ເອເຟໂຊ 3 - ພຣະຄຳພີສັກສິພາລະກິດຂອງໂປໂລສຳລັບຄົນຕ່າງຊາດ 1 ເພາະເຫດນີ້ ຂ້າພະເຈົ້າຄືໂປໂລຜູ້ຖືກຈຳຈອງຢູ່ ຍ້ອນເຫັນແກ່ພຣະຄຣິດເຈົ້າເຢຊູ ເພື່ອພວກເຈົ້າທີ່ເປັນຄົນຕ່າງຊາດ. 2 ແນ່ນອນພວກເຈົ້າຄົງໄດ້ຍິນແລ້ວວ່າ ໂດຍພຣະຄຸນຂອງພຣະເຈົ້ານັ້ນ ພຣະອົງໄດ້ມອບໝາຍພາລະກິດນີ້ ໃຫ້ຂ້າພະເຈົ້າຮັບໃຊ້ ເພື່ອເປັນຜົນດີແກ່ພວກເຈົ້າ. 3 ພຣະອົງໄດ້ເປີດເຜີຍແຜນການອັນເລິກລັບຂອງພຣະອົງໃຫ້ຂ້າພະເຈົ້າໄດ້ຮູ້ແຜນການນັ້ນ. (ຕາມທີ່ຂ້າພະເຈົ້າໄດ້ຂຽນໄວ້ແລ້ວ ຢ່າງຫຍໍ້ໆກ່ຽວກັບເລື່ອງນີ້ 4 ແລະເມື່ອພວກເຈົ້າຈະອ່ານເບິ່ງຖ້ອຍຄຳ ຊຶ່ງຂ້າພະເຈົ້າໄດ້ຂຽນນັ້ນ ກໍຈະຮູ້ເຖິງຄວາມເຂົ້າໃຈຂອງຂ້າພະເຈົ້າໄດ້ ໃນເລື່ອງຄວາມເລິກລັບຂອງພຣະຄຣິດ.) 5 ຊຶ່ງໃນສະໄໝກ່ອນ ພຣະອົງບໍ່ໄດ້ໃຫ້ມະນຸດສະໂລກຮູ້ຄວາມເລິກລັບນີ້ ແຕ່ບັດນີ້ພຣະອົງໄດ້ເປີດເຜີຍເລື່ອງນັ້ນ ໃຫ້ແກ່ບັນດາອັກຄະສາວົກທີ່ບໍຣິສຸດຂອງພຣະອົງ ແລະພວກຜູ້ປະກາດພຣະທຳໂດຍທາງພຣະວິນຍານ. 6 ວ່າ ຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ ເປັນອະໄວຍະວະຂອງກາຍອັນດຽວກັນ ທັງມີສ່ວນໄດ້ຮັບພຣະສັນຍາໃນພຣະຄຣິດເຈົ້າເຢຊູ ໂດຍທາງຂ່າວປະເສີດ. 7 ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດໂດຍພຣະຄຸນ ຊຶ່ງເປັນຂອງປະທານຢ່າງພິເສດຈາກພຣະເຈົ້າ ຊຶ່ງໂຜດປະທານແກ່ຂ້າພະເຈົ້າ ໂດຍແມ່ນຣິດອຳນາດຂອງພຣະອົງຊົງກະທຳການ. 8 ໃນບັນດາໄພ່ພົນຂອງພຣະເຈົ້າທັງໝົດນັ້ນ ຂ້າພະເຈົ້າເປັນຜູ້ຕໍ່າຕ້ອຍທີ່ສຸດກວ່າຜູ້ທີ່ເລັກນ້ອຍທີ່ສຸດ, ເຖິງປານນັ້ນ ພຣະອົງກໍຍັງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເຖິງຄວາມບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງພຣະຄຣິດ, 9 ແລະເຮັດໃຫ້ຄົນທັງປວງ ເຫັນແຈ້ງເຖິງແຜນການອັນລັບເລິກຂອງພຣະເຈົ້າຜູ້ຊົງສ້າງສັບພະທຸກສິ່ງ ຊຶ່ງໄດ້ເຊື່ອງຊ້ອນຄວາມລັບເລິກຂອງພຣະອົງໄວ້ ຕະຫລອດທຸກຍຸກທຸກສະໄໝທີ່ຜ່ານມາ, 10 ເພື່ອວ່າໃນປະຈຸບັນນີ້ ຜູ້ຄອບຄອງ ແລະຜູ້ມີອຳນາດໃນສະຫວັນສະຖານ ຈະໄດ້ຮູ້ເຖິງພຣະສະຕິປັນຍາອັນສັບຊ້ອນຂອງພຣະເຈົ້າ ໂດຍທາງຄຣິສຕະຈັກ. 11 ພຣະເຈົ້າໄດ້ກະທຳການນີ້ ຕາມພຣະປະສົງອັນນິຣັນຂອງພຣະອົງ ຊຶ່ງພຣະອົງຊົງກະທຳໃຫ້ສຳເລັດ ໂດຍທາງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 12 ໃນພຣະອົງແລະໂດຍທາງຄວາມເຊື່ອທີ່ພວກເຮົາມີໃນພຣະອົງນັ້ນ ພວກເຮົາຈຶ່ງມີໃຈກ້າທີ່ຈະເຂົ້າເຝົ້າພຣະອົງ ດ້ວຍຄວາມໝັ້ນໃຈຢ່າງເຕັມລົ້ນ. 13 ເຫດສະນັ້ນ, ຂ້າພະເຈົ້າຈຶ່ງຂໍຮ້ອງພວກເຈົ້າວ່າ ຢ່າທໍ້ຖອຍໃຈຍ້ອນຂ້າພະເຈົ້າຖືກທົນທຸກລຳບາກ ເພາະເຫັນແກ່ພວກເຈົ້າ, ທັງໝົດນັ້ນກໍເພື່ອເປັນກຽດຕິຍົດແກ່ພວກເຈົ້າເອງ. ໃຫ້ຮູ້ຈັກຄວາມຮັກຂອງພຣະຄຣິດ 14 ເພາະເຫດນີ້ ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ, 15 ອົງທີ່ບັນດານໃຫ້ທຸກໆຄອບຄົວ ໃນສະຫວັນແລະທີ່ເທິງແຜ່ນດິນໂລກດຳລົງຢູ່. 16 ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ພວກເຈົ້າ ໂດຍເດດພຣະວິນຍານຕາມຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ, 17 ເພື່ອພຣະຄຣິດຈະຊົງສະຖິດຢູ່ໃນຈິດໃຈຂອງພວກເຈົ້າໂດຍທາງຄວາມເຊື່ອ ເພື່ອວ່າເມື່ອໄດ້ວາງຮາກລົງຢ່າງໝັ້ນຄົງໃນຄວາມຮັກແລ້ວ, 18 ພວກເຈົ້າກໍຈະມີຄວາມສາມາດເຂົ້າໃຈ ພ້ອມກັບໄພ່ພົນທັງປວງຂອງພຣະອົງ ເຖິງຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະຄວາມເລິກ, 19 ທັງຈະຮູ້ຈັກຄວາມຮັກຂອງພຣະຄຣິດ ຊຶ່ງເກີນຄວາມຮູ້ ເພື່ອເຈົ້າທັງຫລາຍຈະໄດ້ຮັບຄວາມເຕັມບໍຣິບູນ ຂອງພຣະເຈົ້າທຸກປະການ. 20 ຂໍໃຫ້ພຣະກຽດຈົ່ງເປັນຂອງພຣະອົງ ຜູ້ຊົງຣິດສາມາດກະທຳການນອກເໜືອສາລະພັດທຸກສິ່ງ ເກີນກວ່າທີ່ພວກເຮົາຈະຂໍ ຫລືຄິດໄດ້ ຕາມຣິດອຳນາດທີ່ກະທຳການຢູ່ພາຍໃນຕົວຂອງພວກເຮົາ. 21 ຈົ່ງຖວາຍພຣະກຽດຕິຍົດແດ່ພຣະເຈົ້າໃນຄຣິສຕະຈັກ ແລະໃນພຣະຄຣິດເຈົ້າເຢຊູ ທຸກຍຸກທຸກສະໄໝຕະຫລອດໄປເປັນນິດເທີ້ນ ອາແມນ. |
@ 2012 United Bible Societies. All Rights Reserved.