ອົບພະຍົບ 12 - ພຣະຄຳພີສັກສິປັດສະຄາ 1 ພຣະເຈົ້າຢາເວໄດ້ບອກໂມເຊກັບອາໂຣນໃນປະເທດເອຢິບວ່າ, 2 “ຈົ່ງຕັ້ງເດືອນນີ້ໃຫ້ເປັນເດືອນທີໜຶ່ງຂອງປີສຳລັບພວກເຈົ້າ. 3 ຈົ່ງໃຫ້ຄຳແນະນຳເຫຼົ່ານີ້ແກ່ຊຸມຊົນອິດສະຣາເອນທັງໝົດວ່າ: ໃນມື້ທີສິບຂອງເດືອນນີ້ໃຫ້ຊາຍທຸກຄົນໃນແຕ່ລະຄອບຄົວ ເລືອກເອົາລູກແກະຫລືລູກແບ້ເຖິກໂຕໜຶ່ງໄວ້. 4 ຖ້າຄອບຄົວໃດມີໜ້ອຍຄົນທີ່ຈະກິນສັດໂຕໜຶ່ງບໍ່ໝົດ ກໍໃຫ້ພວກເຂົາລວມກັບເພື່ອນບ້ານທີ່ຢູ່ໃກ້ຄຽງກິນສັດໂຕໜຶ່ງ ໂດຍໃຫ້ຄິດໄລ່ຕາມຈຳນວນຄົນ ແລະຄວາມສາມາດຂອງແຕ່ລະຄົນທີ່ຈະກິນໄດ້ເທົ່າໃດ. 5 ລູກແກະຫລືລູກແບ້ທີ່ຈະເລືອກເອົານັ້ນຈະຕ້ອງເປັນໂຕເຖິກອາຍຸໜຶ່ງປີ ແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ. 6 ແລ້ວໃນຕອນແລງຂອງມື້ທີສິບສີ່ຂອງເດືອນ ໃຫ້ຊຸມຊົນອິດສະຣາເອນທັງໝົດພາກັນຂ້າສັດຂອງພວກຕົນ. 7 ຈົ່ງໃຫ້ປະຊາຊົນເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ. 8 ໃນຄືນນັ້ນ ຈົ່ງປີ້ງຊີ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ. 9 ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນທັງໝົດຄື: ທັງຫົວ, ທັງຂາ ແລະເຄື່ອງໃນໄສ້ພຸງ. 10 ພວກເຈົ້າບໍ່ຕ້ອງໃຫ້ສິ່ງໃດໆເຫຼືອຮອດມື້ເຊົ້າ ຖ້າມີສິ່ງເຫຼືອຢູ່ກໍໃຫ້ເຜົາໄຟຖິ້ມເສຍ. 11 ໃຫ້ພວກເຈົ້າກິນໄວໆເພາະພວກເຈົ້າຕ້ອງນຸ່ງເຄື່ອງຕຽມອອກເດີນທາງ ພ້ອມທັງຕ້ອງສຸບເກີບ ແລະຖືໄມ້ຄ້ອນເທົ້າ. ການກີນລ້ຽງນີ້ ແມ່ນການສະຫລອງປັດສະຄາຂອງພຣະເຈົ້າຢາເວ. 12 ໃນຄືນນັ້ນ ເຮົາຈະຜ່ານດິນແດນປະເທດເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະລູກສັດໂຕເຖິກຫົວປີທຸກໆໂຕ ແລະເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວ. 13 ເລືອດທີ່ປະຕູເຮືອນນັ້ນ ຈະເປັນໝາຍສຳຄັນບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ. 14 ພວກເຈົ້າຕ້ອງສະຫລອງວັນນີ້ເປັນວັນສຳຄັນ ເພື່ອໃຫ້ລະນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຈົ້າ. ຈົ່ງສະຫລອງວັນນີ້ຕະຫລອດໄປ. ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ 15 ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ. 16 ໃນມື້ທີໜຶ່ງ ແລະໃນມື້ທີເຈັດ ພວກເຈົ້າຕ້ອງມາເຕົ້າໂຮມກັນນະມັດສະການເຮົາ. ຢ່າເຮັດວຽກໃດໆໃນສອງມື້ນັ້ນ ແຕ່ໃຫ້ພວກເຈົ້າຕຽມອາຫານກິນໄດ້. 17 ຈົ່ງຖືຮັກສາພິທີກິນເຂົ້າຈີ່ ບໍ່ມີເຊື້ອແປ້ງນີ້ໄວ້ ເພາະໃນວັນນີ້ເອງ ທີ່ເຮົາໄດ້ນຳປະຊາຊົນເຜົ່າຕ່າງໆຂອງພວກເຈົ້າອອກໄປຈາກປະເທດເອຢິບ. ຈົ່ງຖືວັນນີ້ເປັນວັນສະຫລອງປະຈຳປີຕະຫລອດໄປທຸກຊົ່ວອາຍຸຄົນ. 18 ໃນຕອນຄໍ່າຂອງມື້ທີສິບສີ່ ເດືອນທີໜຶ່ງ ຈົນເຖິງຕອນຄໍ່າຂອງມື້ທີຊາວເອັດ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ. 19-20 ໃນເຈັດວັນນີ້ ຢ່າໃຫ້ມີເຊື້ອແປ້ງຢູ່ໃນເຮືອນ. ຖ້າຄົນໃດຄົນໜຶ່ງກິນເຂົ້າຈີ່ມີເຊື້ອແປ້ງ ບໍ່ວ່າເປັນຄົນຕ່າງດ້າວ ຫລືເປັນຄົນອິດສະຣາເອນກໍຕາມ ລາວຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.” ປັດສະຄາຄັ້ງທຳອິດ 21 ໂມເຊໄດ້ເອີ້ນບັນດາຫົວໜ້າຂອງຊາວອິດສະຣາເອນມາຮ່ວມປະຊຸມກັນ ແລະກ່າວຕໍ່ພວກເຂົາວ່າ, “ໃຫ້ພວກເຈົ້າແຕ່ລະຄົນໄປເລືອກເອົາລູກແກະ ຫລືລູກແບ້ເຖິກໂຕໜຶ່ງມາຂ້າ ເພື່ອເປັນການສະຫລອງປັດສະຄາ. 22 ຈົ່ງເອົາໃບຫູສົບມັດໜຶ່ງຈຸ່ມລົງໃນຂັນ ທີ່ມີເລືອດແລະທາເລືອດນັ້ນໃສ່ອ້ອມຂອບວົງປະຕູ. ຢ່າໃຫ້ຜູ້ໃດຜູ້ໜຶ່ງອອກຈາກເຮືອນຈົນກວ່າຈະຮຸ່ງເຊົ້າ. 23 ເມື່ອພຣະເຈົ້າຢາເວຜ່ານດິນແດນເອຢິບໄປ ເພື່ອຂ້າຊາວເອຢິບນັ້ນ ພຣະເຈົ້າຢາເວຈະເຫັນເລືອດທີ່ທາອ້ອມຂອບໄມ້ວົງປະຕູ ແລະຈະບໍ່ໃຫ້ທູດແຫ່ງຄວາມຕາຍ ເຂົ້າໄປໃນເຮືອນ ແລະປະຫານພວກເຈົ້າ. 24 ພວກເຈົ້າພ້ອມທັງລູກຫລານ ຈົ່ງຖືຄຳສັ່ງນີ້ຕະຫລອດໄປ. 25 ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາວ່າ ຈະມອບໃຫ້ພວກເຈົ້ານັ້ນ ພວກເຈົ້າຕ້ອງໄດ້ຈັດພິທີນີ້ຂຶ້ນ. 26 ເມື່ອພວກລູກຫລານຖາມວ່າ, ‘ພິທີນີ້ມີຄວາມໝາຍວ່າຢ່າງໃດ?’ 27 ໃຫ້ພວກເຈົ້າຕອບວ່າ, ‘ແມ່ນພິທີສະຫລອງປັດສະຄາ ເພື່ອຖວາຍແກ່ພຣະເຈົ້າຢາເວ ເພາະວ່າພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນຢູ່ໃນປະເທດເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ.”’ ຈາກນັ້ນ ຊາວອິດສະຣາເອນກໍໄດ້ພາກັນຄຸເຂົ່າລົງແລະນ້ອມນະມັດສະການ. 28 ແລ້ວພວກເຂົາກໍພາກັນໄປເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນໄວ້ນັ້ນທຸກປະການ. ຄວາມຕາຍຂອງລູກຊາຍກົກ 29 ແລ້ວໃນຕອນທ່ຽງຄືນ ພຣະເຈົ້າຢາເວກໍໄດ້ຂ້າລູກຊາຍກົກທັງໝົດໃນປະເທດເອຢິບ ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣຜູ້ທີ່ຈະສືບບັນລັງ ເຖິງລູກຊາຍກົກຂອງນັກໂທດຜູ້ທີ່ຖືກຄຸມຂັງຢູ່ໃນຄຸກມືດ; ລູກສັດໂຕເຖິກຫົວປີກໍໄດ້ຖືກຂ້າຄືກັນ. 30 ໃນຄືນນັ້ນ ກະສັດຟາໂຣ, ບັນດາຂ້າຣາຊການ ແລະຊາວເອຢິບທັງໝົດຕ່າງກໍຕື່ນຂຶ້ນມາ. ສຽງຮ້ອງໄຫ້ຄໍ່າຄວນອຶກກະທຶກ ໄດ້ດັງສະໜັ່ນໄປທົ່ວປະເທດເອຢິບ ເພາະວ່າທຸກບ້ານ ທຸກເຮືອນໃດກໍມີຄົນຕາຍ. 31 ໃນຄືນນັ້ນເອງ ກະສັດຟາໂຣໄດ້ເອີ້ນໂມເຊ ແລະອາໂຣນມາພົບ ແລະບອກວ່າ, “ໃຫ້ພວກເຈົ້າພາຊາວອິດສະຣາເອນອອກໄປສາ ຈົ່ງໜີອອກໄປຈາກປະເທດຂອງເຮົາດຽວນີ້ ໄປນະມັດສະການພຣະເຈົ້າຢາເວຕາມທີ່ພວກເຈົ້າຂໍຮ້ອງສາເຖີດ. 32 ໃຫ້ເອົາຝູງແກະຝູງແບ້ກັບຝູງງົວຂອງພວກເຈົ້າໜີໄປນຳ ແລະຈົ່ງພາວັນນາອະທິຖານຂໍຊົງໂຜດອວຍພອນເຮົາດ້ວຍ.” 33 ຊາວເອຢິບໄດ້ຂໍຮ້ອງຊົນຊາດນີ້ໃຫ້ຟ້າວອອກໜີໄປຈາກປະເທດ. ພວກເຂົາໄດ້ເວົ້າວ່າ, “ພວກເຮົາຈະຕາຍກັນໝົດຖ້າພວກເຈົ້າບໍ່ໜີໄປ.” 34 ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຈັດຕຽມເອົາແປ້ງດິບທີ່ບໍ່ທັນມີເຊື້ອແປ້ງເທື່ອ ພ້ອມດ້ວຍຮາງນວດແປ້ງຫໍ່ໃສ່ເສື້ອຄຸມຊັ້ນນອກແບກໄປ. 35 ພວກເຂົາກະທຳຕາມທີ່ໂມເຊໄດ້ສັ່ງໄວ້ ຄືໄດ້ຂໍໃຫ້ເອົາເຄື່ອງເງິນ, ເຄື່ອງຄຳແລະເສື້ອຜ້ານຳຊາວເອຢິບ. 36 ພຣະເຈົ້າຢາເວໄດ້ເຮັດໃຫ້ຊາວເອຢິບຢຳເກງຊາວອິດສະຣາເອນ ແລະມອບສິ່ງຂອງໃຫ້ພວກເຂົາຕາມທີ່ຊາວອິດສະຣາເອນຂໍຮ້ອງເອົາ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເອົາຊັບສົມບັດຂອງຊາວເອຢິບໄປ. ຊາວອິດສະຣາເອນອອກໄປຈາກປະເທດເອຢິບ 37 ຊາວອິດສະຣາເອນພາກັນອອກໄປຈາກເມືອງຣາມາເຊັດ ມຸ້ງໜ້າສູ່ເມືອງຊຸກໂກດ. ຜູ້ເດີນທາງມີປະມານຫົກແສນຄົນໂດຍບໍ່ນັບຜູ້ຍິງແລະເດັກນ້ອຍ. 38 ນອກຈາກນີ້ກໍຍັງມີຄົນເຊື້ອຊາດອື່ນໆ ຝູງແກະຝູງແບ້ແລະຝູງງົວ ເດີນທາງໄປນຳອີກດ້ວຍ. 39 ພວກເຂົາໄດ້ເອົາກ້ອນເຂົ້າຈີ່ດິບທີ່ນຳມາຈາກປະເທດເອຢິບ ຊຶ່ງຍັງບໍ່ທັນໃສ່ເຊື້ອແປ້ງເທື່ອນັ້ນ ປີ້ງກິນເປັນອາຫານ. ຍ້ອນວ່າພວກເຂົາຖືກຂັບໄລ່ໃຫ້ອອກຈາກປະເທດເອຢິບຢ່າງກະທັນຫັນ. ສະນັ້ນ ພວກເຂົາຈຶ່ງບໍ່ມີເວລາພໍທີ່ຈະຕຽມອາຫານ ຫລືເຮັດເຂົ້າຈີ່ມີເຊື້ອແປ້ງໄວ້ກິນ. 40 ຊາວອິດສະຣາເອນໄດ້ອາໄສຢູ່ໃນປະເທດເອຢິບເປັນເວລາ ສີ່ຮ້ອຍສາມສິບປີ. 41 ພໍດີສິ້ນປີທີສີ່ຮ້ອຍສາມສິບ ປະຊາຊົນໝົດທຸກເຜົ່າຂອງພຣະເຈົ້າຢາເວ ກໍໄດ້ອອກໄປຈາກປະເທດເອຢິບ. 42 ຄືນວັນນັ້ນ ເປັນຄືນທີ່ຄວນຈົດຈຳໄວ້ເປັນທີ່ລະນຶກອັນຍິ່ງໃຫຍ່ເຖິງພຣະເຈົ້າຢາເວ ເພາະໄດ້ຊົງນຳພາພວກເຂົາອອກຈາກປະເທດເອຢິບ. ຄືນວັນນັ້ນ ຈຶ່ງເປັນຄືນຂອງພຣະເຈົ້າຢາເວທີ່ຊາວອິດສະຣາເອນທັງໝົດຖືເປັນທີ່ລະນຶກຕະຫລອດຊົ່ວອາຍຸຂອງພວກເຂົາ. ກົດລະບຽບກ່ຽວກັບພິທີສະຫລອງປັດສະຄາ 43 ແລ້ວພຣະເຈົ້າຢາເວກໍບອກໂມເຊແລະອາໂຣນວ່າ, “ຕໍ່ໄປນີ້ ແມ່ນກົດລະບຽບກ່ຽວກັບພິທີສະຫລອງປັດສະຄາ ຄືຢ່າໃຫ້ຄົນຕ່າງຊາດຮ່ວມກິນປັດສະຄາ 44 ແຕ່ທາດຮັບໃຊ້ຜູ້ທີ່ນາຍໄດ້ຊື້ມາ ແລະເຂົ້າພິທີຕັດແລ້ວໃຫ້ຮ່ວມກິນນຳໄດ້. 45 ຢ່າໃຫ້ຄົນທີ່ອາໄສຢູ່ຊົ່ວຄາວ ຫລືລູກຈ້າງກິນອາຫານສຳລັບພິທີສະຫລອງປັດສະຄາ. 46 ອາຫານທັງໝົດໃຫ້ກິນຢູ່ໃນເຮືອນ ແລະຢ່ານຳອອກໄປກິນນອກເຮືອນ. ຢ່າຫັກກະດູກສັດທີ່ຕົນໄດ້ຂ້າກິນໃນພິທີນີ້. 47 ໃຫ້ຊຸມຊົນອິດສະຣາເອນທັງໝົດສະຫລອງເທດສະການນີ້. 48 ແຕ່ຢ່າໃຫ້ຄົນທີ່ບໍ່ໄດ້ຮັບພິທີຕັດຮ່ວມກິນນຳ. ຖ້າຄົນຕ່າງຊາດຜູ້ໜຶ່ງໃນທ່າມກາງພວກເຂົາຢາກຈະຈັດປັດສະຄາ ຖວາຍກຽດແກ່ພຣະເຈົ້າຢາເວ ຕ້ອງໃຫ້ຜູ້ຊາຍທຸກໆຄົນໃນຄອບຄົວຜູ້ນັ້ນຮັບພິທີຕັດເສຍກ່ອນ. ແລ້ວພວກເຂົາກໍຈະເຂົ້າຮ່ວມໃນພິທີນີ້ໄດ້ ໂດຍຮັບການປະຕິບັດເໝືອນກັບວ່າ ຕົນເປັນຊາວອິດສະຣາເອນມາແຕ່ກຳເນີດ. 49 ກົດລະບຽບອັນດຽວກັນນີ້ໃຫ້ໃຊ້ສຳລັບຄົນອິດສະຣາເອນແຕ່ກຳເນີດ ແລະສຳລັບຄົນຕ່າງດ້າວຜູ້ທີ່ອາໄສຢູ່ນຳພວກເຈົ້າຄືກັນ.” 50 ຊາວອິດສະຣາເອນທັງໝົດໄດ້ເຮັດຕາມກົດລະບຽບ ທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ແລະອາໂຣນທຸກປະການ. 51 ໃນວັນນັ້ນເອງ ພຣະເຈົ້າຢາເວໄດ້ນຳຊາວອິດສະຣາເອນເຜົ່າຕ່າງໆອອກໄປຈາກດິນແດນປະເທດເອຢິບ. |
@ 2012 United Bible Societies. All Rights Reserved.