Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 21 - ພຣະຄຳພີສັກສິ


ການ​ປະຕິບັດ​ຕໍ່​ທາດຮັບໃຊ້
( ພບຍ 15:12-18 )

1 “ຈົ່ງ​ອອກ​ກົດບັນຍັດ​ຕ່າງໆ​ໃຫ້​ຊາວ​ອິດສະຣາເອນ​ປະຕິບັດ ດັ່ງນີ້:

2 ຖ້າ​ພວກເຈົ້າ​ຊື້​ທາດຮັບໃຊ້​ຊາຍ ຊຶ່ງ​ເປັນ​ຄົນ​ເຮັບເຣີ ລາວ​ຈະ​ຢູ່​ຮັບໃຊ້​ເຈົ້າ​ຫົກ​ປີ. ໃນ​ປີ​ທີ​ເຈັດ​ເຈົ້າ​ຕ້ອງ​ປ່ອຍ​ລາວ​ໃຫ້​ເປັນ​ອິດສະຫລະ ໂດຍ​ລາວ​ບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ.

3 ຖ້າ​ລາວ​ບໍ່ມີ​ເມຍ​ຂະນະທີ່​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ, ເມື່ອ​ລາວ​ໄດ້​ເປັນ​ອິດສະຫລະ​ແລ້ວ ລາວ​ກໍ​ບໍ່​ຕ້ອງ​ເອົາ​ເມຍ​ໄປ​ນຳ, ແຕ່​ຖ້າ​ລາວ​ມີ​ເມຍ​ມາ​ນຳ ເມື່ອ​ລາວ​ມາ​ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ​ນັ້ນ ລາວ​ກໍ​ຕ້ອງ​ເອົາ​ເມຍ​ໄປ​ນຳ.

4 ແຕ່​ຖ້າ​ນາຍ​ຫາ​ເມຍ​ໃຫ້ ແລະ​ນາງ​ໄດ້​ເກີດ​ລູກ​ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ ຍິງ​ນັ້ນ​ແລະ​ລູກ​ຂອງ​ນາງ​ຈະ​ຕ້ອງ​ເປັນ​ຄົນ​ຂອງ​ນາຍ ແລະ​ຊາຍ​ຜູ້​ທີ່​ເປັນ​ທາດຮັບໃຊ້​ນັ້ນ ຈະ​ໜີໄປ​ເປັນ​ອິດສະຫລະ​ໄດ້​ແຕ່​ຕົວ​ຄົນ​ດຽວ.

5 ແຕ່​ຖ້າ​ທາດຮັບໃຊ້​ນັ້ນ​ມາ​ກ່າວ​ຢ່າງ​ເປີດເຜີຍ​ແລະ​ບໍຣິສຸດ​ໃຈ​ວ່າ ລາວ​ຮັກ​ນາຍ​ຂອງຕົນ, ຮັກ​ເມຍ ແລະ​ລູກ​ຂອງ​ລາວ ແລະ​ບໍ່​ຢາກ​ໜີໄປ​ເປັນ​ອິດສະຫລະ

6 ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”

7 “ຖ້າ​ຊາຍ​ຄົນ​ໃດ​ຂາຍ​ລູກສາວ​ຂອງຕົນ​ໄປ​ເປັນ​ທາດຮັບໃຊ້, ທາດຮັບໃຊ້​ຍິງ​ຜູ້​ນີ້ ຈະ​ບໍ່ໄດ້​ເປັນ​ອິດສະຫລະ​ເໝືອນ​ດັ່ງ​ທາດຮັບໃຊ້​ຊາຍ.

8 ຖ້າ​ນາງ​ຖືກ​ຂາຍ​ຕໍ່​ໃຫ້​ອີກ​ຄົນ​ໜຶ່ງ​ທີ່​ຢາກ​ໄດ້​ນາງ​ໄປ​ເປັນ​ເມຍ, ແຕ່​ລາວ​ບໍ່​ຮັກ​ນາງ ກໍ​ໃຫ້​ຜູ້​ເປັນ​ພໍ່​ຊື້​ເອົາ​ນາງ​ຄືນ. ຜູ້​ເປັນ​ນາຍ​ຈະ​ຂາຍ​ນາງ​ຕໍ່​ໃຫ້​ແກ່​ຄົນ​ຕ່າງດ້າວ​ບໍ່ໄດ້ ເພາະ​ລາວ​ໄດ້​ປະຕິບັດ​ຕໍ່​ນາງ​ຢ່າງ​ບໍ່​ເປັນທຳ.

9 ຖ້າ​ຊາຍ​ຄົນ​ໃດ​ຊື້​ທາດຮັບໃຊ້​ຍິງ​ມາ​ໃຫ້​ລູກຊາຍ​ຂອງຕົນ ຊາຍ​ຜູ້ນັ້ນ​ຈະ​ຕ້ອງ​ປະຕິບັດ​ຕໍ່​ນາງ ເໝືອນ​ດັ່ງ​ທີ່​ປະຕິບັດ​ຕໍ່​ລູກສາວ​ຂອງຕົນ.

10 ຖ້າ​ຊາຍ​ຄົນ​ໃດ​ເອົາ​ເມຍ​ຄົນ​ທີ​ສອງ ລາວ​ຕ້ອງ​ສືບຕໍ່​ເບິ່ງແຍງ​ເມຍ​ຄົນ​ທີ​ໜຶ່ງ​ດ້ານ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ​ສິດທິ​ຢູ່​ໃນ​ລະດັບ​ເດີມ​ຕາມ​ທີ່​ນາງ​ເຄີຍ​ໄດ້​ຮັບ​ມາ​ກ່ອນ.

11 ຖ້າ​ລາວ​ບໍ່​ປະຕິບັດ​ຕໍ່​ນາງ​ໃຫ້​ຫລ້ອນໜ້າທີ່ ນາງ​ກໍ​ຈະ​ໄດ້​ຮັບ​ອິດສະຫລະ ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ​ໃດໆ​ທັງ​ນັ້ນ.”


ກົດບັນຍັດ​ກ່ຽວກັບ​ການ​ທາລຸນ

12 “ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ.

13 ຖ້າ​ຜູ້ໃດ​ບໍ່ໄດ້​ມີ​ເຈດຕະນາ​ຂ້າ​ເຂົາ, ແຕ່​ເຂົາ​ຕາຍ​ເພາະ​ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ເຂົາ​ຕາຍ. ຖ້າ​ເປັນ​ເຊັ່ນນັ້ນ ລາວ​ກໍ​ສາມາດ​ປົບໜີໄປ​ບ່ອນ​ທີ່​ເຮົາ​ກຳນົດ​ໄວ້​ໃຫ້​ໄດ້ ແລະ​ໃນ​ທີ່ນັ້ນ​ລາວ​ຈະ​ປອດໄພ.

14 ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

15 ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

16 ຜູ້ໃດ​ກໍຕາມ​ທີ່​ລັກ​ພາ​ເອົາ​ຄົນ​ໄປ ບໍ່​ວ່າ​ຈະ​ເອົາ​ໄປ​ຂາຍ​ຕໍ່ ຫລື​ເອົາ​ໄວ້​ເປັນ​ທາດຮັບໃຊ້​ກໍຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

17 ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

18 ຖ້າ​ມີ​ການ​ຕົບຕີ​ຕໍ່ສູ້​ກັນ ແລະ​ຝ່າຍ​ໜຶ່ງ​ໃຊ້​ກ້ອນຫີນ​ຕີ​ຫລື​ຊົກ​ຕ່ອຍ, ແຕ່​ອີກ​ຝ່າຍ​ໜຶ່ງ​ບໍ່​ເຖິງ​ແກ່​ຄວາມ​ຕາຍ ລາວ​ຈະ​ບໍ່ໄດ້​ຮັບ​ໂທດ. ຖ້າ​ຜູ້​ທີ່​ຖືກ​ຕີ​ນັ້ນ​ເຈັບ​ເຖິງ​ຂັ້ນ​ນອນປ່ວຍ,

19 ແຕ່​ຕໍ່ມາ ລາວ​ສາມາດ​ໃຊ້​ໄມ້ຄ້ອນເທົ້າ​ລຸກ​ຍ່າງ​ໄປມາ​ໄດ້ ຝ່າຍ​ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຈ່າຍ​ຄ່າ​ປ່ວຍການ ແລະ​ເບິ່ງແຍງ​ລາວ​ຈົນ​ຫາຍດີ​ເປັນ​ປົກກະຕິ.

20 ຖ້າ​ຜູ້ໜຶ່ງ​ໃຊ້​ໄມ້​ຂ້ຽນຕີ​ທາດຮັບໃຊ້​ຂອງຕົນ​ຕາຍ​ຄາ​ມື ລາວ​ຕ້ອງ​ຖືກ​ລົງໂທດ.

21 ແຕ່​ຖ້າ​ທາດຮັບໃຊ້​ຜູ້ນັ້ນ​ລອດ​ຕາຍ​ມາ​ໄດ້​ເຖິງ​ວັນ​ໜຶ່ງ​ຫລື​ສອງ​ວັນ ຜູ້​ເປັນ​ນາຍ​ກໍ​ບໍ່ໄດ້​ຮັບ​ໂທດ. ການ​ສູນເສຍ​ຊັບສົມບັດ​ຂອງ​ລາວ ກໍ​ແມ່ນ​ການ​ລົງໂທດ​ລາວ​ພຽງພໍ​ແລ້ວ.

22 ຖ້າ​ມີ​ຜູ້ຊາຍ​ຕີ​ກັນ ແລະ​ໄປ​ຕີ​ຖືກ​ຍິງ​ຖືພາ ຈົນ​ເປັນ​ເຫດ​ໃຫ້​ລູກ​ໃນ​ທ້ອງ​ຕາຍ ແຕ່​ຜູ້​ເປັນ​ແມ່​ບໍ່ໄດ້​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ. ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຖືກ​ປັບໄໝ​ຕາມ​ແຕ່​ຜົວ​ຂອງ​ນາງ​ຮຽກຮ້ອງ​ເອົາ ໂດຍ​ຄວາມ​ເຫັນຊອບ​ຂອງ​ຜູ້​ຕັດສິນຄວາມ.

23 ແຕ່​ຖ້າ​ຍິງ​ນັ້ນ​ບາດເຈັບ​ເປັນ​ອັນຕະລາຍ ການ​ລົງໂທດ​ນັ້ນ​ຈະ​ຕ້ອງ​ແມ່ນ​ຊີວິດ​ແທນ​ຊີວິດ,

24 ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື, ຕີນ​ແທນ​ຕີນ,

25 ຮອຍ​ໄຟ​ໄໝ້​ແທນ​ຮອຍ​ໄຟ​ໄໝ້, ບາດແຜ​ແທນ​ບາດແຜ, ຮອຍ​ບວມຊໍ້າ​ແທນ​ຮອຍບວມຊໍ້າ.”

26 “ຖ້າ​ນາຍ​ຕີ​ຕາ​ແກ່ນ​ໜຶ່ງ​ຂອງ​ທາດຮັບໃຊ້​ໃຫ້​ບອດ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ເປັນ​ການ​ຈ່າຍ​ຄ່າ​ຕາ​ຂອງ​ລາວ.

27 ຖ້າ​ລາວ​ຕີ​ຖືກ​ແຂ້ວ​ຂອງ​ທາດຮັບໃຊ້​ຫັກ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ການ​ຈ່າຍ​ຄ່າ​ແຂ້ວ​ຂອງ​ທາດຮັບໃຊ້​ຜູ້ນັ້ນ.”


ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ເຈົ້າຂອງ

28 “ຖ້າ​ງົວເຖິກ​ໂຕໜຶ່ງ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ຫີນ​ແກວ່ງ​ໃສ່​ງົວ​ນັ້ນ​ໃຫ້​ຕາຍ ແລະ​ຢ່າ​ກິນ​ຊີ້ນ​ຂອງ​ມັນ, ແຕ່​ເຈົ້າຂອງ​ງົວ​ຈະ​ບໍ່ໄດ້​ຮັບ​ໂທດ.

29 ຖ້າ​ງົວເຖິກ​ນັ້ນ​ເຄີຍ​ຊົນ​ຄົນ​ມາ​ແລ້ວ ແລະ​ເຈົ້າຂອງ​ງົວ​ກໍໄດ້​ຮັບ​ການ​ຕັກເຕືອນ​ມາ​ແລ້ວ ແຕ່​ບໍ່​ຜູກມັດ​ງົວ​ຂອງຕົນ​ໄວ້. ຕໍ່ມາ ຖ້າ​ມັນ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ ແລະ​ເຈົ້າຂອງ​ງົວ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ເໝືອນກັນ.

30 ເຖິງຢ່າງໃດກໍດີ ຖ້າ​ເຈົ້າຂອງ​ງົວ​ຍອມ​ເສຍ​ຄ່າ​ຫົວ​ເພື່ອ​ແລກ​ເອົາ​ຊີວິດ​ຂອງຕົນ​ໄວ້ ລາວ​ຕ້ອງ​ຍອມ​ຈ່າຍ​ຕາມ​ຈຳນວນ​ເງິນ​ທີ່​ຖືກ​ຮຽກຮ້ອງ​ເອົາ.

31 ຖ້າ​ງົວເຖິກ​ຊົນ​ເດັກນ້ອຍ​ຜູ້ຊາຍ ຫລື​ເດັກນ້ອຍ​ຜູ້ຍິງ​ຕາຍ ໃຫ້​ລົງໂທດ​ເຈົ້າຂອງ​ງົວ​ນັ້ນ​ຕາມ​ກົດ​ນີ້​ເຊັ່ນດຽວ​ກັນ.

32 ຖ້າ​ງົວເຖິກ​ຊົນ​ທາດຮັບໃຊ້​ຊາຍ​ຕາຍ ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ນາຍ​ຂອງ​ທາດຮັບໃຊ້ ເປັນ​ເງິນ​ສາມສິບ​ຫລຽນ ແລະ​ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ເຖິງ​ຕາຍ.”

33 “ຖ້າ​ຜູ້ໃດ​ເປີດ​ນໍ້າສ້າງ ຫລື​ຂຸດ​ບໍ່​ນໍ້າ ແລະ​ບໍ່​ອັດ​ໄວ້ ຖ້າ​ງົວ​ຫລື​ລໍ​ຕົກລົງ​ໃນ​ບໍ່ນໍ້າ​ນັ້ນ;

34 ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ເຈົ້າຂອງ​ສັດ ແລະ​ສັດ​ໂຕ​ທີ່​ຕາຍ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າຂອງ​ນໍ້າສ້າງ.

35 ຖ້າ​ງົວເຖິກ​ຂອງ​ຄົນ​ໜຶ່ງ​ຊົນ​ງົວເຖິກ​ຂອງ​ອີກ​ຄົນ​ໜຶ່ງ​ຕາຍ ລາວ​ຕ້ອງ​ຂາຍ​ງົວເຖິກ​ໂຕ​ທີ່​ຊົນ​ນັ້ນ ແລະ​ເອົາ​ເງິນ​ແບ່ງປັນ​ກັນ ທັງ​ໃຫ້​ເອົາ​ຊີ້ນ​ງົວ​ໂຕ​ທີ່​ຕາຍ​ນັ້ນ​ແບ່ງປັນ​ກັນ​ດ້ວຍ.

36 ແຕ່​ຖ້າ​ຮູ້​ວ່າ​ງົວ​ຂອງຕົນ​ເຄີຍ​ຊົນ​ມາ​ແລ້ວ ແລະ​ເຈົ້າ​ຂອງ​ບໍ່​ຮັກສາ​ຫລື​ຜູກ​ໄວ້ ລາວ​ຕ້ອງ​ເອົາ​ງົວ​ໂຕ​ເປັນ​ໃຊ້​ແທນ ສ່ວນ​ງົວ​ໂຕ​ຕາຍ​ນັ້ນ​ໃຫ້​ຕົກ​ເປັນ​ຂອງຕົນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan