ອົບພະຍົບ 15 - ພຣະຄຳພີສັກສິບົດເພງຂອງໂມເຊ 1 ແລ້ວໂມເຊກັບຊາວອິດສະຣາເອນກໍໄດ້ຮ້ອງເພງນີ້ ສັນລະເສີນພຣະເຈົ້າຢາເວວ່າ, “ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະໄຊຊະນະຂອງພຣະອົງຊ່າລືໄປທົ່ວເທິງແຜ່ນດິນໂລກ. ພຣະອົງໄດ້ໂຍນຝູງມ້າພ້ອມທະຫານທັງຫລາຍຂອງເອຢິບ ໃຫ້ມໍຣະນາໃນທ້ອງທະເລອັນໃຫຍ່ກວ້າງ. 2 ພຣະເຈົ້າຢາເວເປັນປ້ອມປ້ອງກັນຢ່າງເຂັ້ມແຂງ; ພຣະອົງເປັນແຫລ່ງແຫ່ງການຊ່ວຍກູ້ຈາກໂພຍໄພຮ້າຍ. ພຣະອົງເປັນພຣະເຈົ້າທີ່ຂ້ານ້ອຍຈະຍ້ອງຍໍສັນລະເສີນ; ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍພຣະຣິດທານຸພາບ. 3 ພຣະເຈົ້າຢາເວເປັນນັກຮົບຜູ້ຍິ່ງໃຫຍ່ ພຣະເຈົ້າຢາເວນັ້ນ ແມ່ນນາມອັນກຽງໄກຂອງພຣະອົງ. 4 ພຣະອົງໂຍນກອງທັບເອຢິບລົງໃນທ້ອງທະເລ; ພວກນາຍທະຫານທີ່ເກັ່ງກ້າ ຈຶ່ງຈົມລົງໃນນໍ້າ. 5 ທ້ອງທະເລອັນເລິກຈຶ່ງຫຸ້ມຫໍ່ເອົາພວກເຂົາ; ພວກເຂົາຈົມສູ່ພື້ນທະເລດັ່ງກ້ອນຫີນຈົມລົງດິ່ງໆ. 6 ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນຊົງຣິດອຳນາດຍິ່ງ ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນທຳລາຍພວກສັດຕູໃຫ້ໝຸ່ນທະລາຍໄປໄດ້. 7 ພຣະອົງໂຄ່ນລົ້ມສັດຕູໄດ້ດ້ວຍໄຊຊະນະອັນສະຫງ່າງາມ; ພຣະອົງເຜົາຜານພວກເຂົາດັ່ງເຟືອງດ້ວຍຄວາມຮ້າຍທີ່ລຸກໄໝ້. 8 ພຣະອົງເປົ່າທະເລດ້ວຍລົມຫາຍໃຈ ແລະນໍ້າຈຶ່ງກາຍເປັນຟອງສູງໃຫຍ່; ຟອງນໍ້າໄດ້ຢືນແຂງຄ້າງເໝືອນດັ່ງກຳແພງ. ທ້ອງທະເລອັນກວ້າງ ແລະເລິກຢ່າງເຫຼືອຫລາຍ; ກໍເລີຍກາຍຄ້າງແຂງແໜ້ນໜັກໄປຈົນສິ້ນ. 9 ສັດຕູເວົ້າວ່າ, ‘ຂ້ອຍຈະຕາມລ່າຈັບກຸມເອົາພວກເຂົາ ຂ້ອຍຈະແບ່ງປັນຊັບສິນຂອງພວກເຂົາໃຫ້ໄດ້; ແລະຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ ຂ້ອຍຈະຊັກດາບແລະຢຶດສິ່ງຂອງທີ່ພວກເຂົາມີນັ້ນ.’ 10 ເມື່ອພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ ຊາວເອຢິບກໍຈົມລົງສູ່ທ້ອງທະເລທັງດີ້ນ. ພວກເຂົາຈົມລົງດິ່ງໆເໝືອນດັ່ງກ້ອນຂີ້ກົ່ວ ຕົນຕົວຈົມລົງສູ່ພື້ນທະເລກວ້າງຄຶກຄະນອງ. 11 ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງ ຜູ້ຍິ່ງໃຫຍ່ແລະບໍຣິສຸດດ້ວຍ. ພະໃດເຮັດການອັດສະຈັນຕ່າງໆໄດ້ແດ່? ແລະເຮັດການອັນໃຫຍ່ຍິ່ງໄດ້ດັ່ງພຣະອົງ? 12 ພຽງແຕ່ພຣະອົງຢຽດມືຂວາອອກໃສ່ ພື້ນດິນກໍໄດ້ຍະອອກກຶນກິນສັດຕູຈົນດັບສູນ. 13 ໂດຍສັດຊື່ຕໍ່ພຣະສັນຍາ ພຣະອົງຈຶ່ງໄດ້ ຊ່ວຍກູ້ແລະນຳພາປະຊາຊົນຂອງພຣະອົງ; ໂດຍກຳລັງອັນສູ້ຊົນຂອງພຣະອົງ ຈຶ່ງນຳພວກເຂົາສູ່ດິນແດນອັນສັກສິດໄດ້. 14 ເມື່ອຊົນຊາດທັງຫລາຍໄດ້ຍິນເລື່ອງ ກໍແຕກຕື່ນຕົກໃຈກົວ; ຄວາມຢ້ານກົວອັນໃຫຍ່ຫລວງ ໄດ້ຄວບຄຸມຊາວຟີລິດສະຕິນໄວ້. 15 ສ່ວນພວກເຈົ້ານາຍຊາວເອໂດມກໍຢ້ານໃຫຍ່; ຊາວໂມອາບຜູ້ເກັ່ງກ້າກໍເກີດຢ້ານໃຈສັ່ນເຊັນ. ສ່ວນຊາວການາອານຊໍ້າໝົດກຳລັງໃຈຫຼາຍ; ຕົກໃຈຢ້ານແລະໄຫວຫວັ່ນຍ້ອນຄວາມກົວ. 16 ຂ້າແດ່ພຣະເຈົ້າຢາເວ ພວກເຂົາເສຍຂວັນແລະຢ້ານກົວໃຫຍ່ ເມື່ອພວກເຂົາເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້; ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້. 17-18 ພຣະອົງນຳພວກເຂົາ ເຂົ້າມາໃກ້ ແລະຕັ້ງໄວ້ທີ່ພູເຂົາສັກສິດ; ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກສັນເປັນບ່ອນສະຖິດຢູ່. ຄືໃນພຣະວິຫານທີ່ພຣະອົງໄດ້ສ້າງເອງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວເອງຈະເປັນກະສັດປົກຄອງສືບໆໄປເປັນນິດ.” ບົດເພງຂອງມີຣີອາມ 19 ເມື່ອທະຫານມ້າກັບລົດຮົບພ້ອມຄົນຂັບຊາວເອຢິບ ໄດ້ແລ່ນລົງໄປໃນທະເລນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ນໍ້າໄຫລຄືນເຂົ້າກັນ ແລະຖ້ວມພວກເຂົາ, ແຕ່ສຳລັບຊາວອິດສະຣາເອນ ພວກເຂົາໄດ້ຍ່າງຂ້າມເທິງໜ້າດິນແຫ້ງໃນພື້ນທະເລໄປຢ່າງປອດໄພ. 20 ແລ້ວນາງມີຣີອາມ ເອື້ອຍອາໂຣນທີ່ເປັນຜູ້ທຳນວາຍກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນທັງຕີກອງແລະຟ້ອນລຳ. 21 ນາງຮ້ອງເພງຊໍ້າໄປຊໍ້າມາວ່າ, “ຈົ່ງຍ້ອງຍໍສັນລະສັນພຣະເຈົ້າຢາເວດ້ວຍການຮ້ອງລຳທຳເພງ ເພາະໄຊຊະນະຂອງພຣະອົງ ຊ່າລືໄປທົ່ວໂລກ. ພຣະອົງໄດ້ໂຍນຝູງມ້າ ແລະທະຫານທັງຫລາຍ ໃຫ້ມໍຣະນາໃນທ້ອງທະເລອັນກວ້າງໃຫຍ່.” ນໍ້າມີຣົດຂົມ 22 ແລ້ວໂມເຊກໍໄດ້ນຳປະຊາຊົນອິດສະຣາເອນຈາກທະເລແດງ ມຸ້ງໜ້າເຂົ້າໄປສູ່ຖິ່ນແຫ້ງແລ້ງກັນດານ ຊູເຣ. ພວກເຂົາຍ່າງຢູ່ໃນຖິ່ນແຫ້ງແລ້ງກັນດານເຖິງສາມມື້ ແຕ່ບໍ່ພົບນໍ້າ. 23 ແລ້ວພວກເຂົາກໍໄດ້ມາຮອດບ່ອນໜຶ່ງທີ່ເອີ້ນວ່າ ມາຣາ, ແຕ່ນໍ້າໃນທີ່ນັ້ນຂົມຫລາຍຈົນດື່ມບໍ່ໄດ້. ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ມາຣາ. 24 ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະຖາມເພິ່ນວ່າ, “ພວກເຮົາຈະຫານໍ້າມາແຕ່ໃສດື່ມ?” 25 ໂມເຊຈຶ່ງໄດ້ໄຫວ້ວອນພາວັນນາອະທິຖານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍໄດ້ສຳແດງໃຫ້ໂມເຊເຫັນໄມ້ທ່ອນໜຶ່ງ. ໂມເຊໄດ້ຈັບເອົາໄມ້ທ່ອນນັ້ນຖິ້ມລົງໃສ່ນໍ້າ. ດັ່ງນັ້ນ ນໍ້າຈຶ່ງເຊົາຂົມແລະດື່ມໄດ້. ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ໃຫ້ກົດບັນຍັດຕ່າງໆເພື່ອການດຳເນີນຊີວິດ ແລະໃນທີ່ນັ້ນພຣະອົງໄດ້ທົດສອບພວກເຂົາດ້ວຍ. 26 ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.” 27 ຕໍ່ມາ ພວກເຂົາໄດ້ເດີນທາງມາເຖິງເອລິມ ຊຶ່ງໃນບ່ອນນັ້ນມີນໍ້າອອກບໍ່ສິບສອງແຫ່ງ ແລະມີຕົ້ນຕານເຈັດສິບຕົ້ນ. ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຄ້າຍພັກຢູ່ໃກ້ບໍ່ນໍ້າແຫ່ງນີ້. |
@ 2012 United Bible Societies. All Rights Reserved.