ອົບພະຍົບ 17 - ພຣະຄຳພີສັກສິນໍ້າອອກມາຈາກໂງ່ນຫີນ 1 ຊຸມຊົນອິດສະຣາເອນທັງໝົດ ໄດ້ອອກຈາກຖິ່ນແຫ້ງແລ້ງກັນດານສີນ ໂດຍເຄື່ອນຍ້າຍໄປເປັນໄລຍະຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ແຕ່ຢູ່ໃນທີ່ນັ້ນພວກເຂົາບໍ່ມີນໍ້າດື່ມ. 2 ພວກເຂົາຈຶ່ງຈົ່ມຮ້າຍໃສ່ໂມເຊ ແລະເວົ້າວ່າ, “ຫານໍ້າໃຫ້ພວກເຮົາດື່ມແມ!” ໂມເຊຈຶ່ງຕອບວ່າ, “ເປັນຫຍັງຈຶ່ງພາກັນຈົ່ມ? ເປັນຫຍັງຈຶ່ງທົດລອງພຣະເຈົ້າຢາເວ?” 3 ແຕ່ປະຊາຊົນຫິວນໍ້າຫລາຍຈຶ່ງສືບຕໍ່ຈົ່ມຮ້າຍໂມເຊ ໂດຍເວົ້າວ່າ, “ເປັນຫຍັງທ່ານຈຶ່ງນຳພວກເຮົາອອກມາຈາກປະເທດເອຢິບ ເພື່ອໃຫ້ພວກເຮົາກັບລູກຫລານ ແລະຝູງສັດຕາຍຫິວນໍ້າຊັ້ນບໍ?” 4 ແລ້ວໂມເຊກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວດ້ວຍໃຈຮ້ອນຮົນວ່າ, “ຂ້ານ້ອຍຈະເຮັດແນວໃດດີກັບປະຊາຊົນເຫຼົ່ານີ້? ພວກເຂົາເກືອບຈະເອົາກ້ອນຫີນແກວ່ງໃສ່ຂ້ານ້ອຍ.” 5 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາຫົວໜ້າຂອງຊາວອິດສະຣາເອນບາງຄົນໄປກັບເຈົ້າ ແລະລ່ວງໜ້າປະຊາຊົນໄປກ່ອນ. ຈົ່ງຖືໄມ້ຄ້ອນເທົ້າທີ່ເຈົ້າໄດ້ໃຊ້ຕີນໍ້ານິນນັ້ນໄປນຳ. 6 ເຮົາຈະຢືນຢູ່ຂ້າງໜ້າເຈົ້າເທິງຫີນດານທີ່ພູເຂົາໂຮເຣັບ. ຈົ່ງໃຊ້ໄມ້ເທົ້າຂອງເຈົ້າຕີໂງ່ນຫີນ ແລະນໍ້າກໍຈະໄຫລອອກມາໃຫ້ປະຊາຊົນດື່ມ.” ໂມເຊຈຶ່ງປະຕິບັດຕາມທີ່ໄດ້ບອກນັ້ນ ຢູ່ທ່າມກາງບັນດາຜູ້ນຳຂອງປະຊາຊົນອິດສະຣາເອນ. 7 ສະນັ້ນ ບ່ອນນີ້ຈຶ່ງໄດ້ໃສ່ຊື່ວ່າ ມັດສາແລະເມຣີບາ ເພາະວ່າຊາວອິດສະຣາເອນໄດ້ຈົ່ມຮ້າຍທັງທົດລອງພຣະເຈົ້າຢາເວ ເມື່ອພວກເຂົາຖາມວ່າ, “ພຣະເຈົ້າຢາເວສະຖິດຢູ່ກັບພວກເຮົາຫລືບໍ່?” ຊາວອິດສະຣາເອນເຮັດເສິກກັບຊາວອາມາເຫຼັກ 8 ຊາວອາມາເຫຼັກໄດ້ຍົກທັບມາຕີຊາວອິດສະຣາເອນທີ່ເຣຟີດີມ. 9 ໂມເຊຈຶ່ງສັ່ງໂຢຊວຍວ່າ, “ມື້ອື່ນ ເຈົ້າຈົ່ງເລືອກເຟັ້ນເອົາບາງຄົນ ອອກໄປສູ້ຮົບກັບຊາວອາມາເຫຼັກ. ສ່ວນເຮົາເອງຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ.” 10 ໂຢຊວຍກໍເຮັດຕາມທີ່ໂມເຊສັ່ງຕົນ ແລະນຳຊາວອິດສະຣາເອນ ອອກໄປສູ້ຮົບກັບທະຫານອາມາເຫຼັກ ໃນຂະນະດຽວກັນນັ້ນ ໂມເຊກັບອາໂຣນ ແລະຮູເຣກໍໄດ້ຂຶ້ນໄປຢູ່ເທິງເນີນພູ. 11 ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊຍົກແຂນຂຶ້ນ ຊາວອິດສະຣາເອນກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊປ່ອຍແຂນລົງ ຝ່າຍອາມາເຫຼັກກໍເລີ່ມເປັນຝ່າຍໄດ້ໄຊຊະນະ. 12 ເມື່ອເຫັນແຂນຂອງໂມເຊອ່ອນລົງເພາະຄວາມອິດເມື່ອຍ ອາໂຣນກັບຮູເຣກໍໄດ້ຫາກ້ອນຫີນມາໃຫ້ໂມເຊນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນໂມເຊຍົກຂຶ້ນຈົນກວ່າຕາເວັນຕົກດິນ. 13 ໂດຍວິທີນີ້ ໂຢຊວຍຈຶ່ງໄດ້ຊະນະທະຫານອາມາເຫຼັກຢ່າງສິ້ນເຊີງ. 14 ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງບັນທຶກເລື່ອງໄຊຊະນະນີ້ໄວ້ ເພື່ອຈະໄດ້ຈົດຈຳຕະຫລອດໄປ. ຈົ່ງບອກໂຢຊວຍວ່າ ເຮົາຈະທຳລາຍຊາວອາມາເຫຼັກໃຫ້ກ້ຽງ.” 15 ໂມເຊໄດ້ສ້າງແທ່ນບູຊາແທ່ນໜຶ່ງຂຶ້ນ ແລະໃສ່ຊື່ແທ່ນບູຊານີ້ວ່າ, “ພຣະເຈົ້າຢາເວເປັນທຸງໄຊຂອງຂ້ອຍ.” 16 ເພິ່ນໄດ້ກ່າວວ່າ, “ຈົ່ງຍົກສູງທຸງໄຊຂອງພຣະເຈົ້າຢາເວ ພຣະເຈົ້າຢາເວຈະສູ້ຮົບກັບຊາວອາມາເຫຼັກຕະຫລອດໄປ.” |
@ 2012 United Bible Societies. All Rights Reserved.