ເອສະເທີ 1 - ພຣະຄຳພີສັກສິຣາຊີນີວາຊະຕີຂັດຂືນຄຳສັ່ງຂອງກະສັດເຊເຊັດ 1 ເຫດການຊຶ່ງມີກ່າວໃນທີ່ນີ້ແມ່ນເກີດຂຶ້ນໃນຣາຊການຂອງກະສັດເຊເຊັດ ຜູ້ທີ່ໄດ້ປົກຄອງ 127 ແຂວງ ຕັ້ງແຕ່ອິນເດຍເຖິງຊູດານ. 2 ໃນສະໄໝນັ້ນ ກະສັດເຊເຊັດໄດ້ໃຊ້ອຳນາດການປົກຄອງຈາກພຣະທີ່ນັ່ງຂອງເພິ່ນທີ່ເມືອງເອກຊູຊາ. 3 ໃນຣາຊການປີທີສາມ ເພິ່ນໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຂ້າຣາຊການແລະພວກບໍລິຫານງານທັງໝົດຂອງເພິ່ນ. ກອງທັບຂອງເປີເຊຍແລະເມເດຍກໍຢູ່ໃນທີ່ນັ້ນ ຕະຫລອດທັງບັນດາຜູ້ປົກຄອງແຂວງ ແລະພວກຂຸນນາງປະຈຳແຂວງຕ່າງໆ. 4 ເປັນເວລາຫົກເດືອນເຕັມ ທີ່ເພິ່ນໄດ້ສະແດງຄວາມຮັ່ງມີຂອງສຳນັກແຫ່ງຈັກກະພັດ ຕະຫລອດທັງຄວາມງົດງາມ ແລະການຄອງອຳນາດໃຫ້ແກ່ບັນດາຜູ້ທີ່ຖືກເຊີນມາໄດ້ເຫັນ. 5 ຫລັງຈາກນັ້ນ ກະສັດກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ທີ່ເມືອງເອກຊູຊາສຳລັບທຸກຄົນ ບໍ່ວ່າຮັ່ງມີຫລືຍາກຈົນ. ງານກິນລ້ຽງນີ້ໄດ້ຈັດຂຶ້ນໃນເດີ່ນຂອງສວນຂອງຣາຊວັງ ແລະດຳເນີນໄປຕະຫລອດໜຶ່ງອາທິດ. 6 ເດີ່ນຫຍ້າກໍຖືກຕົບແຕ່ງດ້ວຍຜ້າກັ້ງຝ້າຍສີຟ້າແລະສີຂາວ ຊຶ່ງໃຊ້ເຊືອກຜ້າປ່ານສີມ່ວງເກາະໃສ່ເສົາຫີນອ່ອນດ້ວຍຮ່ວງເງິນ. ມີຕັ່ງນວມຍາວທີ່ເຮັດດ້ວຍເງິນແລະຄຳ ຕັ້ງໄວ້ຕາມເດີ່ນ ຊຶ່ງປູດ້ວຍຫີນອ່ອນສີຂາວ, ຫີນມຸກສີແດງທີ່ເຫລື້ອມໃສ ແລະເພັດສີຟ້າ. 7 ເຄື່ອງດື່ມແມ່ນຖືກເຫຍັ້ນໃສ່ຈອກຄຳແຕ່ລະອັນບໍ່ຄືກັນ ແລະກະສັດກໍມີໃຈກວ້າງຂວາງແຈກຢາຍເຫຼົ້າອະງຸ່ນຂອງເພິ່ນ. 8 ຜູ້ທີ່ຖືກເຊີນມານັ້ນ ດື່ມໄດ້ຕາມໃຈມັກ; ກະສັດໄດ້ສັ່ງຄົນຮັບໃຊ້ຂອງຕົນ ແຈກຢາຍແກ່ທຸກຄົນໃຫ້ໄດ້ດື່ມຕາມທີ່ຕ້ອງການ. 9 ໃນເວລາດຽວກັນນັ້ນ ຣາຊີນີວາຊະຕີກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຜູ້ຍິງຢູ່ພາຍໃນວັງ. 10 ໃນມື້ທີເຈັດຂອງງານກິນລ້ຽງ ກະສັດມີອາຣົມເບີກບານມ່ວນຊື່ນ ຍ້ອນເຫຼົ້າອະງຸ່ນທີ່ເພິ່ນໄດ້ດື່ມ. ສະນັ້ນ ເພິ່ນຈຶ່ງເອີ້ນເອົາຊາຍຕອນເຈັດຄົນ ທີ່ເປັນຄົນຮັບໃຊ້ສ່ວນຕົວຂອງຕົນມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະກາກກັດ. 11 ເພິ່ນໄດ້ສັ່ງພວກເຂົາໃຫ້ພານາງວາຊະຕີ ທີ່ກຳລັງໃສ່ມົງກຸດແຫ່ງຣາຊີນີຢູ່ນັ້ນມາຫາຕົນ. ຣາຊີນີເປັນຍິງທີ່ງາມຫລາຍ ແລະກະສັດຢາກສະແດງໃຫ້ບັນດາຂ້າຣາຊການ ແລະແຂກທຸກໆຄົນທີ່ຖືກເຊີນມານັ້ນໄດ້ເຫັນຄວາມງາມຂອງຣາຊີນີ. 12 ແຕ່ເມື່ອບັນດາຄົນຮັບໃຊ້ບອກຣາຊີນີຕາມຄຳສັ່ງຂອງກະສັດແລ້ວ ຍານາງກໍປະຕິເສດທີ່ຈະມາ. ເລື່ອງນີ້ໄດ້ເຮັດໃຫ້ກະສັດຄຽດຮ້າຍຢ່າງໜັກ. 13 ບັດນີ້ ເປັນທຳນຽມຂອງກະສັດ ທີ່ຈະຕ້ອງຖາມຄວາມເຫັນຈາກຜູ້ຊ່ຽວຊານທາງດ້ານກົດໝາຍ. ສະນັ້ນ ເພິ່ນຈຶ່ງໄດ້ເອີ້ນບັນດາທີ່ປຶກສາຂອງເພິ່ນມາ ແລະຖາມວ່າຄວນຈະເຮັດຢ່າງໃດ. 14 ພວກທີ່ເພິ່ນຂໍຄຳປຶກສານຳເລື້ອຍໆ ມີດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເສນາ ແລະເມມູການ, ຄືຂ້າຣາຊການຊາວເປີເຊຍ ແລະຊາວເມເດຍເຈັດຄົນທີ່ເປັນພວກມີຕຳແໜ່ງສູງສຸດໃນອານາຈັກ. 15 ເພິ່ນໄດ້ກ່າວແກ່ພວກເຫຼົ່ານີ້ວ່າ, “ເຮົາຄືກະສັດແຫ່ງເຊເຊັດ ໄດ້ໃຊ້ຄົນໄປຫາຣາຊີນີວາຊະຕີພ້ອມດ້ວຍຄຳສັ່ງ ແຕ່ຣາຊີນີບໍ່ຍອມຟັງ ຕາມກົດໝາຍແລ້ວ ພວກເຮົາຄວນເຮັດຢ່າງໃດຕໍ່ນາງ?” 16 ແລ້ວເມມູການກໍໄດ້ຊີ້ແຈງຕໍ່ກະສັດ ແລະພວກຂ້າຣາຊການ ດັ່ງນີ້: “ຣາຊີນີວາຊະຕີບໍ່ພຽງແຕ່ໄດ້ໝິ່ນປະໝາດກະສັດເທົ່ານັ້ນ ແຕ່ຍັງໄດ້ໝິ່ນປະໝາດພວກຂ້າຣາຊການຂອງກະສັດຄືກັນ. ຕາມທີ່ຈິງແລ້ວ ຣາຊີນີໝິ່ນປະໝາດຊາຍທຸກຄົນໃນອານາຈັກດ້ວຍ 17 ຜູ້ຍິງທຸກຄົນທົ່ວທັງອານາຈັກຈະເລີ່ມດູຖູກຜົວຂອງຕົນ ພໍເມື່ອໄດ້ຍິນສິ່ງທີ່ຣາຊີນີປະພຶດ. ພວກເຂົາຈະເວົ້າກັນວ່າ, ‘ກະສັດແຫ່ງເຊເຊັດໄດ້ສັ່ງໃຫ້ຣາຊີນີມາຫາເພິ່ນ ແຕ່ຣາຊີນີປະຕິເສດທີ່ຈະມາ.’ 18 ເມື່ອເມຍຂອງບັນດາຂ້າຣາຊການປະຈຳວັງທີ່ເປີເຊຍແລະເມເດຍ ໄດ້ຍິນເຖິງຄວາມປະພຶດຂອງຣາຊີນີ ພວກເຂົາກໍຈະເວົ້າໃຫ້ຜົວຟັງໃນມື້ນັ້ນເອງ. ຢູ່ທົ່ວທຸກບ່ອນ ເມຍກໍຈະບໍ່ນັບຖືຜົວ ແລະຜົວຈະໂກດຮ້າຍເມຍຂອງຕົນ. 19 ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂໍຈົ່ງອອກດຳລັດປະກາດເປັນທາງການວ່າ ຣາຊີນີວາຊະຕີຈະເຂົ້າມາຫາກະສັດບໍ່ໄດ້ອີກຕໍ່ໄປ. ຈົ່ງຂຽນຄຳປະກາດນີ້ໄວ້ໃນກົດໝາຍຂອງເປີເຊຍແລະເມເດຍ ເພື່ອວ່າຈະບໍ່ມີການລົບລ້າງໄດ້ຈັກເທື່ອ. ແລ້ວໃຫ້ຍົກຕຳແໜ່ງຣາຊີນີແກ່ຍິງອື່ນທີ່ດີກວ່ານາງ. 20 ເມື່ອທົ່ວທັງອານາຈັກອັນກວ້າງໃຫຍ່ໄພສານນີ້ ໄດ້ຍິນເຖິງຄຳປະກາດຂອງທ່ານແລ້ວ; ຜູ້ຍິງທຸກຄົນກໍຈະປະຕິບັດຕໍ່ຜົວຂອງຕົນດ້ວຍຄວາມນັບຖື ບໍ່ວ່າຈະເປັນຄົນຮັ່ງມີຫລືຍາກຈົນກໍຕາມ.” 21 ກະສັດກັບພວກຂ້າຣາຊການກໍເຫັນພ້ອມໃນຄວາມຄິດຢ່າງນີ້ ແລະກະສັດກໍໄດ້ເຮັດຕາມທີ່ເມມູການແນະນຳ. 22 ເພິ່ນໄດ້ສົ່ງຈົດໝາຍອອກໄປຕາມແຕ່ລະແຂວງໃນຣາຊອານາຈັກ ເປັນພາສາ ແລະວິທີຂຽນທີ່ໃຊ້ກັນຕາມແຂວງນັ້ນໆ ໂດຍບອກວ່າ, ຜົວທຸກຄົນຈະຕ້ອງເປັນນາຍຢູ່ໃນເຮືອນຂອງຕົນ ແລະເວົ້າຈາດ້ວຍອຳນາດອັນເດັດຂາດ. |
@ 2012 United Bible Societies. All Rights Reserved.