Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 9 - ພຣະຄຳພີສັກສິ

1 ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຄິດ​ຕຶກຕອງ​ເຖິງ​ເລື່ອງນີ້​ຢ່າງ​ໜັກ​ຢູ່​ຕັ້ງ​ດົນນານ ແລະ​ເຫັນ​ໄດ້​ວ່າ​ພຣະເຈົ້າ​ຄວບຄຸມ​ການກະທຳ​ຕ່າງໆ​ຂອງ​ຄົນມີ​ປັນຍາ ແລະ​ຂອງ​ຄົນ​ຊອບທຳ​ທັງຫລາຍ ແມ່ນແຕ່​ຄວາມຮັກ​ແລະ​ຄວາມ​ກຽດຊັງ​ຂອງ​ເຂົາເຈົ້າ. ບໍ່ມີ​ຜູ້ໃດ​ຮູ້ຈັກ​ວ່າ​ມີ​ຫຍັງ​ລໍຖ້າ​ຢູ່​ເບື້ອງໜ້າ​ຂອງຕົນ.

2 ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.

3 ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.

4 ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ຄົນ​ເປັນ​ນີ້ ກໍ​ມີ​ຄວາມຫວັງ​ບາງ​ຢ່າງ; ໝາ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍດີກວ່າ​ໂຕສິງ​ທີ່​ຕາຍໄປ​ແລ້ວ.

5 ແມ່ນແລ້ວ ຜູ້​ທີ່​ມີ​ຊີວິດ​ຢູ່​ກໍ​ຮູ້​ວ່າ​ຕົນ​ຈະ​ຕາຍໄປ; ແຕ່​ຜູ້​ທີ່​ຕາຍໄປ​ແລ້ວ​ກໍ​ບໍ່​ຮູ້​ຫຍັງ​ເລີຍ. ພວກເຂົາ​ບໍ່ມີ​ບຳເໜັດ​ໃນ​ພາຍໜ້າ ພວກເຂົາ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.

6 ຄວາມຮັກ, ຄວາມຊັງ ແລະ​ຕັນຫາ​ຂອງ​ພວກເຂົາ ລ້ວນແຕ່​ໄດ້​ຕາຍໄປ​ກັບ​ພວກເຂົາ​ດ້ວຍ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ​ອີກ​ເລີຍ.

7 ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.

8 ຈົ່ງ​ເຮັດ​ໃຫ້​ໃຈ​ເບີກບານ ແລະ​ມີ​ຄວາມສຸກ​ຢູ່​ສະເໝີ.

9 ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ​ສະໜຸກ​ຢູ່​ກັບ​ຍິງ​ທີ່​ເຈົ້າ​ຮັກ ເມື່ອໃດ​ທີ່​ເຈົ້າ​ມີ​ຊີວິດ​ອັນ​ອະນິຈັງ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ຢູ່ໃຕ້​ດວງຕາເວັນ. ຈົ່ງ​ສະໜຸກ​ຢູ່​ກັບ​ມື້​ອັນ​ອະນິຈັງ ເພາະ​ລ້ວນແລ້ວແຕ່​ເປັນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ ເນື່ອງ​ຈາກ​ຄວາມ​ລຳບາກ​ທັງໝົດ​ຂອງເຈົ້າ​ນັ້ນ.

10 ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.

11 ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.

12 ເຈົ້າ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ຜຽນ​ຂອງ​ເຈົ້າ​ຈະ​ມາ​ຮອດ​ເມື່ອໃດ. ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຢ່າງ​ກະທັນຫັນ ດັ່ງ​ປາ​ທີ່​ຖືກ​ມອງ ເຮົາ​ຖືກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ໃນ​ຊົ່ວ​ບຶດດຽວ ໃນ​ເວລາ​ທີ່​ບໍ່​ຄາດຝັນ.


ປັນຍາ​ບໍ່ແມ່ນ​ໃຫ້​ເກີດຜົນ​ດີ​ສະເໝີ​ໄປ

13 ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ເປັນ​ປະຈັກຕາ​ສິ່ງໜຶ່ງ​ອີກ ຄື​ຕົວຢ່າງ​ອັນດີ​ກ່ຽວກັບ​ປັນຍາ​ທີ່​ຖື​ກັນ​ຢູ່​ໃຕ້​ດວງ​ຕາເວັນ.

14 ຄັ້ງໜຶ່ງ ມີ​ເມືອງນ້ອຍ​ແຫ່ງໜຶ່ງ​ທີ່​ມີ​ປະຊາຊົນ​ບໍ່​ຫລາຍ. ກະສັດ​ຜູ້ໜຶ່ງ​ທີ່​ມີ​ອຳນາດ​ຫລາຍ​ໄດ້​ໂຈມຕີ​ເມືອງນີ້. ເພິ່ນ​ປິດລ້ອມ​ເມືອງ​ໄວ້ ແລະ​ຕຽມ​ທະລຸ​ກຳແພງ​ເມືອງ.

15 ມີ​ຊາຍ​ຍາກຈົນ​ຄົນໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງນີ້. ລາວ​ເປັນ​ຄົນມີ​ປັນຍາ​ຈົນ​ຊ່ວຍ​ເມືອງ​ນີ້​ໄວ້​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ຄິດເຖິງ​ລາວ​ເລີຍ.

16 ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.

17 ຟັງ​ຄຳເວົ້າ​ອັນ​ສຸຂຸມ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ສຽງ​ຮ້ອງ​ຂອງ​ນັກປົກຄອງ​ໃນ​ທີ່​ປະຊຸມ​ຂອງ​ຄົນໂງ່ຈ້າ.

18 ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan