ອົບພະຍົບ 2 - ພຣະຄຳພີສັກສິໂມເຊເກີດ 1 ຍັງມີຊາຍຈາກເຜົ່າເລວີຄົນໜຶ່ງ ທີ່ໄດ້ແຕ່ງງານກັບຍິງສາວຢູ່ໃນເຜົ່າດຽວກັນ 2 ແລະນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ລາວ. ເມື່ອນາງເຫັນລູກທີ່ເກີດມານັ້ນມີຮູບຮ່າງງາມ ນາງຈຶ່ງໄດ້ເຊື່ອງລູກໄວ້ເຖິງສາມເດືອນ. 3 ແຕ່ເມື່ອນາງເຊື່ອງລູກຊາຍນັ້ນໄວ້ບໍ່ໄດ້ອີກຕໍ່ໄປ. ສະນັ້ນ ນາງຈຶ່ງເອົາໄມ້ອໍ້ມາເຮັດເປັນອູ່ ແລະທາດ້ວຍຢາງໄມ້ເພື່ອໃຫ້ມັນຟູ. ນາງເອົາລູກວາງນອນລົງໃນອູ່ນັ້ນ ແລ້ວນາງກໍໄດ້ນຳອູ່ນັ້ນໄປປະໄວ້ທີ່ແຄມແມ່ນໍ້ານິນ ບ່ອນທີ່ມີກໍຫຍ້າອໍ້ແຄມຕາຝັ່ງ. 4 ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນກໍຢືນຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ. 5 ຕໍ່ມາ ລູກສາວຂອງກະສັດຟາໂຣໄດ້ລົງມາອາບນໍ້າ ສ່ວນພວກສາວຮັບໃຊ້ກໍພາກັນຍ່າງເລາະຫລີ້ນຢູ່ຕາມແຄມຝັ່ງ ເມື່ອກຳລັງອາບນໍ້າຢູ່ນັ້ນ ນາງເລີຍຫລຽວເຫັນອູ່ຢູ່ກາງກໍຫຍ້າ ນາງຈຶ່ງບອກສາວຮັບໃຊ້ໄປເອົາມາເບິ່ງ. 6 ເມື່ອເປີດເບິ່ງໃນອູ່ ນາງກໍເຫັນເດັກນ້ອຍຜູ້ຊາຍນອນຮ້ອງໄຫ້ຢູ່. ນາງເກີດສົງສານເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງຊາວເຮັບເຣີ.” 7 ສ່ວນເອື້ອຍຂອງລາວກໍຟ້າວມາຖາມລູກສາວຂອງກະສັດຟາໂຣວ່າ, “ຢາກໃຫ້ຂ້ານ້ອຍໄປຫາຍິງຊາວເຮັບເຣີ ມາລ້ຽງເດັກນ້ອຍໃຫ້ຫລືບໍ່?” 8 ນາງຕອບວ່າ, “ຈົ່ງໄປຫາໃຫ້ແດ່.” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ຂອງເດັກນ້ອຍມາ. 9 ລູກສາວກະສັດຟາໂຣສັ່ງຍິງນັ້ນວ່າ, “ຈົ່ງເອົາເດັກນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລະຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ.” ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ໄປລ້ຽງໄວ້. 10 ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍນັ້ນມາ ແລະມອບໃຫ້ລູກສາວຂອງກະສັດຟາໂຣ. ນາງໄດ້ຮັບລ້ຽງເດັກຊາຍຜູ້ນີ້ໄວ້ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ມາຈາກນໍ້າ. ສະນັ້ນ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວວ່າ ໂມເຊ.” ໂມເຊໜີໄປດິນແດນມີດີອານ 11 ຢູ່ມາວັນໜຶ່ງ ເມື່ອໂມເຊໃຫຍ່ແລ້ວ ລາວກໍໄດ້ອອກໄປຢ້ຽມຢາມຄົນທີ່ເປັນຊົນຊາດດຽວກັນຄື ຊາວເຮັບເຣີ ແລະລາວໄດ້ເຫັນພວກເຂົາຖືກບັງຄັບໃຫ້ເຮັດວຽກໜັກຫລາຍ. ລາວຍັງໄດ້ເຫັນຄົນເອຢິບຜູ້ໜຶ່ງຕົບຕີຄົນເຮັບເຣີຜູ້ໜຶ່ງ ທີ່ເປັນຊົນຊາດດຽວກັນກັບຕົນ. 12 ໂມເຊຫລຽວໜ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດໃນທີ່ນັ້ນ ລາວຈຶ່ງຂ້າຄົນເອຢິບຜູ້ນັ້ນເສຍ ແລະຝັງສົບເຊື່ອງໄວ້ໃນດິນຊາຍ. 13 ມື້ຕໍ່ມາ ໂມເຊໄດ້ກັບໄປບ່ອນນັ້ນອີກ ແລະເທື່ອນີ້ລາວເຫັນຄົນເຮັບເຣີສອງຄົນກຳລັງຕີກັນຢູ່. ລາວຈຶ່ງໄດ້ຖາມຜູ້ເປັນຝ່າຍຜິດນັ້ນວ່າ, “ເປັນຫຍັງຈຶ່ງຕີຄົນຊາດດຽວກັນ?” 14 ຄົນນັ້ນຕອບວ່າ, “ໃຜແຕ່ງຕັ້ງເຈົ້າໃຫ້ເປັນນາຍຕັດສິນຄວາມພວກຂ້ອຍ? ເຈົ້າຈະຂ້າຂ້ອຍເໝືອນໄດ້ຂ້າຄົນເອຢິບຜູ້ນັ້ນບໍ?” ໂມເຊຕົກໃຈແຮງຫລາຍພ້ອມທັງຄິດໃນໃຈວ່າ, “ມີຜູ້ຮູ້ເຫັນສິ່ງທີ່ເຮົາໄດ້ກະທຳນັ້ນແລ້ວ.” 15 ເມື່ອກະສັດຟາໂຣໄດ້ຮູ້ເລື່ອງນີ້ ເພິ່ນຈຶ່ງພະຍາຍາມຫາຊ່ອງທາງຂ້າໂມເຊ, ແຕ່ໂມເຊໄດ້ເອົາຕົວຫລົບໜີໄປຢູ່ດິນແດນມີດີອານເສຍກ່ອນ. ພໍໂມເຊໄປຮອດທີ່ນັ້ນ ລາວກໍນັ່ງລົງພັກຜ່ອນເອົາແຮງຢູ່ໃກ້ບໍ່ນໍ້າສ້າງແຫ່ງໜຶ່ງ. 16 ປະໂຣຫິດແຫ່ງມີດີອານຜູ້ທີ່ຊື່ວ່າ ເຢທະໂຣ, ເພິ່ນມີລູກສາວເຈັດຄົນ. ພວກນາງໄດ້ພາກັນມາຕັກນໍ້າໃຫ້ຝູງແບ້ແລະຝູງແກະກິນ. 17 ແຕ່ມີຄົນລ້ຽງແກະບາງພວກໄດ້ມາໄລ່ໃຫ້ພວກນາງໜີໄປ. ໂມເຊໄດ້ເຂົ້າໄປຊ່ວຍເຫລືອ ແລະທັງໄດ້ຕັກນໍ້າໃຫ້ຝູງສັດຂອງພວກນາງກິນດ້ວຍ. 18 ເມື່ອພວກນາງກັບເມືອເຮືອນຫາເຣອູເອນ ຜູ້ເປັນພໍ່ຈຶ່ງຖາມວ່າ, “ເປັນຫຍັງວັນນີ້ຈຶ່ງກັບມາໄວແທ້?” 19 ພວກນາງຕອບວ່າ, “ມີຄົນເອຢິບຜູ້ໜຶ່ງໄດ້ຊ່ວຍພວກລູກໃຫ້ພົ້ນຈາກພວກລ້ຽງແກະ ແລະທັງໄດ້ຊ່ວຍຕັກນໍ້າໃຫ້ສັດຂອງພວກເຮົາກິນດ້ວຍ.” 20 ຜູ້ເປັນພໍ່ຈຶ່ງຖາມລູກສາວອີກວ່າ, “ຊາຍຜູ້ນັ້ນຢູ່ໃສ? ເຫດໃດຈຶ່ງມາປະລາວ? ຮີບໄປເຊີນລາວມາກິນເຂົ້ານຳພວກເຮົາແມ.” 21 ໂມເຊໄດ້ຕັດສິນໃຈຢູ່ທີ່ມີດີອານ ແລະເຢທະໂຣຈຶ່ງໄດ້ຍົກນາງຊິບໂປຣາ ລູກສາວຂອງຕົນໃຫ້ເປັນເມຍຂອງໂມເຊ. 22 ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.” 23 ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ. 24 ພຣະເຈົ້າໄດ້ຍິນສຽງຮ້ອງໄຫ້ຄວນຄາງຂອງພວກເຂົາ ແລະລະນຶກເຖິງພັນທະສັນຍາ ທີ່ພຣະອົງໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ. 25 ພຣະເຈົ້າເບິ່ງເຫັນສະພາບການເປັນທາດຮັບໃຊ້ຂອງຊາວອິດສະຣາເອນ. ສະນັ້ນ ພຣະເຈົ້າຈຶ່ງຫ່ວງໃຍພວກເຂົາ. |
@ 2012 United Bible Societies. All Rights Reserved.