ເອເຟໂຊ 5 - ພຣະຄຳພີສັກສິການດຳເນີນຊີວິດຢ່າງຄົນຢູ່ໃນຄວາມສະຫວ່າງ 1 ເພາະສະນັ້ນ ເຈົ້າທັງຫລາຍຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າ ເໝືອນເປັນບຸດທີ່ຊົງຮັກ. 2 ແລະ ຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເໝືອນດັ່ງພຣະຄຣິດໄດ້ຊົງຮັກເຈົ້າທັງຫລາຍ ແລະສະຫລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍ ທີ່ມີກິ່ນຫອມຫວານແກ່ພຣະເຈົ້າ. 3 ເນື່ອງຈາກພວກເຈົ້າເປັນໄພ່ພົນຂອງພຣະເຈົ້າ ໃນທ່າມກາງພວກເຈົ້າຈຶ່ງບໍ່ສົມຄວນທີ່ຈະເອີ່ຍເຖິງ, ເລື່ອງການຜິດສິນທຳທາງເພດທຸກຮູບແບບ, ການຊົ່ວຮ້າຍທຸກຢ່າງ ແລະຄວາມໂລພາຕັນຫາ. 4 ທັງຢ່າກ່າວຄຳຫຍາບຊ້າ, ຢ່າເວົ້າຢ່າງບໍ່ມີແກ່ນສານ ຫລືເວົ້າຕະຫລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ, ແຕ່ໃຫ້ມີການຂອບພຣະຄຸນດີກວ່າ. 5 ພວກເຈົ້າຄົງຮູ້ຈັກດີແລ້ວວ່າ ຜູ້ທີ່ຫຼິ້ນຊູ້, ຜູ້ທີ່ເວົ້າຫຍາບຊ້າ, ຜູ້ທີ່ໃຈໂລບ (ເໝືອນຂາບໄຫວ້ຮູບເຄົາຣົບ) ຈະບໍ່ໄດ້ມີສ່ວນໃນອານາຈັກຂອງພຣະຄຣິດ ແລະຂອງພຣະເຈົ້າຈັກເທື່ອ. 6 ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າດ້ວຍຄຳເວົ້າອັນໄຮ້ປະໂຫຍດ ເພາະຄວາມຜິດໃນສິ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຊົງຄຽດຮ້າຍຄົນທີ່ບໍ່ເຊື່ອຟັງພຣະອົງ. 7 ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫຼົ່ານີ້ຈັກເທື່ອ. 8 ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງອົງພຣະຜູ້ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມສະຫວ່າງແລ້ວ. 9 ດ້ວຍວ່າ, ຜົນຂອງຄວາມສະຫວ່າງນັ້ນ ຄືຄຸນຄວາມດີ ຄວາມຊອບທຳ ແລະຄວາມຈິງທຸກປະການ. 10 ເຈົ້າທັງຫລາຍຈົ່ງພະຍາຍາມຮຽນຮູ້ຈັກວ່າ, ເຮັດອັນໃດຈຶ່ງຈະເປັນທີ່ພໍພຣະໄທອົງພຣະຜູ້ເປັນເຈົ້າ. 11 ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫຼົ່ານັ້ນ ອອກມາສູ່ຄວາມສະຫວ່າງກໍດີກວ່າ. 12 ເພາະວ່າ ແມ່ນແຕ່ຈະເວົ້າເຖິງການເຫຼົ່ານັ້ນ ທີ່ພວກເຂົາເຮັດໃນທີ່ລັບລີ້ ກໍຍັງເປັນການໜ້າອາຍ. 13 ແຕ່ເມື່ອສິ່ງສາລະພັດຖືກເປີດເຜີຍອອກໂດຍຄວາມສະຫວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງ ກໍຄືຄວາມສະຫວ່າງ. 14 ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.” 15 ດັ່ງນັ້ນ ຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າໃຫ້ເປັນດັ່ງຄົນໄຮ້ປັນຍາ, ແຕ່ໃຫ້ເປັນດັ່ງຄົນມີປັນຍາ. 16 ຈົ່ງສວຍໂອກາດ ເພາະທຸກວັນນີ້ເປັນຄາວຊົ່ວຮ້າຍ. 17 ສະນັ້ນ ຢ່າສູ່ເປັນຄົນໂງ່ຈ້າ ແຕ່ຈົ່ງຊອກຮູ້ວ່າ ສິ່ງໃດທີ່ອົງພຣະຜູ້ເປັນເຈົ້າຢາກໃຫ້ພວກເຈົ້າເຮັດ. 18 ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານກໍດີກວ່າ. 19 ຈົ່ງສົນທະນາກັນດ້ວຍບົດເພງສັນລະເສີນ ບົດເພງນະມັດສະການ, ບົດເພງທີ່ໄດ້ຮັບການດົນໃຈຈາກພຣະວິນຍານ ຄືຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນ ຖວາຍແດ່ອົງພຣະຜູ້ເປັນເຈົ້າ ຈາກຈິດໃຈຂອງພວກເຈົ້າ. 20 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າສະເໝີສຳລັບທຸກໆສິ່ງ ໃນນາມຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. ບັນດາຜົວ ແລະ ເມຍ 21 ເນື່ອງດ້ວຍພວກເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງຊຶ່ງກັນແລະກັນ. 22 ຝ່າຍເມຍຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເໝືອນດັ່ງທີ່ຍອມອ່ອນນ້ອມຕໍ່ອົງພຣະຜູ້ເປັນເຈົ້າ. 23 ເພາະວ່າຜົວເປັນຫົວຂອງເມຍ ເໝືອນພຣະຄຣິດຊົງເປັນປະມຸກຂອງຄຣິສຕະຈັກ ຊຶ່ງເປັນພຣະກາຍຂອງພຣະອົງ ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ. 24 ເໝືອນດັ່ງທີ່ຄຣິສຕະຈັກຍອມອ່ອນນ້ອມຕໍ່ພຣະຄຣິດ ເມຍຄວນຍອມອ່ອນນ້ອມຕໍ່ຜົວຂອງຕົນໃນທຸກສິ່ງ. 25 ຝ່າຍຜົວ ຈົ່ງຮັກເມຍຂອງຕົນ ເໝືອນດັ່ງທີ່ພຣະຄຣິດຊົງຮັກຄຣິສຕະຈັກ ແລະຊົງສະຫລະຊີວິດຂອງພຣະອົງເພື່ອຄຣິສຕະຈັກ. 26 ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າ ໂດຍການຊົງຊຳລະດ້ວຍນໍ້າກັບດ້ວຍຖ້ອຍຄຳ, 27 ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະຫງ່າຣາສີ ບໍ່ມີຈຸດດ່າງພອຍ ຫລືຮອຍຫ່ຽວແຫ້ງ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳໜິ. 28 ໃນທຳນອງດຽວກັນ, ຜົວຄວນຮັກເມຍຂອງຕົນ ເໝືອນດັ່ງຮັກຮ່າງກາຍຂອງຕົນເອງ ຊາຍໃດທີ່ຮັກເມຍຂອງຕົນ ຊາຍນັ້ນກໍຮັກຕົນເອງ. 29 ບໍ່ມີຜູ້ໃດທີ່ກຽດຊັງຮ່າງກາຍຂອງຕົນເອງຈັກເທື່ອ ມີແຕ່ບຳລຸງລ້ຽງແລະຖະນຸຖະໜອມໄວ້ ດັ່ງທີ່ພຣະຄຣິດຊົງກະທຳແກ່ຄຣິສຕະຈັກ. 30 ດ້ວຍວ່າ, ພວກເຮົາເປັນອະໄວຍະວະໃນພຣະກາຍຂອງພຣະອົງ. 31 “ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈະລະຈາກພໍ່ແມ່ຂອງຕົນ ໄປຜູກພັນຢູ່ກັບເມຍ ແລະເຂົາທັງສອງຈະເປັນກາຍອັນດຽວກັນ.” 32 ຂໍ້ເລິກລັບອັນໃຫຍ່ນີ້ ຂ້າພະເຈົ້າເຂົ້າໃຈວ່າ ໝາຍເຖິງພຣະຄຣິດກັບຄຣິສຕະຈັກ. 33 ເຖິງຢ່າງໃດກໍດີ ຜົວທຸກຄົນຈົ່ງຮັກເມຍຂອງຕົນ ເໝືອນດັ່ງຮັກຕົນເອງ ແລະເມຍທຸກຄົນຈົ່ງເຄົາຣົບຢຳເກງຜົວຂອງຕົນ. |
@ 2012 United Bible Societies. All Rights Reserved.