ອົບພະຍົບ 16 - ພຣະຄຳພີສັກສິມານາແລະນົກຂຸ້ມ 1 ຊຸມຊົນອິດສະຣາເອນທັງໝົດໄດ້ເດີນທາງອອກຈາກເອລິມ ແລະໃນມື້ທີສິບຫ້າເດືອນທີສອງຫລັງຈາກໄດ້ໜີອອກມາຈາກປະເທດເອຢິບ ພວກເຂົາໄດ້ເດີນທາງມາຮອດຖິ່ນແຫ້ງແລ້ງກັນດານສີນ ຊຶ່ງຢູ່ລະຫວ່າງເອລິມແລະພູເຂົາຊີນາຍ. 2 ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້ ພວກເຂົາໄດ້ຈົ່ມຮ້າຍໃສ່ໂມເຊກັບອາໂຣນອີກ. 3 ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ພຣະເຈົ້າຢາເວຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມພຸ້ນສາ! ແຕ່ທ່ານຊໍ້າພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.” 4 ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ບັດນີ້ ເຮົາຈະບັນດານໃຫ້ເຂົ້າຈີ່ຕົກລົງມາຈາກສະຫວັນ ດັ່ງຫ່າຝົນໃຫ້ພວກເຈົ້າທຸກຄົນໄດ້ກິນ. ຈົ່ງບອກປະຊາຊົນໄປເກັບເອົາແຕ່ລະວັນ ໃຫ້ພໍດີກິນສຳລັບວັນໜຶ່ງ. ໂດຍວິທີນີ້ເຮົາຈຶ່ງທົດສອບເບິ່ງໄດ້ວ່າ ພວກເຂົາຈະເຮັດຕາມຂໍ້ຄຳສັ່ງຂອງເຮົານັ້ນຫລືບໍ່. 5 ໃນມື້ທີຫົກ ໃຫ້ເກັບເອົາຫລາຍກວ່າມື້ທຳມະດາໜຶ່ງເທົ່າ ເພື່ອເອົາໄວ້ຕຽມເປັນອາຫານ.” 6 ດັ່ງນັ້ນ ໂມເຊແລະອາໂຣນຈຶ່ງບອກຊາວອິດສະຣາເອນໝົດທຸກຄົນວ່າ, “ໃນຕອນຄໍ່ານີ້ ພວກເຈົ້າທຸກຄົນຈະໄດ້ຮູ້ຄັກວ່າ ແມ່ນພຣະເຈົ້າຢາເວທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. 7 ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າຕໍ່ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມຕໍ່ສູ້ພຣະອົງແທ້ ເພາະພວກເຮົາທັງສອງເປັນພຽງແຕ່ຜູ້ປະຕິບັດຕາມຄຳແນະນຳຂອງພຣະອົງເທົ່ານັ້ນ.” 8 ແລ້ວໂມເຊກໍກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ຈະໃຫ້ພວກເຈົ້າມີຊີ້ນກິນໃນຕອນແລງ ແລະຈະໃຫ້ມີເຂົ້າຈີ່ກິນຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍຕໍ່ພວກເຮົາ ພວກເຮົາທັງສອງແມ່ນຜູ້ໃດ, ຄວາມຈົ່ມຮ້າຍຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ, ແຕ່ຕໍ່ສູ້ພຣະເຈົ້າຢາເວ.” 9 ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງບອກຊຸມຊົນອິດສະຣາເອນ ເຂົ້າມາຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ຍ້ອນພຣະອົງໄດ້ຍິນສຽງຈົ່ມຮ້າຍຂອງພວກເຂົາແລ້ວ.” 10 ໃນຂະນະທີ່ອາໂຣນກຳລັງກ່າວແກ່ຊຸມຊົນອິດສະຣາເອນຢູ່ນັ້ນ ພວກເຂົາຕ່າງກໍຫັນໜ້າແນມໄປທາງຖິ່ນແຫ້ງແລ້ງກັນດານ ແລະໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ປາກົດຂຶ້ນໃນເມກ. 11 ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, 12 “ເຮົາໄດ້ຍິນຊາວອິດສະຣາເອນຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນມື້ແລງນີ້ພວກເຂົາຈະມີຊີ້ນກິນ ແລະໃນຕອນເຊົ້າພວກເຂົາຈະມີເຂົ້າຈີ່ກິນຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’ 13 ພໍເຖິງເວລາຄໍ່າມາກໍມີຝູງນົກຂຸ້ມບິນມາຢູ່ເຕັມຄ້າຍພັກ ແລະພໍເຖິງຕອນເຊົ້າມາກໍມີນໍ້າໝອກປົກຫຸ້ມຢູ່ຮອບຄ້າຍ. 14 ເມື່ອນໍ້າໝອກເຫີຍຫາຍໄປແລ້ວ ໄດ້ມີສິ່ງໜຶ່ງບາງໆເປັນປ່ຽງ ປົກເຕັມເທິງໜ້າດິນໃນຖິ່ນແຫ້ງແລ້ງກັນດານ. ສິ່ງນັ້ນເປັນແຜ່ນບາງໆດັ່ງນໍ້າໝອກກ້າມ. 15 ເມື່ອຊາວອິດສະຣາເອນເຫັນ ພວກເຂົາບໍ່ຮູ້ວ່າແມ່ນຫຍັງ ຈຶ່ງຖາມກັນວ່າ, “ອັນນີ້ແມ່ນຫຍັງ?” ແລ້ວໂມເຊກໍບອກພວກເຂົາວ່າ, “ອັນນີ້ແມ່ນເຂົ້າຈີ່ທີ່ພຣະເຈົ້າຢາເວໃຫ້ພວກເຈົ້າກິນ. 16 ພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດປະມານຄົນລະສອງລິດ ໂດຍໃຫ້ເກັບເອົາຄົບຕາມຈຳນວນຄົນໃນຄອບຄົວ.” 17 ຊາວອິດສະຣາເອນກໍເຮັດຕາມຄຳສັ່ງນັ້ນ ບາງຄົນກໍເກັບເອົາຫລາຍ ແລະບາງຄົນກໍເກັບເອົາໜ້ອຍ. 18 ເມື່ອຊັ່ງເບິ່ງແລ້ວ ຜູ້ທີ່ເກັບເອົາຫລາຍກໍບໍ່ໄດ້ເຫຼືອ ແລະຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ຂາດ. ທຸກຄົນເກັບເອົາໄດ້ພໍດີກັບທີ່ຕົນກິນອີ່ມ. 19 ໂມເຊບອກພວກເຂົາວ່າ, “ຢ່າໃຫ້ຜູ້ໃດເກັບເອົາໄວ້ຈົນຮອດມື້ອື່ນເຊົ້າ.” 20 ແຕ່ມີບາງຄົນບໍ່ເຊື່ອຟັງຄຳສັ່ງຂອງໂມເຊ ຈຶ່ງໄດ້ເກັບເອົາບາງສ່ວນໄວ້. ພໍຮອດມື້ເຊົ້າມາ ອາຫານນັ້ນກໍເປັນໜອນແລະເນົ່າເໝັນ. ໂມເຊຈຶ່ງຮ້າຍໃຫ້ພວກເຂົາ. 21 ສະນັ້ນ ທຸກໆເຊົ້າໃດ ແຕ່ລະຄົນຈຶ່ງເກັບເອົາຕາມທີ່ຕົນຈະກິນໄດ້ໝົດ. ເມື່ອຕາເວັນຂຶ້ນສູງ ແລະແດດຮ້ອນແລ້ວ ອາຫານນີ້ກໍຈະລະລາຍໄປ. 22 ໃນມື້ທີຫົກ ພວກເຂົາກໍເກັບເອົາອາຫານໄວ້ສອງເທົ່າ ຄົນລະປະມານສີ່ລິດ. ບັນດາຫົວໜ້າຊຸມຊົນອິດສະຣາເອນໄດ້ມາລາຍງານເລື່ອງນີ້ຕໍ່ໂມເຊ 23 ແລະໂມເຊກໍໄດ້ບອກພວກເຂົາວ່າ, “ພຣະເຈົ້າຢາເວສັ່ງວ່າໃນມື້ອື່ນແມ່ນວັນພັກຜ່ອນ, ເປັນວັນຊະບາໂຕບໍຣິສຸດຂອງພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີສິ່ງໃດທີ່ຢາກປີ້ງກໍໃຫ້ປີ້ງສາ ແລະມີສິ່ງໃດທີ່ຢາກຕົ້ມກໍໃຫ້ຕົ້ມສາ ສ່ວນທີ່ເຫຼືອນັ້ນຈົ່ງເກັບໄວ້ສຳລັບມື້ອື່ນ.” 24 ເພື່ອເຮັດຕາມໂມເຊສັ່ງ ເຂົາໄດ້ເກັບຮັກສາອາຫານທີ່ເຫຼືອນັ້ນມ້ຽນຈົນຮອດມື້ອື່ນ ແລະອາຫານນັ້ນກໍບໍ່ໄດ້ບູດເນົ່າເປັນໜອນເລີຍ. 25 ໂມເຊສັ່ງອີກວ່າ, “ວັນນີ້ ຈົ່ງກິນອາຫານທີ່ເຫຼືອນັ້ນສາ ເພາະວັນນີ້ແມ່ນວັນຊະບາໂຕຂອງພຣະເຈົ້າຢາເວ ແລະພວກເຈົ້າຈະບໍ່ພົບອາຫານໃດໆທີ່ນອກຄ້າຍ. 26 ພວກເຈົ້າຈະຕ້ອງເກັບເອົາອາຫານໃນຫົກວັນ, ແຕ່ໃນວັນທີເຈັດຄືວັນຊະບາໂຕ ວັນນັ້ນຈະບໍ່ມີເລີຍ.” 27 ໃນວັນທີເຈັດ ໄດ້ມີຊາວອິດສະຣາເອນບາງຄົນອອກໄປຫາເກັບເອົາອາຫານ ແຕ່ພວກເຂົາບໍ່ໄດ້ພົບສິ່ງໃດເລີຍ. 28 ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຈະຂັດຂືນຄຳສັ່ງຂອງເຮົາ ໄປອີກເຫິງນານປານໃດ? 29 ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວໄດ້ປະທານວັນຊະບາໂຕນີ້ໃຫ້ແກ່ພວກເຈົ້າ; ດ້ວຍເຫດນີ້ ໃນມື້ທີຫົກເຮົາຈຶ່ງໃຫ້ອາຫານແກ່ພວກເຈົ້າພໍກິນສຳລັບກຸ້ມສອງວັນ. ແຕ່ໃນວັນຊະບາໂຕ ທຸກຄົນຈະຕ້ອງຢູ່ກັບທີ່ ແລະຢ່າໃຫ້ຜູ້ໃດອອກຈາກເຮືອນຂອງຕົນ.” 30 ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງພາກັນຢຸດພັກໃນວັນທີເຈັດ. 31 ປະຊາຊົນອິດສະຣາເອນຕ່າງກໍເອີ້ນອາຫານນີ້ວ່າ ມານາ. ອາຫານນີ້ເປັນເມັດຂາວເໝືອນໃນຜັກຊີ ແລະມີຣົດຊາດເໝືອນເຂົ້າໜົມແຜ່ນປະສົມນໍ້າເຜິ້ງ. 32 ໂມເຊກ່າວວ່າ, “ພຣະເຈົ້າຢາເວສັ່ງພວກເຮົາຮັກສາມານາບາງສ່ວນໄວ້ ໃຫ້ເຊື້ອສາຍຂອງພວກເຮົາເບິ່ງ ເພື່ອພວກເຂົາຈະໄດ້ເຫັນອາຫານ ທີ່ພຣະອົງໄດ້ໃຫ້ພວກເຮົາກິນຢູ່ໃນຖິ່ນແຫ້ງແລ້ງກັນດານ ຄາວເມື່ອພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.” 33 ດັ່ງນັ້ນ ໂມເຊຈຶ່ງບອກອາໂຣນວ່າ, “ຈົ່ງເອົາໄຫໜ່ວຍໜຶ່ງມາຜອງມານາໃສ່ສອງລິດໄວ້ໃນໄຫ ແລະເອົາໄຫນັ້ນໄປວາງໄວ້ຢູ່ຊ້ອງໜ້າພຣະເຈົ້າຢາເວ ເພື່ອເອົາໄວ້ໃຫ້ເຊື້ອສາຍຂອງພວກເຮົາເບິ່ງ.” 34 ເພື່ອກະທຳຕາມທີ່ພຣະເຈົ້າຢາເວສັ່ງໄວ້ກັບໂມເຊ ອາໂຣນຈຶ່ງເອົາໄຫມານາ ມາວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຈະເກັບຮັກສາໄວ້. 35 ຊາວອິດສະຣາເອນໄດ້ກິນມານາເປັນອາຫານ ເປັນເວລາສີ່ສິບປີ ຈົນພວກເຂົາໄດ້ເດີນທາງໄປຮອດດິນແດນການາອານ ບ່ອນທີ່ຕັ້ງຫຼັກແຫຼ່ງຢູ່. ( 36 ໜຶ່ງໂອເມເທົ່າກັບປະມານສອງລິດ ຫລືເທົ່າກັບໜຶ່ງສ່ວນສິບຂອງເອຟາ) |
@ 2012 United Bible Societies. All Rights Reserved.