Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 6 - ພຣະຄຳພີສັກສິ

1 ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ມີ​ຄວາມ​ອະຍຸດຕິທຳ​ອັນ​ໜັກໜ່ວງ.

2 ພຣະເຈົ້າ​ຈະ​ໃຫ້​ຄົນໃດ​ຄົນໜຶ່ງ​ຮັ່ງມີ, ມີ​ກຽດ ແລະ​ມີ​ຊັບສົມບັດ​ຄື: ໃຫ້​ລາວ​ມີ​ທຸກສິ່ງ​ທີ່​ລາວ​ຕ້ອງການ, ແຕ່​ແລ້ວ​ພັດ​ບໍ່​ໃຫ້​ລາວ​ສະໜຸກ​ຢູ່​ກັບ​ສິ່ງ​ນັ້ນ. ຄົນ​ແປກໜ້າ​ຊໍ້າພັດ​ໄດ້​ສະໜຸກ​ຢູ່​ກັບ​ສິ່ງ​ເຫຼົ່ານັ້ນ​ແທນ. ມັນ​ຊ່າງ​ອະນິຈັງ ແລະ​ບໍ່​ເປັນ​ການ​ຖືກຕ້ອງ​ເສຍ​ເລີຍ.

3 ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.

4 ແອນ້ອຍ​ເກີດ​ມາ​ບໍ່ໄດ້​ຮັບ​ປະໂຫຍດ​ຫຍັງ ແລະ​ບໍ່ມີ​ຜູ້ໃດ​ລະນຶກ​ຄິດເຖິງ​ລາວ​ເລີຍ.

5 ລາວ​ບໍ່ເຄີຍ​ເຫັນ​ແສງແຈ້ງ​ຂອງ​ດວງ​ຕາເວັນ ຫລື​ຮູ້ຈັກ​ວ່າ​ຊີວິດ​ຄື​ຫຍັງ​ຊໍ້າ, ແຕ່​ຢ່າງ​ນ້ອຍ​ລາວ​ກໍໄດ້​ພັກຜ່ອນ

6 ຄື​ໄດ້​ພັກຜ່ອນ​ຫລາຍກວ່າ​ຄົນ​ທີ່​ບໍ່ເຄີຍ​ມີ​ຄວາມ​ສະໜຸກ​ຢູ່​ໃນ​ຊີວິດ ເຖິງ​ແມ່ນ​ວ່າ​ລາວ​ອາດ​ຈະ​ມີ​ຊີວິດ​ຢູ່​ຮອດ​ສອງພັນ​ປີ​ກໍຕາມ. ໃນ​ທີ່ສຸດ​ຄົນ​ທັງສອງ​ກໍ​ຕ້ອງ​ໄປ​ສູ່​ບ່ອນ​ດຽວກັນ.

7 ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.

8 ຄົນມີ​ປັນຍາ​ດີກວ່າ​ຄົນໂງ່ຈ້າ​ຢ່າງໃດ​ແດ່? ເປັນ​ການດີ​ຫຍັງ​ແດ່​ທີ່​ຄົນ​ຍາກຈົນ​ຮູ້ຈັກ​ປະເຊີນ​ໜ້າ​ກັບ​ຊີວິດ?

9 ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.

10 ເຫດການ​ທັງຫລາຍ​ທີ່​ເກີດຂຶ້ນ​ດຽວນີ້ ແມ່ນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ແຕ່​ນານ ແລະ​ພວກເຮົາ​ທຸກຄົນ​ກໍ​ຮູ້​ວ່າ​ມະນຸດ ໂຕ້ຖຽງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ທີ່​ແຂງແຮງ​ກວ່າ​ຕົນ​ກໍ​ບໍ່ໄດ້.

11 ຖຽງ​ດົນ​ເທົ່າໃດ​ແຮ່ງ​ບໍ່ມີ​ປະໂຫຍດ​ຫລາຍ​ເທົ່ານັ້ນ ແລະ​ເຈົ້າ​ກໍ​ບໍ່ມີ​ຫຍັງ​ດີ​ຂຶ້ນ​ເລີຍ.

12 ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?

@ 2012 United Bible Societies. All Rights Reserved.

Lean sinn:



Sanasan