Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 8 - ພຣະຄຳພີສັກສິ

1 ຄົນມີ​ປັນຍາ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້​ໄດ້​ວ່າ ສິ່ງ​ນັ້ນ​ໝາຍເຖິງ​ຫຍັງ​ແທ້. ປັນຍາ​ເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ ແລະ​ໃຫ້​ສີໜ້າ​ບູດບຶ້ງ​ຂອງ​ລາວ​ຫາຍໄປ.


ຈົ່ງ​ເຊື່ອຟັງ​ກະສັດ

2 ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ກະສັດ​ສັ່ງ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳສັນຍາ​ໃດໆ​ກັບ​ພຣະເຈົ້າ.

3 ກະສັດ​ເຮັດ​ທຸກສິ່ງ​ທີ່​ເພິ່ນ​ມັກ​ໄດ້. ສະນັ້ນ ຈົ່ງ​ອອກ​ໜີໄປ​ໃຫ້​ພົ້ນ​ໜ້າ​ເພິ່ນ; ຢ່າ​ຢູ່​ໃນ​ບ່ອນ​ອັນຕະລາຍ​ເຊັ່ນນັ້ນ​ເລີຍ.

4 ກະສັດ​ເຮັດ​ທຸກສິ່ງ​ດ້ວຍ​ອຳນາດ ແລະ​ບໍ່ມີ​ຜູ້ໃດ​ທ້າທາຍ​ສິ່ງ​ທີ່​ເພິ່ນ​ເຮັດ​ນັ້ນ​ໄດ້.

5 ເມື່ອໃດ​ທີ່​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເພິ່ນ ເຈົ້າ​ກໍ​ປອດໄພ; ແລະ​ຄົນມີ​ປັນຍາ​ກໍ​ຮູ້​ວ່າ​ຕົນ​ຈະ​ເຮັດ​ຢ່າງໃດ​ແລະ​ຍາມໃດ.

6 ມີ​ເວລາ​ອັນ​ຖືກຕ້ອງ​ແລະ​ມີ​ວິທີທາງ​ອັນ​ເໝາະສົມ​ສຳລັບ​ເຮັດ​ທຸກສິ່ງ, ແຕ່​ພວກເຮົາ​ຊ່າງ​ຮູ້​ໜ້ອຍ​ເຫລືອເກີນ

7 ບໍ່ມີ​ຜູ້ໃດ​ໃນ​ພວກເຮົາ​ຮູ້ຈັກ​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ ແລະ​ບໍ່ມີ​ຜູ້ໃດ​ບອກ​ພວກເຮົາ​ໄດ້.

8 ບໍ່ມີ​ຜູ້ໃດ​ຊ່ວຍ​ຕົນ​ບໍ່​ໃຫ້​ຕາຍ​ໄດ້ ຫລື​ແກ່​ຍາວ​ວັນ​ຕາຍ​ຂອງຕົນ​ອອກ​ໄປ​ໄດ້. ເປັນ​ການ​ຮົບ​ທີ່​ພວກເຮົາ​ໜີພົ້ນ​ບໍ່ໄດ້ ແລະ​ພວກເຮົາ​ກໍ​ສໍ້ໂກງ​ບໍ່ໄດ້​ດ້ວຍ.


ຄົນຊົ່ວ​ແລະ​ຄົນດີ

9 ຂ້າພະເຈົ້າ​ໄດ້​ພິຈາລະນາ​ເບິ່ງ​ຢ່າງ​ຄັກແນ່ ເຖິງ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ຢູ່ໃຕ້​ດວງຕາເວັນ ຄື​ບ່ອນ​ທີ່​ມະນຸດ​ໃຊ້​ອຳນາດ​ຢູ່​ເໜືອ​ເພື່ອນມະນຸດ​ດ້ວຍກັນ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ລຳບາກ​ຍາກແຄ້ນ.

10 ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພວກ​ຄົນຊົ່ວ​ຖືກ​ຝັງ​ໄວ້​ໃນ​ຂຸມຝັງສົບ, ແຕ່​ເວລາ​ກັບ​ຈາກ​ປ່າຊ້າ ຄົນ​ຕ່າງ​ກໍ​ຍົກຍ້ອງ​ພວກເຂົາ​ໃນ​ທຸກ​ເມືອງ ທີ່​ພວກເຂົາ​ໄດ້​ເຮັດ​ການຊົ່ວ​ນັ້ນ ຊ່າງ​ອະນິຈັງ​ແທ້.

11 ເປັນຫຍັງ​ຄົນ​ຈຶ່ງ​ພ້ອມ​ທີ່​ຈະ​ເຮັດ​ຊົ່ວ​ກັນ​ແທ້? ກໍ​ເພາະ​ຄົນ​ທີ່​ເຮັດ​ຊົ່ວ​ນັ້ນ​ບໍ່ໄດ້​ຖືກ​ລົງໂທດ​ໃຫ້​ໄວ​ທັນການ.

12 ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;

13 ແຕ່​ສຳລັບ​ຄົນຊົ່ວ​ທຸກສິ່ງ​ຈະ​ບໍ່​ເປັນ​ໄປ​ໂດຍ​ດີ. ຊີວິດ​ພວກເຂົາ​ເປັນ​ດັ່ງ​ເງົາ ແລະ​ພວກເຂົາ​ຈະ​ຕ້ອງ​ຕາຍ​ແຕ່​ຍັງ​ໜຸ່ມ ເພາະ​ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ.”

14 ແຕ່​ກໍ​ເປັນ​ເລື່ອງ​ໄຮ້ປະໂຫຍດ ຈົ່ງ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ບາງ​ຄັ້ງ​ຄົນດີ​ໄດ້​ຮັບ​ໂທດ​ຂອງ​ຄົນຊົ່ວ ແລະ​ຄົນຊົ່ວ​ໄດ້​ຮັບ​ບຳເໜັດ​ຂອງ​ຄົນດີ. ຂ້າພະເຈົ້າ​ວ່າ​ຊ່າງ​ອະນິຈັງ​ແທ້ໆ.

15 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.

16 ເມື່ອໃດ​ຂ້າພະເຈົ້າ​ພະຍາຍາມ​ທຳຕົນ​ເປັນ​ຄົນມີ​ປັນຍາ ແລະ​ຮຽນຮູ້​ສິ່ງ​ທີ່​ເປັນ​ຢູ່​ໃນ​ໂລກນີ້ ເມື່ອນັ້ນ​ຂ້າພະເຈົ້າ​ກໍ​ສຳນຶກ​ໃນໃຈ​ໄດ້​ວ່າ ມະນຸດ​ອາດ​ອົດຫລັບ​ອົດນອນ​ຕະຫລອດ​ມື້​ຕະຫລອດ​ຄືນ

17 ແລະ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ກຳລັງ​ກະທຳການ​ນັ້ນ​ໄດ້​ຈັກເທື່ອ. ເຖິງ​ແມ່ນ​ວ່າ​ເຂົາ​ອົດສາ​ພະຍາຍາມ​ຄົ້ນຫາ​ຈັກ​ພຽງໃດ​ກໍຕາມ ເຂົາ​ກໍ​ຈະ​ພົບ​ບໍ່ໄດ້​ຈັກເທື່ອ. ຄົນມີ​ປັນຍາ​ອາດ​ອວດຕົວ​ວ່າ​ຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan