Biblia Todo Logo
Bìoball air-loidhne

- Sanasan -

ເອສະເທີ 2 - ພຣະຄຳພີສັກສິ


ນາງ​ເອສະເທີ​ຂຶ້ນ​ເປັນ​ຣາຊີນີ

1 ຕໍ່ມາ ເຖິງ​ແມ່ນ​ຄວາມ​ຄຽດຮ້າຍ​ຂອງ​ກະສັດ​ໄດ້​ເຢັນ​ລົງ​ແລ້ວ​ກໍຕາມ ແຕ່​ເພິ່ນ​ຍັງ​ຄິດເຖິງ​ຄວາມ​ປະພຶດ​ຂອງ​ຣາຊີນີ​ວາຊະຕີ ແລະ​ທັງ​ຄິດເຖິງ​ຄຳ​ປະກາດ​ຕໍ່ຕ້ານ​ນາງ​ດ້ວຍ.

2 ສະນັ້ນ ທີ່ປຶກສາ​ຜູ້​ໃກ້ຊິດ​ຂອງ​ກະສັດ​ບາງຄົນ​ຈຶ່ງ​ແນະນຳ​ເພິ່ນ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ບໍ່​ໃຫ້​ຄົນ​ອອກ​ໄປ​ຊອກ​ຫາ​ຍິງສາວ​ບາງຄົນ​ຜູ້​ບໍຣິສຸດ ແລະ​ສວຍງາມ?

3 ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.

4 ແລ້ວ​ກໍ​ໃຫ້​ທ່ານ​ເອົາ​ຍິງ​ຜູ້ໜຶ່ງ​ທີ່​ທ່ານ​ມັກ​ທີ່ສຸດ ມາ​ເປັນ​ຣາຊີນີ​ແທນ​ນາງ​ວາຊະຕີ.” ກະສັດ​ເຫັນ​ວ່າ​ເປັນ​ການ​ແນະນຳ​ທີ່ດີ; ສະນັ້ນ ເພິ່ນ​ຈຶ່ງ​ປະຕິບັດ​ຕາມ.

5 ໃນ​ນະຄອນ​ຊູຊາ​ນີ້ ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ​ມໍເດໄກ​ລູກຊາຍ​ຂອງ​ຢາອີ; ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເບັນຢາມິນ ແລະ​ເປັນ​ເຊື້ອສາຍ​ຂອງ​ກີເຊ​ແລະ​ຊີເມອີ.

6 ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ເປັນ​ຊະເລີຍ​ພ້ອມທັງ​ກຸ່ມ​ຊະເລີຍ​ອື່ນ​ນັ້ນ ມໍເດໄກ​ກໍ​ຖືກ​ຈັບ​ມາ​ກັບ​ພວກເຂົາ​ດ້ວຍ.

7 ລາວ​ມີ​ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ ເອສະເທີ ແລະ​ນາງ​ມີ​ຊື່​ເປັນ​ພາສາ​ເຮັບເຣີ​ວ່າ ຮາດາສາ; ນາງ​ເປັນ​ຍິງສາວ​ທີ່​ມີ​ຮູບຮ່າງ​ສວຍງາມ. ເມື່ອ​ພໍ່​ແມ່​ນາງ​ຕາຍໄປ ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ລ້ຽງ​ເປັນ​ດັ່ງ​ລູກສາວ​ຂອງ​ຕົນເອງ.

8 ເມື່ອ​ກະສັດ​ໄດ້​ອອກ​ດຳລັດ​ໃໝ່​ແລ້ວ ກໍໄດ້​ມີ​ຍິງສາວ​ຫລາຍ​ຄົນ​ຖືກ​ນຳ​ຕົວ​ມາ​ທີ່​ນະຄອນ​ຊູຊາ ແລະ​ເອສະເທີ​ກໍ​ຮ່ວມ​ຢູ່​ກັບ​ພວກເຂົາ​ດ້ວຍ. ນາງ​ຖືກ​ພາ​ມາ​ຢູ່​ໃນ​ວັງ ພາຍໃຕ້​ຄວາມ​ດູແລ​ຂອງ​ເຮໄກ ຜູ້​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.

9 ເຮໄກ​ພໍໃຈ​ໃນ​ຕົວ​ນາງ​ເອສະເທີ ແລະ​ໃຫ້​ຄວາມ​ກະລຸນາ​ແກ່​ນາງ. ເຮໄກ​ຈຶ່ງ​ເລີ່ມ​ຕົບແຕ່ງ​ຄວາມງາມ​ຂອງ​ນາງ​ໂດຍ​ການ​ນວດ​ຮ່າງກາຍ ແລະ​ໃຫ້​ນາງ​ກິນ​ອາຫານ​ພິເສດ. ລາວ​ໃຫ້​ນາງ​ຢູ່​ໃນ​ບ່ອນ​ດີທີ່ສຸດ​ໃນ​ໂຮງ​ຂອງ​ພວກ​ນາງ​ສະໜົມ ແລະ​ແຕ່ງຕັ້ງ​ຜູ້ຍິງ​ເຈັດ​ຄົນ​ເປັນ​ພິເສດ​ຈາກ​ວັງ​ໃຫ້​ເປັນ​ຜູ້ຮັບໃຊ້​ນາງ.

10 ສ່ວນ​ມໍເດໄກ​ກໍໄດ້​ແນະນຳ​ນາງ​ເອສະເທີ ໃຫ້​ປິດ​ເປັນ​ຄວາມ​ລັບ​ເລື່ອງ​ທີ່​ຕົນ​ເປັນ​ຄົນ​ຢິວ.

11 ທຸກ​ມື້ໃດ ມໍເດໄກ​ໄດ້​ຍ່າງ​ໄປມາ​ຕໍ່ໜ້າ​ເດີ່ນ​ຂອງ​ໂຮງ​ພວກ​ນາງ​ສະໜົມ ເພື່ອ​ຢາກ​ຮູ້​ວ່າ​ເອສະເທີ​ເປັນ​ຢູ່​ຢ່າງໃດ ແລະ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ນາງ.

12 ຕາມ​ທຳມະດາ​ແລ້ວ ການ​ຕົບແຕ່ງ​ຄວາມງາມ​ຂອງ​ຜູ້ຍິງ​ມີ​ກຳນົດ​ໄດ້​ໜຶ່ງ​ປີ​ຄື: ຫົກ​ເດືອນ​ເປັນ​ການ​ນວດກາຍ​ດ້ວຍ​ນໍ້າມັນ​ກຳຍານ ແລະ​ອີກ​ຫົກ​ເດືອນ​ຕໍ່ມາ ເປັນ​ການ​ນວດ​ດ້ວຍ​ນໍ້າມັນ​ຫອມ. ຫລັງຈາກ​ນີ້ ຍິງ​ແຕ່ລະຄົນ​ແມ່ນ​ຈະ​ຖືກ​ນຳ​ຕົວ​ເປັນ​ຜຽນ​ເຂົ້າ​ໄປ​ຫາ​ກະສັດ​ເຊເຊັດ.

13 ຕອນ​ທີ່​ນາງ​ອອກ​ຈາກ​ໂຮງ​ຂອງ​ພວກ​ນາງ​ສະໜົມ​ໄປ​ທີ່​ວັງ​ນັ້ນ ນາງ​ນຸ່ງ​ຫຍັງ​ກໍໄດ້​ຕາມໃຈ.

14 ນາງ​ໄປ​ທີ່​ນັ້ນ​ໃນ​ເວລາ​ຄໍ່າ ແລະ​ເຊົ້າ​ມື້​ໃໝ່​ມາ ນາງ​ຖືກ​ນຳ​ຕົວ​ກັບໄປ​ທີ່​ໂຮງ​ຂອງ​ນາງ​ສະໜົມ​ແຫ່ງ​ອື່ນ ແລະ​ໃຫ້​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ຊາອາຊະກາດ ຊາຍ​ຕອນ​ຜູ້​ກຳກັບ​ບັນດາ​ເມຍນ້ອຍ​ຂອງ​ກະສັດ. ນາງ​ຈະ​ບໍ່ໄດ້​ເຂົ້າ​ໄປ​ຫາ​ກະສັດ​ອີກ ນອກຈາກ​ວ່າ​ກະສັດ​ພໍໃຈ​ໃນ​ຕົວນາງ ແລະ​ເອີ້ນ​ຊື່​ຂອງ​ນາງ​ໃຫ້​ເຂົ້າ​ໄປ​ຫາ.

15 ເວລາ​ຂອງ​ເອສະເທີ​ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ​ກໍໄດ້​ມາ​ເຖິງ. ເອສະເທີ​ເປັນ​ລູກສາວ​ຂອງ​ອາບີໄຮ ແລະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ມໍເດໄກ ພໍ່​ລ້ຽງ​ຂອງ​ນາງ. ເມື່ອ​ທຸກຄົນ​ເຫັນ​ເອສະເທີ​ຕ່າງ​ກໍ​ຊົມເຊີຍ​ນາງ. ເມື່ອ​ຜຽນ​ຂອງ​ນາງ​ມາ​ເຖິງ ນາງ​ໄດ້​ນຸ່ງ​ເຄື່ອງ​ຕາມ​ຄຳແນະນຳ​ຂອງ​ເຮໄກ ຊາຍ​ຕອນ​ຜູ້​ທີ່​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.

16 ສະນັ້ນ ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ທີ​ສິບ​ອັນ​ກົງ​ກັບ​ເດືອນ​ເຕເບັດ ນາງ​ເອສະເທີ​ກໍໄດ້​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ວັງ​ເພື່ອ​ພົບ​ກະສັດ.

17 ກະສັດ​ພໍໃຈ​ນາງ​ຫລາຍກວ່າ​ຍິງສາວ​ຄົນອື່ນໆ ແລະ​ນາງ​ໄດ້​ຮັບ​ຄວາມ​ກະລຸນາ ແລະ​ຄວາມ​ຮັກ​ຈາກ​ກະສັດ ຫລາຍກວ່າ​ຍິງ​ສາວ​ຄົນອື່ນໆ. ເພິ່ນ​ສວມ​ມົງກຸດ​ໃສ່​ຫົວ​ນາງ ແລະ​ແຕ່ງຕັ້ງ​ນາງ​ໃຫ້​ເປັນ​ຣາຊີນີ​ແທນ​ຣາຊີນີ​ວາຊະຕີ.

18 ແລ້ວ​ກະສັດ​ກໍ​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ເພື່ອ​ເປັນ​ກຽດ​ແກ່​ນາງ​ເອສະເທີ ແລະ​ໄດ້​ເຊີນ​ບັນດາ​ຂ້າຣາຊການ​ພ້ອມ​ທັງ​ພວກ​ບໍລິຫານ​ທຸກຄົນ​ຂອງຕົນ ມາ​ຮ່ວມ​ໃນ​ງານ​ນີ້. ເພິ່ນ​ໄດ້​ປະກາດ​ໃຫ້​ມື້​ນັ້ນ​ເປັນ​ມື້​ຢຸດ​ພັກ ໃນ​ທຸກ​ແຂວງ ແລະ​ເພິ່ນ​ໄດ້​ແຈກ​ຂອງຂວັນ​ໃຫ້​ຄົນ​ຢ່າງ​ໃຈ​ກວ້າງຂວາງ ສົມ​ກັບ​ເປັນ​ກະສັດ.


ມໍເດໄກ​ຊ່ວຍ​ຊີວິດ​ຂອງ​ກະສັດ

19 ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ກໍ​ແຕ່ງຕັ້ງ​ມໍເດໄກ​ໃຫ້​ຮັບ​ຕຳແໜ່ງ​ບໍລິຫານ​ຣາຊການ.

20 ສ່ວນ​ເອສະເທີ ນາງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຜູ້ໃດ​ຮູ້​ວ່າ​ຕົນ​ເປັນ​ຄົນ​ຢິວ. ມໍເດໄກ​ບອກ​ນາງ​ບໍ່​ໃຫ້​ບອກ​ຜູ້ໃດ​ໝົດ ແລະ​ນາງ​ກໍ​ຟັງຄວາມ​ຂອງ​ມໍເດໄກ​ໃນ​ເລື່ອງ​ນີ້ ດັ່ງ​ນາງ​ໄດ້​ເຄີຍ​ຟັງຄວາມ​ຂອງ​ລາວ​ມາ​ຕັ້ງແຕ່​ຍັງ​ນ້ອຍ ໃນ​ຄາວ​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ລາວ​ນັ້ນ.

21 ໃນ​ລະຫວ່າງ​ທີ່​ມໍເດໄກ​ຮັບ​ຕຳແໜ່ງ​ຢູ່​ໃນ​ວັງ​ນັ້ນ​ກໍ​ມີ​ຊາຍ​ຕອນ​ສອງ​ຄົນ​ຄື: ບິກທານ ແລະ​ເຕເຣເຊ ເປັນ​ຄົນ​ເຝົ້າ​ປະຕູ​ຫ້ອງ​ນອນ​ຂອງ​ກະສັດ. ພວກເຂົາ​ເປັນ​ສັດຕູ​ຕໍ່​ກະສັດ​ເຊເຊັດ ແລະ​ວາງແຜນ​ທີ່​ຈະ​ຂ້າ​ເພິ່ນ.

22 ມໍເດໄກ​ຮູ້​ເລື່ອງ​ນີ້​ຈຶ່ງ​ບອກ​ໃຫ້​ຣາຊີນີ​ເອສະເທີ​ຮູ້​ນຳ ນາງ​ໄດ້​ບອກ​ກະສັດ​ໃນ​ເລື່ອງ​ທີ່​ມໍເດໄກ​ໄດ້​ຮູ້​ນັ້ນ.

23 ກະສັດ​ໄດ້​ສັ່ງ​ໃຫ້​ມີ​ການ​ສືບສວນ ແລະ​ພົບ​ວ່າ​ຄຳ​ລາຍງານ​ນັ້ນ​ເປັນ​ຄວາມຈິງ; ສະນັ້ນ ຊາຍ​ທັງສອງ​ຈຶ່ງ​ຖືກ​ແຂວນຄໍ​ທີ່​ເທິງ​ຫລັກໄມ້. ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ຈົດ​ເຫດການ​ນີ້​ໄວ້ ເປັນ​ທາງການ​ໃນ​ປຶ້ມ​ບັນທຶກ​ຂອງ​ກະສັດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan