Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 20 - ພຣະຄຳພີສັກສິ


ກົດບັນຍັດ​ສິບ​ປະການ
( ພບຍ 5:1-21 )

1 ຕໍ່ໄປ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ທີ່​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ດັ່ງນີ້:

2 “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.

3 ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.

4 ຢ່າ​ສ້າງ​ຮູບເຄົາຣົບ​ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ຕົນ ອັນ​ເປັນ​ຕົວແທນ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ຢູ່​ໃຕ້​ນໍ້າ.

5 ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.

6 ແຕ່​ເຮົາ​ສຳແດງ​ຄວາມຮັກ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຖື​ຮັກສາ​ບັນຍັດ​ທັງຫລາຍ​ຂອງເຮົາ ຫລາຍ​ພັນ​ເຊັ່ນຄົນ.

7 ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.

8 ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ.

9 ເຈົ້າ​ມີ​ຫົກ​ວັນ​ທີ່​ຈະ​ເຮັດ​ວຽກ​ຂອງ​ເຈົ້າ

10 ແຕ່​ໃນ​ວັນ​ທີ​ເຈັດ ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. ໃນວັນນີ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ​ກັບ​ຄົນ​ຮັບໃຊ້ ແລະ​ສັດ​ລ້ຽງ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

11 ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.

12 ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.

13 ຢ່າ​ຂ້າ​ຄົນ.

14 ຢ່າ​ຫລີ້ນຊູ້​ສູ່ຜົວເມຍ​ຜູ້ອື່ນ.

15 ຢ່າ​ລັກ.

16 ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.

17 ຢ່າ​ໄດ້​ໂລບເອົາ​ເຮືອນຊານ​ບ້ານຊ່ອງ​ຂອງ​ເພື່ອນບ້ານ​ຂອງເຈົ້າ; ຢ່າ​ຢາກ​ໄດ້​ເມຍ​ຂອງ​ລາວ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ ຫລື​ສິ່ງ​ອື່ນໆ​ອີກ​ທີ່​ລາວ​ມີ​ຢູ່.”


ປະຊາຊົນ​ຢ້ານກົວ

18 ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.

19 ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”

20 ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້​ມາ​ພຽງ​ເພື່ອ​ທົດສອບ​ເບິ່ງ​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ສືບຕໍ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເຮັດ​ບາບ.”

21 ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.


ກົດບັນຍັດ​ກ່ຽວກັບ​ແທ່ນບູຊາ

22 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, “ພວກເຈົ້າ​ໄດ້ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ອອກ​ມາ​ຈາກ​ສະຫວັນ.

23 ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.

24 ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ.

25 ຖ້າ​ພວກເຈົ້າ​ສ້າງ​ແທ່ນບູຊາ​ທີ່​ເປັນ​ຫີນ​ຖວາຍ​ແກ່​ເຮົາ ຢ່າ​ເອົາ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ​ມາ​ສ້າງ ເພາະ​ແທ່ນບູຊາ​ທີ່​ສ້າງ​ດ້ວຍ​ຫີນ​ທີ່​ໃຊ້​ເຫຼັກ​ຕັດ ບໍ່​ເໝາະສົມ​ທີ່​ຈະ​ໃຊ້​ນະມັດສະການ​ເຮົາ.

26 ຢ່າ​ເຮັດ​ແທ່ນ​ທີ່​ມີ​ຂັ້ນໄດ​ຂຶ້ນ ເພາະ​ມັນ​ຈະ​ເປັນ​ເຫດ​ໃຫ້​ພວກເຈົ້າ​ເຜີຍ​ຂອງ​ລັບ​ໃສ່​ແທ່ນ​ນັ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan