Biblia Todo Logo
Bìoball air-loidhne

- Sanasan -

ອົບພະຍົບ 18 - ພຣະຄຳພີສັກສິ


ເຢທະໂຣ​ມາ​ຢ້ຽມຢາມ​ໂມເຊ

1 ເຢທະໂຣ​ພໍ່ເຖົ້າ​ຂອງ​ໂມເຊ ຜູ້​ທີ່​ເປັນ​ປະໂຣຫິດ​ແຫ່ງ​ມີດີອານ​ໄດ້ຍິນ​ເຖິງ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ໂມເຊ ແລະ​ປະຊາຊົນ​ອິດສະຣາເອນ ເມື່ອ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.

2 ສະນັ້ນ ເພິ່ນ​ຈຶ່ງ​ພາ​ຊິບໂປຣາ​ເມຍ​ຂອງ​ໂມເຊ ຜູ້​ທີ່​ຖືກ​ປະ​ໄວ້​ກັບ​ຕົນ​ນັ້ນ​ມາ​ຫາ​ໂມເຊ

3 ພ້ອມ​ທັງ​ເກໂຊມ ແລະ​ເອລີເອເຊ ລູກຊາຍ​ສອງ​ຄົນ​ຂອງ​ນາງ​ມາ​ດ້ວຍ. (ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ເປັນ​ຄົນ​ຕ່າງດ້າວ​ໄດ້​ມາ​ອາໄສ​ຢູ່​ຕ່າງ​ປະເທດ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້ໜຶ່ງ​ວ່າ ເກໂຊມ.

4 ເພິ່ນ​ກ່າວ​ອີກ​ວ່າ, “ພຣະເຈົ້າ​ຂອງ​ພໍ່​ຂ້ອຍ​ເປັນ​ຜູ້​ຊ່ວຍເຫຼືອ​ຂ້ອຍ ໃຫ້​ພົ້ນ​ຈາກ​ການ​ນຳລ່າ​ສັງຫານ​ຂອງ​ກະສັດ​ຟາໂຣ​ແຫ່ງ​ເອຢິບ.” ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ອີກ​ຜູ້ໜຶ່ງ​ວ່າ ເອລີເອເຊ. )

5 ເຢທະໂຣ​ໄດ້​ພາ​ເມຍ​ຂອງ​ໂມເຊ​ພ້ອມ​ດ້ວຍ​ລູກຊາຍ​ທັງສອງ​ຂອງ​ນາງ ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ໂມເຊ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ພູ​ຂອງ​ພຣະເຈົ້າ.

6 ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ບອກ​ໂມເຊ​ວ່າ ພວກ​ຕົນ​ກຳລັງ​ເດີນທາງ​ມາ.

7 ດັ່ງນັ້ນ ໂມເຊ​ຈຶ່ງ​ອອກ​ໄປ​ພົບ ແລະ​ຂາບລົງ​ຕໍ່ໜ້າ​ເຢທະໂຣ ແລະ​ທັງ​ຈູບ​ເພິ່ນ. ພວກເພິ່ນ​ໄດ້​ຖາມ​ເຖິງ​ຄວາມສຸກ​ທຸກ​ຂອງ​ກັນແລະກັນ ແລ້ວ​ກໍ​ພາກັນ​ໄປ​ສູ່​ເຕັນ​ບ່ອນ​ພັກ​ຂອງ​ໂມເຊ.

8 ໂມເຊ​ເລົ່າ​ສູ່​ເຢທະໂຣ​ຟັງ​ທຸກສິ່ງ​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ກະສັດ​ຟາໂຣ​ແລະ​ຕໍ່​ຊາວ​ເອຢິບ ເພື່ອ​ຊ່ວຍ​ກອບກູ້​ເອົາ​ຊາວ​ອິດສະຣາເອນ. ເພິ່ນ​ຍັງ​ໄດ້​ເລົ່າ​ເຖິງ​ຄວາມ​ຍາກ​ລຳບາກ​ນາໆ​ປະການ ທີ່​ຊາວ​ອິດສະຣາເອນ​ໄດ້​ປະເຊີນ​ໃນ​ການ​ເດີນທາງ ແລະ​ເຖິງ​ການ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຢ່າງ​ໃດ.

9 ເມື່ອ​ເຢທະໂຣ​ໄດ້ຍິນ​ຄຸນຄວາມດີ​ໝົດ​ທຸກ​ເລື່ອງ​ຢ່າງ​ນີ້​ແລ້ວ ເພິ່ນ​ກໍ​ຊົມຊື່ນຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ແກ່​ຊາວ​ອິດສະຣາເອນ ທີ່​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ຊາວ​ເອຢິບ.

10 ແລະ​ເພິ່ນ​ໄດ້ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ຜູ້​ທີ່​ໄດ້​ໂຜດ​ຊ່ວຍ​ເຈົ້າ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ​ແລະ​ຈາກ​ກະສັດ​ຟາໂຣ ແລະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ຊາວ​ເອຢິບ.

11 ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”

12 ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.


ໂມເຊ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ
( ພບຍ 1:9-18 )

13 ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ອອກ​ມາ​ນັ່ງ​ພິຈາລະນາ​ເພື່ອ​ຕັດສິນຄວາມ​ໃຫ້​ປະຊາຊົນ ເພິ່ນ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ​ແຕ່​ເຊົ້າ​ຈົນ​ຮອດ​ຄໍ່າ.

14 ເມື່ອ​ເຢທະໂຣ​ໄດ້​ເຫັນ​ທຸກໆ​ສິ່ງ​ທີ່​ໂມເຊ​ເຮັດ ເພິ່ນ​ຈຶ່ງ​ຖາມ​ວ່າ, “ວຽກ​ທັງໝົດ​ທີ່​ເຈົ້າ​ກຳລັງ​ເຮັດ​ຢູ່​ນີ້​ເພື່ອ​ປະຊາຊົນ​ບໍ່ແມ່ນ​ບໍ? ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ຜູ້​ດຽວ ໂດຍ​ປ່ອຍ​ປະຊາຊົນ​ໃຫ້​ຢືນ​ຢູ່​ທີ່​ນີ້​ແຕ່​ເຊົ້າ​ຮອດ​ຄໍ່າ ເພື່ອ​ຂໍ​ຄວາມເຫັນ​ຈາກ​ເຈົ້າ?”

15 ແລ້ວ​ໂມເຊ​ກໍ​ຕອບ​ວ່າ, “ຂ້ອຍ​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນນີ້ ຍ້ອນ​ປະຊາຊົນ​ມາ​ຫາ​ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.

16 ເມື່ອ​ມີ​ສອງ​ຄົນ​ໂຕ້ຖຽງ​ກັນ ພວກເຂົາ​ກໍ​ມາ​ຫາ​ຂ້ອຍ ແລະ​ຂ້ອຍ​ຕ້ອງ​ຕັດສິນ​ໃຫ້ ລະຫວ່າງ​ເຂົາ​ທັງສອງ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຖືກ ແລະ​ພ້ອມ​ດຽວກັນ​ນັ້ນ​ຂ້ອຍ​ກໍ​ຕ້ອງ​ສັ່ງສອນ​ພວກເຂົາ ໃຫ້​ຮູ້​ເຖິງ​ກົດເກນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.”

17 ແລ້ວ​ເຢທະໂຣ​ກໍ​ບອກ​ວ່າ, “ເຈົ້າ​ເຮັດ​ຢ່າງ​ນີ້​ບໍ່ແມ່ນ​ວິທີ​ທີ່​ດີ.

18 ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເອງ​ອ່ອນເພຍ​ເສຍ​ກຳລັງ ພ້ອມ​ທັງ​ປະຊາຊົນ​ເຫຼົ່ານີ້​ດ້ວຍ. ວຽກ​ການ​ນີ້​ໜັກ​ເຫຼືອ​ກຳລັງ​ທີ່​ເຈົ້າ​ຜູ້​ດຽວ​ຈະ​ເຮັດ​ໄດ້.

19 ບັດນີ້ ຂ້ອຍ​ຂໍ​ໃຫ້​ຄຳແນະນຳ​ທີ່​ດີ​ແກ່​ເຈົ້າ ແລະ​ພຣະເຈົ້າ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ. ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ​ຕໍ່​ພຣະເຈົ້າ ແລະ​ນຳ​ການ​ໂຕ້ຖຽງ​ກັນ​ສະເໜີ​ຕໍ່​ພຣະເຈົ້າ.

20 ເຈົ້າ​ຈົ່ງ​ສັ່ງສອນ​ພວກເຂົາ​ໃຫ້​ຮູ້​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ ແລະ​ອະທິບາຍ​ສູ່​ພວກເຂົາ​ຟັງ​ວ່າ ຄວນ​ດຳເນີນ​ຊີວິດ​ຢ່າງ​ໃດ​ແລະ​ຄວນ​ປະຕິບັດ​ຫຍັງ​ແດ່.

21 ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.

22 ໃຫ້​ພວກເຂົາ​ຮັບ​ໜ້າທີ່​ເປັນ​ຜູ້​ຕັດສິນ​ປະຈຳ. ສ່ວນ​ກໍລະນີ​ໃຫຍ່ໆ​ໃຫ້​ເຂົາ​ນຳ​ມາ​ແຈ້ງ​ຕໍ່​ເຈົ້າ, ແຕ່​ສ່ວນ​ຄະດີ​ເລັກນ້ອຍ ໃຫ້​ພວກເຂົາ​ຕັດສິນ​ກັນເອງ. ໃນ​ເມື່ອ​ພວກເຂົາ​ຊ່ວຍ​ຮັບ​ແບກ​ພາລະ​ຮ່ວມ​ກັບ​ເຈົ້າ ວິທີ​ນີ້​ຈະ​ເຮັດ​ໃຫ້​ການງານ​ຂອງ​ເຈົ້າ​ເບົາລົງ.

23 ຖ້າ​ເຮັດ​ເຊັ່ນນີ້ ແລະ​ເມື່ອ​ພຣະເຈົ້າ​ສັ່ງ​ການ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ອ່ອນເພຍ​ເສຍ​ກຳລັງ​ເຈົ້າ​ເອງ ແລະ​ປະຊາຊົນ​ພວກ​ນີ້​ທຸກຄົນ​ຈະ​ກັບ​ບ້ານໃຜ​ເຮືອນລາວ ໂດຍ​ທີ່​ບັນຫາ​ຂອງ​ແຕ່ລະຄົນ​ໄດ້​ຮັບ​ການ​ແກ້ໄຂ​ໄປ​ດ້ວຍ​ດີ.”

24 ໂມເຊ​ໄດ້​ຮັບ​ເອົາ​ຄຳແນະນຳ​ທຸກປະການ​ຂອງ​ເຢທະໂຣ

25 ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.

26 ພວກເຂົາ​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ຕັດສິນຄວາມ​ປະຈຳ ໂດຍ​ນຳ​ຄະດີ​ໃຫຍ່ໆ​ມາ​ຫາ​ໂມເຊ; ສ່ວນ​ຄະດີ​ເລັກນ້ອຍ​ນັ້ນ ພວກເຂົາ​ພິຈາລະນາ​ຕັດສິນ​ກັນ​ເອງ.

27 ແລ້ວ​ໂມເຊ​ກໍ​ອຳລາ​ເຢທະໂຣ ແລະ​ເຢທະໂຣ​ໄດ້​ກັບຄືນ​ເມືອ​ບ້ານເມືອງ​ຂອງຕົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan