ເອສະເທີ 5 - ພຣະຄຳພີສັກສິຣາຊີນີເອສະເທີເຊີນກະສັດແລະຮາມານມາໃນງານກິນລ້ຽງ 1 ໃນວັນທີສາມ ທີ່ຣາຊີນີເອສະເທີຖືສິນອົດອາຫານ ຣາຊີນີໄດ້ນຸ່ງຊຸດຣາຊີນີອອກໄປຢືນຢູ່ໃນເດີ່ນຂອງວັງ ແລະຫັນໜ້າໄປທາງຫ້ອງບັນລັງ. ສ່ວນກະສັດກໍນັ່ງເທິງບັນລັງຂ້າງໃນ ແລະຫັນໜ້າໄປສູ່ທາງເຂົ້າ. 2 ເມື່ອກະສັດຫລຽວເຫັນຣາຊີນີເອສະເທີຢືນຢູ່ຂ້າງນອກ ເພິ່ນກໍມີຄວາມເມດຕາ ແລະເດ່ໄມ້ຄ້ອນເທົ້າຄຳຂອງເພິ່ນໃສ່ຣາຊີນີ. ແລ້ວຣາຊີນີກໍຂຶ້ນມາຈັບສົ້ນໄມ້ຄ້ອນເທົ້ານັ້ນ. 3 ກະສັດຖາມວ່າ, “ຣາຊີນີເອສະເທີເອີຍ ມີເລື່ອງຫຍັງບໍ? ບອກເຮົາມາເບິ່ງດູວ່າ ເຈົ້າຕ້ອງການຫຍັງ ແລະຢາກຈະໃຫ້ເຮົາເຮັດຫຍັງ ແມ່ນແຕ່ອານາຈັກເຄິ່ງໜຶ່ງເຮົາກໍຍົກໃຫ້ໄດ້.” 4 ເອສະເທີຕອບວ່າ, “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂ້ານ້ອຍຢາກໃຫ້ທ່ານ ແລະຮາມານໄປເປັນແຂກໃນງານກິນລ້ຽງທີ່ຂ້ານ້ອຍຈະຈັດຂຶ້ນສຳລັບທ່ານໃນຄືນນີ້.” 5 ແລ້ວກະສັດກໍໄດ້ສັ່ງຮາມານໃຫ້ເຂົ້າມາພົບໃນທັນທີ ເພື່ອພວກຕົນຈະໄດ້ໄປເປັນແຂກຂອງເອສະເທີ. ແລ້ວກະສັດກັບຮາມານກໍໄດ້ໄປໃນງານກິນລ້ຽງຂອງເອສະເທີ. 6 ກະສັດຖາມນາງໃນເວລາທີ່ດື່ມເຫຼົ້າອະງຸ່ນຢູ່ນັ້ນວ່າ, “ບອກເຮົາມາດູວ່າເຈົ້າຢາກໄດ້ຫຍັງ? ແລະເຈົ້າຈະໄດ້ຮັບ. ເຮົາຈະໃຫ້ຕາມທີ່ເຈົ້າຂໍຮ້ອງ ແມ່ນແຕ່ອານາຈັກເຄິ່ງໜຶ່ງກໍຈະໃຫ້ເຈົ້າໄດ້.” 7 ເອສະເທີຕອບວ່າ, “ຄຳຂໍແລະຄຳອ້ອນວອນຂອງຂ້ານ້ອຍເປັນດັ່ງນີ້: 8 ຖ້າພະຣາຊາເມດຕາ ພໍທີ່ຈະໃຫ້ຕາມຄຳຂໍຮ້ອງຂອງຂ້ານ້ອຍໄດ້ແລ້ວ ຂ້ານ້ອຍຢາກໃຫ້ທ່ານກັບຮາມານມາເປັນແຂກໃນງານກິນລ້ຽງ ທີ່ຂ້ານ້ອຍຈະຈັດຂຶ້ນອີກສຳລັບທ່ານໃນມື້ອື່ນ. ໃນເວລານັ້ນ ຂ້ານ້ອຍຈຶ່ງຈະບອກທ່ານວ່າ ຂ້ານ້ອຍຕ້ອງການຫຍັງ.” ຮາມານວາງແຜນປອງຮ້າຍມໍເດໄກ 9 ເມື່ອຮາມານອອກຈາກງານກິນລ້ຽງໄປ ລາວກໍດີໃຈ ແລະມີອາຣົມດີ. ແຕ່ແລ້ວລາວກໍເຫັນມໍເດໄກຢູ່ທາງເຂົ້າວັງ. ໃນຂະນະທີ່ລາວຍ່າງຜ່ານໄປນັ້ນ ມໍເດໄກບໍ່ໄດ້ລຸກຂຶ້ນ ຫລືສະແດງຄວາມເຄົາຣົບແຕ່ຢ່າງໃດ ລາວຈຶ່ງໂກດຮ້າຍມໍເດໄກທີ່ສຸດ. 10 ແຕ່ລາວໄດ້ລະງັບຕົວເອງໄວ້ ແລະຍ່າງເມືອເຮືອນ. ແລ້ວລາວກໍເຊີນເອົາໝູ່ຂອງລາວມາທີ່ເຮືອນ ແລະຂໍໃຫ້ນາງເຊເຣເຊເມຍຂອງຕົນ ມາຮ່ວມນຳພວກເຂົາດ້ວຍ. 11 ລາວໄດ້ເວົ້າອວດຕໍ່ພວກເຂົາວ່າ ຕົນເປັນຄົນຮັ່ງມີແລະມີລູກຊາຍຫລາຍຄົນ ແລະວ່າກະສັດໄດ້ແຕ່ງຕັ້ງຕົນໃຫ້ເປັນຂ້າຣາຊການຊັ້ນສູງ ແລະບອກວ່າຕົນເປັນຄົນສຳຄັນກວ່າຂ້າຣາຊການຄົນອື່ນໆຂອງກະສັດ. 12 ຮາມານເວົ້າຕໍ່ໄປອີກວ່າ, “ຍິ່ງໄປກວ່ານີ້ອີກ ຣາຊີນີເອສະເທີຍັງໄດ້ຈັດງານກິນລ້ຽງສຳລັບກະສັດ ແລະຂ້ອຍເອງແຕ່ເທົ່ານັ້ນ ແລະຣາຊີນີຍັງໄດ້ເຊີນກະສັດ ແລະຂ້ອຍໄປອີກໃນມື້ອື່ນ. 13 ແຕ່ສິ່ງເຫຼົ່ານີ້ບໍ່ມີຄວາມໝາຍຫຍັງຕໍ່ຂ້ອຍດອກ ຕາບໃດທີ່ຂ້ອຍເຫັນວ່າມໍເດໄກຄົນຢິວຜູ້ນັ້ນ ຍັງນັ່ງຢູ່ທີ່ທາງເຂົ້າຂອງວັງ.” 14 ດັ່ງນັ້ນ ເມຍຂອງລາວພ້ອມທັງໝູ່ເພື່ອນຈຶ່ງແນະນຳວ່າ, “ເປັນຫຍັງທ່ານຈຶ່ງບໍ່ໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນສູງ 22 ແມັດ? ແລະໃນມື້ອື່ນເຊົ້າ ໃຫ້ທ່ານຂໍນຳກະສັດແຂວນຄໍມໍເດໄກໃສ່ຫັ້ນ ແລ້ວຈຶ່ງໄປໃນງານກິນລ້ຽງດ້ວຍຄວາມສະບາຍໃຈ.” ຮາມານຄິດວ່າເປັນຄວາມຄິດທີ່ດີ; ສະນັ້ນ ລາວຈຶ່ງໃຫ້ເຂົາສ້າງບ່ອນແຂວນຄໍຂຶ້ນ. |
@ 2012 United Bible Societies. All Rights Reserved.