ເອເຟໂຊ 6 - ພຣະຄຳພີສັກສິລະບຽບລະຫວ່າງລູກ ແລະ ພໍ່ແມ່ 1 ຝ່າຍບຸດທັງຫລາຍ ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນໃນອົງພຣະຜູ້ເປັນເຈົ້າ ເພາະເຮັດແນວນັ້ນເປັນການຖືກຕ້ອງ. 2 “ຈົ່ງນັບຖືບິດາມານດາຂອງຕົນ” ນີ້ເປັນຄຳສັ່ງຂໍ້ຕົ້ນທີ່ມີພຣະສັນຍາໄວ້ດ້ວຍ, 3 ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະມີອາຍຸໝັ້ນຍືນໃນດິນແດນນີ້. 4 ຝ່າຍພໍ່ແມ່ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ແຕ່ຈົ່ງອົບຮົມສັ່ງສອນພວກເຂົາຕາມລະບຽບ ແລະຫລັກຄຳສັ່ງສອນທຸກຢ່າງຂອງອົງພຣະຜູ້ເປັນເຈົ້າ. ລະບຽບລະຫວ່າງຄົນຮັບໃຊ້ ແລະ ນາຍ 5 ຜູ້ທີ່ເປັນຄົນຮັບໃຊ້ ຈົ່ງຍອມເຊື່ອຟັງນາຍຝ່າຍໂລກນີ້ ດ້ວຍຄວາມເຄົາຣົບຢຳເກງແລະດ້ວຍຄວາມຈິງໃຈ ເໝືອນເຊື່ອຟັງພຣະຄຣິດ. 6 ຢ່າສູ່ເຮັດພຽງແຕ່ເມື່ອຢູ່ຕໍ່ໜ້ານາຍ ເພາະຢາກໃຫ້ຖືກໃຈເພິ່ນ ແຕ່ຈົ່ງເຮັດດ້ວຍຄວາມເຕັມໃຈ ເໝືອນດັ່ງເປັນຜູ້ຮັບໃຊ້ຂອງພຣະຄຣິດ. 7 ຈົ່ງເຮັດໜ້າທີ່ຂອງຕົນດ້ວຍໃຈຊື່ນບານ ໃຫ້ເໝືອນກັບວ່າພວກເຈົ້າໄດ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ ແລະບໍ່ແມ່ນພຽງແຕ່ຮັບໃຊ້ມະນຸດເທົ່ານັ້ນ. 8 ຈົ່ງຈົດຈຳໄວ້ວ່າ ອົງພຣະຜູ້ເປັນເຈົ້າຈະໃຫ້ບຳເໜັດແກ່ທຸກຄົນ ສຳລັບຄວາມດີທີ່ເຂົາເຮັດ ບໍ່ວ່າຈະເປັນຄົນຮັບໃຊ້ ຫລືບໍ່ເປັນກໍຕາມ. 9 ຝ່າຍນາຍກໍຈົ່ງປະພຶດຕໍ່ຄົນຮັບໃຊ້ຂອງຕົນໃນທຳນອງດຽວກັນ ແລະຈົ່ງເຊົາຂູ່ເຂັນພວກເຂົາ ຈົ່ງຈົດຈຳໄວ້ວ່າ ພວກເຈົ້າແລະຄົນຮັບໃຊ້ຂອງພວກເຈົ້າ ກໍມີເຈົ້ານາຍຜູ້ດຽວກັນໃນສະຫວັນ ແລະພຣະອົງບໍ່ຊົງເລືອກໜ້າຜູ້ໃດ. ຍຸດທະພັນຄົບຊຸດຂອງພຣະເຈົ້າ 10 ສຸດທ້າຍນີ້ ຂໍໃຫ້ພວກເຈົ້າຈົ່ງມີກຳລັງເພີ່ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ. 11 ຈົ່ງສວມຍຸດທະພັນຄົບຊຸດ ຊຶ່ງພຣະເຈົ້າໂຜດປະທານໃຫ້ພວກເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງມານຮ້າຍໄດ້. 12 ດ້ວຍວ່າ, ພວກເຮົາບໍ່ໄດ້ຕໍ່ສູ້ກັບເລືອດແລະເນື້ອໜັງ ແຕ່ຕໍ່ສູ້ກັບເຫຼົ່າວິນຍານ ທີ່ມີອຳນາດຊົ່ວຮ້າຍໃນອາກາດສະຖານ ຄືຜູ້ຄອບຄອງ, ບັນດາຜູ້ມີອຳນາດ ແລະບັນດາເຫຼົ່າວິນຍານຜີຊົ່ວຮ້າຍທັງຫລາຍ ທີ່ຄອບຄອງຢູ່ໃນຍຸກມືດນີ້. 13 ເຫດສະນັ້ນ ຈົ່ງຮັບເອົາຍຸດທະພັນຄົບຊຸດ ຊຶ່ງມາຈາກພຣະເຈົ້າ ເພື່ອເຈົ້າທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ ແລະເມື່ອເຮັດແລ້ວຈະຢູ່ຢ່າງໝັ້ນຄົງໄດ້. 14 ເຫດສະນັ້ນ ເຈົ້າທັງຫລາຍຈົ່ງຢຶດໝັ້ນເອົາຄວາມຈິງຄາດແອວໄວ້ ເອົາຄວາມຊອບທຳເປັນເຄື່ອງປ້ອງກັນເອິກໄວ້ 15 ແລະເອົາຄວາມຕຽມພ້ອມຝ່າຍຂ່າວປະເສີດເລື່ອງສັນຕິສຸກມາສຸບໃສ່ຕີນ. 16 ແລະພ້ອມກັບສິ່ງທັງໝົດນີ້ ຈົ່ງຍົກເອົາຄວາມເຊື່ອເປັນເຂນ ດ້ວຍເຂນນັ້ນ ເຈົ້າທັງຫລາຍຈະສາມາດດັບລູກສອນໄຟທັງໝົດຂອງມານຊົ່ວຮ້າຍນັ້ນໃຫ້ມອດເສຍ. 17 ຈົ່ງເອົາຄວາມພົ້ນເປັນເຄື່ອງຄຽນປ້ອງກັນຫົວໄວ້ ແລະຈົ່ງຖືພຣະແສງຂອງພຣະວິນຍານ ຄືພຣະທຳຂອງພຣະເຈົ້າ. 18 ຈົ່ງພາວັນນາອະທິຖານ ແລະໄຫວ້ວອນທຸກຢ່າງ ຈົ່ງພາວັນນາອະທິຖານໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນ ດ້ວຍຄວາມພຽນທຸກຢ່າງ ຈົ່ງພາວັນນາອະທິຖານເພື່ອໄພ່ພົນທັງປວງຂອງພຣະເຈົ້າ. 19 ແລະພາວັນນາອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດມີໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເລື່ອງຂ່າວປະເສີດ, 20 ຍ້ອນຂ່າວປະເສີດນີ້ແຫຼະ ຂ້າພະເຈົ້າຈຶ່ງເປັນຣາຊທູດຜູ້ຕິດໂສ້ຢູ່ ເພື່ອຂ້າພະເຈົ້າຈະປະກາດຂ່າວປະເສີດນັ້ນ ດ້ວຍໃຈກ້າຫານຕາມທີ່ຂ້າພະເຈົ້າຄວນຈະກ່າວ. ຄຳທັກທາຍປາໄສສຸດທ້າຍ 21 ຕີຂີໂກ ພີ່ນ້ອງທີ່ຮັກແລະຜູ້ຮັບໃຊ້ທີ່ສັດຊື່ ໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ຈະເລົ່າເລື່ອງທັງໝົດກ່ຽວກັບຂ້າພະເຈົ້າສູ່ພວກເຈົ້າຟັງ ເພື່ອພວກເຈົ້າຈະໄດ້ຮູ້ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ. 22 ສະນັ້ນ ຂ້າພະເຈົ້າຈຶ່ງໃຊ້ລາວມາຫາພວກເຈົ້າ ເພື່ອແຈ້ງໃຫ້ພວກເຈົ້າຮູ້ວ່າພວກເຮົາທຸກຄົນເປັນຢູ່ຢ່າງໃດ ແລະເພື່ອໃຫ້ລາວໜູນໃຈພວກເຈົ້າ. 23 ຂໍໃຫ້ພີ່ນ້ອງຄຣິສຕຽນທຸກຄົນໄດ້ຮັບສັນຕິສຸກ ແລະຄວາມຮັກ ພ້ອມທັງຄວາມເຊື່ອຈາກພຣະເຈົ້າ ພຣະບິດາເຈົ້າກັບອົງພຣະເຢຊູຄຣິດເຈົ້າດ້ວຍເທີ້ນ. 24 ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳທຸກຄົນທີ່ຮັກອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຢ່າງບໍ່ຮູ້ເສື່ອມສູນ. |
@ 2012 United Bible Societies. All Rights Reserved.