Biblia Todo Logo
Bìoball air-loidhne

- Sanasan -

ເອສະເທີ 3 - ພຣະຄຳພີສັກສິ


ຮາມານ​ວາງແຜນ​ທຳລາຍ​ຊາວຢິວ

1 ໃນ​ເວລາ​ຕໍ່ມາ ກະສັດ​ເຊເຊັດ​ໄດ້​ເລື່ອນຊັ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຮາມານ​ເປັນ​ລູກຊາຍ​ຂອງ​ຮາມເມດາທາ ເປັນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາກັກ. ໃຫ້​ມີ​ຕຳແໜ່ງ​ສູງຂື້ນ​ແລະ​ໃຫ້​ນັ່ງ​ສູງ​ກວ່າ​ເຈົ້ານາຍ​ທັງຫລາຍ​ທີ່​ຢູ່​ນຳກັນ.

2 ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ຂ້າຣາຊການ​ທັງໝົດ​ຂອງຕົນ ສະແດງ​ຄວາມ​ເຄົາຣົບ​ຕໍ່​ຮາມານ​ໂດຍ​ໃຫ້​ຄຸເຂົ່າ​ກົ້ມຂາບ​ລາວ. ທຸກຄົນ​ກໍໄດ້​ເຮັດ​ຕາມ, ແຕ່​ມໍເດໄກ​ບໍ່ຍອມ​ເຮັດ​ຕາມ.

3 ຂ້າຣາຊການ​ຄົນອື່ນ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ບໍ່​ຍອມ​ຟັງ​ຄຳສັ່ງ​ຂອງ​ກະສັດ?”

4 ທຸກໆ​ມື້​ໃດ ພວກເຂົາ​ກໍ​ຊັກຊວນ​ລາວ​ໃຫ້​ຍອມ​ເຮັດ​ຕາມ ແຕ່​ລາວ​ບໍ່​ຍອມ​ຟັງຄວາມ​ຂອງ​ພວກເຂົາ. ລາວ​ອະທິບາຍ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ ຂ້ອຍ​ບໍ່​ອາດ​ກົ້ມຂາບ​ຮາມານ​ໄດ້​ດອກ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ບອກ​ໃຫ້​ຮາມານ​ຮູ້​ໃນ​ເລື່ອງ​ນີ້ ເພື່ອ​ຢາກ​ຈະ​ຮູ້​ວ່າ​ລາວ​ຈະ​ທົນ​ຕໍ່​ການ​ທີ່​ມໍເດໄກ​ປະພຶດ​ໄດ້​ຢ່າງໃດ.

5 ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ

6 ແລະ​ເມື່ອ​ຮູ້​ອີກ​ວ່າ​ມໍເດໄກ​ເປັນ​ຄົນ​ຢິວ ລາວ​ຈຶ່ງ​ຕັດສິນໃຈ​ລົງໂທດ​ບໍ່ແມ່ນແຕ່​ມໍເດໄກ​ຄົນ​ດຽວ​ເທົ່ານັ້ນ ແຕ່​ລົງໂທດ​ຫລາຍ​ຄົນ. ລາວ​ວາງແຜນ​ຂ້າ​ຊາວຢິວ​ທຸກຄົນ​ທີ່​ຢູ່​ທົ່ວ​ໄປ​ໃນ​ອານາຈັກ​ເປີເຊຍ.

7 ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ໜຶ່ງ​ອັນ​ກົງ​ກັບ​ເດືອນ​ນີຊານ ຮາມານ​ໄດ້​ສັ່ງ​ໃຫ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ, “ປູຣິມ”) ເພື່ອ​ຫາ​ມື້​ດີ, ເດືອນ​ດີ ໃນ​ການ​ດຳເນີນ​ແຜນ​ປອງຮ້າຍ​ຂອງຕົນ. ແລ້ວ​ກໍ​ຕົກ​ຖືກ​ວັນ​ທີ​ສິບສາມ​ຂອງ​ເດືອນ​ສິບສອງ ອັນ​ກົງ​ກັບ​ເດືອນ​ອາດາກ .

8 ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.

9 ຂ້າແດ່​ພະຣາຊາ ຖ້າ​ທ່ານ​ເຫັນພ້ອມ ຂໍ​ທ່ານ​ຈົ່ງ​ອອກ​ຄຳສັ່ງ​ສັງຫານ​ຄົນ​ເຫຼົ່ານີ້​ເສຍ. ຖ້າ​ທ່ານ​ເຮັດ​ຕາມ ຂ້ານ້ອຍ​ຂໍ​ຮັບຮອງ​ວ່າ​ຈະ​ສາມາດ​ນຳ​ເງິນ 340 ໂຕນ ເຂົ້າ​ມາ​ໄວ້​ໃນ​ຄັງຫລວງ​ໄດ້ ເພື່ອ​ບໍລິຫານ​ຣາຊການ​ຂອງ​ອານາຈັກ.”

10 ກະສັດ​ຈຶ່ງ​ຖອດ​ແຫວນ​ຂອງ​ເພິ່ນ​ອອກ ຊຶ່ງ​ໃຊ້​ປະທັບ​ຂໍ້​ປະກາດ​ໃຫ້​ເປັນ​ທາງການ ແລະ​ໄດ້​ມອບ​ປະກາດ​ນັ້ນ​ໃຫ້​ສັດຕູ​ຂອງ​ຊາວຢິວ ຄື​ຮາມານ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ເປັນ​ເຊື້ອສາຍ​ຂອງ​ອາກັກ.

11 ກະສັດ​ໄດ້​ບອກ​ລາວ​ວ່າ, “ປະຊາຊົນ ແລະ​ເງິນ​ຂອງ​ພວກເຂົາ​ກໍ​ເປັນ​ຂອງ​ເຈົ້າ ຈົ່ງ​ເຮັດ​ກັບ​ພວກເຂົາ​ຕາມ​ໃຈຊອບ​ເທີ້ນ.”

12 ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.

13 ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.

14 ຄຳ​ປະກາດ​ໄດ້​ຖືກ​ແຈ້ງ​ໄປ​ທົ່ວ​ທຸກ​ແຂວງ ເພື່ອ​ວ່າ​ທຸກຄົນ​ຈະ​ຕຽມພ້ອມ​ເມື່ອ​ມື້​ນັ້ນ​ມາ​ເຖິງ.

15 ຄຳ​ປະກາດ​ທາງ​ຣາຊການ​ໄດ້​ຖືກ​ແຈ້ງ​ອອກ​ໄປ​ທົ່ວ​ເມືອງ​ເອກຊູຊາ ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ຂ່າວ​ໄປ​ຍັງ​ແຂວງ​ຕ່າງໆ​ຕາມ​ຄຳສັ່ງ​ຂອງ​ກະສັດ. ສ່ວນ​ກະສັດ​ແລະ​ຮາມານ​ກໍ​ນັ່ງ​ດື່ມເຫຼົ້າ ໃນ​ຂະນະທີ່​ເມືອງເອກ​ຊູຊາ​ເກີດ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan