ອົບພະຍົບ 13 - ພຣະຄຳພີສັກສິພຣະເຈົ້າສັ່ງໃຫ້ຊາວອິດສະຣາເອນຖວາຍລູກກົກ 1 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 2 “ຈົ່ງອຸທິດຖວາຍລູກຊາຍກົກທຸກຄົນແກ່ເຮົາ. ລູກຊາຍກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕເປັນຂອງເຮົາ.” ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ 3 ແລ້ວໂມເຊກໍກ່າວແກ່ປະຊາຊົນວ່າ, “ຈົ່ງຈົດຈຳວັນນີ້ ເປັນວັນທີ່ພວກເຈົ້າທັງຫລາຍໄດ້ອົບພະຍົບອອກຈາກປະເທດເອຢິບ ບ່ອນທີ່ພວກເຈົ້າຕົກເປັນທາດຮັບໃຊ້ນັ້ນ. ວັນນີ້ເປັນວັນທີ່ພຣະເຈົ້າຢາເວ ໄດ້ນຳພວກເຈົ້າອອກມາໂດຍຣິດອຳນາດອັນຍິ່ງໃຫຍ່. ສະນັ້ນ ຢ່າກິນເຂົ້າຈີ່ມີເຊື້ອແປ້ງໃດໆ. 4 ພວກເຈົ້າກຳລັງອອກໄປຈາກປະເທດເອຢິບໃນເດືອນທີໜຶ່ງວັນນີ້ ຄືເດືອນອາບີບ. 5 ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ. 6 ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ແລະໃນວັນທີເຈັດໃຫ້ຈັດເທດສະການເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວ. 7 ໃນເວລາເຈັດວັນນີ້ ຢ່າກິນເຂົ້າຈີ່ມີເຊື້ອແປ້ງຢ່າງເດັດຂາດ ແລະທັງຢ່າໃຫ້ມີເຂົ້າຈີ່ທີ່ມີເຊື້ອແປ້ງໃດໆ ຕາມເຮືອນໃນດິນແດນທີ່ພວກເຈົ້າອາໄສຢູ່ນັ້ນ. 8 ໃນວັນເລີ່ມຕົ້ນເທດສະການ ຈົ່ງອະທິບາຍສູ່ພວກລູກຫລານຂອງພວກເຈົ້າຟັງວ່າ ພວກເຈົ້າເຮັດສິ່ງທັງໝົດນີ້ ກໍເພາະວ່າພຣະເຈົ້າຢາເວໄດ້ຊ່ວຍເຫລືອພວກເຈົ້າ ໃນສະໄໝທີ່ໜີອອກມາຈາກປະເທດເອຢິບນັ້ນ. 9 ແລະສິ່ງນີ້ໃຫ້ເຮັດເປັນສັນຍາລັກຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ຕາມແຂນ ຫລືຄຽນໄວ້ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າໃຫ້ສືບຕໍ່ເລົ່າ ແລະສຶກສາກົດບັນຍັດຂອງພຣະເຈົ້າຢາເວ; ເພາະວ່າພຣະເຈົ້າຢາເວໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. 10 ຈົ່ງສະຫລອງເທດສະການນີ້ທຸກໆປີເມື່ອກຳນົດມາເຖິງ.” ລູກຫົວປີ 11 ແລ້ວໂມເຊກໍໄດ້ກ່າວວ່າ, “ພຣະເຈົ້າຢາເວຈະນຳພວກເຈົ້າເຂົ້າໄປສູ່ດິນແດນການາອານ ບ່ອນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນວ່າ ຈະຍົກໃຫ້ພວກເຈົ້າກັບບັນພະບຸລຸດຂອງພວກເຈົ້າ. ເມື່ອພຣະອົງມອບດິນແດນໃຫ້ພວກເຈົ້າແລ້ວ 12 ພວກເຈົ້າຕ້ອງຖວາຍລູກຊາຍກົກແກ່ພຣະເຈົ້າຢາເວ. ສັດໂຕເຖິກຫົວປີທຸກໆໂຕຂອງພວກເຈົ້າເປັນຂອງອົງພຣະຜູ້ເປັນເຈົ້າ. 13 ແຕ່ທຸກເທື່ອທີ່ມີລູກລໍໂຕເຖິກເກີດມາ ພວກເຈົ້າຕ້ອງເອົາແກະຫລືແບ້ໂຕເຖິກແລກເອົາໄວ້. ຖ້າພວກເຈົ້າບໍ່ຢາກແລກເອົາໄວ້ ກໍໃຫ້ຫັກຄໍໂຕລໍເຖິກນັ້ນຖິ້ມເສຍ. ພວກເຈົ້າຕ້ອງໄຖ່ຄືນລູກຊາຍກົກທຸກໆຄົນຂອງພວກເຈົ້າ. 14 ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້. 15 ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້. 16 ສິ່ງນີ້ຈະເປັນເຄື່ອງໝາຍຜູກໄວ້ທີ່ແຂນ ຫລືຄຽນໄວ້ທີ່ໜ້າຜາກຂອງພວກເຈົ້າ. ມັນຈະເຕືອນພວກເຮົາວ່າ ພຣະເຈົ້າຢາເວໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.”’ ເສົາເມກແລະເສົາໄຟ 17 ເມື່ອກະສັດຟາໂຣແຫ່ງເອຢິບໄດ້ປ່ອຍປະຊາຊົນອິດສະຣາເອນໄປນັ້ນ ພຣະເຈົ້າບໍ່ໄດ້ນຳພາພວກເຂົາຂຶ້ນໄປທາງດິນແດນຟີລິດສະຕິນ ເຖິງແມ່ນວ່າທາງນັ້ນຈະເປັນທາງໃກ້ກໍຕາມ. ພຣະເຈົ້າຄິດໃນໃຈວ່າ, “ເຮົາບໍ່ຕ້ອງການໃຫ້ປະຊາຊົນຄິດປ່ຽນໃຈກັບຄືນໄປທີ່ປະເທດເອຢິບ ເມື່ອພວກເຂົາເຫັນວ່າພວກເຂົາຕ້ອງເຮັດເສິກ.” 18 ດັ່ງນັ້ນ ພຣະອົງຈຶ່ງນຳພວກເຂົາອ້ອມໄປທາງຖິ່ນແຫ້ງແລ້ງກັນດານ ແລະມຸ້ງໜ້າໄປສູ່ທະເລແດງ. ຊາວອິດສະຣາເອນຕ່າງກໍມີອາວຸດຄົບມືເພື່ອຕຽມສູ້ຮົບ. 19 ໂມເຊເອົາຊາກສົບຂອງໂຢເຊັບໄປນຳ ເພາະໂຢເຊັບໄດ້ສັ່ງໄວ້ຢ່າງໜັກແໜ້ນ. ເພິ່ນໄດ້ສັ່ງໄວ້ວ່າ, “ເມື່ອພຣະເຈົ້າມາຊ່ວຍກູ້ເອົາພວກເຈົ້າ ພວກເຈົ້າຕ້ອງນຳເອົາຊາກສົບຂອງຂ້ອຍໄປຈາກທີ່ນີ້.” 20 ຊາວອິດສະຣາເອນໄດ້ອົບພະຍົບຈາກທ້ອງຖິ່ນຊຸກໂກດ ໄປຕັ້ງຄ້າຍພັກຢູ່ໃນທ້ອງຖິ່ນເອທາມ ທີ່ແຄມຖິ່ນແຫ້ງແລ້ງກັນດານ. 21 ໃນລະຫວ່າງການເດີນທາງນັ້ນ ພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກຊີ້ທາງໄປໃນເວລາກາງເວັນ ແລະມີເສົາໄຟເຍືອງທາງໄປໃນເວລາກາງຄືນ ເພື່ອພວກເຂົາຈະເດີນທາງທັງກາງເວັນແລະກາງຄືນໄດ້. 22 ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ. |
@ 2012 United Bible Societies. All Rights Reserved.