຮັບຝາກນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. 12 ແຕ່ຖ້າສັດນັ້ນຖືກລັກໄປ ຜູ້ຮັບຝາກຕ້ອງໃຊ້ຄ່າທົດແທນຄືນໃຫ້ແກ່ເຈົ້າຂອງສັດ. 13 ຖ້າສັດຖືກສັດປ່າກັດຕາຍ ຜູ້ຮັບລ້ຽງຕ້ອງນຳຫຼັກຖານມາຢັ້ງຢືນ; ລາວບໍ່ຈຳເປັນຕ້ອງໃຊ້ຄ່າສັດທີ່ຖືກສັດປ່າກັດຕາຍ. 14 ຖ້າຜູ້ໃດຜູ້ໜຶ່ງຢືມສັດລ້ຽງຈາກເພື່ອນບ້ານຂອງຕົນ ແລະສັດນັ້ນຖືກອັນຕະລາຍ ຫລືຕາຍໄປລະຫວ່າງເຈົ້າຂອງສັດບໍ່ຢູ່ ກໍໃຫ້ຜູ້ຢືມນັ້ນຊົດໃຊ້ຄືນ. 15 ແຕ່ຖ້າເຈົ້າຂອງສັດນັ້ນຢູ່ ຜູ້ຢືມນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. ຖ້າເປັນການເຊົ່າກໍໃຫ້ຄິດແຕ່ຄ່າເຊົ່າເທົ່ານັ້ນກໍພໍ. ກົດບັນຍັດກ່ຽວກັບສິນທຳ ແລະຄວາມເຊື່ອຖື 16 ຖ້າຊາຍຄົນໜຶ່ງຫລອກລວງຍິງສາວບໍຣິສຸດທີ່ຍັງບໍ່ມີຄູ່ໝັ້ນ ລາວກໍຕ້ອງຈ່າຍຄ່າແຕ່ງດອງແກ່ນາງ ແລະຮັບນາງມາເປັນເມຍຂອງຕົນ. 17 ແຕ່ຖ້າພໍ່ຂອງຍິງນັ້ນບໍ່ຍິນຍອມໃຫ້ນາງແຕ່ງງານກັບຊາຍນັ້ນ ລາວຕ້ອງເສຍເງິນເທົ່າກັບຄ່າດອງ ຕາມທຳນຽມສູ່ຂໍຍິງສາວບໍຣິສຸດ. 18 ຢ່າໄວ້ຊີວິດຍິງທີ່ໃຊ້ເວດມົນຄາຖາ. 19 ຢ່າໄວ້ຊີວິດຄົນທີ່ສົມສູ່ທາງເພດກັບສັດ. 20 ຈົ່ງປະຫານຊີວິດຜູ້ທີ່ຖວາຍບູຊາແກ່ພະອື່ນ ນອກຈາກພຣະເຈົ້າຢາເວ. 21 ຢ່າຂົ່ມເຫັງຫລືບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ. 22 ຢ່າຂົ່ມເຫັງແມ່ໝ້າຍຫລືລູກກຳພ້າ. 23 ຖ້າພວກເຈົ້າຂົ່ມເຫັງພວກເຂົາ ເມື່ອພວກເຂົາຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາແນ່ນອນ. 24 ແລະເຮົາຈະໂກດຮ້າຍ ແລະຂ້າພວກເຈົ້າເສຍໃນສົງຄາມດ້ວຍຄົມດາບ. ເມຍຂອງພວກເຈົ້າຈະເປັນໝ້າຍ ແລະລູກຂອງພວກເຈົ້າກໍຈະເປັນກຳພ້າພໍ່. 25 ຖ້າເຈົ້າໃຫ້ປະຊາຊົນຜູ້ຍາກຈົນຂອງເຮົາຢືມເງິນ ຢ່າເຮັດຄືວ່າຕົນເປັນເຈົ້າໜີ້ ແລະຮຽກຮ້ອງເອົາດອກເບ້ຍນຳພວກເຂົາ. 26 ຖ້າເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງສົ່ງເຂົາຄືນກ່ອນຕາເວັນຕົກດິນ 27 ເພາະວ່າລາວມີເສື້ອຄຸມຜືນດຽວເທົ່ານັ້ນ ເພື່ອປົກຄຸມລາວໃຫ້ອົບອຸ່ນ; ບໍ່ດັ່ງນັ້ນ ລາວຈະເອົາຫຍັງຕຸ້ມຫົ່ມນອນ. ເມື່ອລາວຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຕອບລາວ ເພາະວ່າເຮົາເປັນຜູ້ມີໃຈເມດຕາ. 28 ຢ່າດ່າວ່າພຣະເຈົ້າ ແລະຢ່າສາບແຊ່ງຜູ້ນຳຊົນຊາດຂອງພວກເຈົ້າ. 29 ຈົ່ງນຳພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ຕ້ອງຖວາຍຕາມກຳນົດນັ້ນມາຖວາຍແກ່ເຮົາ. ຈົ່ງຖວາຍລູກຊາຍກົກຂອງພວກເຈົ້າແກ່ເຮົາ. 30 ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະແກະຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີຢູ່ກັບແມ່ຂອງມັນເຈັດວັນ ແລະໃນວັນທີແປດໃຫ້ນຳມາຖວາຍແກ່ເຮົາ. 31 ພວກເຈົ້າເປັນປະຊາຊົນບໍຣິສຸດຂອງເຮົາ. ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງກິນຊີ້ນສັດໃດໆທີ່ຖືກສັດປ່າກັດຕາຍ ຈົ່ງຖິ້ມໃຫ້ໝາກິນເສຍ. |
@ 2012 United Bible Societies. All Rights Reserved.