ເອສະເທີ 8 - ພຣະຄຳພີສັກສິຊາວຢິວໄດ້ຮັບອະນຸຍາດໃຫ້ຕໍ່ສູ້ຄືນ 1 ໃນມື້ດຽວກັນນັ້ນ ກະສັດເຊເຊັດໄດ້ມອບຊັບສິນທັງໝົດຂອງຮາມານ ສັດຕູຂອງຊາວຢິວໃຫ້ແກ່ຣາຊີນີເອສະເທີ. ຣາຊີນີເອສະເທີບອກກະສັດວ່າ ມໍເດໄກເປັນຍາດພີ່ນ້ອງຂອງຕົນ ແລະຕັ້ງແຕ່ນັ້ນມາມໍເດໄກກໍໄດ້ຮັບອະນຸຍາດໃຫ້ເຂົ້າພົບກະສັດໄດ້. 2 ກະສັດຈຶ່ງຖອດແຫວນທີ່ມີກາປະທັບມອບໃຫ້ມໍເດໄກ (ແຫວນນີ້ໄດ້ເອົາຄືນມາຈາກຮາມານ). ຣາຊີນີເອສະເທີຍັງໄດ້ມອບຊັບສິນຂອງຮາມານໃຫ້ມໍເດໄກເປັນຜູ້ຮັບຜິດຊອບ. 3 ຕໍ່ມາ ຣາຊີນີເອສະເທີກໍໄດ້ກ່າວຕໍ່ກະສັດອີກ ໂດຍຂາບລົງທີ່ຕີນຂອງເພິ່ນທັງຮ້ອງໄຫ້. ຣາຊີນີຮ້ອງຂໍເພິ່ນໃຫ້ເຮັດສິ່ງໃດສິ່ງໜຶ່ງລົງໄປ ເພື່ອຢຸດຢັ້ງແຜນການອັນຊົ່ວຮ້າຍຂອງຮາມານ ເຊື້ອສາຍຂອງອາກັກ ຜູ້ທີ່ໄດ້ປະພຶດຊົ່ວຕໍ່ສູ້ຊາວຢິວ. 4 ກະສັດເດ່ໄມ້ເທົ້າຄຳໃສ່ຣາຊີນີ ຣາຊີນີຈຶ່ງລຸກຂຶ້ນເວົ້າວ່າ, 5 “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ແລະເປັນຫ່ວງຂ້ານ້ອຍ ແລະຖ້າທ່ານເຫັນວ່າເປັນການຖືກຕ້ອງ ກໍຂໍທ່ານອອກຄຳສັ່ງເປັນທາງການ ເພື່ອກີດກັ້ນບໍ່ໃຫ້ຄຳສັ່ງຂອງຮາມານຖືກນຳໄປປະຕິບັດ ຄືຄຳສັ່ງຂອງລູກຊາຍຂອງຮາມເມດາທາ ຜູ້ທີ່ເປັນເຊື້ອສາຍຂອງອາກັກ ເພື່ອທຳລາຍລ້າງຜານຊາວຢິວທຸກຄົນໃນອານາຈັກນີ້. 6 ຂ້ານ້ອຍຈະທົນຢູ່ໄດ້ຢ່າງໃດ ຖ້າຄວາມພິນາດນີ້ມາເຖິງຊົນຊາດຂອງຂ້ານ້ອຍ ແລະຍາດຕິພີ່ນ້ອງຂອງຂ້ານ້ອຍຕ້ອງຖືກຂ້າ?” 7 ແລ້ວກະສັດເຊເຊັດກໍກ່າວແກ່ຣາຊີນີເອສະເທີ ແລະມໍເດໄກຄົນຢິວວ່າ, “ເບິ່ງແມ! ເຮົາໄດ້ແຂວນຄໍຮາມານຜູ້ທີ່ວາງແຜນຕໍ່ສູ້ຊາວຢິວ ແລະເຮົາກໍເອົາຊັບສິນຂອງລາວໃຫ້ແກ່ເອສະເທີແລ້ວ. 8 ແຕ່ວ່າຄຳປະກາດທີ່ໃຊ້ອອກໄປໃນນາມຂອງກະສັດ ແລະທັງປະທັບຕາດ້ວຍກາປະທັບຂອງກະສັດນັ້ນຈະລົບລ້າງບໍ່ໄດ້. ເຖິງຢ່າງໃດກໍຕາມ ໃຫ້ຣາຊີນີຂຽນຈົດໝາຍໄປຫາຊາວຢິວຕາມໃຈຊອບ ໃຫ້ຂຽນໃນນາມຂອງເຮົາ ແລະປະທັບກາຂອງກະສັດໃສ່.” 9 ເຫດການນີ້ໄດ້ເກີດຂຶ້ນໃນວັນທີ 23 ຂອງເດືອນທີສາມ ອັນກົງກັບເດືອນຊີວານ . ມໍເດໄກໄດ້ເອີ້ນເອົາພວກເລຂາທິການຂອງກະສັດ ແລະບອກໃຫ້ພວກເຂົາຂຽນຈົດໝາຍເຖິງຊາວຢິວ ແລະເຖິງພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການໃນ 127 ແຂວງ, ຄືຕັ້ງແຕ່ອິນເດຍຈົນເຖິງຊູດານ. ພວກເລຂາທິການໄດ້ຂຽນຈົດໝາຍເຖິງແຕ່ລະແຂວງ ຕາມພາສາແລະວິທີຂຽນໃນແຂວງນັ້ນ ແລະໄດ້ຂຽນໄປເຖິງຊາວຢິວເປັນພາສາແລະວິທີຂຽນຂອງຊາວຢິວ. 10 ມໍເດໄກໄດ້ໃຫ້ພວກເຂົາຂຽນຈົດໝາຍນັ້ນໃນນາມຂອງກະສັດເຊເຊັດ ແລະປະທັບກາຂອງກະສັດໃສ່. ຈົດໝາຍໄດ້ຖືກສົ່ງໄປໂດຍພວກຂີ່ມ້າໂຕໄວທີ່ສຸດຈາກຄອກມ້າຂອງກະສັດ. 11 ໃນຈົດໝາຍເຫຼົ່ານັ້ນໄດ້ອະທິບາຍວ່າ ກະສັດໄດ້ອະນຸຍາດໃຫ້ຊາວຢິວຢູ່ໃນທຸກເມືອງຈັດລະບຽບການປ້ອງກັນຕົວເອງ. ຖ້າພວກເຂົາພ້ອມທັງລູກເມຍຖືກໂຈມຕີ ດ້ວຍກອງທັບຈາກຊົນຊາດໃດຫລືແຂວງໃດ ກໍໃຫ້ພວກເຂົາຕໍ່ສູ້ຄືນ ແລະທຳລາຍຄົນທີ່ໂຈມຕີເຫຼົ່ານັ້ນ; ໃຫ້ຂ້າພວກເຂົາຖິ້ມຢ່າງບໍ່ໃຫ້ເຫຼືອທັງຢຶດຊັບສິນຂອງພວກເຂົາໄດ້. 12 ຄຳສັ່ງນີ້ໃຫ້ໃຊ້ໄດ້ໃນທຸກໆແຂວງຂອງເປີເຊຍ ຕາມມື້ທີ່ຕັ້ງໄວ້ໃຫ້ເປັນມື້ຂ້າຊາວຢິວ ຄືໃນວັນທີສິບສາມຂອງເດືອນອາດາກ ອັນກົງກັບເດືອນທີສິບສອງ. 13 ຈົ່ງປະກາດເປັນກົດໝາຍໃຫ້ທຸກຄົນໃນທຸກໆແຂວງໄດ້ຮູ້ ເພື່ອວ່າເມື່ອເຖິງວັນນັ້ນ ຊາວຢິວຈະໄດ້ຕຽມແກ້ແຄ້ນສັດຕູຂອງພວກເຂົາ. 14 ຕາມຄຳສັ່ງຂອງກະສັດ ພວກສົ່ງຂ່າວໄດ້ຂີ່ມ້າອອກໄປຢ່າງວ່ອງໄວ. ຄຳສັ່ງນີ້ໄດ້ຖືກແຈ້ງໃຫ້ຄົນທີ່ເມືອງເອກຊູຊາຮູ້ຄືກັນ. 15 ແລ້ວມໍເດໄກກໍອອກຈາກວັງ. ລາວນຸ່ງເສື້ອລ່າມສີຟ້າ ແລະສີຂາວຂອງກະສັດ ແລະເສື້ອຄຸມທີ່ເຮັດດ້ວຍຜ້າປ່ານສີມ່ວງເນື້ອລະອຽດດີທັງສວມມົງກຸດຄຳອັນງົດງາມ. ແລ້ວຄົນຕາມຖະໜົນໃນນະຄອນຊູຊາ ຕ່າງກໍຮ້ອງໂຮຂຶ້ນດ້ວຍຄວາມຊົມຊື່ນຍິນດີ. 16 ພວກຢິວທີ່ຢູ່ໃນນັ້ນກໍດີໃຈແລະຊົມຊື່ນຍິນດີ, ເປັນສຸກໃຈແລະໄດ້ຮັບກຽດ. 17 ບໍ່ວ່າຢູ່ໃນເມືອງໃດຫລືແຂວງໃດກໍຕາມ ເມື່ອຄຳປະກາດຂອງກະສັດໄດ້ອ່ານອອກໄປໃນທຸກບ່ອນ ຊາວຢິວກໍຖືເປັນມື້ຢຸດພັກທີ່ຊົມຊື່ນຍິນດີ ໂດຍຈັດໃຫ້ມີການກິນລ້ຽງ ແລະການມ່ວນຊື່ນ. ຕາມທີ່ຈິງແລ້ວ ໄດ້ມີຫລາຍຄົນໃນຊາດອື່ນໆອີກທີ່ກາຍເປັນຢິວ ເພາະບັດນີ້ພວກເຂົາຕ່າງກໍຢ້ານກົວພວກຢິວ. |
@ 2012 United Bible Societies. All Rights Reserved.