ເອສະເທີ 6 - ພຣະຄຳພີສັກສິກະສັດໃຫ້ກຽດມໍເດໄກ 1 ໃນຄືນນັ້ນ ກະສັດນອນບໍ່ຫລັບ ເພິ່ນຈຶ່ງໃຫ້ຂ້າຣາຊການນຳເອົາປຶ້ມບັນທຶກລາຍງານຂອງກະສັດ ມາອ່ານສູ່ຟັງ. 2 ຕອນທີ່ພວກເຂົາໄດ້ອ່ານນັ້ນ ມີທັງເລື່ອງຂອງມໍເດໄກ ທີ່ຮູ້ເຖິງການວາງແຜນສັງຫານກະສັດ ຄືການປອງຮ້າຍຊຶ່ງຊາຍຕອນສອງຄົນ ຄືບິກທານາ ແລະເຕເຣເຊ ຄົນເຝົ້າຫ້ອງຂອງກະສັດໄດ້ເຮັດຂຶ້ນໃນວັງ. 3 ກະສັດຖາມຂຶ້ນວ່າ, “ພວກເຮົາໄດ້ໃຫ້ກຽດ ແລະລາງວັນ ແກ່ມໍເດໄກຢ່າງໃດໃນເລື່ອງນີ້?” ພວກຄົນຮັບໃຊ້ຂອງເພິ່ນຕອບວ່າ, “ຍັງບໍ່ທັນໃຫ້ລາງວັນຫຍັງເລີຍ.” 4 ກະສັດຖາມວ່າ, “ມີຂ້າຣາຊການຄົນໃດແດ່ຢູ່ໃນວັງ?” ໃນເວລານັ້ນ ຮາມານຫາກໍເຂົ້າມາໃນເດີ່ນຂອງວັງ; ລາວໄດ້ມາຂໍໃຫ້ກະສັດແຂວນຄໍມໍເດໄກໃສ່ເທິງບ່ອນແຂວນຄໍ ທີ່ຖືກສ້າງໄວ້ຢ່າງຮຽບຮ້ອຍແລ້ວ. 5 ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງຕອບວ່າ, “ຮາມານຢູ່ນີ້ເດ ລາວກຳລັງລໍຖ້າພົບທ່ານຢູ່.” ກະສັດກ່າວວ່າ, “ບອກໃຫ້ລາວເຂົ້າມາທີ່ນີ້.” 6 ດັ່ງນັ້ນ ຮາມານຈຶ່ງເຂົ້າມາ ແລະກະສັດກໍກ່າວແກ່ລາວວ່າ, “ມີຄົນຜູ້ໜຶ່ງ ທີ່ເຮົາຢາກຍ້ອງຍໍໃຫ້ກຽດລາວທີ່ສຸດ. ເຮົາຄວນເຮັດຢ່າງໃດເພື່ອຊາຍຄົນນີ້?” ຮາມານຄິດໃນໃຈວ່າ, “ບັດນີ້ແມ່ນຜູ້ໃດນໍ ທີ່ກະສັດຢາກຍ້ອງຍໍໃຫ້ກຽດຫລາຍທີ່ສຸດນັ້ນ? ກໍຕ້ອງແມ່ນເຮົານີ້ແຫລະ.” 7-8 ສະນັ້ນ ລາວຈຶ່ງຕອບກະສັດວ່າ, “ຈົ່ງເອົາເສື້ອຄຸມຂອງພະຣາຊານຸ່ງໃຫ້ຊາຍຄົນນັ້ນ ຄືເສື້ອຄຸມທີ່ທ່ານເອງນຸ່ງນັ້ນ. ຈົ່ງເອົາເຄື່ອງເອ້ ປະຈຳວັງເອ້ໃສ່ເທິງມ້າຂອງທ່ານ. 9 ໃຫ້ຜູ້ໜຶ່ງໃນພວກຂຸນນາງຊັ້ນສູງຂອງທ່ານເປັນຜູ້ຊ່ວຍນຸ່ງເຄື່ອງໃຫ້ລາວ ແລ້ວໃຫ້ລາວຂຶ້ນຂີ່ມ້າຜ່ານກາງເມືອງໄປ. ໃຫ້ເຈົ້ານາຍຄົນນັ້ນປ່າວປະກາດ ໃນຂະນະທີ່ພວກເຂົາຍ່າງໄປວ່າ, ‘ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດກໍເປັນຢ່າງນີ້ແຫລະ.”’ 10 ແລ້ວກະສັດກໍກ່າວແກ່ຮາມານວ່າ, “ຈົ່ງຟ້າວໄປເອົາເຄື່ອງນຸ່ງ ແລະມ້າມາ ແລະມອບກຽດນີ້ໃຫ້ແກ່ມໍເດໄກຄົນຢິວ. ຈົ່ງເຮັດທຸກສິ່ງສຳລັບລາວ ຕາມທີ່ເຈົ້າໄດ້ແນະນຳມາ. ເຈົ້າຈະພົບລາວນັ່ງຢູ່ທີ່ທາງເຂົ້າວັງ.” 11 ສະນັ້ນ ຮາມານຈຶ່ງໄດ້ເອົາເສື້ອຄຸມ ແລະມ້າມາ ແລະນຸ່ງເສື້ອນັ້ນໃຫ້ແກ່ມໍເດໄກ. ຝ່າຍມໍເດໄກກໍຂຶ້ນຂີ່ມ້າ ແລະຮາມານກໍເປັນຜູ້ຈູງມ້າຍ່າງໄປທົ່ວກາງເມືອງ ທັງປະກາດໃຫ້ປະຊາຊົນຊາບວ່າ: “ເບິ່ງແມ! ກະສັດໃຫ້ລາງວັນແກ່ຜູ້ທີ່ເພິ່ນຢາກຍ້ອງຍໍໃຫ້ກຽດ ກໍເປັນດັ່ງນີ້ແຫລະ.” 12 ແລ້ວມໍເດໄກກໍກັບຄືນໄປທີ່ທາງເຂົ້າວັງ ແລະໃນຂະນະດຽວກັນນັ້ນຮາມານກໍຟ້າວກັບຄືນເມືອ ທັງອັດໜ້າຂອງຕົນໄວ້ດ້ວຍຄວາມອັບອາຍ. 13 ລາວໄດ້ບອກສິ່ງທີ່ໄດ້ເກີດຂຶ້ນທັງໝົດແກ່ເມຍ ແລະໝູ່ເພື່ອນຂອງລາວ. ແລ້ວເມຍລາວພ້ອມທັງໝູ່ເພື່ອນຜູ້ທີ່ສະຫລາດກໍບອກລາວວ່າ, “ທ່ານກຳລັງສູນເສຍອຳນາດໃຫ້ແກ່ມໍເດໄກ. ລາວເປັນຄົນຢິວ ທ່ານຈະເອົາຊະນະລາວບໍ່ໄດ້ດອກ. ລາວຈະຕ້ອງເອົາຊະນະທ່ານຢ່າງແນ່ນອນ.” ຮາມານຖືກປະຫານຊີວິດ 14 ຂະນະທີ່ພວກເຂົາກຳລັງເວົ້າກັນຢູ່ນັ້ນ ຊາຍຕອນຢູ່ໃນວັງກໍມາຮອດ ແລະຟ້າວພາຮາມານໄປໃນງານກິນລ້ຽງຂອງຣາຊີນີເອສະເທີທີ່ໄດ້ຈັດຕຽມໄວ້ແລ້ວ. |
@ 2012 United Bible Societies. All Rights Reserved.