Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 7 - ພຣະຄຳພີສັກສິ


ຂໍ້ຄິດ​ກ່ຽວກັບ​ຊີວິດ

1 ຊື່ສຽງ​ດີ​ກໍດີກວ່າ​ນໍ້າຫອມ​ທີ່​ດີເລີດ ແລະ​ມື້​ຕາຍ​ກໍດີກວ່າ​ມື້​ເກີດ.

2 ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.

3 ການ​ໂສກເສົ້າ​ກໍດີກວ່າ​ການ​ຫົວເລາະ ມັນ​ອາດ​ເຮັດ​ໃຫ້​ໜ້າ​ເສົ້າໝອງ, ແຕ່​ເຮັດ​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ.

4 ຜູ້ໃດ​ທີ່​ຄິດເຖິງ​ແຕ່​ຄວາມສຸກ​ຢູ່ເລື້ອຍ ຜູ້ນັ້ນ​ກໍ​ເປັນ​ຄົນໂງ່ຈ້າ. ຄົນມີ​ປັນຍາ​ຍ່ອມ​ຄິດເຖິງ​ຄວາມຕາຍ.

5 ຟັງ​ຄຳ​ຕຳໜິ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ເພງ​ຂອງ​ຄົນໂງ່ຈ້າ.

6 ເມື່ອ​ຄົນໂງ່ຈ້າ​ຫົວເລາະ ກໍ​ສໍ່າ​ກັບ​ສຽງ​ໜາມ​ແຕກ​ຢູ່​ໃນ​ແປວໄຟ. ມັນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ.

7 ເມື່ອ​ຄົນມີ​ປັນຍາ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ ລາວ​ກໍ​ເຮັດ​ດັ່ງ​ຄົນໂງ່ຈ້າ​ໄດ້​ເຮັດ. ຖ້າ​ເຈົ້າ​ຮັບ​ສິນຈ້າງ​ລາງວັນ ເຈົ້າ​ກໍ​ທຳລາຍ​ອຸປະນິໄສ​ຂອງເຈົ້າ​ເສຍ​ແລ້ວ.

8 ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ບັ້ນຕົ້ນ. ໃຈ​ອົດທົນ​ກໍດີກວ່າ​ໃຈ​ຈອງຫອງ.

9 ຈົ່ງ​ລະງັບ​ຄວາມ​ໂມໂຫ​ຂອງເຈົ້າ​ໄວ້ ເພາະ​ຄົນໂງ່ຈ້າ​ນັ້ນ​ມີ​ຄວາມ​ໂກດແຄ້ນ​ຢູ່​ໃນໃຈ.

10 ຢ່າ​ຖາມ​ເລີຍ​ວ່າ, “ເປັນຫຍັງ​ສະໄໝ​ກ່ອນ​ຈຶ່ງ​ດີກວ່າ​ສະໄໝ​ນີ້?” ມັນ​ບໍ່ແມ່ນ​ຄຳຖາມ​ທີ່​ສະຫລາດ.

11 ທຸກຄົນ​ທີ່​ມີ​ຊີວິດ​ຢູ່​ຄວນ​ເປັນ​ຄົນມີ​ປັນຍາ ມັນ​ເປັນ​ການດີ​ເທົ່າກັບ​ການ​ໄດ້​ຮັບ​ມໍຣະດົກ​ຕົກທອດ

12 ເງິນ​ເປັນ​ເຄື່ອງ​ປ້ອງກັນ​ສັນໃດ ສະຕິປັນຍາ​ກໍ​ເປັນ​ເຄື່ອງ​ປ້ອງກັນ​ສັນນັ້ນ. ປັນຍາ​ຮັກສາ​ເຈົ້າ​ໃຫ້​ປອດໄພ ອັນນີ້ ແມ່ນ​ຜົນດີ​ແຫ່ງ​ຄວາມຮູ້.

13 ຈົ່ງ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໃຫ້​ຄົດ​ແລ້ວ ຜູ້ໃດ​ເຮັດ​ໃຫ້​ຊື່​ໄດ້​ແດ່?

14 ເມື່ອ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ ຈົ່ງ​ຍິນດີ​ເຖີດ, ແຕ່​ເມື່ອ​ຄວາມ​ເດືອດຮ້ອນ​ມາ​ເຖິງ ຈົ່ງ​ລະນຶກ​ວ່າ ພຣະເຈົ້າ​ໃຫ້​ທັງ​ຄວາມ​ເດືອດຮ້ອນ​ແລະ​ຄວາມ​ຍິນດີ ດັ່ງນັ້ນ ເຈົ້າ​ຈະ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ອະນາຄົດ​ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ.

15 ຊີວິດ​ຂ້າພະເຈົ້າ​ກໍ​ອະນິຈັງ​ດ້ວຍ, ແຕ່​ຂ້າພະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ໃນ​ຊີວິດ​ຄື ຄົນ​ຊອບທຳ​ຜູ້ໜຶ່ງ​ຕາຍໄປ​ໃນ​ຄວາມ​ຊອບທຳ​ຂອງຕົນ ແລະ​ຄົນຊົ່ວຮ້າຍ​ມີ​ຊີວິດ​ຍືນຍາວ​ໃນ​ການກະທຳ​ຊົ່ວ​ຂອງ​ເຂົາ.

16 ສະນັ້ນ ຢ່າ​ສູ່​ເປັນ​ຄົນ​ຊອບທຳ​ໂພດ​ຫລື​ເປັນ​ຄົນມີ​ປັນຍາ​ເກີນ​ໄປ ເປັນຫຍັງ​ຈຶ່ງ​ຢາກ​ທຳລາຍ​ຕົນເອງ?

17 ແຕ່​ຢ່າ​ສູ່​ເປັນ​ຄົນຊົ່ວຊ້າ​ຫລື​ໂງ່ຈ້າ​ເກີນໄປ​ຄືກັນ ເປັນຫຍັງ​ຈຶ່ງ​ຕ້ອງ​ຕາຍ​ກ່ອນ​ກຳນົດ?

18 ຈົ່ງ​ຫລີກລ້ຽງ​ທັງສອງ​ຢ່າງ​ນີ້ ຖ້າ​ເຈົ້າ​ຢຳເກງ​ພຣະເຈົ້າ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ສອງ​ສິ່ງ​ທີ່​ກ່າວ​ມາ.

19 ປັນຍາ​ເຮັດ​ໃຫ້​ຄົນ​ສະຫລາດ​ຜູ້ໜຶ່ງ​ມີ​ອຳນາດ​ລື່ນກວ່າ​ຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ໜຶ່ງ.

20 ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.

21 ຢ່າ​ສູ່​ສົນໃຈ​ນຳ​ທຸກ​ເລື່ອງ​ທີ່​ຄົນ​ເວົ້າ ເຈົ້າ​ອາດ​ໄດ້ຍິນ​ຄົນ​ຮັບໃຊ້​ຂອງເຈົ້າ​ປ້ອຍດ່າ​ເຈົ້າ​ກໍໄດ້

22 ແລະ​ເຈົ້າ​ຮູ້​ວ່າ ເຈົ້າເອງ​ກໍ​ເຄີຍ​ໄດ້​ປ້ອຍດ່າ​ຄົນອື່ນ​ຕັ້ງ​ຫລາຍເທື່ອ.

23 ຂ້າພະເຈົ້າ​ໄດ້​ໃຊ້​ປັນຍາ​ຂອງ​ຂ້າພະເຈົ້າ ເພື່ອ​ທົດສອບ​ເບິ່ງ​ສິ່ງ​ທັງໝົດ​ນີ້. ຂ້າພະເຈົ້າ​ຕັ້ງໃຈ​ວ່າ​ຈະ​ເປັນ​ຄົນມີ​ປັນຍາ, ແຕ່​ປັນຍາ​ພັດ​ຢູ່​ເໜືອ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ.

24 ຜູ້ໃດ​ແດ່​ຄົ້ນພົບ​ຄວາມໝາຍ​ຂອງ​ຊີວິດ​ໄດ້? ຊ່າງ​ເລິກ​ເກີນໄປ​ສຳລັບ​ພວກເຮົາ ແລະ​ຊ່າງ​ຍາກ​ເກີນກວ່າ​ທີ່​ພວກເຮົາ​ຈະ​ເຂົ້າໃຈ​ໄດ້.

25 ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.

26 ຂ້າພະເຈົ້າ​ໄດ້​ຄົ້ນພົບ​ສິ່ງໜຶ່ງ​ທີ່​ຂົມຂື່ນ​ຫລາຍກວ່າ​ຄວາມຕາຍ​ຄື: ແມ່ຍິງ​ທີ່​ມີ​ຈິດໃຈ​ເປັນ​ບ້ວງແຮ້ວ​ແລະ​ຕະຂ່າຍ ແຂນ​ຂອງ​ນາງ​ເປັນ​ເໝືອນ​ສາຍໂສ້. ຜູ້ຊາຍ​ທີ່​ພຣະເຈົ້າ​ພໍໃຈ​ນຳ​ຈະ​ໜີ​ພົ້ນ​ໄປ​ໄດ້, ແຕ່​ນາງ​ຈະ​ດັກຈັບ​ຄົນບາບ​ໄວ້.

27 ແມ່ນແລ້ວ ປັນຍາຈານ​ກ່າວ​ຈາ ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເລື່ອງນີ້ ເທື່ອລະ​ເລັກ​ລະໜ້ອຍ​ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຊອກຫາ​ຄຳຕອບ.

28 ຂ້າພະເຈົ້າ​ໄດ້​ຊອກ​ຫາ​ຄຳຕອບ​ທາງ​ອື່ນ, ແຕ່​ກໍ​ບໍ່​ພົບ. ຂ້າພະເຈົ້າ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ທ່ຽງຕົງ​ໃນ​ຈຳນວນ​ຜູ້ຊາຍ​ພັນ​ຄົນ, ແຕ່​ບໍ່ໄດ້​ພົບ​ຜູ້ຍິງ​ຈັກ​ຄົນດຽວ.

29 ສິ່ງ​ທັງໝົດ​ນີ້​ແຫຼະ ທີ່​ຂ້າພະເຈົ້າ​ໄດ້​ຮຽນຮູ້​ຄື: ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ ແຕ່​ມະນຸດ​ໄດ້​ຄົ້ນຄ້ວາ​ກົນອຸບາຍ​ຕ່າງໆ​ອອກ​ມາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan