ເອເຟໂຊ 4 - ພຣະຄຳພີສັກສິຄວາມເປັນອັນໜຶ່ງອັນດຽວກັນທີ່ພຣະວິນຍານຊົງປະທານໃຫ້ 1 ເຫດສະນັ້ນ ຂ້າພະເຈົ້າຜູ້ຖືກຄຸກຢູ່ ເພາະຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ, ຈົ່ງດຳເນີນຊີວິດໃຫ້ສົມກັບທີ່ພວກເຈົ້າໄດ້ຖືກຊົງເອີ້ນເອົາແລ້ວນັ້ນ 2 ຄື: ຈົ່ງມີໃຈຖ່ອມລົງທຸກຢ່າງ ແລະໃຈອ່ອນສຸພາບ ດ້ວຍຄວາມພຽນອົດທົນ ແລະຜ່ອນໜັກຜ່ອນເບົາ ຊຶ່ງກັນແລະກັນດ້ວຍຄວາມຮັກ. 3 ຈົ່ງພຽນພະຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ. 4 ມີຮ່າງກາຍດຽວ ແລະມີພຣະວິນຍານອົງດຽວ ມີຄວາມຫວັງໃຈອັນດຽວ ໃນການທີ່ພຣະເຈົ້າໄດ້ຊົງເອີ້ນເອົາພວກເຈົ້າແລ້ວນັ້ນ. 5 ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ, 6 ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງຄົນທັງປວງ ຜູ້ຊົງສະຖິດຢູ່ເທິງຄົນທັງປວງ, ທົ່ວຄົນທັງປວງ ແລະ ໃນຄົນທັງປວງ. 7 ແຕ່ວ່າພຣະຄຸນນັ້ນ ຊົງໂຜດປະທານແກ່ເຮົາທຸກໆຄົນ ຕາມຂອງພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້. 8 ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດ ໄດ້ຊົງນຳພວກຊະເລີຍໄປດ້ວຍ ແລະ ຊົງໂຜດຂອງປະທານຕ່າງໆໃຫ້ ແກ່ມວນມະນຸດສະໂລກ.” 9 ທີ່ກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ” ນັ້ນ ຈະໝາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕໍ່າຂອງແຜ່ນດິນໂລກແລ້ວດ້ວຍ. 10 ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງ ເໜືອຟ້າສະຫວັນທັງປວງ ເພື່ອຈະໄດ້ສະຖິດຢູ່ເຕັມທົ່ວຈັກກະວານ. 11 ຂອງພຣະຣາຊທານຂອງພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ຄູສາສະໜາ. 12 ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງ ໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເລີນຂຶ້ນ. 13 ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເລື່ອງພຣະບຸດຂອງພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ, 14 ເພື່ອພວກເຮົາຈະບໍ່ເປັນເດັກນ້ອຍອີກຕໍ່ໄປ ຖືກພັດໄປພັດມາ ແລະຫັນເຫໄປມາດ້ວຍລົມປາກແຫ່ງຄຳສັ່ງສອນທຸກຢ່າງຂອງຄົນທີ່ຫລອກລວງ ຜູ້ທີ່ນຳຄົນອື່ນໃຫ້ຫລົງຜິດໄປດ້ວຍກົນອຸບາຍອັນສະຫລາດຂອງພວກເຂົາ. 15 ແຕ່ໃຫ້ພວກເຮົາຢຶດເອົາຄວາມຈິງດ້ວຍໃຈຮັກ ເພື່ອພວກເຮົາຈະໄດ້ຈະເລີນຂຶ້ນທຸກດ້ານໃນພຣະຄຣິດ ຜູ້ຊົງເປັນພຣະປະມຸກ. 16 ເນື່ອງຈາກພຣະອົງນັ້ນ ຮ່າງກາຍທັງສິ້ນທີ່ຕິດຕໍ່ສະໜິດແລະຜູກພັນກັນ ໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ ຮ່າງກາຍຈຶ່ງໄດ້ຈະເລີນໃຫຍ່ຂຶ້ນດ້ວຍຄວາມຮັກ ເມື່ອອະໄວຍະວະທຸກສ່ວນເຮັດໜ້າທີ່ຕາມຄວາມເໝາະສົມແລ້ວ. ຊີວິດໃໝ່ໃນພຣະຄຣິດ 17 ເຫດສະນັ້ນ ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພະຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ, ຕັ້ງແຕ່ນີ້ຕໍ່ໄປ ເຈົ້າທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນນັ້ນ ຄືດ້ວຍໃຈໂງ່ອັນຫາປະໂຫຍດບໍ່ໄດ້. 18 ໂດຍທີ່ຄວາມຄິດຂອງພວກເຂົາມືດມົນໄປ ແລະພວກເຂົາຢູ່ຫ່າງຈາກຊີວິດ ຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມຮູ້ເທົ່າບໍ່ເຖິງການ ທີ່ມີຢູ່ໃນຕົວພວກເຂົາ ອັນເນື່ອງຈາກໃຈແຂງກະດ້າງຂອງພວກເຂົາ. 19 ພວກເຂົາບໍ່ມີຄວາມຮູ້ສຶກຢ້ານກົວຕໍ່ບາບ ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພາຕັນຫາ ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມປາຖະໜາ. 20 ແຕ່ວ່າເຈົ້າທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ, 21 ຖ້າແມ່ນວ່າພວກເຈົ້າໄດ້ຍິນເລື່ອງພຣະອົງ ແລະໄດ້ຮັບຄຳສັ່ງສອນເລື່ອງພຣະອົງຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເຢຊູເຈົ້າແລ້ວ. 22 ພວກເຈົ້າຈົ່ງຖອດຖິ້ມສະພາບມະນຸດເກົ່າຂອງຕົນ ຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສຍ ທີ່ກຳລັງເສື່ອມເສຍໄປສູ່ຄວາມຕາຍ ຕາມຕັນຫາອັນເປັນທີ່ຫລອກລວງນັ້ນ. 23 ແລະຈົ່ງໃຫ້ວິນຍານຈິດຂອງເຈົ້າຖືກຊົງຕັ້ງຂຶ້ນໃໝ່. 24 ແລະໃຫ້ເຈົ້າທັງຫລາຍສວມສະພາບມະນຸດໃໝ່ ຊຶ່ງຊົງສ້າງຂຶ້ນໃໝ່ຕາມແບບພຣະລັກສະນະຂອງພຣະເຈົ້າ ໃນຄວາມຊອບທຳແລະຄວາມບໍຣິສຸດທີ່ແທ້ຈິງ. 25 ດັ່ງນັ້ນ, ເຈົ້າທັງຫລາຍຈົ່ງເຊົາເວົ້າຕົວະ ທຸກຄົນຈົ່ງເວົ້າແຕ່ຄວາມຈິງຕໍ່ກັນ ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນແລະກັນ ຢູ່ໃນພຣະກາຍອັນດຽວກັນ. 26 ຈະຮ້າຍກໍຮ້າຍໄດ້ ແຕ່ຢ່າໃຫ້ຄວາມຮ້າຍເປັນເຫດໃຫ້ເກີດການຜິດບາບ ຢ່າຮ້າຍຢູ່ຈົນຕາເວັນຕົກ. 27 ຢ່າປ່ອຍໂອກາດໃຫ້ມານ. 28 ຝ່າຍຄົນທີ່ເຄີຍລັກກໍຈົ່ງເຊົາລັກຕໍ່ໄປ, ແຕ່ໃຫ້ລົງມືເຮັດວຽກເພື່ອລ້ຽງຊີບໃນທາງສັດຊື່ ເພື່ອຈະໄດ້ມີສ່ວນຊ່ວຍເຫລືອຄົນຍາກຈົນ. 29 ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງເຈົ້າຈັກເທື່ອ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຈະຊ່ວຍໃຫ້ຈະເລີນຂຶ້ນ ແລະໃຫ້ເໝາະສົມກັບຄວາມຕ້ອງການ ເພື່ອຖ້ອຍຄຳທີ່ພວກເຈົ້າກ່າວນັ້ນ ຈະເປັນຄຸນປະໂຫຍດແກ່ຜູ້ທີ່ໄດ້ຍິນໄດ້ຟັງ. 30 ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເສຍພຣະໄທ ເພາະໂດຍພຣະວິນຍານນັ້ນ ເຈົ້າທັງຫລາຍໄດ້ຊົງຖືກປະທັບຕາໝາຍໄວ້ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ. 31 ສ່ວນໃຈຂົມຂື່ນ, ໃຈໂມໂຫໂທໂສ, ໃຈຄຽດຮ້າຍນັ້ນ ຢ່າສູ່ໃຫ້ຢູ່ໃກ້ພວກເຈົ້າ ການອຶກກະທຶກຜິດຖຽງກັນ ແລະການກ່າວສຽດສີກັນກໍຢ່າໃຫ້ມີ ຈົ່ງຫລີກເວັ້ນຈາກການປອງຮ້າຍທຸກຮູບແບບ. 32 ແຕ່ຈົ່ງມີໃຈເມດຕາແລະເອັນດູຕໍ່ກັນ ຈົ່ງຍົກໂທດໃຫ້ກັນແລະກັນ ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າໃນພຣະຄຣິດນັ້ນ. |
@ 2012 United Bible Societies. All Rights Reserved.