Biblia Todo Logo
Bìoball air-loidhne

- Sanasan -

ເອສະເທີ 4 - ພຣະຄຳພີສັກສິ


ມໍເດໄກ​ຂໍຮ້ອງ​ໃຫ້​ເອສະເທີ​ຊ່ວຍເຫລືອ

1 ເມື່ອ​ມໍເດໄກ​ໄດ້​ຮູ້​ເຖິງ​ເລື່ອງ​ທັງໝົດ​ນັ້ນ​ແລ້ວ ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ຂົມຂື່ນ​ໃຈ. ແລ້ວ​ລາວ​ກໍ​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ, ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລະ​ຍ່າງ​ຜ່ານ​ເມືອງ​ໄປ ທັງ​ຄໍ່າຄວນ​ດ້ວຍ​ສຽງດັງ ແລະ​ຢ່າງ​ຂົມຂື່ນ

2 ຈົນ​ມາ​ຮອດ​ປະຕູ​ທາງ​ເຂົ້າ​ວັງ. ລາວ​ເຂົ້າ​ໄປ​ຂ້າງ​ໃນ​ວັງ​ບໍ່ໄດ້ ເພາະ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ວັງ.

3 ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.

4 ເມື່ອ​ສາວໃຊ້​ຂອງ​ນາງ​ເອສະເທີ ແລະ​ພວກ​ຊາຍ​ຕອນ​ໄດ້​ມາ​ບອກ​ເອສະເທີ​ເຖິງ​ສິ່ງ​ທີ່​ມໍເດໄກ​ກຳລັງ​ກະທຳ ນາງ​ກໍ​ເປັນທຸກໃຈ​ຫລາຍ. ນາງ​ໄດ້​ສົ່ງ​ເຄື່ອງນຸ່ງ​ໄປ​ໃຫ້​ມໍເດໄກ​ໃສ່​ແທນ​ຜ້າ​ກະສອບເຂົ້າ ແຕ່​ລາວ​ບໍ່​ຍອມ​ຮັບ.

5 ແລ້ວ​ນາງ​ກໍ​ເອີ້ນ​ເອົາ​ຮາທາດ​ມາ​ພົບ ຄື​ຊາຍ​ຕອນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ກະສັດ​ໃຫ້​ເປັນ​ຄົນ​ຮັບໃຊ້​ຂອງ​ນາງ. ນາງ​ໄດ້​ບອກ​ໃຫ້​ລາວ​ໄປ​ຖາມ​ມໍເດໄກ​ເບິ່ງ​ວ່າ ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ແລະ​ດ້ວຍເຫດໃດ.

6 ຮາທາດ​ກໍ​ໄປ​ຫາ​ມໍເດໄກ​ທີ່​ສີ່ແຍກ​ກາງເມືອງ​ທາງ​ເຂົ້າ​ວັງ.

7 ມໍເດໄກ​ໄດ້​ບອກ​ລາວ​ທຸກສິ່ງ​ຕາມ​ທີ່​ເກີດຂຶ້ນ​ນັ້ນ ແລະ​ບອກ​ເຖິງ​ຈຳນວນ​ເງິນ​ທີ່​ຮາມານ​ໄດ້​ສັນຍາ​ຈະ​ໃສ່​ໃນ​ຄັງ​ຫລວງ ຖ້າ​ຊາວຢິວ​ທຸກຄົນ​ຖືກ​ຂ້າ.

8 ລາວ​ຍັງ​ເອົາ​ສຳເນົາ​ຄຳ​ປະກາດ​ສັ່ງ​ທຳລາຍ​ລ້າງຜານ​ຊາວຢິວ ທີ່​ອອກ​ດຳລັດ​ໃນ​ນະຄອນ​ຊູຊາ​ໃຫ້​ຮາທາດ. ມໍເດໄກ​ຂໍ​ລາວ​ໃຫ້​ຖື​ເອົາ​ສຳເນົາ​ຄຳ​ປະກາດ​ນັ້ນ​ໄປ​ຫາ​ເອສະເທີ ແລະ​ອະທິບາຍ​ສະຖານະການ​ສູ່​ນາງ​ຟັງ ແລະ​ບອກ​ນາງ​ໄປ​ຂໍຮ້ອງ​ນຳ​ກະສັດ​ໃຫ້​ເມດຕາ​ຊົນຊາດ​ຂອງ​ນາງ.

9 ຮາທາດ​ໄດ້​ປະຕິບັດ​ຕາມ

10 ແລະ​ເອສະເທີ​ກໍ​ໃຫ້​ລາວ​ນຳ​ເອົາ​ຖ້ອຍຄຳ ຄືນ​ມາ​ບອກ​ມໍເດໄກ​ວ່າ:

11 “ຖ້າ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວັງ ເພື່ອ​ພົບ​ກະສັດ​ໂດຍ​ບໍ່ໄດ້​ຖືກ​ເອີ້ນ​ມາ ຈະ​ຕ້ອງ​ຕາຍ. ນັ້ນແຫລະ ຄື​ກົດໝາຍ; ທຸກໆ​ຄົນ​ນັບ​ຕັ້ງແຕ່​ພວກ​ທີ່ປຶກສາ​ຂອງ​ກະສັດ ຈົນເຖິງ​ປະຊາຊົນ​ຕາມ​ແຂວງ​ຕ່າງໆ ກໍ​ຮູ້ຈັກ​ກົດໝາຍ​ນີ້. ມີ​ທາງດຽວ​ທີ່​ເວັ້ນຈາກ​ກົດໝາຍ​ນີ້​ໄດ້ ຄື​ຖ້າ​ກະສັດ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຜູ້ໃດ ເພິ່ນ​ຈະ​ໄວ້​ຊີວິດ​ຂອງ​ຜູ້ນັ້ນ. ແຕ່​ເປັນ​ເວລາ​ໜຶ່ງ​ເດືອນ​ແລ້ວ ທີ່​ກະສັດ​ບໍ່ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ.”

12 ເມື່ອ​ມໍເດໄກ​ຮັບ​ຂ່າວ​ຈາກ​ເອສະເທີ

13 ລາວ​ຈຶ່ງ​ສົ່ງ​ຄຳເຕືອນ​ໄປ​ບອກ​ນາງ​ດັ່ງນີ້: “ຢ່າ​ຄິດ​ວາດພາບ​ເອົາ​ວ່າ ເຈົ້າ​ປອດໄພ​ກວ່າ​ຊາວຢິວ​ຄົນອື່ນໆ​ເພາະ​ເຈົ້າ​ຢູ່​ໃນ​ວັງ.

14 ໃນ​ເວລາ​ຢ່າງ​ນີ້​ຖ້າ​ເຈົ້າ​ມິດງຽບ​ຢູ່ ສະຫວັນ​ຈະ​ຊ່ວຍເຫລືອ​ພວກ​ຢິວ ແລະ​ພວກເຂົາ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຝ່າຍ​ເຈົ້າ​ຈະ​ຕາຍ ແລະ​ຄອບຄົວ​ຂອງ​ພໍ່​ເຈົ້າ​ກໍ​ຈະ​ເຖິງ​ຈຸດຈົບ. ບາງທີ​ການ​ທີ່​ເຈົ້າ​ໄດ້​ເປັນ​ຣາຊີນີ​ກໍ​ເພື່ອ​ໃນ​ຍາມ​ຄັບຂັນ​ເຊັ່ນນີ້ແຫລະ ໃຜ​ຈະ​ຮູ້​ໄດ້?”

15 ແລ້ວ​ເອສະເທີ​ກໍ​ສົ່ງ​ຂໍ້ຄວາມ​ໄປ​ບອກ​ມໍເດໄກ​ວ່າ:

16 “ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”

17 ແລ້ວ​ມໍເດໄກ​ກໍ​ໄດ້ອອກ​ໄປ ແລະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເອສະເທີ​ໄດ້​ບອກ​ຕົນ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan