ອົບພະຍົບ 10 - ພຣະຄຳພີສັກສິຝູງຕັກແຕນ 1 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເຂົ້າໄປພົບກະສັດຟາໂຣ. ເຮົາໄດ້ເຮັດໃຫ້ກະສັດຟາໂຣກັບບັນດາຂ້າຣາຊການຂອງລາວມີໃຈແຂງກະດ້າງດື້ດຶງ ເພື່ອເຮົາຈະສຳແດງໝາຍສຳຄັນກັບການອັດສະຈັນເຫຼົ່ານີ້ໃນທ່າມກາງພວກເຂົາ 2 ແລ້ວພວກເຈົ້າກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທຳໃຫ້ຊາວເອຢິບໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆເຫຼົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” 3 ສະນັ້ນ ໂມເຊແລະອາໂຣນຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນນານປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ. 4 ຖ້າເຈົ້າຍັງສືບຕໍ່ປະຕິເສດຢູ່ໃນມື້ອື່ນນີ້ ເຮົາຈະໃຫ້ຝູງຕັກແຕນເຂົ້າມາໃນປະເທດຂອງເຈົ້າ. 5 ມັນຈະມາເປັນຈຳນວນຫລວງຫລາຍປົກຄຸມຢູ່ທົ່ວໄປ ຈົນເບິ່ງບໍ່ເຫັນໜ້າດິນ. ມັນຈະກິນທຸກໆສິ່ງທີ່ໝາກເຫັບບໍ່ໄດ້ທຳລາຍ ແມ່ນແຕ່ຕົ້ນໄມ້ທີ່ເຫຼືອຢູ່. 6 ມັນຈະເຂົ້າໄປຢູ່ເຕັມຣາຊວັງ ເຂົ້າໄປໃນເຮືອນຂອງບັນດາຂ້າຣາຊການ ແລະເຮືອນຂອງປະຊາຊົນທຸກຄົນ. ມັນໂຫດຮ້າຍກວ່າສິ່ງໃດໆທັງໝົດ ທີ່ບັນພະບຸລຸດຂອງເຈົ້າເຄີຍໄດ້ເຫັນມາ.”’ ແລ້ວໂມເຊກໍໄດ້ອຳລາກະສັດຟາໂຣກັບໄປ. 7 ບັນດາຂ້າຣາຊການຈຶ່ງຖາມກະສັດຟາໂຣວ່າ, “ຊາຍຄົນນີ້ຍັງຈະເຮັດໃຫ້ພວກເຮົາເດືອດຮ້ອນຢູ່ອີກເຫິງປານໃດ? ຈົ່ງປ່ອຍຊາວອິດສະຣາເອນໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສາ. ທ່ານບໍ່ເຫັນບໍວ່າ ເອຢິບກຳລັງຈິບຫາຍວາຍວອດພຽງໃດແລ້ວ?” 8 ສະນັ້ນ ເຂົາຈຶ່ງໄປເຊີນໂມເຊ ແລະ ອາໂຣນໃຫ້ກັບຄືນມາພົບກະສັດຟາໂຣອີກ ແລະເພິ່ນກ່າວຕໍ່ພວກເພິ່ນວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ແຕ່ມີຜູ້ໃດຈະໄປແດ່?” 9 ໂມເຊຕອບວ່າ, “ພວກຂ້ານ້ອຍຈະໄປໝົດທຸກຄົນ ລວມທັງເດັກນ້ອຍແລະຜູ້ເຖົ້າ. ພວກຂ້ານ້ອຍຈະເອົາລູກຊາຍຍິງ, ຝູງແກະ, ຝູງແບ້ ແລະພ້ອມທັງຝູງງົວໄປດ້ວຍ ເພາະພວກຂ້ານ້ອຍຈະຈັດເທດສະການ ເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວຂອງພວກຂ້ານ້ອຍ.” 10 ກະສັດຟາໂຣຈຶ່ງກ່າວຂຶ້ນທັນທີວ່າ, “ບໍ່ໄດ້ ເຮົາສາບານໃນນາມຂອງພຣະເຈົ້າຢາເວວ່າ ຈະບໍ່ຍອມປ່ອຍໃຫ້ພວກເຈົ້າເອົາພວກຜູ້ຍິງແລະເດັກນ້ອຍໄປນຳ ມັນຈະແຈ້ງແລ້ວວ່າ ພວກເຈົ້າກຳລັງວາງແຜນກໍ່ການກະບົດ. 11 ບໍ່ໄດ້ ຖ້າພວກເຈົ້າຢາກໄປນະມັດສະການພຣະເຈົ້າຢາເວ ກໍໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປ.” ແລ້ວໂມເຊແລະອາໂຣນກໍຖືກໄລ່ໃຫ້ອອກໄປຈາກວັງຂອງກະສັດຟາໂຣ. 12 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຍົກມືຂຶ້ນເທິງປະເທດເອຢິບ ເພື່ອນຳເອົາຕັກແຕນມາ. ມັນຈະກິນທຸກໆສິ່ງທີ່ງອກຂຶ້ນ ແລະທຸກໆສິ່ງທີ່ເຫຼືອຈາກຖືກໝາກເຫັບທຳລາຍ.” 13 ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະພຣະເຈົ້າຢາເວກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາສູ່ປະເທດເອຢິບຕະຫລອດເວັນຕະຫລອດຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງຕັກແຕນມາຢ່າງຫລວງຫລາຍ. 14 ມັນເກາະມັນໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫລືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ. 15 ຝູງຕັກແຕນໄດ້ໄຕ່ໄປມາຫຸ້ມໜ້າດິນຈົນດຳໄປໝົດ; ທຸກໆສິ່ງທີ່ເຫຼືອຈາກໝາກເຫັບທຳລາຍຖືກມັນກິນໝົດ ລວມທັງໝາກໄມ້ໃນຕົ້ນ ພືດຫລືຕົ້ນໄມ້ໃນປະເທດເອຢິບ ບໍ່ມີສິ່ງໃດທີ່ມີສີຂຽວເຫຼືອຢູ່ເລີຍ. 16 ແລ້ວກະສັດຟາໂຣກໍຟ້າວເອີ້ນໂມເຊກັບອາໂຣນມາ ແລະກ່າວວ່າ, “ເຮົາໄດ້ເຮັດຜິດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຕໍ່ພວກເຈົ້າ. 17 ບັດນີ້ ຈົ່ງຍົກບາບກຳໃຫ້ເຮົາອີກເທື່ອໜຶ່ງແດ່ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃຫ້ນຳເອົາການລົງໂທດອັນຮ້າຍແຮງນີ້ໜີໄປຈາກເຮົາເສຍ.” 18 ໂມເຊຈຶ່ງອຳລາກະສັດຟາໂຣໄປ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ. 19 ແລ້ວພຣະເຈົ້າຢາເວກໍປ່ຽນລົມແຕ່ທິດຕາເວັນອອກ ເປັນລົມແຮງຈາກທິດຕາເວັນຕົກ ພັດເອົາຕັກແຕນໄປຕົກໃສ່ອ່າວຊູແອດ. ບໍ່ມີຕັກແຕນແມ່ນແຕ່ໂຕດຽວເຫຼືອຢູ່ໃນປະເທດເອຢິບ. 20 ແຕ່ພຣະເຈົ້າຢາເວຍັງເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງຢູ່ຄືເກົ່າ ແລະເພິ່ນບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ. ທົ່ວປະເທດມືດໄປໝົດ 21 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບຈະມືດໄປໝົດ.” 22 ໂມເຊໄດ້ຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບກໍມຶດໄປໝົດຕະຫລອດສາມວັນ. 23 ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ. 24 ສະນັ້ນ ກະສັດຟາໂຣຈຶ່ງເອີ້ນໂມເຊມາ ແລະກ່າວວ່າ, “ພວກເຈົ້າໄປນະມັດສະການພຣະເຈົ້າຢາເວສາ; ໃຫ້ເອົາຜູ້ຍິງ ແລະເດັກນ້ອຍໄປໄດ້. ສ່ວນຝູງແກະກັບແບ້ ແລະຝູງງົວນັ້ນໃຫ້ປະໄວ້ທີ່ນີ້.” 25 ໂມເຊຕອບວ່າ, “ຖ້າເປັນເຊັ່ນນັ້ນ ທ່ານຕ້ອງໃຫ້ພວກຂ້ານ້ອຍຈັດຫາສັດທີ່ຈະຂ້າເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. 26 ພວກຂ້ານ້ອຍຕ້ອງເອົາສັດຂອງພວກຂ້ານ້ອຍໄປນຳ ແລະບໍ່ໃຫ້ເຫຼືອຢູ່ໃນທີ່ນີ້ຈັກໂຕເລີຍ. ພວກຂ້ານ້ອຍເອງຈະເປັນຜູ້ເລືອກເອົາສັດທີ່ຈະຂ້າເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ແລະຈົນໄປຮອດທີ່ນັ້ນແລ້ວ ພວກຂ້ານ້ອຍກໍຍັງບໍ່ຮູ້ວ່າຈະເອົາສັດໂຕໃດຖວາຍບູຊາແກ່ພຣະເຈົ້າຢາເວ.” 27 ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣມີໃຈໃຈແຂງກະດ້າງດື້ດຶງຕໍ່ໄປ. ດັ່ງນັ້ນ ເພິ່ນຈຶ່ງບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ. 28 ເພິ່ນກ່າວຕໍ່ໂມເຊວ່າ, “ອອກໜີໄປຈາກນີ້ ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກຈັກເທື່ອ ຖ້າເຈົ້າມາໃຫ້ເຮົາເຫັນ ເຈົ້າຈະຕ້ອງຕາຍ.” 29 ໂມເຊຕອບວ່າ, “ທ່ານກ່າວຖືກຕ້ອງແລ້ວ ຂ້ານ້ອຍຈະບໍ່ເຫັນໜ້າທ່ານອີກຈັກເທື່ອ.” |
@ 2012 United Bible Societies. All Rights Reserved.