Biblia Todo Logo
Bìoball air-loidhne

- Sanasan -

ເອສະເທີ 9 - ພຣະຄຳພີສັກສິ


ຊາວຢິວ​ທຳລາຍ​ເຫຼົ່າ​ສັດຕູ​ຂອງ​ພວກຕົນ

1 ເມື່ອ​ຮອດ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄື​ວັນ​ທີ່​ປະກາດ​ເປັນ​ທາງການ​ຂອງ​ກະສັດ​ມີ​ຜົນ​ໃຊ້​ໄດ້ ແມ່ນ​ວັນ​ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຢິວ​ຫວັງ​ຈະ​ມີ​ອຳນາດ​ເໜືອ​ພວກເຂົາ. ແຕ່​ພວກ​ຢິວ​ກັບ​ມີ​ອຳນາດ​ເໜືອ​ພວກ​ສັດຕູ.

2 ໃນ​ຄຸ້ມ​ຂອງ​ຊາວຢິວ​ຢູ່​ຕາມ​ທຸກໆ​ເມືອງ ໃນ​ອານາຈັກ ຊາວຢິວ​ກໍໄດ້​ຈັດຕຽມ​ໂຈມຕີ​ທຸກຄົນ​ທີ່​ພະຍາຍາມ​ທຳຮ້າຍ​ພວກ​ຕົນ. ປະຊາຊົນ​ທຸກທີ່​ທຸກບ່ອນ​ເກີດ​ຢ້ານກົວ​ພວກເຂົາ ແລະ​ບໍ່ມີ​ຜູ້ໃດ​ກ້າ​ທຳ​ອັນຕະລາຍ​ແກ່​ພວກເຂົາ.

3 ຕາມ​ທີ່​ຈິງ​ແລ້ວ ບັນດາ​ຂ້າຣາຊການ​ປະຈຳ​ແຂວງ​ທຸກຄົນ​ຄື: ພວກ​ຜູ້​ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຜູ້​ຕາງໜ້າ​ຂອງ​ກະສັດ ຕ່າງ​ກໍໄດ້​ຊ່ວຍເຫລືອ​ຊາວ​ຢິວ ເພາະ​ທຸກຄົນ​ຕ່າງ​ກໍ​ຢ້ານກົວ​ມໍເດໄກ.

4 ບັດນີ້ ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທົ່ວ​ທັງ​ອານາຈັກ​ແລ້ວ​ວ່າ ມໍເດໄກ​ມີ​ອຳນາດ​ໃນ​ຣາຊວັງ ແລະ​ມີ​ອຳນາດ​ຫລາຍ​ຂຶ້ນ​ເລື້ອຍໆ.

5 ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕໍ່​ສັດຕູ​ຕາມໃຈ​ມັກ. ພວກເຂົາ​ໄດ້​ໃຊ້​ດາບ​ໂຈມຕີ​ພວກ​ສັດຕູ ແລະ​ສັງຫານ​ພວກເຂົາ.

6 ຢູ່​ພາຍ​ໃນ​ເມືອງ​ເອກຊູຊາ​ເອງ ຊາວຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ.

7 ສັດຕູ​ຂອງ​ຊາວຢິວ​ຖືກ​ຂ້າ ມີ​ດັ່ງນີ້: ປາກຊານດາທາ, ດານໂຟນ, ອາຊະປາທາ,

8 ໂປຣາທາ, ອາດາລີອາ, ອາຣີດາທາ,

9 ປາກມາຊະຕາ, ອາຣີໄສ, ອາຣີໄດ ແລະ​ໄວຊາທາ.

10 ລວມ​ຢູ່​ໃນ​ພວກ​ນີ້ ມີ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ ຜູ້​ເປັນ​ລູກຊາຍ​ຂອງ​ຮາມເມດາທາ. ແຕ່​ການ​ປຸ້ນສະດົມ​ບໍ່ມີ​ເກີດຂຶ້ນ​ເລີຍ.

11 ໃນ​ມື້​ດຽວກັນ​ນັ້ນ ໄດ້​ມີ​ຄົນ​ມາ​ລາຍງານ​ຕໍ່​ກະສັດ ເຖິງ​ຈຳນວນ​ຜູ້​ທີ່​ຖືກ​ຂ້າ​ໃນ​ເມືອງ​ເອກຊູຊາ.

12 ແລ້ວ​ກະສັດ​ກໍໄດ້​ບອກ​ຣາຊີນີ​ເອສະເທີ​ວ່າ, “ພຽງແຕ່​ໃນ​ເມືອງ​ຊູຊາ ພວກ​ຢິວ​ໄດ້​ຂ້າ​ຫ້າຮ້ອຍ​ຄົນ ລວມ​ທັງ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ​ດ້ວຍ ແລະ​ຢູ່​ຕາມ​ແຂວງ​ຕ່າງໆ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ນໍ ບັດນີ້​ເຈົ້າ​ຢາກ​ໄດ້​ຫຍັງ​ແດ່? ແລະ​ເຈົ້າ​ກໍ​ຈະ​ໄດ້​ຕາມໃຈ​ມັກ. ບອກ​ເຮົາ​ມາ​ອີກ​ດູ​ວ່າ​ເຈົ້າ​ຢາກ​ໄດ້​ຫຍັງ ແລະ​ເຈົ້າ​ກໍ​ຈະ​ໄດ້​ສິ່ງນັ້ນ.”

13 ຣາຊີນີ​ເອສະເທີ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍໂຜດ​ອະນຸຍາດ​ໃຫ້​ຊາວຢິວ​ໃນ​ເມືອງ​ຊູຊາ​ເຮັດ​ໃນ​ມື້ອື່ນ ສິ່ງ​ທີ່​ພວກເຂົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ໃນວັນນີ້ ແລະ​ຂໍ​ສັ່ງ​ໃຫ້​ແຂວນ​ຊາກສົບ​ລູກຊາຍ​ຂອງ​ຮາມານ​ສິບ​ຄົນ​ໄວ້​ທີ່​ບ່ອນ​ແຂວນຄໍ.”

14 ກະສັດ​ໄດ້​ສັ່ງ​ໃຫ້​ປະຕິບັດ​ຕາມ​ນັ້ນ ແລະ​ຄຳ​ປະກາດ​ກໍ​ຖືກ​ນຳ​ອອກ​ໃຊ້​ທີ່​ເມືອງ​ຊູຊາ. ຊາກສົບ​ລູກຊາຍ​ຂອງ​ຮາມານ​ສິບ​ຄົນ​ຖືກ​ແຂວນ​ໄວ້​ໃຫ້​ຄົນ​ເຫັນ.

15 ແລະ​ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ຊາວຢິວ​ຢູ່​ໃນ​ເມືອງ​ຊູຊາ​ໄດ້​ຮ່ວມ​ປະ​ຊຸມກັນ​ອີກ ແລະ​ໄດ້​ຂ້າ​ຄົນ​ໃນ​ເມືອງ​ຕື່ມ​ສາມຮ້ອຍ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.

16 ໃນລະຫວ່າງນັ້ນ ຝ່າຍ​ຊາວຢິວ​ທີ່​ຢູ່​ຕາມ​ແຂວງ​ຕ່າງໆ​ກໍໄດ້​ຈັດ​ລະບຽບການ​ປ້ອງກັນ​ຕົວເອງ. ພວກເຂົາ​ກຳຈັດ​ລ້າງຜານ​ສັດຕູ​ໂດຍ​ໄດ້​ຂ້າ​ພວກ​ທີ່​ກຽດຊັງ​ພວກ​ຕົນ​ເຈັດສິບຫ້າພັນ​ຄົນ. ແຕ່​ພວກເຂົາ​ບໍ່ໄດ້​ປຸ້ນສະດົມ​ເອົາ​ສິ່ງຂອງ​ໃດໆ​ເລີຍ.

17 ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ. ວັນ​ຕໍ່ມາ​ເປັນ​ວັນ​ທີ​ສິບສີ່; ໃນວັນນີ້​ບໍ່ມີ​ການ​ຂ້າຟັນກັນ​ອີກ ແລ້ວ​ພວກເຂົາ​ກໍ​ກິນລ້ຽງ​ສະຫລອງ​ກັນ​ຢ່າງ​ຊົມຊື່ນ​ຍິນດີ.

18 ແຕ່​ຊາວຢິວ​ໃນ​ນະຄອນ​ຊູຊາ​ໄດ້​ຖື​ເອົາ​ວັນ​ທີ​ສິບຫ້າ​ເປັນ​ວັນ​ພັກ ເພາະ​ໃນ​ວັນ​ທີ​ສິບສາມ​ແລະ​ສິບ​ສີ່ ພວກເຂົາ​ໄດ້​ຂ້າ​ສັດຕູ ແລະ​ຢຸດ​ການ​ຂ້າ​ໃນ​ວັນ​ທີ​ສິບຫ້າ.

19 ດ້ວຍເຫດນີ້ ຊາວຢິວ​ທີ່​ຢູ່​ໃນ​ເມືອງນ້ອຍ​ຕ່າງໆ ຈຶ່ງ​ຖື​ເອົາ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ຢ່າງ​ເບີກບານ​ໃຈ ຄື​ເປັນ​ເວລາ​ງານລ້ຽງ ແລະ​ເອົາ​ອາຫານ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນແລະກັນ.


ວັນ​ເທດສະການ​ປູຣິມ

20 ແລ້ວ​ມໍເດໄກ​ກໍໄດ້​ບັນທຶກ​ເຫດການ​ທັງຫລາຍ​ນີ້​ໄວ້ ແລະ​ສົ່ງ​ຈົດໝາຍ​ໄປ​ຫາ​ຊາວຢິວ​ທຸກຄົນ ບໍ່​ວ່າ​ຢູ່​ໃກ້ ຫລື​ຢູ່​ໄກ ທົ່ວ​ທັງ​ອານາຈັກ​ເປີເຊຍ.

21 ເພິ່ນ​ໄດ້​ສັ່ງ​ໃຫ້​ພວກເຂົາ​ຖື​ເອົາ​ວັນ​ທີ​ສິບສີ່​ແລະ​ສິບຫ້າ ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ໃນ​ແຕ່ລະປີ.

22 ວັນ​ເຫຼົ່ານີ້​ເປັນ​ວັນ​ທີ່​ຊາວ​ຢິວ​ໄດ້​ກຳຈັດ​ລ້າງຜານ​ສັດຕູ​ຂອງ​ພວກເຂົາ; ເປັນ​ເດືອນ​ທີ່​ປ່ຽນ​ຈາກ​ເວລາ​ແຫ່ງ​ຄວາມ​ໂສກເສົ້າ​ແລະ​ການ​ສູນເສຍ​ຄວາມຫວັງ ມາ​ເປັນ​ຄວາມ​ປິຕິ​ຍິນດີ​ແລະ​ຄວາມ​ເບີກບານ​ໃຈ. ພວກເຂົາ​ໄດ້​ຮັບ​ເອົາ​ຄຳສັ່ງ​ນັ້ນ ແລະ​ຖື​ເອົາ​ວັນ​ເຫຼົ່ານີ້​ເປັນ​ວັນ​ກິນລ້ຽງ​ສັງສັນ ໃຫ້​ອາຫານ​ເປັນ​ຂອງຂວັນ​ແກ່​ກັນແລະກັນ ແລະ​ແກ່​ຄົນ​ຍາກຈົນ.

23 ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ມໍເດໄກ ແລະ​ການ​ສະຫລອງ​ນີ້​ຈຶ່ງ​ກາຍເປັນ​ທຳນຽມ​ປະຈຳ​ປີ.

24 ຮາມານ​ລູກຊາຍ​ຂອງ​ຮາມເມດາທາ​ເປັນ​ເຊື້ອສາຍ​ຂອງ​ອາກັກ ແລະ​ເປັນ​ສັດຕູ​ຂອງ​ຊາວຢິວ. ລາວ​ໄດ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ ປູຣິມ) ເພື່ອ​ຊອກ​ຫາ​ວັນ​ທຳລາຍ​ລ້າງຜານ​ຊາວຢິວ; ລາວ​ວາງແຜນ​ທຳລາຍ​ລ້າງຜານ​ພວກເຂົາ​ໃຫ້​ດັບ​ສິ້ນໄປ.

25 ແຕ່​ເອສະເທີ​ໄດ້​ເຂົ້າ​ໄປ​ຫາ​ກະສັດ ແລະ​ກະສັດ​ໄດ້​ອອກ​ຄຳສັ່ງ​ເປັນ​ລາຍລັກອັກສອນ ໃຫ້​ຮາມານ​ໄດ້​ຮັບ​ໂທດ​ດ້ວຍ​ເຄາະກຳ​ທີ່​ລາວ​ໄດ້​ວາງ​ແຜນການ​ໄວ້​ສຳລັບ​ຊາວຢິວ ຄື​ລາວ​ພ້ອມ​ດ້ວຍ​ລູກຊາຍ​ສິບ​ຄົນ​ຂອງ​ລາວ​ຖືກ​ແຂວນຄໍ​ເທິງ​ຫລັກ.

26 ດ້ວຍເຫດນີ້ ຄົນ​ຈຶ່ງ​ເອີ້ນ​ວັນ​ພັກ​ນີ້​ວ່າ ປູຣິມ. ຍ້ອນ​ຈົດໝາຍ​ຂອງ​ມໍເດໄກ ແລະ​ຍ້ອນ​ເຫດການ​ທຸກຢ່າງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ

27 ຊາວຢິວ​ຈຶ່ງ​ໄດ້​ຕັ້ງ​ກົດລະບຽບ​ໄວ້​ສຳລັບ​ພວກເຂົາ​ເອງ, ສຳລັບ​ເຊື້ອສາຍ​ຂອງ​ພວກເຂົາ ແລະ​ສຳລັບ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ພວກເຂົາ ໃນ​ທຸກ​ປີ​ໃດ ເມື່ອ​ເຖິງ​ກຳນົດ​ຂອງ​ສອງ​ວັນ​ນີ້​ແລ້ວ ໃຫ້​ມີ​ການ​ຢຶດຖື​ຢ່າງ​ສະໝໍ່າ​ສະເໝີ ຕາມ​ຄຳແນະນຳ​ຂອງ​ມໍເດໄກ.

28 ໄດ້​ມີ​ການ​ລົງມະຕິ​ກັນ​ວ່າ ໃຫ້​ຊາວຢິວ​ທຸກໆ​ຄອບຄົວ​ແຕ່ລະ​ຍຸກ​ສະໄໝ ໃນ​ທຸກໆ​ແຂວງ​ແລະ​ທຸກໆ​ເມືອງ ຈົດຈຳ​ແລະ​ຢຶດຖື​ວັນ​ປູຣິມ​ນີ້​ຕະຫລອດໄປ.

29 ແລ້ວ​ຣາຊີນີ​ເອສະເທີ​ລູກສາວ​ຂອງ​ອາບີໄຮ​ພ້ອມ​ທັງ​ມໍເດໄກ ກໍ​ຍັງ​ໄດ້​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ອີກ​ເປັນ​ທາງການ ໃຊ້​ສິດ​ຂອງ​ຣາຊີນີ​ຢ່າງ​ເຕັມ​ສ່ວນ ຮັບຮອງ​ຈົດໝາຍ​ກ່ຽວກັບ​ປູຣິມ ຊຶ່ງ​ມໍເດໄກ​ໄດ້​ຂຽນ​ໄປ​ກ່ອນ​ນັ້ນ.

30 ຈົດໝາຍ​ນີ້​ຖືກ​ສົ່ງ​ໄປ​ເຖິງ​ຊາວຢິວ​ທຸກຄົນ ແລະ​ທັງ​ສົ່ງ​ສຳເນົາ​ໄປ​ໃຫ້​ໜຶ່ງຮ້ອຍ​ຊາວເຈັດ​ແຂວງ ໃນ​ອານາຈັກ​ເປີເຊຍ. ຈົດໝາຍ​ນັ້ນ​ໄດ້​ມີ​ຄຳອວຍພອນ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ​ແກ່​ຊາວຢິວ

31 ແລະ​ທັງ​ແນະນຳ​ພວກເຂົາ​ພ້ອມ​ທັງ​ເຊື້ອສາຍ ໃຫ້​ຢຶດຖື​ປູຣິມ​ຕາມ​ວັນ​ທີ່​ໄດ້​ກຳນົດ​ໄວ້ ໃຫ້​ເປັນ​ກົດລະບຽບ​ໃນ​ການ​ຖືສິນ​ອົດອາຫານ ແລະ​ເວລາ​ໂສກເສົ້າ​ໄວ້ທຸກ. ຄຳສັ່ງ​ນີ້​ແມ່ນ​ຖືກ​ປະກາດ​ໃຫ້​ໃຊ້ ໂດຍ​ມໍເດໄກ​ແລະ​ຣາຊີນີ​ເອສະເທີ.

32 ຄຳສັ່ງ​ຂອງ​ຣາຊີນີ​ເອສະເທີ​ເປັນ​ການ​ຢືນຢັນ ຮັບຮອງ​ກົດລະບຽບ​ຂອງ​ເທດສະການ​ປູຣິມ ຕາມ​ທີ່​ໄດ້​ມີ​ບັນທຶກ​ໄວ້​ໃນ​ໜັງສື​ມ້ວນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan